(vovworld) - ໃນອາທິດຜ່ານມາ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ ໂທລະສັບເກືອບ 200 ສະບັບຈາກທ່ານຜູ້ຝັງຢູ່ຫຼາຍປະເທດໃນໂລກ. ໃນນັ້ນລາຍກະຈາຍສຽງພາກພາສາລາວ ໄດ້ຮັບອີແມວ, ໂທລະສັບ 5 ສະບັບຈາກທ່ານຜູ້ຟັງລາວ. ຜູ້ຟັງ, ຜູ້ອ່ານໄດ້ເອົາໃຈໃສ່ເປັນພິເສດເຖິງປູຊະນີຍະສະຖານປະຫວັດສາດ ຮ່ວາງແທ່ງທັງລອງ ຢູ່ນະຄອນຫຼວງ ຮ່າໂນ້ຍ, ງານບຸນນາຂັ້ນໄດ ໝູ່ກາງຈ໋າຍ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍ, ຄຳແນະນຳ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ.
ເພື່ອນ ຄຳເບັ່ງ, ແຂວງ ວຽງຈັນໄດ້ຝາກອີແມວເຖິງລາຍການດ້ວຍເນື້ອໃນວ່າ: “ໃນເດືອນກ່ອນ, ມີເພື່ອນບາງຄົນຂອງຂ້າພະເຈົ້າທີ່ພວມຮ່ຳຮຽນຢູ່ ຫວຽດນາມ ໄດ້ເອົາຮູບຖ່າຍສະຖານທີ່ແຫ່ງໜຶ່ງທີ່ມີສະຖາປັດຕະຍາກຳບູຮານສວຍງາມທີ່ສຸດຢູ່ຮ່າໂນ້ຍລົງ facebook. ນັ້ນແມ່ນເຂດປູຊະນີຍະສະຖານພະລາຊະວັງ ທັງລອງ”. ໂດຍເປັນຜູ້ມີຄວາມສົນໃຈພິເສດເຖິງປະຫວັດສາດ, ດັ່ງນັ້ນຜ່ານລາຍການ ຂ້າພະເຈົ້າຢາກຮູ້ຕື່ມອີກກ່ຽວກັບສະຖານທີ່ແຫ່ງນີ້ໄດ້ບໍ່?”
ເພື່ອນ ຄຳເບັ່ງ ທີ່ເຄົາລົບ, ກ່ອນນີ້ກ່ວາ 10 ສະຕະວັດ, ເມື່ອຍ້າຍເມືອງຫຼວງຈາກ ຮວາລື (ແຂວງ ນີງບິ່ງ) ໄປຍັງ ດ້ານລາ, ເຈົ້າຊີວິດ ຫຼີກົງອ໋ວນ (ຫຼີທ໋າຍໂຕ໋) ໄດ້ໃຫ້ກໍ່ສ້າງພະລາຊະວັງ ທັງລອງຄືນໃໝ່ບົນພື້ນທີ່ ດ້າຍລາ ເກົ່າ. ພະລາຊະວັງທັງລອງ ແມ່ນກິດຈະກຳສະຖາປັດຕະຍາກຳທີ່ໃຫຍ່ໂຕໂອໂຖງດ້ວຍເນື້ອທີ່ທັງໝົດແມ່ນ 18,395 ເຮັກຕາ ແລະ ກາຍເປັນປູຊະນີຍະສະຖານສຳຄັນອັນດັບໜຶ່ງໃນລະບົບບັນດາປູຊະນີຍະສະຖານຂອງ ຫວຽດນາມ. ເດືອນ 12/2002, ບັນດານັກຊ່ຽວຊານໄດ້ດຳເນີນການຂຸດຄົ້ນບູຮານຄະດີໃນເນື້ອທີ່ດິນ 19.000 ຕາແມັດ ໃນສູນກາງການເມືອງ ບາດິ່ງ - ຮ່າໂນ້ຍ. ການຂຸດຄົ້ນບູຮານຄະດີ ຂະໜາດໃຫຍ່ຂອງ ຫວຽດນາມ ແລະ ຂອງພາກພື້ນ ອາຊີ ຕາເວັນອອກສ່ຽງໃຕ້ນີ້ໄດ້ພົບເຫັນບັນດາຮ່ອງຮອຍຂອງ ພະລາຊະວັງທັງລອງ ໃນວິວັດທະນາການປະຫວັດສາດທີ່ແກ່ຍາວເປັນເວລາ 13 ສະຕະວັດດ້ວຍບັນດາຮ່ອງຮອຍ ແລະ ພື້ນຖານວັດທະນະທຳທີ່ແຕກຕ່າງກັນ. ບັນດາຮ່ອງຮອຍຂອງສະຖາປັດຕະຍາກຳທີ່ເປັນເອກະລັກສະເພາະ ພ້ອມກັບວັດຖຸພັນທີ່ລ້ຳຄ່ານັບລ້ານໆຢ່າງໄດ້ວາດພາບວິວັດທະນາການປະຫວັດສາດສ່ວນໜຶ່ງແຕ່ສະຕະວັດທີ 7 – 9, ຕະຫຼອດບັນດາສະໄໝລາຊະວົງ ຫຼີ, ເຈີ່ນ, ເລ, ມາກ ແລະ ຫງວຽນແຕ່ປີ 1010 – 1945. ວັນທີ 31/7/2010 ຢູ່ ບຣາຊິນ, ຄະນະກຳມະການມໍລະດົກໂລກໄດ້ຮັບຮອງເອົາມະຕິຮັບຮອງເຂດໃຈກາງ ພະລາຊະວັງທັງລອງ - ຮ່າໂນ້ຍ ແມ່ນມໍລະດົກວັດທະນະທຳໂລກ. ນີ້ແມ່ນຄວາມເອກອ້າງທະນົງໃຈບໍ່ພຽງແຕ່ຂອງສະເພາະນະຄອນຫຼວງ ຮ່າໂນ້ຍ ເທົ່ານັ້ນ ຫາກຍັງແມ່ນຄວາມເອກອ້າງທະນົງໃຈຂອງປະເທດ ຫວຽດນາມ ອີກດ້ວຍ. ຖ້າຫາກເພື່ອນ ຄຳເບັ່ງ ແລະ ໝູ່ເພື່ອນມີໂອກາດໄປຢ້ຽມຢາມ ຮ່າໂນ້ຍ, ຢ່າລື່ມແວ່ຢາມພະລາຊະວັງທັງລອງ ເພື່ອຮັບຮູ້ໄດ້ສະຖາປັດຕະຍາກຳບູນຮານທີ່ສວຍງາມຢູ່ແຫ່ງນີ້ແດ່ເດີ.
ພາບ: ສຳນັກຂ່າວສານ ຫວຽດນາມ
|
ເພື່ອນ ສະເຫຼີມໄຊ, ນັກສຶກສາມະຫາວິທະຍາໄລຊັບພະວິຊາ ຮ່າໂນ້ຍ ໄດ້ຝາກ ອີແມວເຖິງລາຍການດ້ວຍເນື້ອໃນວ່າ: “ອາທິດຜ່ານມາ, ໝູ່ເພື່ອນຂ້າພະເຈົ້າໄດ້ຊວນຂ້າພະເຈົ້າເຂົ້າຮ່ວມງານບຸນນາຂັ້ນໄດ ໝູ່ກັງຈ໋າຍ, ແຂວງ ອຽນບ໋າຍ. ຂ້າພະເຈົ້າຢາກເຂົ້າຮ່ວມເຫດການນີ້ຍ້ອນນີ້ແມ່ນໂອກາດເພື່ອໄດ້ເຫັນປະຈັກຕາບັນດາຄວາມງາມທຳມະຊາດຢູ່ແຂວງ ອຽນບ໋າຍ, ເຊິ່ງແມ່ນແຂວງພູດອຍທາງພາກເໜືອ. ແຕ່ຍ້ອນພວມເປັນນັກສຶກສາປີສຸດທ້າຍ, ຍັງຄ້າງຄາກັບວຽກງານຮ່ຳຮຽນ ດັ່ງນັ້ນຂ້າພະເຈົ້າໄປບໍ່ໄດ້. ຫວັງວ່າທາງລາຍການຈະສະໜອງບາງຂໍ້ມູນຂ່າວກ່ຽວກັບງານບຸນນີ້ແດ່.”
ເພື່ອນ ສະເຫຼີມໄຊ ທີ່ຮັກແພງ, ຕອນຄ່ຳວັນທີ 18/9, ຢູ່ໃຈກາງເມືອງພູສູງ ໝູ່ກາງຈາຍ, ຄະນະກຳມະການປະຊາຊົນແຂວງ ອຽນບ໋າຍ ໄດ້ໄຂສັບປະດາວັດທະນະທຳ, ທ່ອງທ່ຽວທັດຊະນີຍະພາບແຫ່ງຊາດນາຂັ້ນໄດ ໝູ່ກາງຈ໋າຍ ປີ 2016. ພິທີໄຂຖືກດຳເນີນໄປດ້ວຍການສະແດງສິລະປະທີ່ເປັນເອກະລັກສະເພາະ, ແນະນຳກ່ຽວກັບເຂດພູສູງ ໝູ່ກາງຈ໋າຍ ທີ່ເຂັ້ມຂົ້ນໄປດ້ວຍສີສັນຂອງບັນດາຊົນເຜົ່າເຂດພູສູງ, ວິວັດການຕໍ່ສູ້, ຄົງຕົວ ແລະ ພັດທະນາພ້ອມກັບ 54 ຊົນເຜົ່າອ້າຍນ້ອງ. ພົ້ນເດັ່ນແມ່ນການສະແດງສິລະປະຟ້ອນແຄ່ນຂອງນັກສີລະປິນຊາວເຜົ່າມົ້ງ 300 ຄົນ, ດ້ວຍບັນດາວາດຟ້ອນຂອງຊາວເຜົ່າເຂດພູສູງ. ຄ່ຳຄືນໄຂງານບຸນກໍ່ໄດ້ວາດພາບຊີວິດປະຈຳວັນຂອງພໍ່ແມ່ປະຊາຊົນໃນບັນດານາຂັ້ນໄດ ທີ່ໃຫຍ່ໂຕໂອໂຖງ ແລະ ມະຫັດສະຈັນເຊ່ິງໄດ້ຮັບການຮັບຮອງວ່າເປັນທັດຊະນີຍະພາບລະດັບຊາດເມື່ອປີ 2007. ນອກຈາກໄດ້ຮັບຊົມບັນດານາຂັ້ນໄດສວຍງາມທີ່ພວມກ້າວເຂົ້າສູ່ລະດູການເກັບກ່ຽວດ້ວຍເນື້ອທີ່ທັງໝົດເກືອບ 3.000 ເຮັກຕາແລ້ວ, ແຂກທ່ອງທ່ຽວຍັງໄດ້ຮູ້ຈັກເຖິງບັນດາຄຸ້ນຄ່າວັດທະນະທຳຂອງປະຊາຄົມຊາວເຜົ່າມົ້ງ, ໄດ້ເຂົ້າຮ່ວມການຜະລິດກະສິກຳພ້ອມກັບພໍ່ແມ່ຊາວເຜົ່າມົ້ງ… ໂດຍນອນໃນຂອບເຂດລາຍການ, ຕອນເຊົ້າວັນທີ 18/9, Festival ໂດດຈ້ອງ “ບິນເທິງນາຂັ້ນໄດ” ໄດ້ໄຂຂຶ້ນຢ່າງເປັນທາງການ. ຜ່ານການສະແດງຂອງນັກບິນເກືອບ 100 ຄົນທີ່ມາຈາກທົ່ວປະເທດ. ໂດຍນອນໃນເຂດມີຄວາມສູງ 1.200ມ ເມື່ອທຽບໃສ່ໜ້ານ້ຳທະເລ, ຢູ່ໃຕ້ແມ່ນນາຂັ້ນໄດທີ່ໃຫຍ່ໂຕໂອໂຖງພວມໃນໄລຍະສຸກເຫຼືອງ, ສະຖານທີ່ ເຄົາຟ້າ ໄດ້ຮັບຖືວ່າແມ່ນໜຶ່ງໃນສະຖານທີ່ບິນ 5 ແຫ່ງສວຍງາມທີ່ສຸດຂອງທົ່ວປະເທດ, ເຊິ່ງບັນດານັກບິນໄດ້ເລືອກເປັນສະຖານທີ່ບິນປະຈຳປີ. ພາຍຫຼັງບິນແລ້ວ, ບັນດານັກບິນຈະບິນຈອດລົງເຄົາຟ້າປີ 2016”, ຄະນະຈັດຕັ້ງຈະຮັບໃຊ້ແຂກທ່ອງທ່ຽວການບິນບໍລິການ (ແຂກເຂົ້າຮ່ວມລາຍການນີ້ຕ້ອງມີໃບຢັ້ງຢືນສາມາດບິນໂດຍບັນດາສະໂມສອນກ່ຽວກັບ ໂດດຈ້ອງ ສະໜອງໃຫ້) ເພື່ອຮັບຮູ້ໄດ້ເຂດພູຜາປ່າໄມ້ໄຕບັກຈາກອາວະກາດ. ຫວັງວ່າ, ບັນດາຂໍ້ມູນຂ່າວດັ່ງກ່າວຈະຊ່ວຍໃຫ້ເພື່ອນ ສະເຫຼີມໄຊ ແລະ ບັນດາຜູ້ຟັງ, ຜູ້ອ່ານສາມາດຮັບຮູ້ໄດ້ເຖິງງານບຸນທີ່ເປັນເອກະລັກສະເພາະນີ້.
ດັ່ງທີ່ກ່າວມາຂ້າງເຖິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຝັງຈະສືບຕໍ່ຝາກຈົດໝາຍ, ອີແມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.43.8256631 ຫຼື ອີແມວ
laovov5@gmail.com