ໃນເດືອນ 8, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບໂທລະສັບ, ອີແມວ, ຈົດໝາຍ 685 ສະບັບຈາກຜູ້ຟັງຢູ່ຫລາຍປະເທດໃນໂລກ ຝາກມາ. ໃນນັ້ນ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບໂທລະສັບ, ອີແມວ, ຈົດໝາຍ 23 ສະບັບຈາກຜູ້ຟັງລາວ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນສັບປະດາຜ່ານມາ. ເຊີນທ່ານຕິດຕາມຮັບຟັງ.
*****
(ພາບປະກອບ)
ໃນຈົດໝາຍຝາກມາລາຍການ, ເພື່ອນ ບຸນມີ, ເພື່ອນ ແອນລີ, ເພື່ອນ ຊາຍຊົງ ຢູ່ນະຄອນຫລວງ ວຽງຈັນ ແລະ ເພື່ອນ ປານູສອນ ແຂວງ ຜົ້ງສາລີ ຂຽນວ່າ: “ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ (7/9/1945 – 7/9/2016) ພວກຂ້າພະເຈົ້າຂໍສົ່ງພອນໄຊອັນປະເສີດມາຍັງບັນດາພະນັກງານ, ນັກຂ່າວ, ນັກເຕັກນິກລຸ້ນຕ່າງໆຂອງວິທະຍຸກະຈາຍສຽງ ຫວຽດນາມ ເວົ້າລວມ ແລະ ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດເວົ້າສະເພາະ, ອວຍພອນໃຫ້ພວກເພື່ອນມີພະລານາໄມສົມບູນ, ມີຄວາມຜາສຸກ, ສຳເລັດໜ້າທີ່ເຊິ່ງໄດ້ຮັບມອບໝາຍເປັນຢ່າງດີ, ມີບັນດາລາຍການມ່ວນ, ດູດດື່ມ ເພື່ອຮັບໃຊ້ໃຫ້ທ່ານຜູ້ຟັງ”
ເພື່ອນ ບຸນມີ, ເພື່ອນ ແອນລີ, ເພື່ອນ ຊາຍຊົງ ແລະ ເພື່ອນ ປານູສອນ ທີ່ຮັກແພງ! ພວກຂ້າພະເຂົ້າຂໍຂອບໃຈບັນດາຄຳອວຍພອນອັນດີງາມທີ່ສຸດ ເຊິ່ງພວກເພື່ອນໄດ້ສະຫງວນໃຫ້ພະນັກງານ, ນັກຂ່າວ, ນັກເຕັກນິກຂອງວິທະຍຸກະຈາຍສຽງ ຫວຽດນາມ ເວົ້າລວມ ແລະ ລະບົບກະຈາຍສຽງພາສາຕ່າງປະເທດແຫ່ງຊາດເວົ້າສະເພາະ. ພວກຂ້າພະເຈົ້າຈະມານະພະຍາຍາມປະຕິບັດວຽກງານໃຫ້ດີ ເພື່ອມີບັນດາລາຍການທັງມ່ວນທັງສ້າງຄວາມດູດດຶມໃຫ້ທ່ານຜູ້ຟັງພາຍໃນປະເທດ ແລະ ຕ່າງປະເທດ. ຂໍຂອບໃຈ.
*****
ສ່ວນໃນຈົດໝາຍສົ່ງມາລາຍການ, ເພື່ອນ ວິໄລສະຫວັນ ແກ້ວພິລາຫວັນ ແຂວງ ບໍແກ້ວ ຂຽນວ່າ: ໃນໄລຍະມໍ່ໆມານີ້, ຂ້າພະເຈົ້າໄດ້ຮັບຟັງຂ່າວກ່ຽວກັບເລື່ອງ: ຫວຽດນາມ ໜູນຊ່ວຍ ບັນດາກອງພົນຫລວງຂອງ ລາວ ໃຫ້ກາຍເປັນກຳລັງຫລວງທີ່ທັນສະໄໝ. ຜ່ານລາຍການ, ຂ້າພະເຈົ້າຢາກຊອກຮູ້ຕື່ມອີກກ່ຽວກັບການໜູນຊ່ວຍດັ່ງກ່າວ.
ເພື່ອນ ວິໄລສະຫວັນ ແກ້ວພິລາຫວັນ ທີ່ຮັກແພງ ! ໃນການຢ້ຽມຢາມມິດຕະພາບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຢ່າງເປັນທາງການຂອງທ່ານພົນໂທ ເລືອງເກື່ອງ, ເລຂາສູນກາງພັກ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ໃນລະຫວ່າງວັນທີ 11 – 14/07/2016, ການນຳກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ແລະ ການນຳກົມໃຫຍ່ການເມືອງກອງທັບປະຊາຊົນ ລາວ ບັນລຸໄດ້ບາງຂໍ້ຕົກລົງຮ່ວມມືໜູນຊ່ວຍໃນຂົງເຂດປ້ອງກັນຊາດລະຫວ່າງ 2 ປະເທດ. ໂດຍລະອຽດແມ່ນ 2 ຝ່າຍໄດ້ເຊັນມອບຮັບເຄື່ອງຄອມພິວເຕີ Dell 75 ຊຸດ ແລະ ເຄື່ອງພິມ Canon 75 ຊຸດໃຫ້ບັນດາກອງພົນຫລວງ 1,2,3,4,5 ຂອງກອງທັບປະຊາຊົນ ລາວ, ເພື່ອແນໃສ່ໜູນຊ່ວຍການປັບປຸງ ແລະ ການຝຶກຊ້ອມ, ຍົກສູງລະດັບຄວາມຮູ້ໃຫ້ແກ້ບັນດາພະນັກງານ, ນັກຮົບກອງທັບປະຊາຊົນ ລາວ, ປະກອບສ່ວນສ້າງກອງທັບ ລາວ ໃຫ້ນັບມື້ນັບກາຍເປັນກອງທັບຫລວງທັນສະໄໝ, ຕອບສະໜອງບັນດາຄວາມຮຽກຮ້ອງໜ້າທີ່ໃນສະພາບການໃໝ່ເປັນຢ່າງດີ.
*****
ໃນຈົດໝາຍຂອງເພື່ອນ ໂຊພະພອນ ສຸລີຍະວົງ ແຂວງ ຜົ້ງສາລີ ຂຽນ: “ຂ້າພະເຈົ້າແມ່ນຄົນມັກໄປທ່ອງທ່ຽວທີ່ສຸດ, ພິເສດແມ່ນຢາກຊອກຮູ້ບັນດາມໍລະດົກວັດທະນະທຳບໍ່ມີຮູບຮ່າງໃນພາກພື້ນ. ໂດຍຜ່ານທາງລາຍການ, ຂ້າພະເຈົ້າຢາກໄດ້ຮັບຟັງແນະນຳ ໂດຍຫຍໍ້ກ່ຽວກັບບັນດາມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງ ຫວຽດນາມ. ”
ເພື່ອນ ໂຊພະພອນ ສຸລີຍະວົງ ທີ່ຮັກແພງ! ປະຈຸບັນ ຫວຽດນາມ ມີ 10 ມໍລະດົກວັດທະນະທຳບໍ່ມີຮູບຮ່າງທີ່ໄດ້ຮັບການຮັບຮອງເອົາຈາກ UNESCO ວ່າແມ່ນມໍລະດົກຂອງມວນມະນຸດ : ພິທີດຶງເຊືອກໄດ້ຮັບການຮັບຮອງເອົາຈາກ UNESCO ໃນວັນທີ 02/12/2015 ວ່າແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງນາໆປະເທດທີ່ຕາງໜ້າຂອງມວນມະນຸດ ຢູ່ ຫວຽດນາມ. ຂັບ ວີ໋, ຢ້ຳ ເງ້ຕິງ, ຂັບພື້ນເມືອງແຂວງ ເງາະອານ, ຮ່າຕິງ ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງທີ່ໄດ້ຮັບການຮັບຮອງໃນວັນທີ 27/11/2014. ເດີນກາຕາຍຕື ຂັບດົນຕີພື້ນເມືອງພາກໃຕ້ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງໄດ້ຮັບການຮັບຮອງໃນວັນທີ 05/12/2013. ການເຫຼື້ອມໃສບູຊາເຈົ້າຊີວິດຮຸ່ງ ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງໄດ້ຮັບການຮັບຮອງໃນວັນທີ 06/12/2012. ຂັບ ຊວານ ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງໄດ້ຮັບການຮັບຮອງໃນວັນທີ 24/11/2011. ງານບຸນ ຢ໋ອງ ຢູ່ຫໍບູຊາ ຊ໋ອກ ແລະ ຫໍບູຊາ ຟູ່ດົງ, ຮ່າໂນ້ຍ ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງທີ່ຕາງໜ້າມວນມະນຸດ ໄດ້ຮັບການຮັບຮອງໃນວັນທີ 16/11/2010. ຂັບ ກາຈູ່ ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງໄດ້ຮັບການຮັບຮອງໃນວັນທີ 01/10/2009. ຂັບ ກາຈູ ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງທີ່ຕາງໜ້າຂອງມວນມະນຸດ ໄດ້ຮັບການຮັບຮອງໃນວັນທີ 30/09/2009. ວັດທະນະທຳ ຄ້ອງ ໄຕງວຽນ ໄດ້ຮັບການຮັບຮອງເປັນມໍລະດົກວັດທະນະທຳບໍ່ມີຮູບຮ່າງທີ່ຕາງໜ້າຂອງມວນມະນຸດໃນປີ 2008. ດົນຕີໃນ ພະລາຊະວັງ ເຫ້ວ ແມ່ນມໍລະດົກວັດທະນະທຳໂລກບໍ່ມີຮູບຮ່າງທຳອິດຢູ່ ຫວຽດນາມ ໄດ້ຮັບການຮັບຮອງໃນເດືອນ 11 ປີ 2003 ມາຮອດປີ 2008 ໄດ້ຮັບການຮັບຮອງເປັນມໍລະດົກວັດທະນະທຳບໍ່ມີຮູບຮ່າງທີ່ຕາງໜ້າຂອງມວນມະນຸດ.
*****
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກ ຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.438.256.631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.