ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 387 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 12 ສະບັບຈາກທ່ານຜູ້ຟັງລາວ.
ສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮອບ 131 ປີ
(ພາບອີນເຕີແນັດ)
|
ເພື່ອນ ຄຳພະສົງ, ວຽງໄຊ, ວິໄລສິນ ຢູ່ວຽງຈັນ ໄດ້ສົ່ງຂໍ້ຄວາມມາຫາລາຍການ ສະແດງອາລົມຈິດຄວາມຮັກແພງຂອງຕົນທີ່ມີຕໍ່ປະທ່ານໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮອບ 131 ປີ (19 ພຶດສະພາ 1890 -19 ພຶດສະພາ 2021). ໃນນັ້ນ, ເພື່ອນ ວົງຄຳ ຢູ່ແຂວງ ອຸດົມໄຊ ໄດ້ຂຽນວ່າ: “ໃນຕອນທີ່ຮ່ຳຮຽນຢູ່ຫວຽດນາມ, ຂ້າພະເຈົ້າໄດ້ມີໂອກາດໄປເຂົ້າໄວ້ອາໄລສຸສານປະທານໂຮ່ຈີມິນ, ຢ້ຽມຢາມທຳນຽບປະທານ, ເຮືອນຮ້ານທີ່ ເພິ່ນ ຢູ່ອາໄສ, ຫ້ອງເຮັດວຽກຂອງ ເພິ່ນ. ເມື່ອຢ້ຽມຢາມເຂດຢູ່ອາໄສຂອງ ເພິ່ນ, ຫັນປະຈັກຕາເຄື່ອງໃຊ້ປະຈຳວັນຂອງ ເພິ່ນ ຂ້າພະເຈົ້າຈຶ່ງຮູ້ສຶກໄດ້ວ່າ: ໃນຊີວິດແຫ່ງການເຄື່ອນໄຫວປະຕິວັດເພື່ອປະເທດຊາດ, ເພື່ອປະຊາຊົນ, ຍາມໃດ ເພິ່ນ ກໍ່ຮັກສາວິຖີຊີວິດທີ່ລຽບງ່າຍ, ດູໝັ່ນຂະຫຍັນພຽນ, ປະຢັດ. ນັ້ນກໍ່ແມ່ນຈຸດພົ້ນເດັ່ນແບບແຜນໃນຊີວິດຂອງ ເພິ່ນ”.
ສ່ວນເພື່ອນ ສົມເພັດ ໃຫ້ຮູ້ວ່າ, ເພື່ອນມີຄວາມສົນໃຈເຖິງບັນດາຂົງເຂດຄື: ເສດຖະກິດ, ການເມືອງ, ວັດທະນະທຳ. ເພື່ອນແບ່ງປັນວ່າ, ໃນຈຸດເວລາທີ່ທົ່ວໂລກພວມປະເຊີນໜ້າກັບໂລກລະບາດໂຄວິດ-19, ການພັດທະນາເສດຖະກິດຂອງຫຼາຍປະເທດຖືກຜົນສະທ້ອນຢ່າງໜັກໜ່ວງ, ແຕ່ພື້ນຖານເສດຖະກິດຂອງຫວຽດນາມ ຍັງຄົງບັນລຸໄດ້ຜົນງານຫຼາຍຢ່າງທີ່ໜ້ານັບຖື. ຂໍອວຍພອນໃຫ້ຫວຽດນາມ ຈົ່ງຍາດໄດ້ໄຊຊະນະຫຼາຍກວ່າໃນການຟື້ນຟູ ແລະ ພັດທະນາເສດຖະກິດ, ເພື່ອນຳປະເທດຫວຽດນາມ ນັບມື້ນັບໝັ້ນຄົງເຂັ້ມແຂງກວ່າ.
ສ່ວນເພືຶ່ອນ ບຸນຫຼວງ, ໄດ້ສົ່ງຂໍ້ຄວາມມາຫາລາຍການແບ່ງປັນກ່ຽວກັບສະພາບການ ແລະ ຄວາມມານະພະຍາຍາມຂອງລາວ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ເພື່ອນປາດຖະໜາວ່າ, ທັງ ລາວ ແລະ ຫວຽດນາມ ລ້ວນແຕ່ຜ່ານຜ່າໄລຍະຫຍຸ້ງຍາກໃນປະຈຸບັນໂດຍໄວ.
(ພາບ: VGP)
|
ມີຜູ້ຟັງ, ຜູ້ອ່ານແມ່ນຊາວຫວຽດນາມ ອາໄສຢູ່ລາວ ຫຼາຍຄົນ ມີຄວາມສົນໃຈເຖິງບັນດາການເຄື່ອນໄຫວເລືອກຕັ້ງສະມາຊິກສະພາແຫ່ງຊາດຫວຽດຍາມ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນທີ່ຈະມາເຖິງ. ໃນນັ້ນ, ເພື່ອນ ແມ້ງຮ່າ ໄດ້ສົ່ງຂໍ້ຄວາມມາຫາລາຍການຢາກຮູ້ວ່າ: ໃນຈຸດເວລາທີ່ໂລກລະບາດໂຄວິດ-19 ມີການຜັນແປສັບສົນຫຼາຍຢ່າງຢູ່ຫຼາຍແຂວງໃນທົ່ວປະເທດນັ້ນ. ເພື່ອນຢາກຮູ້ວ່າ ວຽກງານພົບປະກັບຜູ້ມີສິດເລືອກຕັ້ງໄດ້ຮັບການກະກຽມຄືແນວໃດ?
ເພື່ອນ ແມ້ງຮ່າ ທີ່ຮັກແພງ! ຕາມຂໍ້ສະຫຼຸບທີ່ກອງປະຊຸມທາງອອກລາຍທົ່ວປະເທດ ເພື່ອຕີລາຄາ, ກວດກາຄືນວຽກງານກະກຽມໃຫ້ແກ່ການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຫວຽດນາມ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021-2026. ມາຮອດປະຈຸບັນ, ວຽກງານກະກຽມໃຫ້ແກ່ການເລືອກຕັ້ງໄດ້ສຳເລັດໂດຍພື້ນຖານແລ້ວ, ກ່ຽມພ້ອມໃຫ້ແກ່ວັນເລືອກຕັ້ງຈັດຂຶ້ນໃນວັນທີ 23 ພຶດສະພາ 2021. ທຸກທ້ອງຖິ່ນລ້ວນແຕ່ມີຄວາມຕັດສິນໃຈປະຕິບັດສຳເລັດການປ່ອນບັດເລືອກຕັ້ງໃຫ້ຖືກກັບການກຳນົດເວລາ, ນັບທັງບັນດາທ້ອງຖິ່ນປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19 ແຜ່ລະບາດຄື: ຮ່າໂນ້ຍ, ບັກຢາງ, ບັກນິງ, ວິງຟຸກ, ດ່ານັ້ງ… ວຽກງານຈັດຕັ້ງເພື່ອໃຫ້ບັນດາຜູ້ສະໝັກຮັບເລືອກຕັ້ງໄດ້ພົບປະກັບຜູ້ມີສິດເລືອກຕັ້ງ, ປະຕິບັດບັ້ນຂົນຂວາຍການເລືອກຕັ້ງລ້ວນແຕ່ໄດ້ຮັບການປະຕິບັດຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ ໄດ້ຊີ້ໃຫ້ເຫັນວ່າ ເລື່ອງຍູ້ແຮງການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ນຳໃຊ້ບັນດາພາຫະນະສື່ມວນຊົນ ແລະ ຈັດຕັ້ງບັ້ນຂົນຂວາຍເລືອກຕັ້ງທາງອອນລາຍຢູ່ຫຼາຍທ້ອງຖິ່ນແມ່ນວິທີເຮັດທີ່ມີຫົວຄິດປະດິດສ້າງ, ມີປະສິດທິຜົນໃນໄລຍະປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແລະ ຄວນນຳໃຊ້ສະພາບເປັນປົກກະຕິ, ຊ່ວຍໃຫ້ມີຜູ້ມີສິດເລືອກຕັ້ງຫຼາຍຄົນໄດ້ເຂົ້າຮ່ວມການໄດ້ພົບປະ. ສືບຕໍ່ຈັດຕັ້ງການຝຶກອົບຮົບຢ່າງລອບຄອບທີ່ຖ້ວນບັນດາວິທີການການຈັດຕັ້ງໃນສະພາບໂລກລະບາດໂຄວິດ-19 ຍັງມີການຜັນແປທີ່ສັບສົນ, ກໍ່ຄືກະກຽມແກ້ໄຂບັນດາສະພາບການສັບສົນກ່ຽວກັບໄພທຳມະຊາດ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ເພື່ອຮັບປະກັນເງື່ອນໄຂເປັນຢ່າງດີທີ່ສຸດໃຫ້ແກ່ການເລືອກຕັ້ງໄດ້ດຳເນີນໄປບັນລຸຜົນສຳເລັດ ແລະ ມີຄວາມປອດໄພ.
ຄະນະປະຕິບັດງານຂອງກະຊວງສາທາລະນະສຸກ ຫວຽດນາມ ຢູ່ລາວ
(ພາບ: ຄະນະປະຕິບັດງານ)
|
ເພື່ອນ ວັນໄຊ ສົ່ງຂໍ້ຄວາມມາຫາລາຍການພາກພາສາລາວ ໃຫ້ຮູ້ວ່າ: ໃນໄລຍະທີ່ ລາວ ປ້ອງກັນ, ຕ້ານໂລກລະບາດນັ້ນ, ຝ່າຍຫວຽດນາມ ໄດ້ມອບໃຫ້ລັດຖະບານລາວ ກໍຄືປະຊາຊົນລາວ ເຄື່ອງໃຊ້, ອຸປະກອນການແພດເປັນຈຳນວນຫຼາຍ. ນອກນັ້ນ, ຍັງຈັດສົ່ງຄະນະນັກຊ່ຽວຊານ, ແພດໝໍມາໜູນຊ່ວຍລາວ ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ຫວ່າງມໍ່ໆມານີ້, ຄະນະປະຕິບັດງານຂອງກະຊວງສາທາລະນະສຸກຫວຽດນາມ ໄດ້ໄປເຖິງແຂວງ ສະຫວັນນະເຂດ ເພື່ອໜູນຊ່ວຍວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ຂ້າພະເຈົ້າເອງຂໍຂອບໃຈຕໍ່ບັນດານ້ຳໃຈເຊິ່ງປະເທດຫວຽດນາມ ທີ່ໄດ້ສະຫງວນໃຫ້ແກ່ປະເທດລາວ ອ້າຍນ້ອງພວກເຮົາ.
ເພື່ອນ ວັນໄຊ ທີ່ຮັກແພງ! ຫວ່າງມໍ່ໆມານີ້ ພາຍຫຼັງທີ່ສິ້ນສຸດການເຮັດວຽກຢູ່ແຂວງ ຈຳປະສັກ, ທາງພາກໃຕ້ຂອງລາວ, ຄະນະປະຕິບັດງານຂອງກະຊວງສາທາລະນະສຸກ ຫວຽດນາມ ໄດ້ມີການເຄ່ືອນໄຫວຫຼາຍຢ່າງຢູ່ແຂວງ ສະຫວັນນະເຂດ, ທາງພາກກາງຂອງລາວ. ພາຍຫຼັງທີ່ເຮັດວຽກກັບບັນດາອົງການທີ່ມີໜ້າທີ່ຂອງແຂວງ ສະຫວັນນະເຂດ, ຄະນະໄດ້ສ້າງແຜນການ ແລະ ເປັນເອກະພາບບັນດາການເຄື່ອນໄຫວໃນຈຸດເວລາເຮັດວຽກຢູ່ທ້ອງຖິ່ນນີ້, ພິເສດແມ່ນໃຫ້ຄຳປຶກສາແກ່ຝ່າຍ ລາວ ເພື່ອສາມາດຮັບມືກັບໂລກລະບາດໃນສະພາບຕົວຈິງພວມເກີດຂຶ້ນຢ່າງທັນການ, ໃນນັ້ນໄດ້ຄິດໄລ່ເຖິງການແຜ່ລະບາດຮອບໃໝ່ອາດຈະສັບສົນກວ່າ. ຢູ່ບັນດາຈຸດຮ້ອນເຮັ່ງກ່ຽວກັບໂລກລະບາດໂຄວິດ-19 ຂອງແຂວງ ສະຫວັນນະເຂດ, ຄະນະໄດ້ມີການເຮັດວຽກຢູ່ໂຮງໝໍກາງສະໜາມ 2 ແຫ່ງ, ໂຮງໝໍຂັ້ນເມືອງ, ຕາແສງ. ຄະນະກໍ່ໄດ້ໄປຢ້ຽມຢາມ, ຕີລາຄາສະພາບການຢູ່ຮ້ານຂາຍຢາ, ຫ້ອງກວດພະຍາດເອກະຊົນ, ໂຮງໝໍນ້ອຍ. ນີ້ແມ່ນບັນດາຮາກຖານສາທາລະນະສຸກສຳຄັນ ຍ້ອນສາມາດກວດພົບບັນດາກໍລະນີສົງໄສຖືກຕິດເຊື້ອໂຄວິດ-19 ໄວ, ຊ່ວຍໃຫ້ທັງລະບົບສາທາລະນະສຸກ ສາມາດກຳແໜ້ນຂໍ້ມູນ ແລະ ຮັບມືກັບໂລກລະບາດຢ່າງທັນການ.