ທ່ານຜູ້ຟັງທີ່ເຄົາລົບ!
ອາທິດຜ່ານມາ, ໃນຈົດໝາຍຝາກມາລາຍການພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ ທ່ານຜູ້ຟັງທັງຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ເອົາໃຈໃສ່ທີ່ສຸດຕໍ່ສາຍພົວພັນມິດຕະພາບ ຫວຽດນາມ - ລາວ. ພິເສດແມ່ນການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ບຸນຍັງ ວໍລະຈິດ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບຄຳຖາມຂອງຜູ້ຟັງບາງທ່ານທີ່ໄດ້ຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.
(ພິທີຕ້ອນຮັບທ່ານ ບຸນຍັງ ວໍລະຈິດ)
ໃນອາທິດ, ເພື່ອນ ແກ້ວລາ ທອງປະເສີດ ແຂວງ ຜົ້ງສາລີ ແລະ ເພື່ອນ ແປງ ແກ້ວມະນີ ຢູ່ນະຄອນຫລວງ ວຽງຈັນ ໄດ້ຝາກຈົດໝາຍມາຍັງລາຍການ ສະແດງຄວາມສົນໃຈຕໍ່ການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ. ສ່ວນ ຈົດໝາຍຂອງ ເພື່ອນ ແປງ ແກ້ວມະນີ ມີເນື້ອໃນວ່າ: “ຂ້າພະເຈົ້າໄດ້ຮູ້ວ່າ ການມາຢ້ຽມຢາມສັນຖະວະໄມຕີ ຫວຽດນາມຢ່າງເປັນທາງການຂອງ ທ່ານເລຂາທິການໃຫຍ່, ປະທານປະເທດລາວຜ່ານມາແມ່ນປະສົບຜົນສຳເລັດຢ່າງຈົບງາມ, ຂ້າພະເຈົ້າຢາກຮູ້ລາຍລະອຽດ ກ່ຽວກັບການເຄື່ອນໄຫວຕ່າງໆຂອງທ່ານເລຂາທິການໃຫຍ່ ປະທານປະເທດລາວຢູ່ຫວຽດນາມ ຫວັງວ່າທາງລາຍການຈະແນະນຳ ໃຫ້ຂ້າພະເຈົ້າໄດ້ຮັບຊາບ. ຂໍຂອບໃຈ”.
+++
ເພື່ອນ ແປງ ແກ້ວມານີ ທີ່ຮັກແພງ! ການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ພາຍຫລັງພິທີຕ້ອນຮັບຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ. ຫລັງຈາກນັ້ນ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄດ້ມີບັນດາການພົບປະເຈລະຈາກັບທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ແລະ ຢ້ຽມຢາມບາງຮາກຖານເສດຖະກິດ, ວັດທະນະທຳ ຢູ່ນະຄອນຫລວງ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ. ທີ່ບັນດາການພົບປະເຈລະຈາ 2 ຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດ; ແລກປ່ຽນບັນດາແຜນນະໂຍບາຍ, ມາດຕະການ ເພື່ອແນໃສ່ສືບຕໍ່ນຳການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃຫ້ພັດທະນາຢ່າງເລິກເຊິ່ງກ້ວາງຂວາງ ແລະ ມີປະສິດທິຜົນ; ພ້ອມກັນນັ້ນກໍ່ ແລກປ່ຽນບັນດາບັນຫາພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.
ເນື່ອງໃນໂອກາດຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ, 2 ປະເທດ ຫວຽດນາມ - ລາວ ໄດ້ອອກຖະແຫຼງການຮ່ວມ. ຖະແຫຼງການຮ່ວມ ຊີ້ແຈ້ງວ່າ 2 ຝ່າຍເຫັນດີເປັນເອກະພາບ ຍູ້ແຮງການພົວພັນຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ ບົນພື້ນຖານເສີມຂະຫຍາຍນ້ຳໃຈເອກະລາດ, ເປັນເຈົ້າຕົນເອງ, ຮ່ວມມືສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສະຫງວນບຸລິມະສິດໃຫ້ແກ່ກັນ, ໜູນຊ່ວຍ ແລະ ສ້າງເງື່ອນໄຂສະດວກ ເພື່ອພ້ອມກັນພັດທະນາ ເພື່ອຄວາມສິວິໄລຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ຢູ່ໃນໂລກ
***
(ພາບປະກອບ)
ສ່ວນໃນອີແມວຝາກມາລາຍການຂອງເພື່ອນ ວິໄລສະຫວັນ ແກ້ວພິລາວັນ ນະຄອນຫລວງ ວຽງຈັນ ກໍ່ຂຽນວ່າ: “ຂ້າພະເຈົ້າເຄີຍໄດ້ຮຽນຢູ່ ຫວຽດນາມ, ແລະ ໄດ້ຮູ້ວ່າສະມາຄົມມິດຕະພາບ ຫວຽດນາມ - ລາວ ເຄີຍຈັດຕັ້ງການເຄື່ອນໄຫວຕ່າງໆ ເພື່ອແນໃສ່ເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນ ຫວຽດນາມ - ລາວ. ຜ່ານລາຍການນີ້ ຂ້າພະເຈົ້າຢາກຮູ້ບັນດາການເຄື່ອນໄຫວຂອງສະມາຄົມ ແລະ ຜ່ານການເຄື່ອນໄຫວໃນໄລຍະຈະມາເຖິງ”.
+++
ເພື່ອນ ວີໄລສະຫວັນ ແກ້ວພິລາຫວັນ ທີ່ຮັກແພງ! ປີ 2015, ສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ຈັດຕັ້ງບັນດາການເຄື່ອນໄຫວໃຫຍ່, ແທດຈິງ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ ຫວຽດນາມ - ລາວ. ເປັນຕົ້ນແມ່ນບັນດາການເຄື່ອນໄຫວຄື: ສະເຫຼີມສະຫຼອງ 125 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/05/1890 – 19/05/2015). ສະມາຄົມມິດຕະພາບຫວຽດນາມ-ລາວຍັງສົມທົບກັບສະມາຄົມມິດຕະພາບລາວ-ຫວຽດນາມຈັດຕັ້ງສຳເລັດການເຄື່ອນໄຫວ ”ຕາມຮອຍຕີນປະທານໂຮ່ຈີມິນ” ຢູ່ລາວ; ພິທີສະເຫຼີມສະຫຼອງ 40 ປີແຫ່ງວັນສະຖາປະນາປະເທດ ສປປລາວ ( 02/12/1975-02/12/2015); ພິທີສະເຫຼີມສະຫຼອງ 95 ປີແຫ່ງວັນຄ້າຍວັນເກີດຂອງ ທ່ານປະທານໄກສອນ ພົມວິຫານ ( 13/12/1920-13/12/2015 ) ແລະ ຈັດຕັ້ງການເຄື່ອນໄຫວ “ຕາມຮອຍຕີນປະທານໄກສອນ ພົມວິຫານ” ຢູ່ຫວຽດນາມ. ໃນໄລຍະຈະມາເຖິງ, ສະມາຄົມມິດຕະພາບຫວຽດນາມ-ລາວ ມີແຜນການຜັນຂະຫຍາຍບັນດາການເຄື່ອນໄຫວລະອຽດຄື: ສືບຕໍ່ຍູ້ແຮງວຽກງານໂຄສະນາສຶກສາເຖິງມະຫາຊົນ, ປະຊາຊົນ, ເປັນຕົ້ນແມ່ນລຸ້ນໜຸ່ມຂອງສອງປະເທດ ກ່ຽວກັບການພົວພັນພິເສດຫວຽດນາມ-ລາວ, ຊຸກຍູ້ບັນດາການເຄື່ອນໄຫວຊ່ວຍເຫຼືອ, ຢື້ຢາມຖາມຂ່າວ, ການພົບປະແລກປ່ຽນໃຫ້ນັກສຶກສາລາວທີ່ພວມຮໍ່າຮຽນຢູ່ຫວຽດນາມ; ຍູ້ແຮງບັນດາການເຄື່ອນໄຫວຮ່ວມມືດ້ານການສຶກສາ-ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດຊ່ວຍລາວ…ພິເສດໃນປີ 2017 ຈະມີບັນດາການເຄື່ອນໄຫວໃຫຍ່ຄື: ຫວຽດນາມ-ລາວພ້ອມກັນສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຂອງສອງປະເທດ ( 05/09/1962 – 05/09/2017 ) ແລະ 40 ປີແຫ່ງວັນລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ( 18/07/1977-18/07/2017 ).
+++
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ. ຖ້າຫາກ ຜູ້ຟັງ, ຜູ້ອ່ານທ່ານໃດມີຄວາມສົນໃຈກ່ຽວກັບບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການພວກເຮົາໄດ້ເລີຍໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.43.8256631 ຫຼື ອີແມວ laovov@yahoo.com, laovov5@gmail.com