ໃນອາທິດຜ່ານມາ, ວິທະຍຸກະຈາຍສຽງຫວຽດນາມ ພາກພາສາລາວ ໄດ້ຮັບຈົດໝາຍຈາກທ່ານຜູ້ຟັງຫລາຍສະບັບ, ໃນຈົດໝາຍ ທ່ານຜູ້ຟັງສ່ວນຫລາຍສົ່ງຄຳອວຍພອນປີໃຫມ່ປະຈຳຊາດຫວຽດນາມເຖິງນັກຂ່າວ, ບັນນາທິການ ແລະ ພະນັກງານຂອງ ວິທະຍຸກະຈາຍສຽງຫວຽດນາມ. ໃນລາຍການຕອບຈົດໝາຍທ່ານຜູ້ຟັງພາກນີ້ ພວກເຮົາຈະນຳສະເຫນີເນື້ອໃນຈົດໝາຍບາງສະບັບທີ່ທ່ານຜູ້ຟັງໄດ້ສົ່ງເຖິງລາຍການໃນອາທິດຜ່ານມາ.
ເມື່ອໄດ້ຮັບບັດອວຍພອນປີໃຫມ່ຈາກພາກພາສາລາວ, ທ່ານ ສຸວັນ ທິບພະຈັນ ພະນັກງານພວມເຮັດວຽກຢູ່ແຂວງ ໄຊຍະບູລີ ໄດ້ຂຽນຈົດໝາຍມາຫາລາຍການເພື່ອຂອບອົກຂອບໃຈ ແລະ ສະແດງຄວາມປິຕິຊົມຊື່ນ ເມື່ອເຫັນໄດ້ວ່າ ຍາມໃດທາງລາຍການກໍມີຄວາມເອົາໃຈໃສ່ເຖິງທ່ານຜູ້ຟັງທຸກຄົນ, ທ່ານກໍປາດຖະຫນາວ່າ ໃນປີຫນ້າຈະໄດ້ຮັບຂອງຂວັນທີ່ລະນຶກຈາກວິທະຍຸກະຈາຍສຽງຫວຽດນາມ, ໃນນັ້ນມີເສື້ອຢືດຕີກາໂລໂກຂອງວິທະຍຸກະຈາຍສຽງຫວຽດນາມ ແລະ ປະຕິທິນຂອງລະບົບກະຈາຍສຽງພາກພາສາຕ່າງປະເທດ.
ທ່ານ ສຸວັນ ທິບພະຈັນ ແມ່ນຜູ້ຕິດຕາມລາຍການພາກພາສາລາວເປັນປະຈຳ ແລະ ກໍແມ່ນຫນຶ່ງໃນບັນດາຜູ້ຟັງໄດ້ຮັບໃບຢັ້ງຢືນແມ່ນຜູ້ຕິດຕາມລາຍການພາກພາສາລາວໃນຕະຫລດ 3 ປີ ຢ່າງລຽນຕິດ. ທ່ານກໍໄດ້ໂທມາຫາລາຍການເປັນປະຈຳ ແລະ ຢາກຮັບຟັງບັນດາບົດເພງຍ້ອງຍໍສັນລະເສີນປະເທດຫວຽດນາມ, ບົດເພງກ່ຽວກັບຄວາມສາມັກຄີແບບພິເສດ ຫວຽດນາມ ລາວ ແລະ ປະກອບຄຳຄິດຄຳເຫັນໃຫ້ແກ່ລາຍການພາກພາສາລາວ. ພວກຂ້າພະເຈົ້າຂໍຂອບອົກຂອບໃຈທ່ານສຸວັນ. ປີຫນ້າ ພວກເຮົາຈະສົ່ງຂອງຂັວນຂອງລະບົບກະຈາຍສຽງພາກພາສາຕ່າງປະເທດໄປໃຫ້ທ່ານ ແລະ ຫວັງວ່າ ທ່ານ ຈະສືບຕໍ່ປະກອບຄຳຄິດຄຳເຫັນໃຫ້ແກ່ລາຍການຫລາຍກວ່າອີກ.
ສ່ວນທ່ານ ທອງວັນ ກັນຍາວົງ, ພະນັກງານ ພວມປະຕິບັດງານຢູ່ ພະແນກການສຽງ ແລະ ເຕັກໂນໂລຊີຂໍມູນຂ່າວສານ(ໄອທີ) ສັງກັດວິທະຍຸກະຈາຍ
ສຽງແຫ່ງຊາດລາວໄດ້ສົ່ງອີແມວມາຫາລາຍການ ໃນນັ້ນທ່ານໄດ້ຂຽນວ່າ: ເນື່ອງໃນໂອກາດປີໃຫມ່ປະຈຳຊາດຂອງຫວຽດນາມ, ຂ້າພະເຈົ້າຂໍຕາງຫນ້າໃຫ້ພະແນກການສຽງ ແລະ ໄອທີ ຂອງວິທະຍຸກະຈາຍແຫ່ງຊາດລາວ ຂໍຝາກຄຳອວຍພອນໄຊອັນປະເສີດມາຍັງພະນັກງານ ລັດຖະກອນຂອງວິທະຍຸກະຈາຍສຽງຫວຽດນາມ ເວົ້າລວມ ແລະ ບັນນາທິການວິທະຍຸກະຈາຍສຽງຫວຽດນາມພາກພາສາລາວ ເວົ້າສະເພາະ. ອວຍພອນໃຫ້ພວກສະຫາຍ ປີໃຫມ່ມີໂຊກມີໄຊ ມີສຸຂະພາບເຂັ້ມແຂງ, ສຳເລັດຫນ້າທີ່ວຽກງານ ແລະ ອວຍພອນໃຫ້ຄອບຄົວບັນດາສະຫາຍຈົ່ງສົມບູນພູນສຸກ, ສະຫນຸກສະຫນານ ແລະໂດຍສະເພາະແມ່ນຂໍອວຍພອນໃຫ້ຄວາມສາມັກຄີລະຫວ່າງວິທະຍຸກະຈາຍຫວຽດນາມ ແລະ ວິທະຍຸກະຈາຍສຽງແຫ່ງຊາດລາວ ນັບມື້ນັບສະຫນິດຕິດພັນຢ່າງແຫນ້ນແຟ້ນກ່ວາ. ພວກເຮົາຂໍຂອບອົກຂອບໃຈຕໍ່ຄຳອວຍພອນຂອງທ່ານທອງວັນທີ່ໄດ້ສະຫງວນໃຫ້ແກ່ ວິທະຍຸກະຈາຍສຽງຫວຽດນາມ.
ໃນອາທິດຜ່ານມາ, ພວກຂ້າພະເຈົ້າກໍໄດ້ຮັບບັດອວຍພອນປີໃຫມ່ຈາກທ່ານ ບົວເງິນ ຊາພຸວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວລາວ, ທ່ານ ອີນປັນ ພະນັກງານພວມເຮັດວຽກຢູ່ວິທະຍຸກະຈາຍສຽງແຫ່ງຊາດລາວ ພ້ອມກັບຜູ້ຟັງຈຳນວນຫນຶ່ງ . ຂໍຂອບອົກຂອບໃຈພວກທ່ານທີ່ມີຄວາມເອົາໃຈໃສ່ເຖິງລາຍການ, ຫວັງວ່າ ໄລຍະຈະມາເຖິງ ພວກເຮົາຍັງຈະໄດ້ຮັບຄຳປະກອບຄຳຄິດຄຳເຫັນຈາກພວກທ່ານຫລາຍກວ່າອີກ.
ພວກເຮົາມີຄວາມປິຕິຊົມຊື່ນ ເພາະວ່າ ໃນໄລຍະຜ່ານໄດ້ຮັບຄຳປະກອບຄຳຄິດຄຳເຫັນຈາກຜູ້ຟັງຫລາຍທ່ານ, ໃນນັ້ນມີທ່ານ ຫງວຽນວັນເບົາ ອະດີດຜູ້ຊ່ຽວຊານການທະຫານຫວຽດນາມຢູ່ລາວ. ທ່ານເບົາໄດ້ເວົ້າວ່າ:
“ຂ້າພະເຈົ້າໄດ້ຮັບຟັງລາຍການພາກພາສາລາວເປັນປະຈຳ. ເນື້ອໃນຂອງລາຍການແມ່ນອຸດົມສົມບຸູນ ຂ້າພະເຈົ້າມັກຮັບຟັງຫລາຍ. ເປັນຕົ້ນແມ່ນລາຍການບ້ານນາຫວຽດນາມ. ຂ້າພະເຈົ້າດີໃຈຫລາຍ ເພາະວ່າ ປະຈຸບັນ ລາຍການພາກພາສາລາວໄດ້ມີຫນ້າແວບ. ເພື່ອນລາວທີ່ຂ້າພະເຈົ້າລື້ງເຄີຍ ໃຜໆກໍຕີລາຄາສູງ ກ່ຽວກັບລາຍການພາກພາສາລາວ ແລະ ຖືວ່າ ລາຍການ ແມ່ນຂົວເຊື່ອມຕໍ່ລະຫວ່າງ ຫວຽດນາມ ແລະ ລາວ, ປະກອບສ່ວນເພີ່ມພູນຄຸນສ້າງສາຍພົວພັນລະຫວ່າງສອງປະເທດ. ຂ້າພະເຈົ້າຮູ້ຈັກວ່າ ມີຫລາຍຄົນຮັບຟັງພາສາລາວໄດ້, ສະນັ້ນ ຂ້າພະເຈົ້າຈະແນະນຳ ລາຍການກະຈາຍສຽງພາກພາລາວໃຫ້ພວກເພື່ອນ ເພື່ອໃຫ້ທຸກຄົນຮູ້ຈັກເຖິງຊ່ອງຂໍ້ມູນທີ່ມີປະໂຫຍດນີ້.”
ຂໍຂອບອົກຂອບໃຈທ່ານຫງວຽນວັນເບົາ ໄດ້ມີຂໍ້ສັງເກດທີ່ປະໂຫຍດໃຫ້ແກ່່ລາຍການ ຫວັງວ່າ ທ່ານຈະສືບຕໍ່ຕິດຕາມ ແລະ ມີຄຳຄິດເຫັນປະກອບສ່ວນຢ່າງຕັ້ງຫນ້າໃຫ້ແກ່ລາຍການ.
ລາຍການຕອບຈົດໝາຍທ່ານຜູ້ຟັງຂອງພວກເຮົາຂໍຈົບລົງພຽງເທົ່ານີ້. ເຖິງວ່າ ເວລາບໍ່ມີຫລາຍ ແຕ່ພວກຂ້າພະເຈົ້າກໍພະຍາຍາມຕອບຄຳຖາມຂອງທ່ານຜູ້ຟັງຢ່າງວ່ອງໄວ ແລະ ຄົບຖ້ວນທີ່ສຸດ.
ທ່ານຜູ້ຟັງສາມາດຕິດຕໍ່ກັບພວກຂ້າພະເຈົ້າຜ່ານທີ່ຢູ່:
ວິທະຍຸກະຈາຍສຽງຫວຽດນາມ ພາກພາສາລາວ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ ຮ່າໂນ້ຍ. ໂທລະສັບ 0084.4.38256631. email: laovov@hotmail.com
ຂໍຂອບໃຈ.