ແນະ​ນຳ​ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ການ​ໄປ​ຕະຫຼາດ​ດ້ວຍ​ລະ​ຫັດ QR – Code ເພື່ອ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ນະ​ຄອນ ດ່າ​ໜັງ.

(VOVWORLD) -ພວກ້າພະເຈົ້າມີຄວາມຕິຊົມຊື່ນເມື່ອໄດ້ກັບມາພົບກັບທ່ານຜູ້ຟັງໃນລາຍການໂອ້ລົມກັບເພື່ອນລາວ ປະຈຳວັດພະຫັດ ອີກຕາມເຄີຍທ່ານຜູ້ຟັງທີ່ເຄົາລົບ, ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍຈຳນວນ 380 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 37 ປະເທດ ແລະ ເຂດແຄວ້ນໃນນັ້ນ ລາຍການພາກພາສາ ລາວ ໄດ້ຮັບຈົດໝາຍ 13 ສະບັບ. ຜູ້ຟັງສ່ວນຫຼາຍສົ່ງຄຳອວຍພອນຜົນສຳເລັດຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ ຫວຽດນາມ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021  2026. ນອກນັ້ນ, ຍັງຕັ້ງຄຳຖາມທີ່ກ່ຽວຂ້ອງເຖິງມາຕະການ ກໍຄືການເຄື່ອນໄຫວຕ່າງໆຂອງຫວຽດນາມ ໃນໄລຍະເກີດໂລກລະບາດໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້ພວກຂ້າພະເຈົ້າຂໍຄັດ

ດັ່ງທີ່ທຸກທ່ານໄດ້ຮູ້ແລ້ວວ່າ ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ຂອງ ຫວຽດນາມ ຖືກດຳເນີນໃນສະພາບການທີ່ໂລກລະບາດໂຄວິດ - 19 ໄດ້ແຜ່ລະບາດຮອບທີ 4 ດ້ວຍການຜັນແປທີ່ສັບສົນຫຼາຍຢ່າງ, ເຖິງຢ່າງໃດກໍຕາມ, ການເລືອກຕັ້ງໄດ້ດຳເນີນໄປດ້ວຍດີ, ມີຄວາມປອດໄພ, ຖືກຕ້ອງຕາມກົດໝາຍ ດ້ວຍຈຳນວນ 99,57% ຜູ້ມີສິດເລືອກຕັ້ງໄດ້ເຂົ້າຮ່ວມການປ່ອນບັດ. ໃນອາທິດຜ່ານມາ, ທ່ານຜູ້ຟັງຈາກຫຼາຍປະເທດໄດ້ສົ່ງຈົດໝາຍມາຍັງ VOV5 ໃນນັ້ນ ມີທ່ານ ຄຳພັນ, ທ່ານ ຈະເລີນສຸກ - ຜູ້ຟັງລາຍການພາກພາສາ ລາວ ພ້ອມດ້ວຍທ່ານຜູ້ຟັງຈຳນວນໜຶ່ງທີ່ມາຈາກ ກຳປູເຈຍ, ອິນເດຍ, ຈີນ, ແອັດສະປາຍ ໄດ້ເພື່ອສະແດງຄວາມປະທັບໃຈ ແລະ ສະແດງຄວາມປິຕິຊົມຊື່ນຕໍ່ຜົນສຳເລັດຂອງການເລືອກຕັ້ງດັ່ງກ່າວ.

ແນະ​ນຳ​ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ການ​ໄປ​ຕະຫຼາດ​ດ້ວຍ​ລະ​ຫັດ QR – Code ເພື່ອ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ນະ​ຄອນ ດ່າ​ໜັງ. - ảnh 1ພູດອຍພາກເໜືອ ຫວຽດນາມ ຂອງຊ່າງພາບ ໂດະທູກວຽນ 
ມີທ່ານຜູ້ຟັງຫຼາຍຄົນໄດ້ສະແດງຄວາມຈັບອົກຈັບໃຈເມື່ອຮັບຊົມບັນດາພາບຖ່າຍກ່ຽວກັບທິວທັດທຳມະຊາດຂອງ ຫວຽດນາມ ທີ່ໄດ້ເອົາລົງໃນເວັບໄຊ vovworld.vn. ພິເສດແມ່ນຕໍ່ໜ້າຄວາມງາມຂອງບັນດາໂນນພູຊາ ຢູ່ ລອງກົກ, ແຂວງ ຝຸທໍ້ ແລະ ນາຂັ້ນໄດຢູ່ເຂດພູດອຍພາກເໜືອ ຫວຽດນາມ ຂອງຊ່າງພາບ ໂດະທູກວຽນ, ທ່ານ Antonio Argolo ຢູ່ບຣາຊິນ ໄດ້ສະແດງຄວາມຄິດເຫັນ ມາວ່າ: ບັນດາພາບຖ່າຍເຫຼົ່າີ້ງາມຫຼາຍ! ນັກຮູບພາບ ໄດ້ກາຍເປັນຂົວຕໍ່ ເຊິ່ງ ຫວຽດນາມ ພວມຍາດແຍ່ງເພື່ອໂຄສະນາຄວາມງາມຂອງຕົນອອກສູ່ໂລກ. ຂອບໃຈ VOV5 ທີ່ໄດ້ແນະນຳບັນດາພາບຖ່າຍທີ່ສວຍງາມນີ້ສູ່ຜູ້ຊົມຄືພວກຂ້າພະເຈົ້າ”.

ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈມາຍັງທ່ານຜູ້ຟັງ, ຜູ້ອ່ານທຸກໆທ່ານທີ່ໄດ້ສົ່ງຈົດໝາຍມາອວຍພອນ ກໍຄືໃຫ້ຄຳຍ້ອງຍໍປະເທດ ຫວຽດນາມ ທີ່ສວຍງາມຂອງພວກຂ້າພະເຈົ້າ. ຫວຽດນາມ ຍັງມີທັດສະນີຍະພາບ ແລະ ສິ່ງທີ່ໜ້າຈັບອົກຈັບໃຈຫຼາຍຢ່າງທີ່ພວມລໍຖ້າຍິນດີຕ້ອນຮັບທ່ານຜູ້ຟັງມາຄົ້ນຫາ. VOV5 ຈະສືບຕໍ່ແນະນຳສິ່ງທີ່ໜ້າຈັບໃຈກ່ຽວກັບການທ່ອງທ່ຽວ, ປະເທດຊາດ, ຊາວ ຫວຽດນາມ ແລະ ບັນດາຂໍ້ມູນຂ່າວກ່ຽວກັບ ຫວຽດນາມ ແລະ ໂລກ ທີ່ເປັນປະໂຫຍດແກ່ທ່ານຜູ້ຟັງໃຫ້ຫຼາຍກວ່າອີກ ໃນໄລຍະຈະມາເຖິງ. ເພາະສະນັ້ນ, ທ່ານຢ່າລືມຕິດຕາມ ແລະ ສະໜັບສະໜູນພວກຂ້າພະເຈົ້າຜ່ານລາຍການທີ່ໄດ້ອອກອາກາດຜ່ານຄື້ນກະຈາຍສຽງ ແລະ ເວັບໄຊ vovworld.vn.

ຕໍ່ໄປນີ້, ພວກຂ້າພະເຈົ້າຈະສະຫງວນເວລາທີ່ຍັງເຫຼືອຂອງລາຍການທັງໝົດ ເພື່ອຕອບບັນດາຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.

ໃນອາທິດຜ່ານມາ, ເພື່ອນ ພອນຄຳ ສີສົມພັນ ເຊິ່ງເປັນແຟນລາຍການພາກພາສາລາວ ໄດ້ສົ່ງຂໍ້ຄວາມແບ່ງປັນກ່ຽວກັບສະພາບການໂລກລະບາດໂຄວິດ - 19 ຢູ່ ລາວ ຢ່າງເປັນປະຈຳ. ນອກຈາກນັ້ນ, ເພື່ອນກໍມີຄວາມສົນໃຈເຖິງການພັດທະນາວັກຊິນກັນພະຍາດໂຄວິດ - 19 Nano Covax ຂອງ ຫວຽດນາມ ແລະ ປາດຖະໜາວ່າ ທາງລາຍການຈະແບ່ງປັນຂໍ້ມູນເພີ່ມເຕີມກ່ຽວກັບວັກຊິນຊະນິດນີ້.

ເພື່ອນ ພອນຄຳ ສີສົມພັນ ພ້ອມດ້ວຍທ່ານຜູ້ຟັງ, ຜູ້ອ່ານທີ່ຮັກແພງ! ພ້ອມກັບວັກຊິນກັນພະຍາດໂຄວິດ - 19  ເປັນ 2 ຊະນິດ ໂດຍ ຫວຽດນາມ ຄົ້ນຄວ້າຄື ວັກຊິນ Covivac ແລະ Vabiotech Covid – 19 ນັ້ນ, ວັກຊິນ Nano Covax ຂອງບໍລິສັດ NANOGEN ແມ່ນວັກຊິນຊະນິດທຳອິດ ທີ່ໄດ້ຮັບການຄົ້ນຄວ້າ ແລະ ປັດຈຸບັນໄດ້ປະຕິບັດສໍາເລັດການສັກທົດລອງໄລຍະທີ 2 ແລ້ວ. ຜູ້ອາສາສະໝັກທັງໝົດທີ່ເຂົ້າຮ່ວມການສັກທົດລອງໃນໄລຍະທີ 2 ນີ້ ກໍ່ລ້ວນແຕ່ສ້າງພູມຕ້ານທານຕ້ານໄວຣັດໄດ້. ຄາດວ່າ, ຕົ້ນເດືອນມິຖຸນາປີ 2021 ນີ້ ຈະເລີ່ມດຳເນີນການສັກທົດລອງໄລຍະທີ 3 ເພື່ອແນໃສ່ຕີລາຄາປະສິດທິພາບການປ້ອງກັນຂອງວັກຊິນ Nano Covax ໃນຊຸມຊົນ, ໂດຍໄດ້ຜັນຂະຫຍາຍສັກທົດລອງຢູ່ຫຼາຍສູນ ແລະ ເປີດກວ້າງເປົ້າໝາຍ ກໍຄືຈຳນວນຕົວຢ່າງ, ໃນໄລຍະນີ້ຈະສັກ 25 mcg. ຄາດວ່າ, ທ້າຍເດືອນກັນຍາ, ເມື່ອໄລຍະທີ 3 ໄດ້ຮັບການປະຕິບັດຢ່າງສຳເລັດຜົນ, ຫວຽດນາມ ອາດຈະສາມາດຜະລິດວັກຊິນກັນພະຍາໂຄວິດ - 19 ຊະນິດທຳອິດຂອງຕົນ.

ຄຳຖາມຕໍ່ໄປແມ່ນມາຈາກທ່ານຜູ້ຟັງ Thach Saphia ຢູ່ ກຳປູເຈຍ. ເພື່ອນ Thach Saphia ຢາກໃຫ້ທາງລາຍການແນະນຳກ່ຽວກັບການຜັນຂະຫຍາຍການໄປຕະຫຼາດດ້ວຍລະຫັດ QR Code ເພື່ອຕ້ານໂລກລະບາດໂຄວິດ - 19 ຢູ່ ນະຄອນ ດ່າໜັງ.

ແນະ​ນຳ​ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ການ​ໄປ​ຕະຫຼາດ​ດ້ວຍ​ລະ​ຫັດ QR – Code ເພື່ອ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ນະ​ຄອນ ດ່າ​ໜັງ. - ảnh 2ຄະນະຈັດສັນຕະຫຼາດຈະນຳໃຊ້ໂປຼແກຼມ Eticket - Da Nang  scan ບັດ QR-Code
ໃນສະພາບການໂລກລະບາດພວມມີການຜັນແປຢ່າງສັບສົນຄືໃນປັດຈຸບັນ, ເພື່ອຈຳກັດການສຳຜັດ, ຄົ້ນຫາປະຫວັດການສຳຜັດໄດ້ໂດຍໄວ ແລະ ຄວບຄຸມຄົນເຂົ້າອອກຕະຫຼາດໄດ້ຢ່າງງ່າຍດາຍ, ຮັບໃຊ້ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ຢ່າງມີປະສິດທິຜົນກວ່ານັ້ນ, ພະແນກອຸດສາຫະກຳ ແລະ ການຄ້ານະຄອນ ດ່າໜັງ ໄດ້ສະເໜີໃຫ້ບັນດາອົງການ, ຫົວໜ່ວຍຈັດຕັ້ງຜັນຂະຫຍາຍການທົດລອງໂປແກມການໄປຕະຫຼາດໂດຍນຳໃຊ້ບັດ QR-Code ສຳລັບປະຊາຊົນໃນບໍລິເວນ 5 ຕາແສງ ຄື ຫ໋າຍເຈົາ 1, ຫາຍເຈົາ 2, ແທັງບິ່ງ, ທ້ວນເຟືອກ ແລະ ຮວ່າເກື່ອງນາມ ຢູ່ຕະຫຼາດ ດົ໊ງດາ, ຕະຫຼາດ ຮ່ານ,ຕະຫຼາດ ໂກ່ນ, ຕະຫຼາດ ຮວ່າເກື່ອງ. ຮູບແບບດັ່ງກ່າວໄດ້ເລີ່ມຜັນຂະຫຍາຍແຕ່ວັນທີ 24 ພຶດສະພາ. ໂດຍໄດ້ຮັບການປະຕິບັດຄືດັ່ງນີ້: ບັນດາຄອບຄົວ, ນັກຮຽນ, ນັກສຶກສາ ແລະ ຊາວຜູ້ອອກແຮງງານທີ່ພັກເຊົາຢູ່ໃນບໍລິເວນ 5 ຕາແສງດັ່ງກ່າວ ຈະໄດ້ຮັບບັດ QR-Code ເຊິ່ງສາມາດໃຊ້ໄປຕະຫຼາດໄດ້ 3 ມື້/ເທື່ອ. ເມື່ອໄປຮອດຕະຫຼາດ, ຄະນະຈັດສັນຕະຫຼາດຈະນຳໃຊ້ໂປຼແກຼມ Eticket - Da Nang ທີ່ໄດ້ຕິດຕັ້ງໃນໂທລະສັບມືຖື scan ບັດ QR-Code. ຫຼັງຈາກນັ້ນ ຂໍ້ມູນຂອງຜູ້ໄປຕະຫຼາດຈະໄດ້ອັບເດດໃສ່ລະບົບ eticket.danang.gov.vn ໂດຍພະແນກອຸດສາຫະກຳ ແລະ ການຄ້າ ຄຸ້ມຄອງ. ການປະຕິບັດລະບຽບການດັ່ງກ່າວ ໃຊ້ເວລາພຽງແຕ່ 25 ວິນາທີຕໍ່ຄົນຕໍ່ເທື່ອເທົ່ານັ້ນ. ຜູ້ນຳໃຊ້ຕີລາຕາວ່າ ໃນເບື້ອງຕົ້ນ ການນຳໃຊ້ບັດ QR-Code ເມື່ອໄປຕະຫຼາດນັ້ນ ມີຄວາມສະດວກ ແລະ ເປັນປະໂຫຍດຫຼາຍຢ່າງ, ສາມາດຄວບຄຸມກວດກາຄົນເຂົ້າອອກຕະຫຼາດໄດ້ຢ່າງວ່ອງໄວ, ຄວບຄຸມໄດ້ທັງຈຳນວນຄັ້ງ ແລະ ເວລາໄປຕະຫຼາດຂອງແຕ່ລະຄົນ ແລະ ຫຼຸດຜ່ອນສະພາບການເຕົ້າໂຮມກັນຫຼາຍຄົນຢູ່ຈຸດກວດກາ.
   ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະຕອບບາງຄຳຖາມຂອງຜູ້ຟັງ, ຜູ້ອ່ານບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີເມວlaovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ