ແນະ​ນຳ​ວັດ​ບາ​ວ່າງ, ແຂວງ ກວາງ​ນີງ

(VOVWORLD) -  ໃນອາທິດ, ພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 208 ສະບັບຈາກ 38 ປະເທດ ແລະ ເຂດແຄ້ວນໃນໂລກ. ໃນນັ້ນ, ພາກພາສາລາວ ໄດ້ຮັບຈົດໝາຍ, ອີແມວ 4 ສະບັບ. ເພື່ອນລາວ ມີຄວາມເອົາໃຈໃສ່ເຖິງທັດສະນີຍະພາບຂອງ ຫວຽດນາມ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງສົນໃຈ.

   ໃນອາທິດ, ເພື່ອນ ແສງອາລຸນ ໄດ້ສົ່ງຈົດໝາຍເຖິງລາຍການດ້ວຍເນື້ອໃນວ່າ: “ຂ້າພະເຈົ້ານິຍົມບັນດາພາບສາລະຄະດີຂອງພວກເພື່ອນຫຼາຍ. ພິເສດແມ່ນບັນດາລາຍການພາບສາລະຄະດີກ່ຽວກັບທະເລ, ໝູ່ເກາະ ຫວຽດນາມ ຍ້ອນປະເທດຂອງພວກຂ້າພະເຈົ້າບໍ່ມີທະເລ. ເວລາຜ່ານມາ, ຂ້າພະເຈົ້າໄດ້ຊົມພາບສາລະຄະດີ ກ່ຽວກັບການດຳລົງຊີວິດຂອງປະຊາຊົນ, ຊາວປະມົງຢູ່ທາງທິດຕາເວັນຕົກພາກໃຕ້. ບັນດາຮູບຖ່າຍກ່ຽວກັບທະເລກ້ວາງໃຫຍ່ໄພສານ, ກ່ຳປັ່ນໄປຫາປາ, ແມ່ຍິງ, ເດັກນ້ອຍດຳລົງຊີວິດ, ເຮັດວຽກ, ຫາເງິນລ້ຽງຊີບ, ບັນດາການເຄື່ອນໄຫວປະຈຳວັນ, ລຽບງ່າຍນັ້ນ ໄດ້ສ້າງເປັນພາບສີສັນຫຼາກຫຼາຍ ກ່ຽວກັບການດຳລົງຊີວິດລ້ຽບງ່າຍຂອງປະຊາຊົນຢູ່ແຫ່ງນີ້. ທະເລໄດ້ນຳມາໃຫ້ເຂົາເຈົ້າຊັບສິນ, ເງິນລ້ຽງຊີບ ແຕ່ບາງຄັ້ງບາງຄາວ, ທະເລກໍ່ໄດ້ຢຶດເອົາຊີວິດ ແລະ ຊັບສິນຂອງເຂົາເຈົ້າ. ເຖິງວ່າ ຈະປະສົບກັບຄວາມຫຍຸ້ງຍາກ, ລຳບາກຄືແນວໃດກໍ່ຕາມ ແຕ່ເຂົາເຈົ້າຍັງຄົງມີຄວາມຮັກອັນໃຫຍ່ຫຼວງຕໍ່ທະເລ… ຍາມໃດ ຂ້າພະເຈົ້າ ກໍ່ລໍຄອຍບັນດາພາບສາລະຄະດີຂອງພວກເພື່ອນ, ພິເສດແມ່ນບັນດາພາບສາລະຄະດີ ກ່ຽວກັບຊີວິດການເປັນຢູ່ລຽບງ່າຍຂອງປະຊາຊົນ ຫວຽດນາມ ຢູ່ທຸກໆແຖບຖິ່ນຂອງປະເທດຊາດ.”

        ຂອບໃຈເພື່ອນ ແສງອາລຸນ ຫຼາຍ, ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ຍ້ອນວ່າເພື່ອນໄດ້ນິຍົມພາບສາລະຄະດີ ແລະ ຝາກຈົດໝາຍປະກອບຄຳເຫັນໃຫ້ພວກຂ້າພະເຈົ້າ. ຫວັງວ່າ, ເພື່ອນຈະແນະນຳຄໍລຳພາບສາລະຄະດີເວົ້າສະເພາະ ແລະ ພາກພາສາລາວເວົ້າລວມເຖິງເພື່ອນມິດຂອງຕົນຫຼາຍກ່ວາ ເພື່ອໃຫ້ເຂົາເຈົ້າມີຄວາມເຂົ້າໃຈຕໍ່ການດຳລົງຊີວິດ ກໍ່ຄືບັນດາທັດສະນີຍະພາບຂອງ ຫວຽດນາມ.

ແນະ​ນຳ​ວັດ​ບາ​ວ່າງ, ແຂວງ ກວາງ​ນີງ - ảnh 1 ວັດ ບາວ່າງ

          ເພື່ອນ ລັດຕະລະວອນ, ຢູ່ແຂວງ ຫົວພັນ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: “ເວລາຜ່ານມາ, ມີເພື່ອນຂອງຂ້າພະເຈົ້າຜູ້ໜຶ່ງໄດ້ໄປທ່ອງທ່ຽວຢູ່ ຫວຽດນາມ ແລະ ໄດ້ເລົ່າໃຫ້ຂ້າພະເຈົ້າຟັງກ່ຽວກັບ ວັດ ບາວ່າງ, ແຂວງ ກວາງນີງ. ຜ່ານບັນດາຮູບທີ່ເພື່ອນຖ່າຍມານັ້ນ, ຂ້າພະເຈົ້າມີຄວາມປະທັບໃຈກ່ຽວກັບສະຖາປັດຕະຍາກຳຢູ່ວັດແຫ່ງນີ້ຫຼາຍ. ຂໍໃຫ້ບັນນາທິການພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ ແນະນຳກ່ຽວກັບວັດແຫ່ງດັ່ງກ່າວໃຫ້ຂ້າພະເຈົ້າໄດ້ບໍ່? ຂໍຂອບໃຈ.”

        ເພື່ອນ ລັດຕະລະວອນ ທີ່ຮັກແພງ, ວັດ ບາວ່າງ ຕັ້ງຢູ່ຫຼັງພູ ແທ່ງດັ໋ງ, ວັດຍັງມີຊື່ວ່າ ວັດ ບ໋າວກວາງ. ວັດໄດ້ຮັບການກໍ່ສ້າງໃນຄວາມສູງ 340 ແມັດ ໃນເຂດພື້ນທີ່ສວຍງາມທີ່ສຸດຢູ່ທິດຕາເວັນຕົກນະຄອນ ອວງບີ໋, ທາງໜ້າແມ່ນ ແມ່ນ້ຳ ແບກດັ່ງ, ເມື່ອເບິ່ງໄປໄກແມ່ນນະຄອນທ່າກ່ຳປັ່ນ ຫາຍຟ່ອງ, ໄກກ່ວານັ້ນອີກຫນ້ອຍໜຶ່ງແມ່ນທະເລ ໂດ່ເຊີນ. ເບື້ອງຊ້າຍມື້ແມ່ນສາຍພູ ແທງລອງ ທີ່ສະຫຼັບຊັບຊ້ອນ, ຢູ່ເບື້ອງຂວາມື ແມ່ນສາຍພູ ແບກໂຫ ໃຫຍ່ໂຕມະໂຫຖານ. ຕາມເນື້ອໃນທີ່ໄດ້ຄວັດໃສ່ແມ່ນບູຊານ້ອຍດ້ວຍຫີນຢູ່ປະຕູວັດນັ້ນ ໄດ້ດ້ວຍເນື້ອໃນທີ່ມີ ວັດໄດ້ຮັບການກໍ່ສ້າງໃນປີ ລະກາ (ປີ 1706). ແຕ່ເຖິງຢ່າງໃດກໍ່ຕາມ, ເມື່ອອີງໃສ່ບັນດາຮ່ອງຮອຍປະຫວັດສາດເຊິ່ງນັກຂຸດຄົ້ນບູຮານເດີມຂຸດມາໄດ້ ສາມາດພິສູດວ່າ ວັດແຫ່ງນີ້ອາດຈະໄດ້ຮັບການກໍ່ສ້າງກ່ອນນັ້ນຫຼາຍປີ, ໃນສະໄໝພະລາດຊະວົງເຈີ່ນ, ໝາຍຄວາມວ່າໃນສະຕະວັດທີ 13. ມາຮອດປະຈຸບັນ, ວັດເກົ່າພຽງແຕ່ແມ່ນບັນດາຮ່ອງຮອຍເທົ່ານັ້ນ. ບັນດາວັດຖຸພັນເດີມທີ່ຍັງເຫຼືອຂອງວັດ ບາວ່າງ ເປັນໜ້າສົນໃຈທີ່ສຸດແມ່ນບັນດາວັດຖຸພັນດ້ວຍຫີນ, ເຊິ່ງລວມມີ: ແຜ່ນສີລາ, ເຕົ່າ 2 ໂຕ ແລະ ບ່ອນບູຊານ້ອຍດ້ວຍຫີນ. ເພື່ອເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳປະຫວັດສາດ, ວັດໄດ້ຮັບການບູລະນະປະຕິສັງຂອນຢ່າງລຽນຕິດ. ໃນເບື້ອງຕົ້ນ, ວັດໄດ້ຮັບການກໍ່ສ້າງດ້ວຍໄມ້. ຮອດປີ 1993, ວັດໄດ້ຮັບການກໍ່ສ້າງຄືນໃໝ່ດ້ວຍ ຊີມັງ. ຮອດປີ 2011, ອີກຄັ້ງໜຶ່ງ, ວັດໄດ້ເລີ່ມລົງມືກໍ່ສ້າງເປັນຄັ້ງທີ 4 ດ້ວຍຂອບຂະໜາດໃຫຍ່ ໃນເນື້ອທີ່ທັງໝົດ 3.500 ຕາລາງແມັດ. ພາຍຫຼັງກໍ່ສ້າງເປັນເວລາ 3 ປີ, ວັດໄດ້ກໍ່ສ້າງສຳເລັດບາງກິດຈະກຳ. ວັນທີ 9 ມີນາ 2014, ວັດ ບາວ່າງ ໄດ້ຈັດຕັ້ງພິທີເປີດສະຫຼອງ ແລະ ໄດ້ຮັບໃບຢັ້ງຢືນສະຖິຕິ “ວັດຕັ້ງຢູ່ເທິງພູມີອາຮາມໃຫຍ່ສຸດຢູ່ ອິນດູຈີນ”.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ຊົມທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ ແລະ ຮັບຟັງລາຍການໂດຍກົງ ຜ່ານຊອບແວ VOV ມີເດຍໃນໂທລະສັບມືຖື ແລະ ໄອແພັດ.

ຕອບກັບ

ຂ່າວ/ບົດ​ອື່ນ