ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວ ສືບຕໍ່ໄດ້ຮັບຈົດໝາຍ, ອິແມວ ແລະ ໂທລະສັບຈາກຜູ້ຟັງລາວຫຼາຍຄົນ.ໃນລາຍການພາກນີ້,ພວກເຮົາຄັດສະເຫນີເນື້ອໃນຈົດໝາຍບາງສະບັບ ແລະ ຕອບບາງຄຳຖາມ ຊື່ງຜູ້ຟັງສ່ົງເຖິງລາຍການໃນອາທິດຜ່ານມາ.
ອ່າວ ຮ້າລອງ
ພາບ:internet
|
ທ່ານ ວັນດີ ຢູ່ ແຂວງ ບໍລິຄຳໄຊ ສົ່ງຈົດໝາຍມາຍັງລາຍການໂດຍເວົ້າວ່າ: ຂ້າພະເຈົ້າ ເຄີຍຕິດຕາມຂ່າວໃນຫນ້າເວັບ vovwolrd.vn ຂອງວິທະຍຸກະຈາຍສຽງຫວຽດນາມ. ລາຍການຂ່າວຂອງວິທະຍຸກະຈາຍສຽງຫວຽດນາມ ແມ່ນອຸດົມສົມບູນ, ອັບເດດ ແລະ ພິເສດແມ່ນສ່ອງແສງບັນດາເຫດການຮ້ອນເຮັ່ງໃນໂລກຢ່າງທັນການ. ນອກນັ້ນ ຂ້າພະເຈົ້າກໍເຄີຍເຂົ້າອ່ານຄໍລຳຕ່າງໆຄື: ວັດທະນະທຳຫວຽດນາມ, ຄົ້ນຫາຫວຽດນາມ, ສີສັນ 54 ຊົນເຜົ່າ, ຊົນນະບົດໃຫມ່… ໃນນັ້ນ ຂ້າພະເຈົ້າມັກທີ່ສຸດແມ່ນລາຍການຄົ້ນຫາຫວຽດນາມ. ຜ່ານລາຍການນີ້, ຂ້າພະເຈົ້າໄດ້ຮູ້ຈັກເຖິງຫລາຍເຂດແຄ້ວນ, ເຂດປູຊະນີຍະສະຖານປະຫວັດສາດວັດທະນະທຳ, ທັດສະນີຍະພາບທີ່ລືຊື່ຫລາຍແຫ່ງຢູ່ຫວຽດນາມ ຊື່ງແມ່ນບັນດາແຫ່ງທີ່ຂ້າພະເຈົ້າບໍ່ທັນມີໂອກາດໄດ້ມາຢ້ຽມຢາມເທື່ອ.
ໃນຈົດໝາຍສົ່ງເຖິງລາຍການ, ທ່ານ ຄຳພັນ ຢູ່ ວຽງຈັນ ເວົ້າວ່າ: ຜ່ານໄລຍະຫນຶ່ງທີ່ ຕິດຕາມລາຍການພາກພາສາລາວ, ຂ້າພະເຈົ້າໄດ້ຮັບຊົມຮູບພາບກ່ຽວກັບບັນດາໝູ່ບ້ານອາຊີບຫັດຖະກຳຫລາຍແຫ່ງຂອງຫວຽດນາມ ທີ່ສ້າງຄວາມປະທັບໃຈທີ່ສຸດ. ຂ້າພະເຈົ້າຢາກຮູ້ວ່າ ປະຈຸບັນ ນະຄອນຮ່າໂນ້ຍ ມີ ໝູ່ບ້ານອາຊີບຫັດຖະກຳເທົ່າໃດແຫ່ງ ແລະ ການເຄື່ອນໄຫວຂອງບັນດາໝູ່ບ້ານເຫຼົ່ານັ້ນຄືແນວໃດ?.
ທ່ານຄຳພັນທີ່ຮັກແພງ! ປະຈຸບັນ ຢູ່ຮ່າໂນ້ຍ ມີໝູ່ບ້ານອາຊີບຫັດຖະກຳກວ່າ 200 ແຫ່ງ ດ້ວຍ 47 ອາຊີບ(ໃນຍອດຈຳນວນ 52 ອາຊີບໃນທົ່ວປະເທດ) ຄື: ໝູ່ບ້ານຜະລິດເຂົ້າປຸ້ນ ຟູໂດ, ໝູ່ບ້ານຕຳ່ແຜ່ນ ຈຽວຄຸກ, ໝູ່ບ້ານຜະລິດເຄື່ອງເຟນີເຈີ ທຽດອືງ, ໝູ່ບ້ານຜະລິດເຄື່ອງດົນຕີພື້ນເມືອງ ດາວຊາ, ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ບາດຈາງ,ໝູ່ບ້ານແພໄຫມ ຫວ້ານຟຸກ… ແລະສ່ວນຫລາຍແມ່ນເຕົ້າໂຮມຢູ່ບາງເມືອງຊານກຳແພງນະຄອນຮ່າໂນ້ຍ ຄື: ຟູຊວຽນ, ເທື່ອງຕີນ, ເຈືອງໝີ, ອືງຮ່ວາ, ແທງອວາຍ. ໝູ່ບ້ານອາຊີບຫັດຖະກຳມີອາຍຸຢ່າງຫນ້ອຍສຸດ 50 ປີ. ບາງໝູ່ບ້ານອາຊີບໄດ້ມີອາຍຸ 500-700 ປີ; ໝູ່ບ້ານຜະລິດເຄ່ືອງປັ້ນດິນເຜົາ ບາດຈ່າງ ມີອາຍຸເກືອບ 500 ປີ. ບັນດາໝູ່ບ້ານເຫຼົ່ານີ້ ປະຈຸບັນ ຍັງຄົງຮັກສາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອ, ມີຜະລິດຕະພັນຫລາຍຢ່າງຈະແຈ້ງຈຸດວັດທະນະທຳຂອງຊາດຢ່າງຈະແຈ້ງໃນແຕ່ລະໄລຍະສ້າງສາ ແລະ ປົກປັກຮັກສາປະເທດຊາດ. ໝູ່ບ້ານອາຊີບຫັດຖະກຳ ຮ່າໂນ້ຍ ໄດ້ປະກອບສ່ວນໃນການແກ້ໄຂວຽກເຮັດງານທຳໃຫ້ແກ່ຄົນງານກວ່າ 740.000 ຄົນ(ກວມເອົາ 65% ຈຳນວນພົນລະເມືອງຢູ່ເຂດຊົນນະບົດ ແລະ 42% ຍອດຄົນງານໃນເຂດອຸດສາຫະກຳ-ອຸດສາຫະກຳນ້ອຍຢູ່ຮ່າໂນ້ຍ). ລາຍຮັບສະເລ່ຍຂອງຄົນງານບັນລຸ ປະມານ 2 ລ້ານດົງ/ເດືອນ. ການພັດທະນາຂອງໝູ່ບ້ານອາຊີບ ໄດ້ປະກອບສ່ວນເພີ່ມອັດຕາສ່ວນຂະແຫນງອຸດສາຫະກຳ, ການຄ້າ ຂຶ້ນເຖິງ 80%, ກວມເອົາ 10% ຍອດມູນຄ່າການຜະລິດອຸດສາຫະກຳ-ອຸດສາຫະກຳນ້ອຍຂອງນະຄອນຫລວງ.
ຖ້ຳ ຊືງຊົດ ຢູ່ ຮ້າລອງ
ພາບ: internet |
ໃນອິແມວສົ່ງເຖິງລາຍການໃນອາທິດຜ່ານມາ, ທ່ານ ພອນທະວີ ຢູ່ ແຂວງ ຫົວພັນ ເວົ້າວ່າ: ໃນຍາມພັກແລ້ງປີນີ້ ຂ້າພະເຈົ້າຢາກພາຄອບຄົວໄປທ່ອງທ່ຽວຢູ່ຫວຽດນາມ, ແລະ ສະຖານທີ່ຂ້າພະເຈົ້າເລືອກເຟັ້ນນັ້ນແມ່ນ ອ່າວຮ້າລອງ. ເພື່ອກະກຽມໃຫ້ແກ່ລາຍການທ່ອງທ່ຽວຂອງຕົນ, ຂ້າພະເຈົ້າຢາກຊອກຮູ້ຂໍ້ມູນຂ່າວສານກ່ຽວກັບອ່າວຮ້າລອງ, ຫວັງວ່າ ພວກອ້າຍເອື້ອຍໃນລາຍການພາກພາສາລາວຊ່ວຍຂ້າພະເຈົ້າແດ່.
ທ່ານພອນທະວີ ທີ່ຮັກແພງ! ອ່າວຮ້າລອງ ຖືກຕັ້ງຢູ່ເຂດຕາເວັນອອກສຽງເຫນືອຫວຽດນາມ, ແມ່ນສ່ວນຫນຶ່ງທາງທິດຕາເວັນຕົກອ່າວພາກເຫນືອ. ອ່າວຮ້າລອງ ມີ ເນື້ອທີ່ທັງໝົດ1553 ກິໂລຕາແມັດ, ຊື່ງລວມມີເກາະໃຫຍ່ນ້ອຍ 1969 ແຫ່ງ, ໃນນັ້ນ 989 ແຫ່ງຖືກຕັ້ງຊື່ແລ້ວ ແລະ 980 ແຫ່ງບໍ່ທັນຕັ້ງຊື່. ອ່າວຮ້າລອງ ແມ່ນມໍລະດົກທີ່ເປັນເອກະລັກສະເພາະ ມີຮ່ອງຮອຍສຳຄັນຫລາຍຢ່າງຂອງວິວັດທະນາການສ້າງຕັ້ງ ແລະ ພັດທະນາປະຫວັດສາດຫນ່ວຍພິພົບ ພ້ອມທັງແມ່ນຜະລິດຕະພັນສິລະປະປະຕິມາກຳອັນຍິ່ງໃຫຍ່ຂອງທຳມະຊາດ ດ້ວຍການປະກົດອອກຂອງຖ້ຳຫລາຍແຫ່ງຢ່າງມະຫັດສະຈັນ, ທັງມີຊີວິດຊີວາ ທັງເລິກລັບ. ຄຽງຄູ່ກັນນັ້ນ ອ່າວຮ້າລອງ ຍັງແມ່ນສະຖານທີ່ເຕົ້າໂຮມຊີວະນາໆພັນ ດ້ວຍລະບົບຊີວະນາໆພັນທີ່ພົ້ນເດັ່ນຫລາຍຢ່າງ ພ້ອມກັບສັດສາວາສິ່ງນັບພັນໆຊະນິດ. ຢູ່ທີ່ນີ້ ຍັງຕິດພັນກັບບັນດາຄຸນຄ່າວັດທະນະທຳ ປະຫວັດສາດອັນສະຫງ່າອົງອາດຂອງຊາດຫວຽດນາມ. ເມື່ອມາຢ້ຽມຢາມອ່າວຮ້າລອງ ນັກທ່ອງທ່ຽວ ບໍ່ພຽງແຕ່ໄດ້ຮັບຊົມສິ່ງມະຫັດສະຈັນຂອງໂລກເທົ່ານັ້ນ ຫາກຍັງຢ້ຽມຢາມພິພິດທະພັນທໍລະນີສາດອັນລ້ຳຄ່າຊ່ືງໄດ້ຮັບການຮັກສາຢູ່ກາງແຈ້ງເຖິງ 300 ປີອີກດ້ວຍ.
ລາຍການພາກພາສາລາວ ຂອບອົກຂອບໃຈພວກທ່ານທີ່ໄດ້ຍາດເວລາຕິດຕາມ, ສົ່ງຈົດໝາຍປະກອບຄຳເຫັນເຖິງລາຍການ. ຫວັງວ່າ ໃນໄລຍະຈະມາເຖິງ, ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍມາຍັງລາຍການນັບມື້ນັບຫລາຍກວ່າ. ຂໍອວຍພອນທ່ານຜູ້ຟັງທຸກຄົນມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດໃນວຽກງານຂອງຕົນ.
ທ່ານສາມາດຮັບຟັງ ແລະ ຊົມລາຍການຜ່ານຫນ້າເວັບ vovworld.vn ຫລື vov5.vn ແລະ ຢ່າລືມສົ່ງຈົດໝາຍໃຫ້ພວກຂ້າພະເຈົ້າໂດຍຈ່າຫນ້າຊອງວ່າ:
ລາຍການພາກພາສາລາວ- ວິທະຍຸກະຈາຍສຽງຫວຽດນາມ
45 Ba Trieu, Ha Noi, ຫລືສົ່ງຈົດໝາຍທາງອິແມວ ດ້ວຍລະຫັດ laovov@yahoo.com ຫລືໂທລະສັບ ຕາມເບີ 0084438256631.