ໂດຍສະເຫລີມສະຫລອງ 55 ປີແຫ່ງວັນວິນາດສະກຳທາດພິດສີສົ້ມຢູ່ຫວຽດນາມ (10/8/1961-10/8/2016), ຕອນເຊົ້າວັນທີ 3/8 ຫໍພິພັນທະພັນ ປະຫວັດສາດການທະຫານຫວຽດນາມ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນຫວຽດນາມ, ເຫລົ່າທັບເຄມີ ແລະ ຫໍສະຫມຸດກອງທັບ ສົມທົບກັນຈັດຕັ້ງງານວາງສະແດງຫົວເລື່ອງສະເພາະ “ສີສົ້ມ-ມະໂນທຳ-ຍຸຕິທຳ”. ງານວາງສະແດງໄດ້ ວາງສະແດງ 400 ຮູບພາບ, ເອກະສານ, ວັດຖຸພັນ ກ່ຽວກັບ ວິນາດສະກຳ, ຄວາມມານະພະຍາຍາມແກ້ໄຂຜົນຮ້າຍຢ້ອນຫລັງ, ຄວາມເມດຕາປານີ ແລະ ຄວາມໄຝ່ຝັນບືນຕົວຂຶ້ນ.
|
|
|
|
ຈຸດປະສົງຂອງງານວາງສະແດງຄັ້ງນີ້ ແມ່ນກ່າວປະນາມໂທດກຳ ຊື່ງຈັກກະພັດອາເມລິກາໄດ້ກໍ່ຂຶ້ນສົງຄາມຮຸກຮານຫວຽດນາມ, ພິເສດ ແມ່ນສົງຄາມເຄມີໄດ້ກໍ່ຄວາມເຈັບປວດໃຫ້ລຸ້ນຄົນຕ່າງໆຂອງຊາວຫວຽດນາມ. ຜ່ານການຈັດຕັ້ງງານວາງສະແດງປາດຖະຫນາຢາກບັນດາອົງການ, ສ່ວນບຸກຄົນ, ນັບທັງວົງຄະນາຍາດ ຈົ່ງຮ່ວມແຮງຮ່ວມໃຈເພື່ອແກ້ໄຂຜົນຮ້າຍຢ້ອນຫລັງຈາກທາດພິດສີ ສົ້ມ ພ້ອມທັງອອກສຽງສະຫນັບສະຫນູນ, ຕໍ່ສູ້ທວງເອົາຄວາມຍຸຕິທຳໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍຈາກ ທາດພິດສີສົ້ມດີໂອຊີນຫວຽດນາມ.
ທ່ານ ເລືອງວັນຊວນ, ມີລູກ 3 ຄົນ, ທັງ 3 ຄົນລ້ວນແຕ່ຖືກຜົນສະທ້ອນຈາກ ທາດພິດສີສົ້ມ
|
ແຕ່ຄາວກຳເນີດ, ຮ່ວາຍ ບໍ່ມີທັງ ມື ແລະ ຕີນ, ນ້ອງຈະດຳລົງຊີວິດຄືແນວໃດ |
ການລ້າງທາດພິດຢູ່ສະໜາມບິນ ດ່ານັ້ງ
ແຂກສາກົນຍາມໃດກໍ່ເອົາໃຈໃສ່ເຖິງບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ
ບັນດາການເຄື່ອນໄຫວເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ