ຮູບພາບທີ່ປະທັບໃຈຂອງການນຳກູບາ Fidel Castro
Trung Hiếu/VOV.VN -  
(vovworld) – ວັນທີ 26/11, ໂທລະພາບແຫ່ງລັດ ກູບາ ໄດ້ໃຫ້ຂ່າວວ່າ ການນຳປະຕິວັດຂອງປະເທດນີ້ ທ່ານ Fidel Castro ໄດ້ເຖິງແກ່ມໍລະນະກຳ, ມີອາຍຸຍືນ 90 ປີ. ຜູ້ນຳກູບາ Fidel Castro ເກີດວັນທີ 13/8/1926. ເພີ່ນເປັນນັກປະຕິວັດຜູ້ຍິ່ງໃຫຍ່, ເປັນຜູ້ປິຊາສາມາດທີ່ສຸດຂອງສັດຕະວັດທີ 20. ເພີ່ນເປັນຜູ້ເຮັດໃຫ້ຊື່ສຽງຂອງປະເທດ ກູບາ ເຂົ້າໜ້າປະຫວັດສາດມວນມະນຸດ ດ້ວຍການປະຕິບັດໂຄ່ນລົ້ມລະບອບຜະເດັດການ, ນຳພາປະເທດ ກາຣີເບ ນີ້ໄປເຖິງເສັ້ນທາງເອກະລາດຄືທຸກວັນນີ້. ເພີ່ມເຄີຍດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ກູບາ ເມື່ອປີ 1959 ຫາປີ 1976 ແລະ ຫຼັງຈາກນັ້ນເປັນປະທານປະເທດ ກູບາ ຮອດປີ 2008. ເພີ່ມກໍ່ເປັນເລຂາທິການຜູ້ທີໜຶ່ງຂອງພັກກອມມູນິດ ກູບາ ໃນໄລຍະ 1965 – 2011.
ປະຊາຊົນ ຫວຽດນາມ ບໍ່ມີວັນທີ່ຈະຫຼົງລື່ມເລື່ອງທ່ານ Fidel Castro ເປັນປະມຸກລັດຜູ້ທຳອິດ ແລະ ມີພຽງຄົນດຽວມາຢ້ຽມຢາມເຂດປົດປ່ອຍຢູ່ແຂວງ ກວາງຈີ້, ໃນຈຸດເວລາທີ່ການສູ້ຮົບຍັງຄົງດູເດືອດເມື່ອເດືອນ 9/1973, ຕາມຂໍ້ສະເໜີຂອງເພີ່ນເອງ. ນ້ຳໃຈພິລະອາດຫານຂອງເພີ່ນໄດ້ສ້າງຄວາມດຶງດູດໃຈຢ່າງແຮງຂອງ Fidel Castro ເວົ້າສະເພາະ ແລະ ຂອງການປະຕິວັດ ກູບາ ເວົ້າລວມໃນໂລກ, ພິເສດແມ່ນພາກພື້ນ ອາເມລິກາ ລາຕີງ.
ຮູບທ່ານ Fidel Castro ປີ 1945
|
Fidel Castro ແລະ ນ້ອງຊາຍ Raul Castro (ຊ້າຍ) ເຄື່ອນໄຫວປະຕິວັດເມື່ປີ 1957.
|
ທ່ານ Fidel ກ່າວຄຳເຫັນຕໍ່ມະຫາຊົນເມື່ອ ເດືອນ 1/1959.
|
Castro ປີ 1959.
|
ການນຳ ກູບາ ແລະ ການນຳ ໂຊວຽດ ໃນວັນທີ 20/9/1960.
|
Trung Hiếu/VOV.VN