(VOVWORLD) - ຂ້າພະເຈົ້າໄດ້ໄປປະຕິບັດງານຢູ່ທົ່ວທຸກແຂວງໃນປະເທດລາວ ແລະ ຂ້າພະເຈົ້າຮູ້ສຶກໄດ້ເຖິງນ້ຳໃຈພິເສດຂອງປະຊາຊົນລາວທີ່ສະຫງວນໃຫ້ແກ່ ຫວຽດນາມ. ເມື່ອໂອ້ລົມກັບໃຜ, ເຂົາກໍ່ໄດ້ເຕື້ອງເຖິງອະນຸສອນຕ່າງໆ, ຜູ້ເຖົ້າຜູ້ແກ່ໄດ້ຢ້ຳຄືນບັນດາອະນຸສອນໃນໄລຍະສົງຄາມ...
60 ປີໄດ້ຜ່ານໄປນັບແຕ່ເມື່ອສອງປະເທດ ຫວຽດນາມ - ລາວ ສ້າງຕັ້ງການພົວພັນທາງການທູດ (5 ກັນຍາ 1962 – 5 ກັນຍາ 2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື (18 ກໍລະກົດ 1977 – 18 ກໍລະກົດ 2022), ມີຫຼາຍຜົນງານ ແລະ ຂີດໝາຍທີ່ສອງປະເທດບັນລຸໄດ້. ເນື່ອງໃນໂອກາດນີ້, ຢ້ຽວຮົ່ງ, ນັກຂ່າວ VOV5 ມີບົດສຳພາດທ່ານ ຫງວຽນແມ້ງຮູ່ງ, ອະດີດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ (ເດືອນທັນວາ 2012 – ເດືອນທັນວາ 2016) ກ່ຽວກັບບັນດາການປະກອບສ່ວນຂອງທ່ານທີ່ມີຕໍ່ບັນດາຜົນງານນັ້ນ. ເຊີນທ່ານຕິດຕາມຮັບຟັງ.
ນັກຂ່າວ: ຂໍຮຽນທ່ານ, ຂໍທ່ານໃຫ້ຮູ້ບັນດາຄວາມຮູ້ສຶກເມື່ອມາຮັບດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ?
ທ່ານ ຫງວຽນແມ້ງຮູ່ງ: ຂ້າພະເຈົ້າໄດ້ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ນັບແຕ່ເດືອນ ທັນວາ ປີ 2012, ນີ້ກໍ່ແມ່ນປີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ - ລາວ ແລະ ພັກ, ລັດ ສອງປະເທດກໍ່ໄດ້ຖືປີນີ້ເປັນປີສາມັກຄີ. ເມື່ອຂ້າພະເຈົ້າໄປປະຕິບັດໜ້າທີ່ຢູ່ລາວໃນໄລຍະນັ້ນ, ສິ່ງທີ່ເຮັດໃຫ້ຂ້າພະເຈົ້າມີຄວາມສຸກທີ່ສຸດນັ້ນແມ່ນໄດ້ສືບທອດມູນເຊື້ອມິດຕະພາບ, ສືບທອດການພົວພັນສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານເຊິ່ງລຸ້ນກ່ອນໆຖ່າຍທອດມາໃຫ້. ຂ້າພະເຈົ້າຖືວ່າ, ນັ້ນແມ່ນຊັບສົມບັດອັນລ້ຳຄ່າເພື່ອໃຫ້ຂ້າພະເຈົ້າຜັນຂະຫຍາຍ, ປະຕິບັດສຳເລັດໜ້າທີ່ເຊິ່ງພັກ, ລັດ ແລະ ປະຊາຊົນໄດ້ມອບໝາຍໃຫ້.
ໃນໄລຍະປະຕິບັດໜ້າທີ່ເປັນເວລາ 4 ປີຢູ່ ສປປ ລາວ (ຄືແຕ່ປີ 2012 ຫາປີ 2016),
ນັກຂ່າວ VOV5 ກັບທ່ານ ອະດີດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນແມ້ງຮູ່ງ
|
, ອະນຸສອນທີ່ໄດ້ພ້ອມກັບທະຫານ ຫວຽດນາມ ຂັບໄລ່ສັດຕູຜູ້ຮຸກຮານ, ຈາກໄລຍະຕໍ່ຕ້ານລ່າເມືອງຂຶ້ນຝຣັ່ງ ຕະຫຼອດຮອດຈັກກະພັດ ອາເມລິກາ. ບັນດາຜູ້ອາຍຸໄວກາງໄດ້ເວົ້າເຖິງເວລາຮ່ຳຮຽນຢູ່ ຫວຽດນາມ ຄືແນວໃດ, ບັນດາຄອບຄົວ, ຊາວ ຫວຽດນາມ ເບິ່ງແຍງດູແລຄືແນວໃດ.
ເຖິງວ່າ ການລົງທຶນຂອງ ຫວຽດນາມ ເຂົ້າ ລາວ ບໍ່ແມ່ນຢືນອັນດັບໜຶ່ງ ແຕ່ໃນຫົວໃຈຂອງຊາວ ລາວ, ຍາມໃດ ຫວຽດນາມ ກໍ່ຢືນຢູ່ແຖວໜ້າ, ອັນດັບຕົ້ນ, ນີ້ແມ່ນຊັບສົມບັດອັນລ້ຳຄ່າເຊິ່ງພວກເຮົາຕ້ອງເຄົາລົບນັບຖື ແລະ ເພີ່ມພູນຄູນສ້າງ.
ນັກຂ່າວ: ໃນອາຍຸການເປັນເອກອັກຄະລັດຖະທູດຂອງຕົນ, ທ່ານໄດ້ໄປປະຕິບັດງານຢູ່ຫຼາຍເຂດພາກ ແລະ ພົບປະກັບຫຼາຍຄົນ, ທ່ານມີອະນຸສອນໃດ ແລະ ຜູ້ໃດໄດ້ສ້າງຄວາມປະທັບໃຈໃຫ້ທ່ານຫຼາຍທີ່ສຸດ?
ທ່ານ ຫງວຽນແມ້ງຮູ່ງ: ອະນຸສອນທີ່ຂ້າພະເຈົ້າບໍ່ອາດຫຼົງລື່ມໄດ້ນັ້ນແມ່ນກ່ຽວກັບການເຕົ້າໂຮມອັດຖິທະຫານອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ ສປປ ລາວ. ສອງຝ່າຍໄດ້ສ້າງຕັ້ງຄະນະປະຕິບັດງານພິເສດຂອງລັດຖະບານເພື່ອຜັນຂະຫຍາຍວຽກງານນີ້. ເມື່ອເຮົາໄດ້ແຈ້ງກັບຝ່າຍລາວກ່ຽວກັບແຜນນະໂຍບາຍນີ້ ເພື່ອໃຫ້ສອງຝ່າຍພ້ອມກັນດຳເນີນການເຕົ້າໂຮມອັດຖິ, ຄາວນັ້ນ, ທ່ານ ບຸນຍັງ ວໍລະຈິດ, ເວລານັ້ນເປັນເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ໄດ້ລົມກັບຂ້າພະເຈົ້າວ່າ “ພວກຂ້າພະເຈົ້າເຂົ້າໃຈຄວາມຫວັງຂອງຊາວ ຫວຽດນາມ, ຂອງຜູ້ເປັນພໍ່, ເປັນແມ່, ຢາກສົ່ງອັດຖິລູກຫຼານຕົນກັບເມືອບ້ານເກີດເມືອງນອນ, ປະເທດຊາດ ແຕ່ ພວກຂ້າພະເຈົ້າກໍ່ມີຄວາມປາດຖະໜາວ່າ ອັດຖິຂອງບັນດານັກຮົບອາສາສະໝັກ ຫວຽດນາມ ຈະຢູ່ປະເທດລາວຄືເກົ່າ, ຍ້ອນວ່າບັນດານັກຮົບຢູ່ນີ້ຈະພ້ອມກັບພວກເຮົາປົກປັກຮັກສາປະເທດລາວ”.
ໃນເວລາຂ້າພະເຈົ້າໄປຢາມແຂວງ ບໍ່ແກ້ວ, ເມື່ອລໍຖ້າເຮືອບັກ ຂ້າພະເຈົ້າໄດ້ແວ່ເຂົ້າຮ້ານກິນນ້ຳ ແລະ ໂອ້ລົມກັບເຈົ້າຂອງຮ້ານແມ່ຜູ້ໜຶ່ງ. ເມື່ອປ້າຮູ້ຂ້າພະເຈົ້າເປັນຄົນ ຫວຽດນາມ ຈຶ່ງເວົ້າວ່າ: “ກ່ອນນີ້ຂ້າພະເຈົ້າໄດ້ດຳລົງຊີວິດນຳທະຫານ ຫວຽດນາມ, ພ້ອມກັບທະຫານ ຫວຽດນາມ ຕໍ່ສູ້ຕ້ານສັດຕູ ດັ່ງນັ້ນຈຶ່ງຮູ້ພາສາ ຫວຽດ. ຂ້າພະເຈົ້າຮັກແພງຄົນ ຫວຽດນາມ ຫຼາຍ, ມື້ນີ້ໄດ້ພົບປະ, ລົມນຳທ່ານ ແລະ ທ່ານກໍແມ່ນທ່ານທູດ. ດັ່ງນັ້ນ, ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ”. ນີ້ແມ່ນນ້ຳໃຈຮັກແພງທີ່ສຸດ, ເປັນພຽງປະຊາຊົນຂາຍນ້ຳຢູ່ທ່າເຮືອເທົ່ານັ້ນແຕ່ກໍ່ຮູ້ພາສາ ຫວຽດ ແລະ ສະແດງຄວາມຮັກແພງອັນລ້ຳຄ່າ, ສິ່ງນັ້ນ, ເຮັດໃຫ້ຂ້າພະເຈົ້າຕື້ນຕັນໃຈຫຼາຍ.
ທ່ານອະດີດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນແມ້ງຮູ່ງ
|
ນັກຂ່າວ: ທ່ານຈະໃຊ້ຄຳສັບໃດເພື່ອພັນລະນາການພົວພັນລະຫວ່າງ ຫວຽດນາມ - ລາວ?
ທ່ານ ຫງວຽນແມ້ງຮູ່ງ: ຖ້າແມ່ນຄຳໜຶ່ງສັ້ນໆຈະແມ່ນ “ນ້ຳໃຈຮັກແພງ”. ຍ້ອນວ່າ, ຂ້າພະເຈົ້າກໍໄດ້ເຮັດວຽກກ່ຽວກັບການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດໃນໂລກ, ແຕ່ນ້ຳໃຈຮັກແພງລະຫວ່າງ ຫວຽດນາມ - ລາວ ແມ່ນບໍ່ມີຫຍັງສາມາດປຽບໄດ້. ໃນນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດນັ້ນແມ່ນນ້ຳໃຈຮັກແພງ. ນ້ຳໃຈຮັກແພງທີ່ສອງປະເທດສະຫງວນໃຫ້ກັນ. ໂດຍອີງໃສ່ຄຳຮັກແພງນັ້ນ, ໃນເວລາທີ່ປະສົບກັບຄວາມຫຍຸ້ງຍາກລຳບາກທີ່ສຸດ ພວກເຮົາກໍ່ຮຽງບ່າຮຽງໄຫຼ່ນຳກັນ ແລະ ຕອນທີ່ມີຄວາມສຸກທີ່ສຸດພວກເຮົາກໍ່ຢູ່ຄຽງຂ້າງກັນ.
ນັກຂ່າວ: ປະຈຸບັນ, ໃນຖານະເປັນອະດີດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ນັ້ນ, ທ່ານຍັງມີບັນດາການປະກອບສ່ວນຫຍັງແດ່ເພື່ອເພີ່ມພູນຄູນສ້າງການພົວພັນລະຫວ່າງ ສອງປະເທດ? ຂໍຮຽນທ່ານ?
ທ່ານ ຫງວຽນແມ້ງຮູ່ງ: ພາຍຫຼັງສິ້ນສຸດອາຍຸການການທູດຢູ່ ສປປ ລາວ, ຂ້າພະເຈົ້າໄດ້ພັກບຳນານ, ປະຈຸບັນ, ຂ້າພະເຈົ້າຮັກສາຕຳແໜ່ງເປັນຮອງປະທານສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ, ໜຶ່ງໃນບັນດາການເຄື່ອນໄຫວຂອງຂ້າພະເຈົ້າແມ່ນໜູນຊ່ວຍຮັດແໜ້ນນ້ຳໃຈສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ. ນອກຈາກນັ້ນ, ຂ້າພະເຈົ້າກໍເປັນປະທານສູນຄົ້ນຄ້ວາຍຸດທະສາດ ແລະ ພັດທະນາການພົວພັນສາກົນ, ດັ່ງນັ້ນ ຈິ່ງມີການພົວພັນກັບນັກຮຽນຮູ້ຢູ່ປະເທດຕ່າງໆຫຼາຍທ່ານ. ເມື່ອເຂົາມາເຮັດວຽກກັບພວກຂ້າພະເຈົ້າ, ພວກເຂົາກໍມີຄວາມສົນໃຈຕໍ່ການພັດທະນາການພົວພັນກັບລາວ. ເວລາເຮັດວຽກ, ຂ້າພະເຈົ້າກໍ່ແນະນຳວ່າຂ້າພະເຈົ້າແມ່ນອະດີດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ແລະ ເຂົາກໍ່ຂໍຄຳປຶກສານຳຂ້າພະເຈົ້າກ່ຽວກັບບັນຫາເພີ່ມທະວີການຮ່ວມມືກັບລາວໃຫ້ບັນລຸປະສິດທິຜົນ. ບັນດາຄຳເຫັນນັ້ນ, ຂ້າພະເຈົ້າຫວັງວ່າຈະຊ່ວຍໃນການພັດທະນາປະເທດລາວ. ເຊິ່ງການພັດທະນາຂອງລາວກໍ່ແມ່ນການພັດທະນາຂອງ ຫວຽດນາມ. ຄວາມສະຖຽນລະພາບ, ການພັດທະນາຂອງລາວ ແມ່ນມີຄວາມຈຳເປັນຕໍ່ກັບ ຫວຽດນາມ, ຍາມໃດ ຫວຽດນາມ ກໍ່ປາດຖະໜາສິ່ງດັ່ງກ່າວນັ້ນ.
ຂໍຂອບໃຈທ່ານຫຼາຍໆ