10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2013


​ເຫດການ​ທີ 1: ​ທ່າ​ອ່ຽງ​ໄກ່​ເກ່ຍ ​ແລະ ປະ​ນິປະນອມ​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ.

       ກຸ່ມ P5+1 (​ເຊິ່ງລວມມີ 5 ປະ​ເທດປະຈຳ​ສະພາ​ຄວາມ​ໝັ້ນຄົງ ສປຊ ​ແລະ ​ເຢັຍລະ​ມັນ) ບັນລຸ​ໄດ້​ຂໍ້​ຕົກລົງ​ກັບ​ອີ​ຮານ ກ່ຽວ​ກັບ​​ເລື່ອງ​ຈຳກັດ​​ໂຄງການນິວຄະ​ເລຍຂອງ​ປະ​ເທດ​ນີ້, ຕາມ​ນັ້ນ​ແລ້ວ, ​ເຕ​ເຮຣານ ​ໃຫ້​ຄຳ​ໝັ້ນ​ສັນຍາ​ບໍ່​ເສີມ​ທາດ ຢູຣານຽມ ສູງ​ກວ່າ​ລະດັບ 5% ​ໃນ​ເດືອນ  6. ຢູ່​ຊີຣີ, ລັດ​ເຊຍ​ສະ​ເໜີ​ໃຫ້​ຊີຣີ ມອບ ​ແລະ ລົບ​ລ້າງ​ສາງ​ອາວຸດ​ເຄມີ, ເພື່ອ​ແກ້​ໄຂ​ໃຫ້ການ​ບຸກ​ໂຈມ​ຕີ​ດ້ານ​ການ​ທະຫານ​ຂອງ​ອາ​ເມ​ລິ​ກາ​ໃສ່​ຊີຣີ. ບັນດາ​ຂໍ້​ຕົກລົງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ທ່າ​ອ່ຽວ​ໄກ່​ເກ່ຍ ​ແລະ ປະ​ນິປະນອມ​ຂອງ​ບັນດາ​ປະ​ເທດ​ໃຫຍ່​ໃນ​ບັນຫາ​ສາກົນ ​ເພື່ອ​ສຸມ​ໃສ່​ແກ້​ໄຂ​ບັນດາ​ວຽກ​ງານ​ພາຍ​ໃນ.

10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2013 - ảnh 1

ຜູ້​ຕາງ​ໜ້າ​ຂອງ​ອີ​ຮານ ແລະ ກຸ່ມ P5+1 ​ພາຍຫຼັງ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ກ່ຽວ​ກັບ​ໂຄງ​ການ​ນິວ​ຄະ​ເລຍ
(ພາບ: AFP/TTXVN)

       ​ເຫດການ​ທີ 2: ວິ​ກິດ​ການ​ການ​ທູດ​ສາກົນ​ຍ້ອນ​ລາຍການ​ສອດ​ແນມ PRISM ຂອງ​ອາ​ເມ​ລິ​ກາ

       ​ເລື່ອງ​ເປີດ​ຄວາມ​ລັບ​ຂອງອະ​ດີດ​ເຈົ້າ​ໜ້າ​ທີ່​ສືບລາຊະການ​ລັບອາ​ເມ​ລິ​ກາ Edward Snowden ກ່ຽວກັບ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ​ໃນ​ການລັກ​ຟັງ​ໂທລະສັບນັບ​ລ້ານ​ຄັ້ງ ​ແລະ ລັກ​ເບິ່ງ​ອີ​ເມ​ວຂອງ​ຫຼາຍ​ຄົນ, ​ໃນ​ນັ້ນ​ມີ​ການ​ນຳ​ຫຼາຍ​ທ່ານ​ຂອງ​ບັນດາ​ປະ​ເທດ​ພັນທະ​ມິດ, ອັນ​ໄດ້​ເຮັດ​ໃຫ້​ລັດຖະບານ​ອາ​ເມ​ລິ​ກາ​ ຖືກ​ໂລກ, ນັບ​ທັງຫາງ​ສຽງ​ອາ​ເມ​ລິ​ກາ​ຕຳ​ໜິຕິຕຽນ ​ແລະ ກ່າວ​ປະນາມ​ຢ່າງ​​ແຮງ. ປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama ຕ້ອງອອກ​ຄຳ​ສັ່ງ​ພິຈາລະນາ​ເລື່ອງ​ປະຕິ​ຮູບ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ອາ​ເມ​ລິ​ກາ.

10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2013 - ảnh 2

ອະ​ດີດ​ເຈົ້າ​ໜ້າ​ທີ່​ສືບລາຊະການ​ລັບອາ​ເມ​ລິ​ກາ Edward Snowden
(ພາບ: ອິນ​ເຕີ​ແນດ)

       ​ເຫດການ​ທີ 3: ປະທານາທິບໍດີ Nelson Mandela ​ຄົນຜີວ​ໜັງ​ຜູ້ທຳ​ອິດ​ຂອງ​ອາ​ຟະ​ລິ​ກາ​ໃຕ້, ​ເຖິງ​ແກ່​ມໍລະນະ​ກຳ​, ລວມອາຍຸ 95 ປີ.

        ປະທານາທິບໍດີ Nelson Mandela, ການ​ນຳ​ຜູ້​ປີ​ຊາ​ສາມາດ​ຂອງ​ປະຊາຊົນ​ອາ​ຟະ​ລິ​ກາ​ໃຕ້, ໄດ້​ອຸ​ທິດ​ຕະຫຼອດ​ຊີວິດ​ຂອງ​ຕົນເພື່ອ​ຕໍ່ສູ້​​ຕ້ານການກົດ​ຂີ່​ຂູດ​ຮີດ, ຄວາມ​ບໍ່​ຍຸຕິ​ທຳ ​ແລະ ລັດທິ Aparteid, ​ເພື່ອ​ຄວາມ​ເສລີ, ຍຸຕິ​ທຳ, ຄວາມ​ສະ​ເໝີ​ພາບ ​ແລະ ຄວາມ​ກ້າວໜ້າ​ສັງຄົມຂອງ​ປະຊາຊົນ​ອາ​ຟະ​ລິ​ກາ​ໃຕ້ ​ແລະ ປະຊາຊົນ​ໂລກ, ​​ເພິ່ນໄດ້​ເຖິງ​ແກ່​ມໍລະນະ​ກຳ​, ລວມ​ອາຍຸ 95 ປີ. ທ່ານ​ໄດ້​ຮັບ​ຄວາມ​ເຄົາລົບ​ນັບຖື ​ແລະ ຄວາມ​ນິຍົມ​ຈາກ​ປະຊາຊົນ​ພາຍ​ໃນ​ປະ​ເທດ ​ແລະ ທົ່ວໂລກ.

10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2013 - ảnh 3

ປະທານາທິບໍດີ Nelson Mandela
(ພາບ: ອິນ​ເຕີ​ແນດ)

        ​ເຫດການ​ທີ 4: ​ພະ​ຄາ​ດິ​ນັນ Jorge Mario Bergoglio ຄົນ​ອັກ​ຊັງ​ຕີນ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສັນຕະປາປາ ດ້ວຍ​ນາມ​ວ່າ Francis.

       ສັນຕະປາປາ Francis ​ໄດ້​ຮັບ​ເລືອກ​ເປັນ​ຜູ້ສືບ​ທອດສັນຕະປາປາ Benedict XVI. ນີ້​ເປັນ​ເທື່ອ​ທຳ​ອິດ​ໃນ​ປະຫວັດສາດຄິດ​ທະ​ສາສະໜາ, ມີ​ຊາວ​ອາ​ເມ​ລິ​ກາ​ລາ​ຕິນ ຜູ້​ໜຶ່ງ​ໄດ້​ຮັບ​ເລືອກ​ເປັນ​ສັນຕະປາປາ. ສັນຕະປາປາ Francis ​ໄດ້ຮັບ​ການ​ຕີ​ລາຄາ​ວ່າ ​ແມ່ນ​ຜູ້​ຄ່ຽມຄົມ, ​ເອົາ​ໃຈ​ໃສ່​ເຖິງ​ຜູ້​ທຸກຍາກ, ​ຍາມ​ໃດ​ກໍ່ພ້ອມ​ແລ້ວ​ທີ່​ຈະ​ເຈລະຈາ​ກັບ​ກຸ່ມ​ປະຊາ​ຄົມ​ທີ່​ມີ​ແນວ​ຄິດ, ມີ​ຕົ້ນ​ກຳ​ເນີ​ດ ​ແລະ ຄວາມ​ເຊື່ອ​ໝັ້ນ​ຕ່າງ​ກັນ.

10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2013 - ảnh 4

ສັນຕະປາປາ Francis

(ພາບ: ອິນ​ເຕີ​ແນດ)

        ​ເຫດການ​ທີ 5: ຈີນ​ສ້າງ​ເຂດ​ປ້ອງ​ກັນ​ອາກາດ ADIZ, ​ເຮັດ​ໃຫ້​ພາກ​ພື້ນ ​ແລະ ສາກົນ​ຄັດ​ຄ້ານ​ຢ່າງ​ແຮງ.

        ​ເຂດ​ປ້ອງ​ກັນ​ອາກາດ​ໂດຍ​ຈີນ​ສ້າງ​ຂຶ້ນ​ແຕ່​ຝ່າຍ​ດຽວ ​ໄດ້​ປົກ​ຄຸມ​ໝູ່​ເກາະ​ແຊນ​ກາ​ກື​/ ຕຽວອີ້  ​ເຊິ່ງຍີ່ປຸ່ນພວມ​ຄຸ້ມ​ຄອງ ​ແລະ ກາຍ​ກອງທັງ​ເຂດ​ປ້ອງ​ກັນ​ອາກາດ​ຂອງ ສ​ເກົາຫຼີ ​ໃນ​ທະ​ເລຈີນ​ຕາ​ເວັນ​ອອກ, ສິ່ງ​ດ່ັງກ່າວ​ສະ​ແດງ​ໃຫ້​ເຫັນວ່າ, ​ການ​ພິພາດ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ບໍ່ພຽງແຕ່ເກີດ​ຂຶ້ນບົນທະເລເທົ່ານັ້ນ, ຫາກ​ຍັງ​ຢູ່ເຂດນານຟ້າອີກດ້ວຍ. ຍີ່ປຸ່ນ, ສ​ເກົາຫຼີ, ອາ​ເມ​ລິ​ກາ ​ແລະ ຫຼາຍ​ປະ​ເທດ​ໄດ້​ອອກສຽງ​ຄັດຄ້ານ​ການ​ກະທຳ​ຂອງ​ຈີນ​ຢ່າງ​ແຮງ.

10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2013 - ảnh 5

ຈີນ​ສ້າງ​ເຂດ​ປ້ອງ​ກັນ​ອາກາດ ADIZ
(ພາບ: ອິນ​ເຕີ​ແນດ)

        ​ເຫດການ​ທີ 6: ຂາດ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ.

        ຢູ່​ໄທ, ການ​ແຫ່​ຂະ​ບວນປະ​ທ້ວງ​ໂດຍ​ຝ່າຍ​ຄ້ານ​ຈັດ​ຕັ້ງ ພາຍຫຼັງ​ລັດຖະບານ​ສະ​ເໜີ​ຮັບຮອງ​ເອົາ​ຮ່າງກົດໝາຍອະ​ໄພ​ຍະ​ໂທດ, ​ໄດ້​ສົ່ງ​ຜົນ​ສະທ້ອນ​ຢ່າງ​ຮ້າຍ​ແຮງ​ເຖິງ​ຊີວິດ​ສັງຄົມ. ທ່ານ​ນາງ​ນາຍົກລັດຖະມົນຕີ​ໄທ ຍິງຣັກ ຊິນນະ​ວັດ ຕ້ອງ​ຖະ​ແຫຼ​ງຍຸບ​ເລີກ​ສະພາແຫ່ງຊາດ ແລະ ຈັດການເລືອກຕັ້ງກ່ອນກຳນົດເວລາໃນ ຕົ້ນປີ 2014. ຢູ່ກຳປູເຈຍ, ພັກກູ້ໄພແ່ງຊາດກຳປູເຈຍ ສືບຕໍ່ປະຕິເສດສະພາແຫ່ງ ຊາດ​ໃໝ່ ​ໂດຍ​ພັກ​ປະຊາຊົນ​ກຳປູ​ເຈຍ ກຳ​ອຳນາດ​ກວມ​ທີ່​ນັ່ງ​ສ່ວນ​ຫຼາຍ. ປະ​ເທດ ຢູ​ແກຼນ ກໍ່​ຕົກ​ເຂົ້າ​ສູ່​ສະພາບ​ວິ​ກິດ​ການ ຍ້ອນ​ຝ່າຍ​ຄ້ານ​​ໄດ້ປຸກລະດົມ​ການ​ແຫ່​ຂະ​ບວນຄັດຄ້ານ​ເລື່ອງ​​ລັດຖະບານ​​ຕົກລົງ​ຖອນ​ອອກ​ຈາກ​ຂໍ້​ຕົກລົງ​ຮ່ວມ​ສຳພັນ​ກັບ​ອີ​ຢູ.

10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2013 - ảnh 6

ການ​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ໄທພາຍຫຼັງ​ລັດຖະບານ​ສະ​ເໜີ​ຮັບຮອງ​ເອົາ​ຮ່າງກົດໝາຍອະ​ໄພ​ຍະ​ໂທດ

(ພາບ: ອິນ​ເຕີ​ແນດ)

        ເຫດ​ການ​ທີ 7: ບັນ​ດາ​ອົງ​ການ​ກໍ່​ການ​ຮ້າຍ​ຫົວ​ຮຸ​ນ​ແຮງ​ເປີດກວ້າງ​ສະ​ຖານ​ທີ່​ເຄື່ອນ​ໄຫວ​ຢູ່​ທະ​ວີບ​ອາ​ຟະ​ລິ​ກາ.

        ລັດ​ທິ​ຫົວ​ຮຸນ​ແຮງ​ພວມ​ສ້າງ​ຂຶ້ຶ້ນ​ຢູ່ອາ​ຟະ​ລິ​ກາ ດ້ວຍ​ການ​ກໍ​ການ​ຮ້າຍຫຼາຍ​ຄັ້ງ​ຢູ່​ໂຊ​ມາ​ລີ, ນີ​ເຊ​ຮີ, ມາ​ລີ, ອານ​ເຊ​ຮີ, ພິ​ເສດ​ເຫດ​ຈັບ​ຕົວ​ປະ​ກັນ​ຢູ່​ສູນ​ການ​ຄ້າ ​ ເອັດ​ເກັດ (wesgate) ຢູ່​ນະ​ຄອນຫຼວງ ນາຍ​ໂຣ​ບີ ຂອງ​ກີ​ເນຍ, ເຮັດ​ໃຫ້ 62 ຄົນ​ເສຍ​ຊີ​ວິດ ແລະ ປະ​ມານ 200 ຄົນ​ຖືກ​ບາດ​ເຈບ. ​ເຫດ​ການນີ້​​ສະ​ແດງ​ໃຫ້​ເຫັນລັກ​ສະ​ນະ​ຮ້າຍ​ແຮງ ແລະ ຂະ​ໜາດ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ​ທີ່​ໂຫດ​ຮ້າຍ​ສາ​ມານ​ຂອງ​ກຸ່ມ​ມື​ປືນ​ອິດ​ສະ​ລາມ​ໂຊ​ມາ​ລີ ​ທີ່​ກ່ຽວ​ຂ້ອງ​ເຖິງ​ອານ​ເກ​ດາ.

10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2013 - ảnh 7


ການ​ກໍ່​ການ​ຮ້າຍ​ເກີດ​ຂຶ້ນ​ຢູ່​ໂຊ​ມາ​ລີ

(ພາບ: ອິນ​ເຕີ​ແນດ)

       ເຫດ​ການ​ທີ 8: ຊາ​ອຸ​ດີ  ອາ​ຣາ​ບີ ປະ​ຕິ​ເສດ​ທີ່​ນັ່ງ​ກຳ​ມະ​ການ​ບໍ່​ປະ​ຈຳ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ (ສ​ປ​ຊ)

        ນີ້​ແມ່ນ​ສິ່ງ​ທີ່​ບໍ່​ເຄີຍ​ມີ​ໃນ​ປະ​ຫວັດ​ສາດ ສ​ປ​ຊ. ການ​ກະ​ທຳ​ຂອງ​ຊາ​ອຸ​ດີ ອາ​ຣາ​ບີ ແມ່ນ​ເພື່ອ​ຄັດ​ຄ້ານ​ວິ​ທີ​ແກ້​ໄຂ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ ທີ່​ມີ​ຕໍ່​ວິ​ກິດ​ການ​ຢູ່​ຊີ​ຮີ ແລະ ການ​ປະ​ທະ​ກັນ​ລະ​ຫວ່າງ​ອິດ​ສະ​ຣາ​ແອນ - ປາ​ແລດ​ສະ​ຕີນ. ແຕ່ຕາມ​ວົງ​ການ​ນັກ​ໄຈ​້ແຍກ​ແລ້ວ, ຂໍ້​ຕົກ​ລົງ​ຂອງ​ຊາ​ອຸ​ດີ ອາ​ຣາ​ບີ ແມ່ນ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ທ່າ​ທີ​ຂອງ​ປະ​ເທດນີ້​ທີ່​ມີ​ຕໍ່​ນະ​ໂຍ​ບາຍ​ເຊິ່ງ​ອາ​ເມ​ລິ​ການຳ​ໃຊ້​ເມື່ອ​ແກ້ໄຂ​ບັນ​ດາ​ບັນ​ຫາ​ຢູ່​ຕາ​ເວັນ​ອອກ​ກາງ, ຫາກ​ບໍ່​ແມ່ນ​ກັບ ສ​ປ​ຊ.

10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2013 - ảnh 8

ຊາ​ອຸ​ດີ  ອາ​ຣາ​ບີ ປະ​ຕິ​ເສດ​ທີ່​ນັ່ງ​ກຳ​ມະ​ການ​ບໍ່​ປະ​ຈຳ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສ​ປ​ຊ

(ພາບ: ອິນ​ເຕີ​ແນດ)

       ເຫດ​ການ​ທີ 9:ອົງ​ການ​ການ​ຄ້າ​ໂລກ WTO ບັນ​ລຸ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ການ​ເຈ​ລະ​ຈາ​ການ​ຄ້າ​ທົ່ວ​ໂລກ

        ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຂອງ WTO ບັນ​ລຸ​ໄດ້ ”ຂໍ້​ຕົກ​ລົງ​ບາ​ລີ​ຢ່າງ​ຄົບ​ຖ້ວນ”, ເປີດ​ແງ່​ຫວັງ​ແກ້ສະ​ພາບ​ບໍ່​ມີ​ທາງ​ອອກ​ຂອງ​ການ​ເຈ​ລະ​ຈາ​ໂດ​ຮາ ກ່ຽວ​ກັບ​ການ​ຄ້າ​ເສ​ລີ​ທົ່ວ​ໂລກ ເຊິ່ງ​ເລີ່ມ​ເຄື່ອນ​ໄຫວ​ແ​ຕ່​ປີ 2001. ຂໍ້​ຕົກ​ລົງ​ບາ​ລີ ລວມ​ມີ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ ດ້ວຍ​ເລື່ອງ​ຫັນລະ​ບຽບ​ການ​​ພາ​ສີເປັນ​ງ່າຍ​ດາຍ ແລະ ລົບ​ລ້າງ​ຮົ້ວ​ກ​ີດ​ຂວາງ​ດ້ານ​ການ​ຄ້າ. ຄາດ​ວ່າ, ຖ້າ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ຄົບ​ຖ້ວນ, ບັນ​ດາ​ມາດ​ຕະ​ການ​ດ້ານ​ພາ​ສີ​ສຳ​ຄັນ​ໃນ​ຂອບ​ເຂດ​ຂໍ້​ຕົກ​ລົງ​ອາດ​ຈະ​ເພີ່ມ​ເງິນ​ປະ​ມານ 1000 ໂດ​ລາ​ສະ​ຫະ​ລັດ​ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ​ທົ່ວ​ໂລກ ແລະ ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ຜູ້​ອອກ​ແຮງ​ງານ​ປະ​ມານ 21 ລ້ານ​ຄົນ.

10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2013 - ảnh 9

ອົງ​ການ​ການ​ຄ້າ​ໂລກ WTO ບັນ​ລຸ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ການ​ເຈ​ລະ​ຈາ​ການ​ຄ້າ​ທົ່ວ​ໂລກ

(ພາບ: ອິນ​ເຕີ​ແນດ)

       ເຫດ​ການ​ທີ 10: ພາ​ຍຸ Haiyan ພັດ​ເຂົ້າ​ຟີ​ລິບ​ປິນ, ເຮັດ​ໃຫ້​ 7000 ກວ່າ​ຄົນ​ເສຍ​ຊີ​ວິດ

        Haiyan ແມ່ນ​ໜຶ່ງ​ໃນ​ບັນ​ດາພາ​ຍຸ​ລູກໃຫ​ຍ່ກວ່າ​ໝູ່​ໃນ​ປະ​ຫວັດ​ສາດ, ມີ​ລະ​ດັບ​ແຮງ​ລົມ​ສະ​ເລ່ຍ​ແມ່ນກວ່າ 300 ກມ/ຊົ່ວ​ໂມງ,ໄດ້ທຳ​ລາຍຫຼາຍ​ແຂວງ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ຟີ​ລິບ​ປິນ, ເຮັດ​ໃຫ້​ກວ່າ 7 ພັນ​ຄົນ​ເສຍ​ຊີ​ວິດ ແລະ ເກືອບ 2 ລ້ານ​ຄົນ​ຕົດ​ເຂົ້າ​ສູ່​ສະ​ພາບນອນ​ກາງ​ດິນ ກິນ​ກາງ​ຊາຍ​. ນີ້​ແມ່ນ​ປະ​ກົດ​ການ​ດິນ​ຟ້າ​ອາ​ກາດ​ບໍ່​ດີ​ພວມ​ສົ່ງ​ຜົນ​ສະ​ທ້ອນ​ຢ່າງ​ຮ້າຍ​ແຮງ​ເຖິງ​ໂລກ​ຂອງ​ພວກ​ເຮົາ. ໃນ​ຂະ​ນະ​ນັ້ນ, ກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ປ່ຽນ​ແປງ​​ດິນ​ຟ້າ​ອາ​ກາດຂອງ ສ​ປ​ຊ ບໍ່​ບັນ​ລຸ​ໄດ້​ບາດ​ກ້າວ​ບຸກ​ທະ​ລຸ​ໃດໆ ພຽງ​​ແຕ່ບັນ​ລຸ​ໄດ້ຫຼັກ​ການ​ຈຳ​ນວນ​ໜຶ່ງ​ໃນ​ການຫຼຸດ​ຜ່ອນການ​ປ່ອຍອາຍ​ແອສ​ເຮືອນ​ແກ້ວ​ລົງເທົ່າ​ນັ້ນ.

10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2013 - ảnh 10

ພາ​ຍຸ Haiyan ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ໃຫ້​ຟີ​ລິບ​ປິນ

(ພາບ: ອິນ​ເຕີ​ແນດ)


ຕອບກັບ

ຂ່າວ/ບົດ​ອື່ນ