IPU – 132 ຫັນບັນດາຄາດໝາຍພັດທະນາໝັ້ນຄົງໃຫ້ປະກົດຜົນເປັນຈິງ


(vovworld) - ດ້ວຍ​ຫົວ​ຂໍ້ “ບັນດາ​ຄາດໝາຍ​ພັດທະນາ​ຢ່າງ​ໝັ້ນຄົງ, ຫັນ​ຄຳ​ເວົ້າ​ເປັນ​ການ​ກະທຳ​ຕົວ​ຈິງ“ ກອງ​ປະຊຸມ​ໃຫຍ່ IPU – 132 ​ໂດຍ​ຫວຽດນາມ​ ເປັນ​ເຈົ້າພາບ​ຈັດ​ຕັ້ງ​ແຕ່​ວັນ​ທີ 28/3-1/4,  ຈະ​ກາຍ​ເປັນ​ເວທີ​ປາ​ໄສ​ສຳຄັນ, ຊ່ວຍ​ເພີ່ມ​ທະວີ​ສຽງ​ເວົ້າ​ຂອງ​ລັດຖະສະພາ​ໃນ​ການ​ປະຕິບັດ​ບັນດາ​ຄາດໝາຍ​ພັດທະນາ​ສາກົນ. ໝາກຜົນ​ຂອງ IPU – 132 ກໍ່​ແມ່ນ​ພື້ນຖານ​ເພື່ອ​ໃຫ້​ສະມັດຊາ​ໃຫຍ່ ສະຫະ​ປະຊາ​ຊາດ​ພິຈາລະນາ, ປຶກສາ​ຫາລື ​ແລະ ຕົກລົງ​ກ່ຽວ​ກັບ​ການວາງ​ຄາດໝາຍ​ພັດທະນາ​ຢ່າງ​ໝັ້ນຄົງ​ຫຼັງ​ປີ 2015.

IPU – 132 ຫັນບັນດາຄາດໝາຍພັດທະນາໝັ້ນຄົງໃຫ້ປະກົດຜົນເປັນຈິງ - ảnh 1
ທ່ານ Saber Chowdhury, ປະ​ທານ IPU ອວຍ​ພອນ
​ທ່ານ​ຫງວຽນ​ຊິງ​ຮຸ່ງ, ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ,
 ປະ​ທານ IPU-132
ພາບ:anninhthudo.vn

        ​ໂດຍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ແຕ່​ປີ 1889, IPU ​ແມ່ນ​ອົງການ​ຈັດ​ຕັ້ງສາກົນ, ​​ເຊິ່ງເຕົ້າ​ໂຮມ​ລັດຖະສະພາ​ບັນດາ​ປະ​ເທດ​ທີ່​ມີ​ອະທິປະ​ໄຕ. ຈຸດໝາຍ, ​ຄະຕິ​ທຳ​ຂອງ IPU ​ແມ່ນ​ເພື່ອ​ສັນຕິພາບ​, ຄວາມ​ສະ​ເໝີ​ພາບ, ຄວາມ​ເມດ​ຕາ, ​ເຄົາລົບ​ ​ແລະ ປົກ​ປ້ອງ​ສິດທິ​ມະນຸດ, ສິດ​ຂອງ​ຊາດ, ສິດ​ເສລີ ​ແລະ ສິດ​ໄດ້​ຊົມ​ໃຊ້​ຄວາມ​ຜາ​ສຸກ. ດ້ວຍ 166 ລັດຖະສະພາສະມາຊິກ ​ແລະ 10 ລັດຖະສະພາສະມາຊິກ​ຮ່ວມ​ສຳພັນ, ປະຈຸ​ບັນ, IPU ​ແມ່ນ​ສູນ​ແຫ່ງ​ການ​ເຄື່ອນ​ໄຫວ​ການ​ທູດ​ລັດຖະສະພາ​ສາກົນ, ​ເພື່ອ​ສັນຕິພາບ, ປະຊາທິປະ​ໄຕ, ການ​ຮ່ວມ​ມື​ລະຫວ່າງ​ປະຊາ​ຊາດ ​ແລະ ລັດຖະສະພາ​ປະ​ເທດ​ຕ່າງໆ

        ຫວຽດນາມ​ເຊີດ​ຊູ​ຄັນ​ທຸງ​ສາມັກຄີ, ສັນຕິພາບ

        ຈຸດໝາຍ, ​ຄະຕິ​ທຳ​​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ IPU ​ແມ່ນ​ສົມ​ກັບ​ຄວາມ​ມຸ່ງ​ມາດ​ປາຖະໜາ ​ແລະ ​ແນວທາງ​ພັດທະນາ​ຂອງ​ຫວຽດນາມ. ຍ້ອນ​ເຫດ​ນັ້ນ, ການ​ເປັນ​ເຈົ້າພາບ​ຈັດ​ຕັ້ງ IPU – 132 ​ໃນ​​ໄລຍະ​ທີ່ IPU ພວມ​ຊຸກຍູ້​​ໂຄງການ​ດຳ​ເນີນ​ງານ​ຂອງ​ຕົນ​ໃຫ້​​ເໝາະ​ສົມ​ກັບ​ບັນດາ​ໂຄງການ​ດຳ​ເນີນ​ງານ ​ເຊິ່ງສະຫະ​ປະຊາ​ຊາດ​ໄດ້​ວາງ​ອອກ​ໃນ​ໄລຍະ 15 ປີຈະ​ມາ​ເຖິງ. ຫວຽດນາມ​ ໄດ້​​ສະໜັບສະໜູນ​ຢ່າງ​ແຮງ​ໃຫ້​ແກ່​ການ​ຊຸກຍູ້​ປະຊາທິປະ​ໄຕ, ສັນຕິພາບ ​ແລະ ການ​ພັດທະນາ​ຢູ່​ໂລກ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ຢືນຢັນສິ່ງ​ດັ່ງກ່າວວ່າ:

        “ຢາກ​ໃຫ້​ໂລກ​ມີ​ຄວາມ​ສາມັກຄີ, ສັນຕິພາບ, ຮ່ວມ​ມື​ເພື່ອ​ພ້ອມ​ກັນ​ແບ່ງປັນ, ຊຸກຍູ້​​ເພື່ອ​ໃຫ້​ຊີວິດ​ມີ​ຄວາມ​ອີ່ມ​ໜຳ​ສຳລານ, ມີ​ຄວາມ​ຜາ​ສຸກນັ້ນ, ທຳ​ອິດ​ແມ່ນ​ຕ້ອງ​ເຄົາລົບ​ສິດທິ​ມະນຸດ, ສິດ​ແຫ່ງ​ຊາດ, ສາມັກຄີກັນ​ບົນ​ຈິດ​ໃຈ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ ຈຶ່ງ​ມີ​ກຳລັງ​ແຮງ​ສາມັກຄີ​ທີ່​ຍິ່ງ​ໃຫຍ່ ມີ​ລັກສະນະ​ທົ່ວ​ໂລກ, ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ທັງ​ໝົດ​​ໃຫ້​ປະສົບ​ຜົນສຳ​ເລັດ​ໄດ້“.

        ຕາມທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ , ປະຈຸ​ບັນ, ບັນດາລັດຖະສະພານັບ​ມື້​ນັບ​ມີ​ບົດບາດ​ສຳຄັນ​ສຳລັບ​ແຕ່ລະ​ປະ​ເທດ​ໃນ​ການຈັດ​ແບ່ງ​ແຫຼ່ງກຳລັງ, ຕົກລົງ​ແຜນ​ງົບປະມານ​ແຫ່ງ​ລັດ, ສ້າງ​ທຸກ​ກົນ​ໄກ​ນະ​ໂຍບາຍ​ດ້ວຍ​ກົດໝາຍ ​ເພື່ອ​ປະຕິບັດ​ບັນດາ​​ໂຄງການຈຸດໝາຍ​ແຫ່ງ​ຊາດ, ປະຕິບັດ​ສຳ​ເລັດ​ບັນດາ​ຄາດໝາຍ​ພັດທະນາ​ແບບ​ຍືນ​ຍົງ. ຍ້ອນ​ເຫດ​ນັ້ນ, ຈຳ​ເປັນ​ຕ້ອງ​ມີ​ຄວາມ​ເຫັນ​ດີ​ເປັນ​ເອກະ​ພາບ, ການສົມທົບ​ກັນ​ດຳ​ເນີນ​ງານ​ລະຫວ່າງ​ລັດຖະສະພາ​ປະ​ເທດ​ຕ່າງໆ ​ເພື່ອ​​ໃຫ້ຄາດໝາຍ​ພັດທະນາ​ຢ່າງ​ໝັ້ນຄົງ​ປະກົດ​ຜົນ​ເປັນ​ຈິງ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ, ​ເນັ້ນ​ໜັກ​ວ່າ:

“ຫວຽດ​ນາມ ເອົາ​ໃຈ​ໃສ່​ເປັ​ນ​ພິ​ເສດ ບໍ່​ພຽງ​ແຕ່​ວາງ​ຄາດ​ໝາຍ​ຂອງ​ໂຄງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ເທົ່າ​ນັ້ນ ຫາກ​ສຳ​ຄັນ​ກວ່າ ຫັນ​ຄຳ​ເວົ້າ​ເປັນ​ການ​ກະ​ທຳ, ໂຄງ​ການນັ້ນ, ມະ​ຕິນັ້ນ​ກາຍ​ເປັນ​ການ​ກະ​ທຳ​ໃນ​ກົນ​ໄກ​ລັດ​ຖະ​ສະ​ພາ​ລວມ​ສາ​ກົນ. IPU 132 ຄັ້ງ​ນີ້ ປຶກ​ສາ​ຫາ​ລື​ເຖິງ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ​ໃຫ້​ແກ່ 15 ປີ​ຈະ​ມາ​ເຖິງ, IPU 132 ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ປະ​ຕິ​ບັດ​ໂຄງ​ການ​ກະ​ທຳ​ນັ້ນ.”

        ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ແຮງ

        ໃນ​ໄລ​ຍະ​ກວ່າ 30 ປີ​ແຫ່ງ​ການ​ປ່ຽນ​ໃຫມ່ ແລະ ດຳ​ເນີນ​ການ​ເຊື່ອມ​ໂຍງ, ຫວຽດ​ນາມ ຈາກ​ປະ​ເທດ​ທຸກ​ຍາກ​ກາຍ​ເປັນ​ປະ​ເທດ​ພວມ​ພັດ​ທະ​ນາ, ມີ​ລາຍ​ຮັບ​ລະ​ດັບປານ​ກາງ. ນີ້​ແມ່ນ​ບາດ​ກ້າວ​ຫັນ​ປ່ຽນ​ສຳ​ຄັນ​ໃນ​ເສັ້ນ​ທາງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ​ຫວຽ,ນາມ. 36 ປີ ນັບ​ແຕ​່​ເມື່ອ​ເຂົ້າ​ເປັນ​ສະ​ມາ​ຊິກ IPU, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຍາ​ມ​ໃດ​ກໍ​ແມ່ນ​ສະ​ມາ​ຊິກ​ຕັ້ງ​ຫນ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ທີ່​ເວ​ທີ​ປາ​ໄສ​ນີ້. ຫວຽດ​ນາມ ດຳ​ລົງ​ຕຳ​ແຫນ່ງເປັນ​ການ​ນຳ​ສຳ​ຄັນ​ໃນ IPU, ໃນ​ຄະ​ນະ​ບໍ​ລິ​ຫານ, ອົງ​ການ​ການ​ນຳ​ສູງ​ສຸດ​ຂອງ IPU.

        ຫວຽດ​ນາມ ໄດ້​ປະ​ກອບ​ສ່ວນ​ຂໍ້​ລິ​ເລີ່ມ​ຫລາຍ​ຂໍ້​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ ກ່ຽວ​ກັບ​ການ​ສຶກ​ສາ​ຂັ້ນ​ປະ​ຖົມ​ພາກ​ບັງ​ຄັບ, ເພີ່ມ​ທະ​ວີ​ຄວາມ​ສະ​ເຫມີ​ພາບ​ລະ​ຫວ່າງ​ຍິງ​ຊາຍ, ຍົກ​ສູງ​ບົດ​ບາດ, ທີ່​ຕັ້ງ​ຂອງ​ແມ່​ຍິງ. ບັນ​ດາ​ຜົນ​ງານ​ຂອງ​ຫວຽດ​ນາມ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ​ພວມ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ເພື່ອນ​ມິດ​ສາ​ກົນ. ປະ​ຈຸ​ບັນ, ຫວຽດ​ນາມ ແມ່ນ​ຫນຶ່ງ​ໃນ 5 ປະ​ເທດ​ພວມ​ພັດ​ທະ​ນາ​ຢູ່ ອາ​ຊີ ມີ​ອັດ​ຕາ​ສ່ວນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຍິງ​ໃນ​ສະ​ພາ​ແຫ່ງ​ຊາດ​ສູງ​ສຸດ. ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຍິງ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ນັບ​ມື້​ນັບ​ຕັ້ງ​ຫນ້າ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຍິງ​ຂອງ IPU. ຄຽງ​ຄູ່​ກັນ​ນັ້ນ, ດ້ວຍ​ບັນ​ດາ​ຜົນ​ງານ​ບັນ​ລຸ​ໄດ້​ໃນ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່, ຫວຽດ​ນາມ ກໍ​ໄດ້​ປະ​ກອບ​ສ່ວນ, ແບ່ງ​ປັນ​ບົດ​ຮຽນ​ກັບ​ລັດ​ຖະ​ສະ​ພາ​ບັນ​ດາ​ປະ​ເທດ. ສິ່ງ​ດັ່ງ​ກ່າວ​ເຮັດ​ໃຫ້​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ກັບ IPU ນັບ​ມື້​ນັບ​ສະ​ຫນິດ​ແຫນ້ນກວ່າ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ IPU Martin Chungong ໃຫ້​ຮູ້​ວ່າ:

        “ເມື່ອ​ເວົ້າ​ເຖິງ​ການ​ພົວ​ພັນ​ລະ​ຫວ່າງ IPU ກັບ​ຫວຽດ​ນາມ ອາດ​ຈະ​ຢືນ​ຢັນ​ວ່າ ການ​ຮ່ວມ​ມື​ແມ່ນ​ພັດ​ທະ​ນາ​ຢ່າງບໍ່​ຢ​ຸດຢັ້ງ. ບໍ່​ແມ່ນ​ມາ​ຫວຽດ​ນາມ​ຄັ້ງ​ນີ້ ຂ້າ​ພະ​ເຈົ້າ​ຈຶ່ງ​ຮູ້​ເຖິງ​ສິ່ງ​ດັ່ງ​ກ່າວ ຫາກ​ໃນ​ຫລາຍ​ປີ​ຜ່ານ​ມາ ສະ​ພາ​ແຫ່ງ​ຊ​າດ​ຫວຽດ​ນາມ ກໍ​ມີ​ຫລາຍ​ໂຄງ​ການ​ແລ້ວ. ຍົກຕົວ​ຢ່າງ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໄດ້​ຮັບ​ຖື​ວ່າ ແມ່​ນ​ນຳ​ຫນ້າ​ໃນ​ການ​ນຳ​ເອົາ​ລະ​ບົບຮັກ​ສາ​ເອ​ກະ​ສານ​ນິ​ຕິ​ກຳ​ຜ່ານ​ຫນ້າ​ເວັບ. ຂໍ້​ລິ​ເລີ່ມ​ນຳ​ໃຊ້​ຂໍ້​ມູນ​ຂ່າວ​ສານ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ແມ່ນ​ບົດ​ຮຽນ​ທີ່​ດີ​ໃຫ້​ແກ່​ສະ​ພາ​ແຫ່ງ​ຊາດ​ບັນ​ດາ​ປະ​ເທດ. ສະ​ນັ້ນ ເຂົ້າ​ຮ່ວມ IPU 132, ບັນ​ດາ​ປະ​ເທດ​ສາ​ມາດ​ຖອດ​ຖອນ​ບົດ​ຮຽນ​ຈາກ​ຫວຽດ​ນາມ.”

        ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ຫນ້າ​ຂອງ​ຫວຽດ​ນາມ ໃນ IPU ໃນ​ໄລ​ຍະ​ຜ່ານ​ມາ, ບັນ​ດາ​ຜົນ​ງານ​ຊື່ງ ຫວຽດ​ນາມ ຍາດ​ມາ​ໄດ້​ໃນ​ວິ​ວັດ​ການ​ປ່ຽນ​ໃຫມ່, ພ້ອມ​ກັບ​ແຜນ​ການ​ຈັດ​ຕັ້ງ IPU 132 ດ້ວຍ​ບັນ​ດາ​ເນື້ອ​ໃນ​ແທດ​ຈິງ, ເໝາະ​ສົມ​ ນັ້ນ​ແມ່ນ​ບັນ​ດາ​ພື້ນ​ຖານ​ເພື່ອ​ໃຫ້​ເພື່ອນ​ມິດ​ສາ​ກົນ​ເຊື່ອ​ໝັ້ນ​ຕໍ່​ຜົນ​ສຳ​ເລັດ​ຂອງ IPU 132 ຢູ່​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ