ດາວທຽມສຳຫຼວດໜ່ວຍໂລກ Kwangmyongsong – 3
ຂອງ ສ.ປ.ປ.ເກົາຫຼີໄດ້ຖືກສົ່ງຂຶ້ນສູ່ວົງໂຄຈອນ (ພາບ:internet)
|
(vovworld) ວັນທີ 12/12, ສ.ປ.ປ. ເກົາຫຼີ ໄດ້ຍິງ ລູກສອນໄຟໄລຍະໄກສົ່ງດາວທຽມສຳຫຼວດໜ່ວຍໂລກ Kwangmyongsong – 3 ຂຶ້ນສູ່ວົງໂຄຈອນຢ່າງສຳເລັດຜົນ. ການກະທຳນີ້ ໄດ້ເຮັດໃຫ້ປະຊາຄົມໂລກມີຄວາມຕົກສະເງີ້. ກ່ອນອື່ນໝົດແມ່ນຕ້ອງຢືນຢັນວ່າ ສ.ປ.ປ. ເກົາຫຼີ ຍິງດາວທຽມໃນວັນທີ 12/12 ແມ່ນໄດ້ເຮັດໃຫ້ຫາງສຽງມີຄວາມຕົກສະເງີ້ເພາະວ່າ ກ່ອນໜ້ານັ້ນ ບັນດາຂໍ້ມູນຂ່າວສານກ່ຽວກັບກໍລະນີປະເທດນີ້ເລື່ອນເວລາຍິງດາວທຽມໄດ້ຖືກຍົກອອກມາຢ່າງຫຼວງຫຼາຍ, ຊ້ຳບໍໜຳ ແຜນການຍິງດາວທຽມໄດ້ຖືກຢັ້ງຢືນວ່າ ແມ່ນເລື່ອນເວລາຮອດວັນທີ 29/12. ຄະນະກຳມະການເຕັກໂນໂລຢີຍານອາວະກາດແຫ່ງ ສ.ປ.ປ. ເກົາຫຼີໃຫ້ຮູ້ວ່າ ບັນດານັກວິທະຍາສາດ ແລະ ນັກວິສາວະກອນພວມຊັງຊາຢ່າງເຂັ້ມງວດກ່ຽວກັບກໍລະນີໂຈະການ ຍິງດາວທຽມເພາະວ່າ ໃນວິວັດການກະກຽມໄດ້ພົບເຫັນຄວາມຕິດຂັດດ້ານເຕັກນິກໃນລະບົບເຄື່ອງຈັກຄວບຄຸມຊັ້ນທີ່ 1 ຂອງລູກສອນໄຟ. ສະຖາບັນຄົ້ນຄ້ວາ ອາເມລິກາ-ສ.ເກົາຫຼີ ສັງກັດມະຫາວິທະຍາໄລ Johns Hopkins ໃຫ້ຂໍ້ສັງເກດວ່າ ວິວັດການກະກຽມ ຍິງດາວທຽມ ອາດຈະຖືກເລື່ອນເວລາໄປຍ້ອນຫິມະຕົກໜັກ. ໃນຂະນະນັ້ນ, ສຳນັກຂ່າວສານ Yonhap ຂອງ ສ.ເກົາຫຼີໃຫ້ຮູ້ວ່າ ສ.ປ.ປ. ເກົາຫຼີ ຕ້ອງໂຈະການ ຍິງດາວທຽມຍ້ອນຄວາມຕິດຂັດດ້ານເຕັກນິກ, ຊ້ຳບໍໜຳຍັງມີແຫຼ່ງຂ່າວໃຫ້ຮູ້ວ່າ ພຽງຢາງເລີ່ມມ້າງຮື້ລູກສອນໄຟໄລຍະໄກເພື່ອແກ້ໄຂຄວາມຕິດຂັດດ້ານເຕັກນິກ. ແຕ່ ຄວາມຈິງພັດກົງກັນຂ້າມກັບບັນດາຂໍ້ມູນຂ່າວສານດັ່ງກ່າວ.
ຖ້າຫາກວ່າ ການກະທຳຍິງ ລູກສອນໄຟໄລຍະໄກສົ່ງດາວທຽມສຳຫຼວດໜ່ວຍໂລກ Kwangmyongsong – 3 ຂຶ້ນສູ່ວົງໂຄຈອນຂອງ ສ.ປ.ປ. ເກົາຫຼີເມື່ອວັນທີ 12/12 ໄດ້ເຮັດໃຫ້ປະຊາຄົມໂລກມີຄວາມຕົກສະເງີ້ນັ້ນ, ກົງກັນຂ້າມຫາງສຽງພັດບໍ່ຕົກສະເງີ້ຂະນະທີ່ຫຼັງຈາກນັ້ນ ບັນດາປະເທດໃນໂລກ ແລະ ສະພາຄວາມໝັ້ນຄົງ ສ.ປ.ຊ ໄດ້ພ້ອມໆກັນອອກຖະແຫຼງການຄັດຄ້ານການກະທຳຂອງພຽງຢາງ. ຫຼາຍປະເທດໄດ້ຖືວ່າ ການກະທຳຂອງພຽງຢາງແມ່ນເກາະຜິດ, ລະເມີດບັນດາມະຕິຂອງ ສ.ປ.ຊ ກ່ຽວກັບເລື່ອງເກືອດຫ້າມການຂະຫຍາຍລູກສອນໄຟນຳວິຖີ ທີ່ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ສະຖຽນລະພາບໃນພາກພື້ນ ແລະ ອາດຈະກໍຜົນກະທົບທີ່ຫຍໍ້ທໍ້. ໂຄສົກກະຊວງການຕ່າງປະເທດຈີນ ທ່ານ ຫົງເລີ້ຍ ໃຫ້ຮູ້ວ່າ ຈີນມີຄວາມເສຍດາຍຕໍ່ເລື່ອງ ສ.ປ.ປ. ເກົາຫຼ ີຍິງດາວທຽມ ແລະ ປາດຖະໜາວ່າ ທຸກຝ່່າຍທີ່ກ່ຽວຂ້ອງຈົ່ງມີຄວາມທຸ່ນທ່ຽງ ເພື່ອຮັກສາສັນຕິພາບ, ສະຖຽນລະພາບໃນແຫຼມເກົາຫຼີ. ກະຊວງການຕ່າງປະເທດລັດເຊຍໄດ້ກະຕຸກຊຸກຍູ້ໃຫ້ທຸກໆຝ່າຍບໍ່ຄວນປະໃຫ້ສະພາບການເພີ່ມຄວາມເຄັ່ງຕຶງຂຶ້ນ.
ກົງກັນຂ້າມກັບຄວາມວິຕົກກັງວົນຂອງ ປະຊາຄົມໂລກ, ພຽງຢາງພັດຖືວ່າ ເລື່ອງ ຍິງດາວທຽມຢ່າງສຳເລັດຜົນ ປຽບເໝືອນບາດກ້າວບຸກທະລຸໃນຂົງເຂດວິທະຍາສາດ ແລະ ເສດຖະກິດຂອງປະເທດຊາດ. ໂຄສົກກະຊວງການຕ່າງປະເທດຂອງ ສ.ປ.ປ. ເກົາຫຼີຢືນຢັນວ່າ ກໍລະນີ ຍິງດາວທຽມແມ່ນສ່ວນໜຶ່ງຂອງວຽກງານເພື່ອຈຸດປະສົງສັນຕິພາບ, ສອດຄ່ອງກັບແຜນການພັດທະນາທາງດ້ານວິທະຍາສາດ ເຕັກໂນໂລຢີຂອງ ສ.ປ.ປ. ເກົາຫຼີ ແນໃສ່ສ້າງເສດຖະກິດ ແລະ ຍົກສູງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ. ນອກຈາກນັ້ນ, ຕາມ ສ.ປ.ປ. ເກົາຫຼີ ແລ້ວ, ສິດນຳໃຊ້ອະວະກາດເພື່ອຈຸດປະສົງສັນຕິພາບໄດ້ຮັບການຢັ້ງຢືນໃນກົດໝາຍສາກົນ ແລະ ມັນໄດ້ສ່ອງແສງເຈດຈຳນົງຂອງປະຊາຄົມໂລກ. ເພາະສະນັ້ນ, ພຽງຢາງຈະສືບຕໍ່ປະຕິບັດສິດອັນຖືກຕ້ອງຕາມກົດໝາຍຂອງຕົນກ່ຽວກັບ ການຍິງດາວທຽມ ພ້ອມທັງຮຽກຮ້ອງໃຫ້ປະຊາຄົມໂລກຈົ່ງທຸ່ນທ່ຽງໃຈ, ບໍ່ປະໃຫ້ສະພາບການຫັນໄປສູ່ແນວໂນ້ມຫຍໍ້ທໍ້.
ບັນດານັກໄຈ້ແຍກລ້ວນແຕ່ຖືວ່າ ເລື່ອງ ສ.ປ.ປ. ເກົາຫຼີ ສາມາດສົ່ງດາວທຽມຂຶ້ນສູ່ວົງໂຄຈອນ ແມ່ນມີຄວາມໝາຍເຊັ່ນດຽວກັນກັບເລື່ອງມີເຕັກໂນໂລຢີຍິງລູກສອນໄຟໄປຍັງພາກພື້ນທີ່ເປັນເປົ້າໝາຍ ຫຼືເວົ້າແນວອື່ນວ່າ ດ້ວຍເລື່ອງ ຍິງດາວທຽມຂຶ້ນສູ່ວົງໂຄຈອນຢ່າງສຳເລັດຜົນນັ້ນ, ພຽງຢາງສາມາດຄອບງຳເປົ້າຍິງຂອງລູກສອນໄຟໄດ້. ສິ່ງດັ່ງກ່່າວຍັງມີຄວາມໝາຍກ່ວາ ຂະນະທີ່ໃນການສະຖີຕິ, ເຖິງວ່າ ສ.ປ.ປ. ເກົາຫຼີ ສາມາດປະສົບຜົນສຳເລັດທາງດ້ານເຕັກໂນໂລຢີໄລຍະສັ້ນ ແລະ ໄລຍະປານກາງກໍຕາມ, ແຕ່ໃນການຍິງລູກສອນໄຟໄລຍະໄກຄັ້ງກ່ອນໆຄືໃນປີ 1998, 2006, 2009 ແລະ ຄັ້ງຫຼ້າສຸດແມ່ນໃນເດືອນ 4/2012 ລ້ວນແຕ່ຖືກປະລາໄຊ.
ແລະ ສຸດທ້າຍ, ສ.ປ.ປ.ເກົາຫຼີ ໄດ້ສົ່ງດາວທຽມສຳຫຼວດໜ່ວຍໂລກ Kwangmyongsong – 3 ຂຶ້ນສູ່ວົງໂຄຈອນດ້ວຍລູກສອນໄຟໄລຍະໄກຢ່າງສຳເລັດຜົນ. ກົງກັນຂ້າມກັບຄວາມພາກພູມໃຈຂອງປະຊາຊົນ ສ.ປ.ປ. ເກົາຫຼີ, ມີນັກໄຈ້ແຍກຫຼາຍຄົນມີຄວາມວິຕົກກັງວົນຕໍການກະທຳຂອງສ.ປ.ປ. ເກົາຫຼີຈະສົ່ງຜົນສະທ້ອນທີ່ບໍ່ດີເຖິງຄວາມມານະພະຍາຍາມຊອກຫາມາດຕະການແກ້ໄຂບັນຫາໃນແຫຼມເກົາຫຼີໂດຍສັນຕິວິທີ ແລະ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ສະຖຽນລະພາບໃນພາກພື້ນ.