ຫວ່າງແລ້ວນີ້, ອົງການນັກຂ່າວບໍ່ມີພົມແດນ (RSF) , ຫາກໍຍົກອອກອັນທີ່ເອີ້ນ ວ່າ “ ບົດລາຍງານດັດຊະນີເສລີພາບທາງສື່ມວນຊົນທົ່ວໂລກປີ 2014”, ໃນນັ້ນ ໄດ້ຈັດຫວຽດນາມນອນໃນຈຳນວນບັນດາປະເທດຢືນອັນດັບສຸດທ້າຍໃນຕາຕະລາງຈັດອັນດັບ. ໃນຂະນະດຽວກັນ, ຜູ້ຕາງໜ້າຂັ້ນສູງຂອງຄະນະກຳມາທິການປົກປ້ອງນັກຂ່າວ (CPJ) ຢູ່ອາຊີຕາເວັນອອກສ່ຽງໃຕ້ ທ່ານ Shawn Cripin ກໍໄດ້ໃຫ້ຂ່າວວ່າ ຫວຽດນາມກັກຂັງນັກຂ່າວຫຼາຍຄົນ. ໂດຍມອບໃຫ້ຕົນເອງສິດໄດ້ພິຈາລະນາຄົນອື່ນນັ້ນ, ບັນດາອົງການ, ສ່ວນບຸກຄົນທີ່ຂາດເຈດຕະນາດີກັບຫວຽດນາມນີ້ ໄດ້ ແລະ ພວມໃສ່ຮ້າຍປ້າຍສີສະພາບຕົວຈິງກ່ຽວກັບ ເສລີພາບທາງສື່ມວນຊົນ, ແຊກແຊງເຂົ້າວຽກງານພາຍໃນຂອງຫວຽດນາມ.
ການເຄື່ອນໄຫວສື່ມວນຊົນຢູ່ຫວຽດນາມໃນຊຸຸມມື້ຕົ້ນລະດູບານໃໝ່ |
RSF ມີສຳນັກງານຕັ້ງຢູ່ຝະລັ່ງ, ໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 1985, ດ້ວຍທິດນຳປົກປ້ອງ ເສລີພາບທາງສື່ມວນຊົນໃນໂລກ, ຕ້ານການຄວບຄຸມ ແລະ ສ້າງກຳລັງດັນຊ່ວຍເຫຼືອບັນດານັກຂ່າວພວມຖືກກັກຂັງ. ໃນຂະນະນັ້ນ, CPJ ມີສຳນັກງານຕັ້ງຢູ່ອາເມລິກາ, ໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 1981, ດ້ວຍທິດນຳເບື້ອງຕົ້ນແມ່ນ “ ຊຸກຍູ້ເສລີພາບໃນການປາກເວົ້າໃນທົ່ວໂລກໂດຍຜ່ານການເຄື່ອນໄຫວປົກປ້ອງສິດຖະແຫຼງຂ່າວ ແລະ ພື້ນຖານເສລີພາບທາງສື່ມວນຊົນ. ໃນແຕ່ລະປີ, RSF ປະກາດອັນທີ່ເອີ້ນວ່າ “ ດັດຊະນີເສລີພາບທາງສື່ມວນຊົນ”, ທີ່ຈິງແລ້ວ, ນີ້ແມ່ນບັນຊີລາຍຊື່ຈັດອັນດັບກ່ຽວກັບ ເສລີພາບທາງສື່ມວນຊົນໃນໂລກ. CPJ ກໍໄດ້ຍົກອອກບັນດາບົດລາຍງານກ່ຽວກັບສະພາບການປາບປາມນັກຂ່າວໃນໂລກໃນແຕ່ລະປີ. ສິ່ງທີ່ເປັນໜ້າໃສ່ໃຈ, ນັ້ນແມ່ນ 2 ອົງການທີ່ຂາດເຈດຕະນາດີນີ້, ເຄີຍຍົກອອກບັນດາຂໍ້ມູນຂ່າວສານບໍ່ມີມຸນຄວາມຈິງ, ເສກສັ້ນປັ້ນແຕ່ງ ແລະ ຕູ່ຫາຫວຽດນາມແມ່ນປະເທດຂາດເສລີພາບທາງສື່ມວນຊົນແນໃສ່ຮັບໃຊ້ບັນດາກົນອຸບາຍ, ເລ່ລ່ຽມດ້ານການເມືອງ.
ບັນດາຖ້ອຍທຳນອງເສກສັ້ນປັ້ນແຕ່ງແບບເກົ່າ
ໃນບົດລາຍງານດັດຊະນີເສລີພາບທາງສື່ມວນຊົນທົ່ວໂລກປີ 2014, RSF ຂາດຄວາມຈິງເມື່ອໃຫ້ຂໍ້ສັງເກດວ່າ ຫວຽດນາມເພີ່ມທະວີການປາບປາມ ແລະ ຄວບຄຸມຂໍ້ມູນຂ່າວສານ. ສ່ວນ CPJ ພັດສະແດງໃຫ້ເຫັນຄວາມຮູ້ເທົ້າບໍ່ເຖິງການເມື່ອຖືວ່າ ຫວຽດນາມພວມສືບຕໍ່ນະໂຍບາຍຄວບຄຸມຂໍ້ມູນຂ່າວສານທີ່ຮ້າຍແຮງທີ່ສຸດໃນອາຊີ. CPJ ສືບຕໍ່ ເສກສັ້ນປັ້ນແຕ່ງບິດເບືອນຄວາມຈິງກ່ຽວກັບ ດຳລັດເລກທີ 72 ຂອງລັດຖະບານຫວຽດນາມວ່າດ້ວຍການຄຸ້ມຄອງ, ສະໜອງ ແລະ ນຳໃຊ້ອິນເຕີເນັດ ແລະ ຖືວ່ານັ້ນແມ່ນນິຕິກຳເກືອດຫ້າມສິດເສລີພາບໃນການປາກເວົ້າ, ຂັດຂວາງສະພາບແວດລ້ອມການເຄື່ອນໄຫວ Blog ແລະ ເຄືອຂ່າຍອິນເຕີເນັດ. ນີ້ແມ່ນຖ້ອຍທຳນອງແບບເກົ່າ, ເຄີຍຖືກ RSF ແລະ CPJ ໃຊ້ຫຼາຍເທືອ່ໃນບັນດາບົດລາຍງານກ່ຽວກັບ ເສລີພາບທາງສື່ມວນຊົນທົ່ວໂລກປະຈຳປີ. ບັນດາຂໍ້ກ່າວຫາໂດຍ RSF ແລະ CPJ ຍົກອອກມາແມ່ນຜິດພາດຢ່າງສິ້ນເຊິ່ງ, ໂດຍບໍ່ຫົວຊາຕໍ່ສະພາບການຕົວຈິງກ່ຽວກັບເສດຖະກິດສັງຄົມຂອງຫວຽດນາມກ່ຽວກັບ ເສລີພາບທາງສື່ມວນຊົນ, ປະຊາທິປະໄຕ ແລະ ສິດທິມະນຸດ.
ເສລີພາບໃນການປາກເວົ້າ, ເສລີພາບທາງສື່ມວນຊົນຢູ່ຫວຽດນາມແມ່ນຄວາມຈິງທີ່ບໍ່ອາດປະຕິເສດໄດ້.
ຕາມຂໍ້ມູນຂອງອົງການທີ່ມີໜ້າທີ່ຮັບຜິດຊອບແລ້ວ, ຮອດເດືອນ 3/2013, ຫວຽດນາມມີສຳນັກໜັງສືພິມ 812 ແຫ່ງດ້ວຍ 1.084 ສິ່ງພິມ; ນັກຂ່າວເກືອບ 17.000 ຄົນໄດ້ຮັບບັດນັກຂ່າວ; ມີສຳນັກຂ່າວສານແຫ່ງ 1 , ສະຖານີວິທະຍຸກະຈາຍສຽງ, ໂທລະພາບ 67 ແຫ່ງ, 101 ຊອງໂທລະພາບ, 78 ຊອງວິທະຍຸກະຈາຍສຽງ, 74 ໜັງສືພິມ, ວາລະສານເອເລກໂຕນິກ, 336 ເຄືອຂ່າຍສັງຄົມ, 1174 ເວບໄຊ ໄດ້ຮັບອະນຸຍາດເຄື່ອນໄຫວ. ສະເພາະ ຄື້ນຂອງວິທະຍຸກະຈາຍສຽງ ຫວຽດນາມແມ່ນໄດ້ປົກຄຸມ 99,5% ເນື້ອທີທົ່ວປະເທດ, ອອກອາກາດຜ່ານດາວທຽມໄປຍັງຫຼາຍປະເທດໃນໂລກ. ປະຈຸບັນ ມີກ່ວາ 90% ຈຳນວນຄອບຄົວຫວຽດນາມໄດ້ຮັບຊົມລາຍການໂທລະພາບຂອງສະຖານີໂທລະພາບແຫ່ງຊາດຫວຽດນາມ. ຊາວຫວຽດນາມຍັງສາມາດຮັບຊົມລາຍການໂທລະພາບຂອງ 75 ຊອງໂທລະພາບຂອງຕ່າງປະເທດ, ມີອົງການສື່ມວນຊົນສາກົນ 20 ແຫ່ງໄດ້ສົ່ງນັກຂ່າວມາເຄື່ອນໄຫວປະຈຳຢູ່ຫວຽດນາມ, ນອກຈາກນັ້ນ ຍັງມີໜັງສືພິມວາລະສານຫຼາຍໆສະບັບຖືກຈັດພິມເປັນຫຼາຍພາສາຕ່າງປະເທດໄດ້ຖືກຈຳໜ່າຍຢ່າງກ້ວາງຂວາງ. ໃນຂົງເຂດພິມຈຳໜ່າຍ, ຫວຽດນາມມີສຳນັກພິມຈຳໜ່າຍ 64 ແຫ່ງໂດຍສາມາດຈຳໜາ່ຍ ນັບຮ້ອຍລ້ານສິ່ງພິມໃນແຕ່ລະປີ. ດ້ວຍຈຳນວນກ່ວາ 31,3 ລ້ານຄົນນຳໃຊ້ການບໍລິການອິນເຕິເນັດ, ກວມເອົາ 35,58%ຈຳນວນປະຊາກອນ, ອົງການສຳພັນທະມິດໂທລະຄົມສາກົນ ITU ພວມຈັດຫວຽດນາມຢືນອັນດັບທີ 3 ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຢືນອັນດັບທີ 8 ໃນອາຊີກ່ຽວກັບຈຳນວນຄົນ ນຳໃຊ້ການບໍລິການອິນເຕິເນັດ....
ການພັດທະນາຂອງລະບົບສື່ສານຢູ່ຫວຽດນາມ ບໍ່ພຽງແຕ່ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານວັດທະນະທຳ, ເປີດກ້ວາງຄວາມຮູ້ໃຫ້ປະຊາຊົນເທົ່ານັ້ນ, ຫາກຍັງແມ່ນເວທີ່ປາໄສເພື່ອໃຫ້ບັນດາອົງການຈັດຕັ້ງສັງຄົມ ແລະ ປະຊາຊົນທຸກຄົນມີສຽງເວົ້າທີ່ສົດໃສ, ປະກອບຄຳເຫັນ, ວິຈານຕໍ່ບັນດາແຜນນະໂຍບາຍ, ນະໂຍບາຍຂອງລັດ ແລະ ອຳນາດການປົກຄອງຂັ້ນຕ່າງໆ, ຍົກສູງປະຊາທິປະໄຕ, ປົກປ້ອງ ແລະ ເສີມຂະຫຍາຍບັນດາຄຸນຄ່າຂອງສິດທິມະນຸດ. ເປັນທີ່ຈະແຈ້ງວ່າ ໃນສັງຄົມໜຶ່ງນັ້ນ, ສິດທິມະນຸດໄດ້ຮັບການຢັ້ງຢືນ ແລະ ລັດຍາມໃດກໍສ້າງເງື່ອນໄຂ ອຳນວຍຄວາມສະດວກເພື່ອຮັບປະກັນການພັດທະນາດ້ານສິດທິມະນຸດຄືຢູ່ຫວຽດນາມ, ເສລີພາບໃນການປາກເວົ້າ ແລະ ເສລີພາບທາງສື່ມວນຊົນ ໄດ້ມີບັນດາບາດກ້າວທີ່ບໍ່ອາດປະຕິເສດໄດ້.
RSF ແລະ CPJ ຄວນເຄົາລົບບັນດາສິດທິຂອງຊາດຫວຽດນາມ.
ໃນໂລກປະຈຸບັນ, ເສລີພາບທາງສື່ມວນຊົນ , ເສລີພາບໃນການປາກເວົ້າ ແມ່ນບັນດາປັດໄຈທີ່ສຳຄັນທີ່ສຸດສຳລັບຄວາມມີສະຖຽນລະພາບ ແລະ ການພັດທະນາຂອງແຕ່ລະປະເທດ, ພ້ອມກັນນັ້ນ ກໍແມ່ນປະກົດການໂດຍກົງຂອງຄວາມສຳນຶກ, ນະໂຍບາຍ ສິດທິມະນຸດຢູ່ປະເທດນັ້ນເອງ. ຖະແຫຼງການສາກົນວ່າດ້ວຍ ສິດທິມະນຸດ, ສົນທິສັນຍາສາກົນກ່ຽວກັບບັນດາສິດພົນລະເຮືອນ ແລະ ການເມືອງຂອງສະຫະປະຊາຊາດລ້ວນແຕ່ຢືນຢັນບັນດາສິດພື້ນຖານນີ້ ແລະ ລັດຫວຽດນາມ ຍາມໃດກໍປະຕິບັດບັນດາຄຳໝັ້ນສັນຍາຢ່າງເຂັ້ມງວດເພື່ອຮັບປະກັນສິດທິມະນຸດ. ສິ່ງນີ້ໄດ້ຮັບການພິສູດຜ່ານເລື່ອງຫວຽດນາມບັນລຸໄດ້ບັນດາຜົນງານດ້ານ ສິດທິມະນຸດທີ່ພົ້ນເດັ່ນ, ໄດ້ກາຍເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2014-2016 ແລະ ຫາກໍປ້ອງກັນບົດລາຍງານແຫ່ງຊາດຕາມກົນໄກ UPR ຕໍ່ໜ້າ ສະພາສິດທິມະນຸດສະຫະປະຊາຊາດຄັ້ງທີ 2 ຢ່າງສຳເລັດຜົນ. ເລື່ອງ RSF ແລະ CPJ ບໍ່ຫົວຊາຕໍ່ຜົນງານເຫຼົ້ານັ້ນ, ສືບຕໍ່ ເສກສັ້ນປັ້ນແຕ່ງບິດເບືອນຄວາມຈິງກ່ຽວກັບຫວຽດນາມບໍ່ມີເສລີພາບໃນການປາກເວົ້າ, ບໍ່ມີເສລີພາບທາງສື່ມວນຊົນ , ຕູ່ຫາຫວຽດນາມລະເມີດສິດເສລີພາບໃນການປາກເວົ້າ ແລະ ເສລີພາບທາງສື່ມວນຊົນ ແມ່ນການກະທຳເສກສັ້ນປັ້ນແຕ່ງ, ແຊກແຊງເຂົ້າວຽກງານພາຍໃນຂອງຫວຽດນາມ ແລະ ແຕະຕ້ອງສິດຕັດສິນດ້ວຍຕົນເອງຂອງຊາດຫວຽດນາມ, ຄືດັ່ງຖະແຫຼງການສາກົນວ່າດ້ວຍ ສິດທິມະນຸດໄດ້ຢືນຢັນວ່າ “ ທຸກໆປະຊາຊາດລ້ວນແຕ່ມີ ສິດຕັດສິນດ້ວຍຕົນເອງ”. ປະຈຸບັນ, ຫວຽດນາມໄດ້ ແລະ ພວມຢືນຢັນຜົນງານດ້ານສິດທິມະນຸດຂອງຕົນເພື່ອເຊື່ອມໂຍງເຂົ້າກັບສາກົນຢ່າງແຂງແຮງ.