ພາກພື້ນນຳໃຊ້ສະກຸນເງິນ Euro(Eurozone) ຜ່ານມື້ທີ 6 ທີ່ມືດມົວ ໃນວັນທີ 13/1 ເມື່ອບໍລິສັດຈັດອັນດັບຄວາມໄວ້ວາງໃຈ Standard&Poo’r (S&P) ໄດ້ຫລຸດ ອັນດັບຂອງ 9 ປະເທດສະມາຊິກໃນພາບດຽວ. ເລື່ອງ S&P ສືບຕໍ່ຫລຸດອັນດັບຂອງບັນດາປະເທດ ອີຢູ ແມ່ນການກະທົບບໍ່ດີເຖິງຄວາມານະພະຍາຍາມຟື້ນຟູຄວາມໄວ້ເນື້ອເຊື່ອໃຈ ຊຶ່ງບັນດານັກວາງແຜນນະໂຍບາຍເອີລົບພວມຜັນຂະຫຍາຍ ເພື່ອກູ້ເອົາພາກພື້ນນຳໃຊ້ສະກຸນເງິນເອີໂຣທີ່ ພວມຖືກວິກິດການນີ້.
S&P ຫລຸດຄະແນນໄວ້ວາງໃຈຂອງຝລັ່ງ ຊຶ່ງແມ່ນພື້ນຖານເສດຖະກິດອັນດັບຫນຶ່ງໃນພາກພື້ນ ຈາກ AAA ລົງ AA+. ພ້ອມກັນນັ້ນ, ອີຕາລີ ກໍຖືກຫລຸດອັນດັບລົງ BBB+, ແອສະປາຍຖືກຫລຸດ 2 ຊັ້ນ ລົງອັນດັບ A. S&P ກໍໄດ້ຫລຸດລະດັບຄວາມໄວ້ວາງໃຈດ້ານສິນເຊື່ອໄລຍະຍາວຂອງສາທາລະນະລັດ Cyprus, ປວກຕູການ, ອົດສະຕາລິດ, ມານຕາ, Slovakia ແລະ Slovenia. ລະດັບຄະແນນຂອງປະເທດອື່ນຍັງໄດ້ຮັບການຮັກສາໄວ້ຄືເກົ່າ ແຕ່ S&P ພັດຈັດບັນດາປະເທດໃນກຸ່ມເອີໂຣທັງໝົດເຂົ້າໃນກຸ່ມບັນດາປະເທດອາດຈະເກີດການຫຍໍ້ທໍ້, ເວັ້ນເສຍແຕ່ປະເທດ ເຢຍລະມັນໄດ້ຮັບຖືວ່າແມ່ນປະເທດມີຄວາມສະຖຽນລະພາບ. ເຖິງວ່າລັດຖະມົນຕີການເງິນ ຝລັ່ງ Francois Baroin ໄດ້ພະຍາຍາມຫລຸດຜ່ອນການກະທົບຈາກເລື່ອງປະເທດຝລັ່ງຖືກຫລຸດຄະແນນຄວາມໄວ້ວາງໃຈເມື່ອເວົ້າວ່າ: ສິ່ງນີ້ບໍ່ແມ່ນຂ່າວຄາວທີ່ດີ ແຕ່ກໍບໍ່ແມ່ນໄພພິບັດ“. ແຕ່ໃນຄວາມຈິງແລ້ວ, ເລື່ອງຫລຸດຜ່ອນລະດັບສິນເຊື່ອໄດ້ສົ່ງຜົນກະທົບຢ່າງແຮງເຖິງຈິດຕະສາດ ພິເສດ ໃນສະພາບບັນດາພື້ນຖານເສດຖະກິດເອີລົບ, ເປັນຕົ້ນແມ່ນເຢຍລະມັນ ແລະ ຝລັ່ງ ພວມມານະພະຍາຍາມຟື້ນຟູຄວາມໄວ້ເນື້ອເຊື່ອໃຈຂອງຕະຫລາດທີ່ມີຕໍ່ສະກຸນເງິນເອີໂຣ. ພາຍຫລັງ S&P ຫລຸດລະດັບຄວາມໄວ້ວາງໃຈຂອງຫລາຍປະເທດຢູ່ ເອີລົບ, ຕະຫລາດຫລັກຊັບຖືກຫລຸດລົງຢ່າງແຮງ. ຢູ່ ອາເມລິກາ, ໃນວັນທີ 13/1, ດັດຊະນີ Dow Jones ຫລຸດ 1,1%, S&P 500 ຫລຸດລົງ 1,22% ແລະ Nasdaq ຫລຸດລົງ 1,06%. ສ່ວນຢູ່ ເອີລົບ, Euro Stoxx ຫລຸດລົງ 1,26%, ບັນດາດັດຊະນີຫລັກຊັບ FTSE 100 ຂອງອັງກິດຫລຸດລົງ 1,2%, CAC 40 ຂອງຝລັ່ງ ຫລຸດລົງ 1,12% ແລະ DAX ຂອງເຢຍລະມັນ ຫລຸດລົງ 1,5%. ຜົນກະທົບຮ້າຍແຮງທີ່ສຸດນັ້ນແມ່ນເລື່ອງຝລ່ັງຊຶ່ງແມ່ນພື້ນຖານເສດຖະກິດໃຫຍ່ທີສອງໃນພາກພື້ນນຳໃຊ້ສະກຸນເງິນເອີໂຣຖືກຫລຸດລະດັບຄວາມໄວ້ວາງໃຈແມ່ນການສະແດງໃຫ້ເຫັນຢ່າງຈະແຈ້ງຂອງວິກິດການຫນິ້ສິນຂອງລັດຢູ່ພາກພື້ນນີ້ພວມປີນຂັ້ນໄດ. ຍ້ອນບັນລຸຄະແນນ AAA, ຊຶ່ງແມ່ນຄະແນນສູງສຸດ ໂດຍອີງບົນນັ້ນ ຝລັ່ງຈຶ່ງໄດ້ກູ້ຢືມເງິນດ້ວຍອັດຕາດອກເບ້ຍຕຳ່ຢູ່ບັນດາຕະຫລາດການເງິນ, ແຕ່ ໃນສະພາບການຂອງປີນີ້ ປະເທດນີ້ອາດຈະຕ້ອງກູ້ຢືມເງິນດ້ວຍອັດຕາດອກເບ້ຍສູງກວ່າ, Paris ຈະຈຳຫນ່າຍພັນທະບັດ ທີ່ມີມູນຄ່າ178 ຕື້ເອີໂຣ. ບັນດາການເຄື່ອນໄຫວການເງິນຂອງລັດຖະບານຝລັ່ງ ຈະເສຍຄ່າສິ້ນເປືອງຫລາຍກວ່າ, ແລະເຮັດໃຫ້ກອງທຶນຮັກສາ ດ້ານການເງິນເອີລົບ ຄວາມເປັນປົກກະຕິ FESF, ໃນຊຸມມື້ຈະມາເຖິງກໍອາດຈະຖືກຫລຸດລະດັບຄວາມໄວ້ວາງໃຈ, ເຮັດໃຫ້ຫນ້າທີ່ຂອງກອງທຶນນີ້ສັບສົນຂຶ້ນຕື່ມ. ບັນດາປະເທດ ແລະ ວິສາຫະກິດຢູ່ ເອີລົບຫລາຍແຫ່ງ ມີໄພຕົກເຂົ້າສູ່ສະພາບການຫຍຸ້ງຍາກທີ່ສຸດ ຍ້ອນບໍ່ມີແຫລ່ງເງິນ ແລະ ບ້ວງເງິນຫນູນຊ່ວຍຂອງລັດຖະບານອີກ. ໃນຂະນະນັ້ນ , ບັນດາທະນາຄານ Eurozone ພວມຕ້ອງການ 280 ຕຶ້ເອີໂຣຢ່າງຮີບດ່ວນ ເພື່ອຊຳລະບັນດາບ້ວງຫນິ້ສິນໃນໄຕມາ 1 ປີ 2012 ຕາມກຳນົດ. ສ່ວນ ເຄຼັກ ຖ້າບໍ່ໄດ້ຮັບບ້ວງເງິນກູ້ຊ່ວຍໃຫມ່ລວມມູນຄ່າ 130 ຕຶ້ເອີໂຣ ຈາກອີຢູ, ທະນາຄານສູນກາງ ເອີລົບ ECB ແລະກອງທຶນເງິນຕາສາກົນ IMF ເພື່ອຊຳລະພັນທະບັດສ່ວນຫນຶ່ງທີ່ຮອດການກຳນົດຊຳລະ ກໍພັດຕ້ອງປະກາດບໍ່ມີຄວາມສາມາດຊຳລະບ້ວງຫນິ້ສິນຂອງລັດໃນເດືອນ 3 ຈະມາເຖິງໄດ້. ຄຽງຂ້າງນັ້ນ ເລື່ອງຝລັ່ງ ຖືກຫລຸດຄະແນນ ໄດ້ທຳລາຍຄວາມດຸນດ່ຽງທີ່ບໍໝັ້ນທ່ຽງປານໃດລະຫວ່າງ ຝລັ່ງ ແລະ ເຢຍລະມັນ ແລະ ທ່ານນາງ Angela Merkel ແລະ ຜູ້ອຳນວຍການ IMF Christine Lagarde ຈະແຜມ່ນຜູ້ຕັດສິນນະໂຍບາຍຢູ່ເອີລົບ. ພາຍຫລັງ S&P ປະກາດຫລຸດລະດັບຄວາມໄວ້ວາງໃຈຂອງຫລາຍປະເທດຢູ່ເອີລົບ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໄດ້ໃຫ້ຄຳໝັ້ນສັນຍາຍູ້ແຮງການປະຕິຮູບພາກພື້ນນຳໃຊ້ສະກຸນເງິນເອີໂຣ ແລະ ເນັ້ນຫນັກວ່າ:“ພວກເຮົາພວມຢືນຢູ່ຕໍ່ຫນ້າສິ່ງທ້າທາຍ ຕ້ອງປະຕິບັດສົນທິສັນຍາການເງິນຢ່າງວ່ອງໄວ ແລະ ພວກເຮົາຕ້ອງປະຕິບັດຢ່າງເດັດຂາດ ຫາກບໍ່ພຽງແຕ່ມານະພະຍາຍາມຜ່ອນຄາຍສະພາບການເທົ່ານັ້ນ. ພວກເຮົາຈະມີຄວາມເອົາໃຈໃສ່ເປັນພິເສດເຖິງເລ່ືອງນຳກອງທຶນຮັກສາການເງິນເປັນປົກກະຕິເຂົ້າເຄື່ອນໄຫວຍິ່ງໄວກໍຍິ່ງດີ. ສິ່ງນີ້ແມ່ນສຳຄັນທີ່ສຸດເພື່ອບັນລຸຄວາມໄວ້ເນື້ອເຊື່ອໃຈຂອງບັນດານັກລົງທຶນ. ໃນສະພາບການນັ້ນ ບັນດາປະເທດ ອີຢູ ສ່ວນຫລາຍບໍ່ບັນລຸລະດັບການເຕີບໂຕ. ເກືອບຄືວ່າ ທັງເອີລົບ, ໃນນັ້ນ ລວມມີບັນດາປະເທດພາຍໃນ ແລະ ນອກພາກພື້ນນຳໃຊ້ສະກຸນເງິນເອີໂຣ ຕ້ອງປະເຊີນຫນ້າກັບກຳລັງດັນຈາການຫລຸດຜ່ອນລາຍຈ່າຍລົງ ເພື່ອຊຳລະຫນິ້ສິນ. ແລະ ມາຮອດປະຈຸບັນ ບັນດານັກວາງແຜນກຳນົດນະໂຍບາຍ ອີຢູ ຍັງຄົງບໍ່ທັນຊອກໄດ້ສຽງເວົ້າລວມທີ່ກ່ຽວຂ້ອງເຖິງບັນດາແນວທາງເສດຖະກິດ ເພື່ອຮັບມືກັບວິກິດການຫນິ້ສິນ. ເລື່ອງ S&P ຫລຸດອັນດັບທີ່ມີຕໍ່ປະເທດຈຳນວນຫນຶ່ງຢູ່ເອີລົບ ບໍ່ແມ່ນເລື່ອງບັງເອີນ. ແຕ່ຜົນຈາກເລື່ອງຫລຸດອັນດັບນີ້ຈະເຮັດໃຫ້ພື້ນຖານເສດຖະກິດເອີລົບຖືກເສຍຄວາມໄວ້ເນື້ອເຊື່ອໃຈ. ວິກິດການຫນິ້ສິນຂອງລັດ ຢູ່ເອີລົບ ບໍ່ທັນຊອກຫາວິທີແກ້ໄຂໄດ້ ຈະເຮັດໃຫ້ສະພາບນັບມື້ນັບຮ້າຍແຮງກວ່າ ຖ້າຫາກໃນການປະຊຸມຈຸດຂຶ້ນທ້າຍເດືອນນີ້ ບັນດາການນຳເອີລົບຍັງຄົງບໍ່ບັນລຸໄດ້ຂໍ້ຕົກລົງທີ່ຈຳເປັນ./.
ດ່ວານທີຈູງ