(vovworld)- ວັນທີ 13/2, ທ່ານ John Kerry ລັດຖະມົນຕີການຕ່າງປະເທດອາເມລິກາ ໄດ້ເລີ່ມຕົ້ນການໄປປະຕິບັດງານຢູ່ 4 ປະເທດອາຊີ ຊື່ງຈະແກ່ຍາວຮອດວັນທີ 18/2, ກ່ອນແຜນການທີ່ປະທານາທິບໍດີ Barack Obama ໄປຢ້ຽມຢາມອາຊີ ໃນເດືອນເມສາທີ່ຈະມາເຖິງ ເພື່ອແນໃສ່ຊຸກຍູ້ຍຸດທະສາດປ່ຽນທິດຂອງອາເມລິກາ ເຂົ້າພາກພື້ນນີ້. ໃນສະພາບການທີ່ຄວາມເຄັ່ງຕຶງໃນພາກພື້ນພວມເພີ່ມຂຶ້ນສູງນັ້ນ, ການໄປປະຕິບັດງານຂອງທ່ານລັດຖະມົນຕີການຕ່າງປະເທດ John Kerry ໄດ້ຮັບຂໍ້ໃຫ້ສັງເກດວ່າ: ພຽງແຕ່ມີລັກສະນະທາງການທູດເທົ່ານັ້ນ, ຍ້ອນວໍຊິງຕັນ ຍາກທີ່ຈະຍົກອອກຫຼັກໝັ້ນທີ່ຈະແຈ້ງຕໍ່ບັນດາບັນຫາເຄັ່ງຮ້ອນຂອງພາກພື້ນໄດ້.
4 ປະເທດອາຊີ ຊື່ງທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ໄປຢ້ຽມຢາມລວມມີ: ສ.ເກົາຫຼີ, ຈີນ, ອິນໂດເນເຊຍ ແລະ ຢູໄນເຕັບ ອາຣັບ ເອມມີເລດ (UAE). ຢູ່ແຕ່ລະປະເທດ, ຈຸດສຸມຂອງການພົບປະສົນທະນາຍັງແມ່ນບັນດາບັນຫາທີ່ບໍ່ໃໝ່ອຽມ, ລວມມີບັນດາມາດຕະການເພີ່ມທະວີການພົວພັນຮ່ວມມືສອງຝ່າຍ ແລະ ບັນດາຫົວເລື່ອງທີ່ເຄັ່ງຮ້ອນຂອງໂລກ.
ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry
(ພາບ: . AFP/TTXVN)
ເພີ່ມນະໂຍບາຍປ່ຽນທິດໄປອາຊີ
ຢູ່ເຊີອຸນ-ປະເທດ ສ.ເກົາຫຼີ, ທ່ານ John Kerry ມີການພົບປະກັບບັນດາເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານ ສ.ເກົາຫຼີ ແລະ ຢືນຢັນຄືນໃໝ່ຄວາມໝັ້ນຄົງຂອງສຳພັນທະມິດອາເມລິກາ- ສ.ເກົາຫຼີ. ສອງຝ່າຍຈະປຶກສາຫາລືບັນດາມາດຕະການເພື່ອແນໃສ່ເປີດກ້ວາງການຮ່ວມມືສອງຝ່າຍໃນບັນດາບັນຫາພາກພື້ນ ແລະ ທົ່ວໂລກ, ພ້ອມທັງສືບຕໍ່ການຮ່ວມມືລະຫວ່າງສອງປະເທດກ່ຽວກັບບັນຫາ ສປປ.ເກົາຫຼີ.
ຢູ່ປະເທດຈີນ, ທ່ານ John Kerry ຈະພ້ອມກັບບັນດາການນຳປັກກິງ ປຶກສາຫາລືບັນດາບັນຫາພາກພື້ນ, ໃນນັ້ນມີບັນຫາກ່ຽວຂ້ອງເຖິງ ສປປ.ເກົາຫຼີ, ພ້ອມທັງຍົກອອກຄວາມສຳຄັນຂອງການຮ່ວມມືລະຫວ່າງອາເມລິກາ-ຈີນ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ພະລັງງານສະອາດ.
ຢູ່ຈາກາກຕາ ປະເທດອິນໂດເນເຊຍ, ທ່ານ John Kerry ຈະສວມບົດບາດປະທານຮ່ວມການປະຊຸມຂອງຄະນະກຳມະການປະສົມຕາມຂອບເຂດການພົວພັນຄູ່ຮ່ວມມືຮອບດ້ານອາເມລິກາ-ອິນໂດເນເຊຍ ແລະ ພົບປະກັບທ່ານເລຂາທິການໃຫ່ຍອາຊຽນ ເພື່ອແນໃສ່ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນລະຫວ່າງອາເມລິກາ ກັບບັນດາລະບອບຫຼາຍຝ່າຍຢູ່ພາກພື້ນອາຊີ.
ຢູໄນເຕັບ ອາຣັບ ເອມມີເລດ (UAE) ແມ່ນປະເທດສຸດທ້າຍໃນການໄປປະຕິບັດງານຢູ່ 4 ປະເທດອາຊີຂອງທ່ານ John Kerry. ນະທີ່ນີ້, ທ່ານຈະມີການພົບປະກັບບັນດາເຈົ້າໜ້າທີ່ຂັ້ນສູງ UAE ແລະ ປຶກສາຫາລືບັນດາບັນຫາສອງຝ່າຍ ກໍ່ຄືບັນຫາຕ່າງໆໃນພາກພື້ນທີ່ກ່ຽວຂ້ອງເຖິງຜົນປະໂຫຍດລວມ ສຳລັບສາຍພົວພັນລະຫວ່າງອາເມລິກາ ແລະ UAE.
ສິ່ງທ້າທາຍຂອງນະໂຍບາຍການຕ່າງປະເທດອາຊີ
ແຕ່ວ່າ, ເນື້ອໃນໜຶ່ງພວມໄດ້ຮັບຄວາມສົນໃຈຈາກຫາສຽງທີ່ສຸດ, ນັ້ນແມ່ນສານທີ່ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ນຳມາເຖິງຈີນ. ກ່ອນການໄປຢ້ຽມຢາມຈີນ, ອາເມລິກາ ໄດ້ໃຫ້ຄຳໝັ້ນສັນຍາຈະປະຕິບັດສາຍພົວພັນອັນຕັ້ງໜ້າ, ຮ່ວມມື ແລະ ຮອບດ້ານ. ຄຳຖະແຫຼງຂອງກະຊວງການຕ່າງປະເທດອາເມລິກາ ໄດ້ດຶງດູດຄວາມສົນໃຈຈາກຫາງສຽງຍ້ອນໄດ້ເກີດຂຶ້ນກົງກັບເວລາທີ່ຈີນ ຫາກໍ່ເປີດເຜີຍແຜນການສ້າງຕັ້ງເຂດປ້ອງກັນອາກາດໃນທະເລຕາເວັນອອກ. ດ້ວຍສານຢູ່ປັກກິງ, ຜູ້ຊ່ຽວຊານຫຼາຍທ່ານໄດ້ຕັ້ງຄຳຖາມວ່າ, ວໍຊິງຕັນ ຈະຮັກສາຍຸດທະສາດສ້າງຄວາມດຸນດຽງຄືນໃໝ່ໄດ້ຫຼືບໍ່? ນອກນັ້ນ, ເລື່ອງຍີ່ປຸ່ນ, ຟີລິບປິນ ຊື່ງແມ່ນສອງປະເທດພັນທະມິດຂອງອາເມລິກາ ພັດບໍ່ມີຊື່ໃນບັນຊີລາຍຊື່ບັນດາປະເທດທີ່ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ຈະມາຢ້ຽມຢາມໃນການໄປປະຕິບັດງານຄັ້ງນີ້ ກໍ່ເຮັດໃຫ້ຫາງສຽງມີຄວາມວິຕົກກັງວົນວ່າ, ພາລະກຳຂອງທ່ານ John Kerry ໃນການສ້າງຄວາມຮັບຮູ້ຄຶນໃໝ່ຂອງຫຼາຍປະເທດອາຊີ ກ່ຽວກັບຍຸດທະສາດປ່ຽນທິດຂອງອຳນາດການປົກຄອງ Barack Obama ຈະປະສົບກັບສິ່ງທ້າທາຍຫຼາຍຢ່າງ.
ໃນຂະນະນັ້ນ, ສຳລັບບັນຫາ ສປປ.ເກົາຫຼີ, ຕາມຂໍ້ໃຫ້ສັງເກດຂອງວົງການນັກໄຈ້ແຍກແລ້ວ, ການໄປຢ້ຽມຢາມ ສ.ເກົາຫຼີ ຂອງການນຳກະຊວງການຕ່າງປະເທດອາເມລິກາ ອາດຈະກໍ່ໃຫ້ເກີດຄວາມເຄັ່ງຕຶງຂຶ້ນຕື່ມ ໃນສະພາບການທີ່ຈຸດເວລາຈັດການສ້ອມຮົບຮ່ວມອາເມລິກາ-ສ.ເກົາຫຼີ ໃກ້ຈະມາຮອດແລ້ວ.
ສຳລັບການໄປປະຕິບັດງານຢູ່ອາຊີ ຄັ້ງນີ້, ລັດຖະບານອາເມລິກາ ພວມສົ່ງສັນຍານການທູດທີ່ສັບສົນ, ສະແດງໃຫ້ເຫັນການດັດສົມທີ່ບໍ່ງ່າຍດາຍໃນນະໂຍບາຍອາຊີ ຂອງປະທານາທິບໍດີ Barack Obama. ດ້ານໜຶ່ງ, ແມ່ນວໍຊິງຕັນ ຢາກຮ່ວມມື, ແຕ່ດ້ານໜຶ່ງອີກພັດຢາກຄວບຄຸມປັກກິງ. ຍ້ອນເຫດນັ້ນ, ພາລະກຳທາງການທູດທຳອິດໃນປີ 2014 ຂອງ ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ຢູ່ອາຊີ ອາດຈະຖືກຖືວ່າ ແມ່ນເພື່ອແນໃສ່ເພີ່ມຄວາມມານະພະຍາຍາມປ່ຽນທິດຂອງອາເມລິກາ ຢູ່ພາກພື້ນນີ້./.