(vovworld) - ວັນທີ 23/9, ກອງປະຊຸມຕ້ານການປ່ຽນແປງດິນຟ້າອາກາດຂອງສະຫະປະຊາຊາດ (ສປຊ) ໄດ້ໄຂຂຶ້ນຢູ່ນະຄອນນີວຢອກ (ອາເມລິກາ). ມີປະມຸກລັດກວ່າ 120 ທ່ານ, ຜູ້ຕາງໜ້າບັນດາກຸ່ມບໍລິສັດໃຫຍ່, ອົງການການເງິນ ແລະ ອົງການສັງຄົມວິຊາຊີບນັບຮ້ອຍແຫ່ງໄດ້ເຂົ້າຮ່ວມກອງປະຊຸມ. ດ້ວຍຂອບຂະໜາດໃຫຍ່ກວ່າໝູ່ໃນປະຫວັດສາດແຫ່ງການປ່ຽນແປງຂອງດິນຟ້າອາກາດ, ຫວັງວ່າກອງປະຊຸມຄັ້ງນີ້ຈະບັນລຸໄດ້ຂໍ້ຕົກລົງທີ່ມີລັກສະນະຜູກມັດດ້ານນິຕິກຳ, ກ້າວໄປເຖິງການລົງນາມໃນສັນຍາຕ້ານການປ່ຽນແປງຂອງດິນຟ້າອາກາດໃນປີ 2015.
(ພາບ:ອິນເຕີແນດ)
ກອງປະຊຸມນິວຢອກ 2014 ຄັ້ງນີ້ ດຳເນີນໄປໃນສະພາບທີ່ບັນດານັກຄົ້ນຄ້ວາກ່ຽວກັບວິທະຍາສາດ, ສິ່ງແວດລ້ອມ ແລະ ເສດຖະກິດໄດ້ຊີ້ອອກວ່າ, ໂລກຕ້ອງມີການລົງທຶນໃຫ້ວຽກງານຕ້ານການປ່ຽນແປງຂອງດິນຟ້າອາກາດຍິ່ງໄວກໍ່ຍິ່ງດີ, ຖ້າບໍ່ເຮັດໄດ້ຄືແນວນັ້ນ, ໃນ 15 ປີຕໍ່ໜ້າ, ທົ່ວໂລກຈະຕ້ອງປະເຊີນໜ້າກັບໄພພິບັດຢ່າງຮ້າຍແຮງ. ຍ້ອນເຫດນັ້ນ, ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນສ້າງຂອບເຂດໃຫ້ແກ່ການປຶກສາຫາລືສົນທິສັນຍາຫຼຸດຜ່ອນມົນລະພິດ ແລະ ການປ່ອຍອາຍແກສເຮືອນແກ້ວເຊິ່ງຈັດຂຶ້ນໃນທ້າຍປີນີ້ຢູ່ ເປຣູ ແລະ ໃນປີ 2015 ຢູ່ຝລັ່ງ, ເພື່ອແທນໃຫ້ອະນຸສັນຍາ Kyoto ທີ່ໄດ້ໝົດຜົນສັກສິດ.
ຜົນຮ້າຍຢ້ອນຫຼັງຕໍ່ມະນຸດເມື່ອບໍ່ທັນມີການກະທຳ
ຕາມຕົວເລກຂອງທະນາຄານໂລກ, ຄາດວ່າຄວາມເສຍຫາຍດ້ານເສດຖະກິດໂດຍໄພທຳມະຊາດກໍ່ຂຶ້ນໃນຮອບ 10 ປີ ມານີ້ແມ່ນຂຶ້ນເຖິງເກືອບ 200 ຕື້USD/ປີ ແລະ ຕົວເລກດັ່ງກ່າວຈະສືບຕໍ່ເພີ່ມຂຶ້ນ. ພາຍຸນ້ຳຖ້ວມນັບມື້ນັບຮ້າຍແຮງກວ່າ, ໜ່ວຍໂລກນັບມື້ນັບອຸ່ນກວ່າ. ເປັນທີ່ຈະແຈ້ງແລ້ວວ່າ, ໂລກພວມປະເຊີນໜ້າກັບບັນດາໄພພິບັດ, ແຕ່ທຸກສິ່ງທຸກຢ່າງເຊິ່ງປະເທດຕ່າງໆໄດ້ໃຫ້ຄຳໝັ້ນສັນຍາໃນຫຼາຍປີຜ່ານມາ, ບໍ່ທັນມີການກະທຳເທື່ອ. ແຕ່ລະເທື່ອ, ເມື່ອກອງປະຊຸມກ່ຽວກັບການປ່ຽນແປງດິນຟ້າອາກາດຂອງ ສປຊ ດຳເນີນໄປ, ຜູ້ຄົນທັງຫຼາຍລ້ວນແຕ່ເຫັນປະຈັກຕາການໂຕ້ຖຽງກັນລະຫວ່າງບັນດາປະເທດພັດທະນາ ແລະ ພວມພັດທະນາໃນບັນຫາໃຫ້ຄຳໝັ້ນສັນຍາຫຼຸດຜ່ອນມົນລະພິດ ແລະ ການປ່ອຍອາຍແກສເຮືອນແກ້ວ, ກົນໄກປະກອບດ້ານການເງິນ, ການຖ່າຍທອດເຕັກໂນໂລຢີ.
ກອງປະຊຸມ Copenhagen ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດປີ 2009 ເຄີຍແມ່ນເຫດການທີ່ດຶງດູດຄວາມສົນໃຈຂອງທຸກໆປະເທດ, ດ້ວຍການເຂົ້າຮ່ວມຂອງປະມຸກລັດເກືອບ 100 ທ່ານ. ແຕ່ການຜັນຂະຫຍາຍປະຕິບັດພັດບໍ່ບັນລຸໄດ້ໝາກຜົນຍ້ອນຂາດການສົມທົບກັນຢ່າງຄົບຊຸດລະຫວ່າງບັນດາປະເທດ ແລະ ເຂດແຄ້ວນ, ໄລຍະມໍ່ໆມານີ້ແມ່ນກອງປະຊຸມກ່ຽວກັບການປ່ຽນແປງດິນຟ້າອາກາດຂອງ ສປຊ ປີ 2013 ເຊິ່ງຈັດຕັ້ງຂຶ້ນຢູ່ ໂປໂລຍ. ທີ່ກອງປະຊຸມນີ້, ຄຳເຫັນປະກອບທີ່ເຕັມໄປດ້ວຍຄວາມສະເທືອນໃຈຂອງຫົວໜ້າຄະນະ ຟິລິບປິນ ເມື່ອເຕື້ອງເຖິງໄພພິບັດໂດຍພະຍຸ ໄຮຢານ ກໍ່ຂຶ້ນໃຫ້ພໍ່ແມ່ປະຊາຊົນຢູ່ປະເທດຕົນ, ພຽງແຕ່ເຮັດໃຫ້ທຸກຄົນຕື້ນຕັນໃຈເທົ່ານັ້ນ ຫາກບໍ່ທັນຍົກອອກບັນດາການກະທຳທີ່ມີປະສິດທິຜົນເທື່ອ. ການອົດເຂົ້າໃນເວລາ 12 ວັນທີ່ດຳເນີນກອງປະຊຸມພ້ອມກັບຄຳຮຽກຮ້ອງໂລກຈົ່ງເຮັດສິ່ງໃດໜຶ່ງເພື່ອຮັບມືກັບໄພພິບັດຂອງຫົວໜ້າຄະນະຜູ້ແທນ ຟິລິບປິນ, ເຖິງວ່າໄດ້ຮັບຄວາມເຫັນດີເຫັນພ້ອມຈາກຜູ້ແທນຫຼາຍທ່ານກໍ່ຕາມ, ແຕ່ບໍ່ສາມາດປຸກລຸກມະນຸດຮ່ວມແຮງຮ່ວມໃຈເຄື່ອນໄຫວໄດ້ເທື່ອ.
ຈາກຄວາມຕັດສິນໃຈເຖິງການກະທຳ: ຊ່ອງຫວ່າງຍັງຫ່າງໄກຢູ່
ເຖິງວ່າຮອງຮັບບັນດາຜົນເສຍຫາຍໂດຍການປ່ຽນແປງຂອງດິນຟ້າອາກາດກໍ່ຂຶ້ນພວມກາຍເປັນບັນຫາໜັກໜ່ວງຂອງທົ່ວໂລກ, ແຕ່ປະຈຸບັນ, ບັນດາປະເທດບໍ່ທັນຊອກໄດ້ສຽງເວົ້າລວມເພື່ອແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ.
ຕ້ອງມີຄວາມຍຸຕິທຳໃນໜ້າທີ່ຮັບຜິດຊອບ, ຖານະ ແລະ ພັນທະລະຫວ່າງບັນດາປະເທດໃນໂລກໃນບັນຫາລວມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ຄຳຂວັນນີ້ໄດ້ເຕຶ້ອງເຖິງຫຼາຍເທື່ອໃນກອງປະຊຸມແຕ່ລະຄັ້ງ, ແຕ່ຕ້ອງເຮັດແນວໃດເພື່ອຫັນຄວາມຕັດສິນເປັນການກະທຳນັ້ນແມ່ນສິ່ງທີ່ບໍ່ມີຄຳຕອບ. ຍ້ອນເຫດນັ້ນ, ເຂົາເຈົ້າບໍ່ຫວັງວ່າກອງປະຊຸມຄັ້ງນີ້ຈະບັນລຸໄດ້ລໍຄອຍຂໍ້ຕົກລົງສຳຄັນນີ້. ເຖິງຢ່າງໃດກໍ່ຕາມ, ຫາງສຽງຍັງຫວັງວ່າກອງປະຊຸມຄັ້ງນີ້ສາມາດສ້າງໃຫ້ມີແຜນການລະອຽດເພື່ອເລີ່ມແກ້ໄຂບັນດາສິ່ງຍັງຄົງຄ້າງໃນປະຈຸບັນ. ມີຄວາມມານະພະຍາຍາມຫຼາຍຢ່າງພວມໄດ້ຮັບການປະຕິບັດ ເພື່ອແນໃສ່ນຳມາເຊິ່ງຜົນງານອັນລະອຽດຈາກນິວຢອກ. ກ່ອນດຳເນີນກອງປະຊຸມ, ມີປະຊາຊົນປະມານ 600.000 ຄົນໄດ້ລົງຖະໜົນແຫ່ຂະບວນຢູ່ 2000 ກວ່າແຫ່ງ ໃນ 161 ປະເທດເພື່ອຮຽກຮ້ອງໂລກມີການກະທຳດ່ວນເພື່ອຕ້ານການປ່ຽນແປງຂອງດິນຟ້າອາກາດ.
ຮ່ວມແຮງຮ່ວມໃຈກະທຳເພື່ອໂລກພາຍພາກໜ້າ
ຕາມການຄົ້ນຄ້ວາຂອງບັນດານັກຊ່ຽວຊານ, ໃນ 15 ປີຕໍ່ໜ້າຄາດວ່າໂລກຈະຕ້ອງລົງທຶນ 90.000 ຕື້ USD, ໃນນັ້ນສຸມໃສ່ 3 ຂົງເຂດຕົ້ນຕໍ່ນັ້ນແມ່ນພະລັງງານຂຽວ, ກໍ່ສ້າງນະຄອນທີ່ປ່ອນ cacbon ໜ້ອຍ ແລະ ນຳໃຊ້ທີ່ດິນຢ່າງເໝາະສົມ. ຖ້າຫາກເສດຖະກິດໂລກຍັງດຳເນີນທຸກສິ່ງທຸກຢ່າງຄືໃນປະຈຸບັນ, ມົນລະພິດສິ່ງແວດລ້ອມຈະກໍ່ຄວາມເສຍຫາຍເຖິງ 4,4% ຂອງ GDP ໃນທົ່ວໂລກ, ສຸຂະພາບຂອງປະຊາຊົນຖືກຜົນສະທ້ອນ, ພາໃຫ້ເສຍຄ່າປິ່ນປົວພະຍາດໂດຍມົນລະພິດກໍ່ຂຶ້ນ.
ດ້ວຍບັນດາພະຍານຫຼັກຖານວິທະຍາສາດນີ້, ເປັນທີ່ຈະແຈ້ງແລ້ວວ່າ, ຢາກມີຊີວິດໄດ້ດີກວ່າ, ໄປຄຽງຄູ່ກັບການພັດທະນາເສດຖະກິດ ແມ່ນ ຕ້ອງປົກປັກຮັກສາສິ່ງແວດລ້ອມ, ຫຼຸດຜ່ອນການປ່ອຍອາຍແກສເຮືອນແກ້ວ, ທັງສ້າງວຽກເຮັດງານທຳ, ຫຼຸດຜ່ອນຄວາມທຸກຍາກອຶດຫິວ. ຖ້າຫາກທຸກໆປະເທດເປັນຈິດໜຶ່ງໃຈດຽວ, ບໍ່ເຫັນແຕ່ຜົນປະໂຫຍດດ້ານເສດຖະກິດສ່ວນຕົວ, ແນ່ນອນວ່າການປ່ຽນແປງດ້ານເຕັກໂນໂລຢີ ແລະ ການປະຕິຮູບໂຄງປະກອບໃນເສດຖະກິດທົ່ວໂລກ ຈະຊ່ວຍໃຫ້ໂລກກໍ່ສ້າງພື້ນຖານເສດຖະກິດທັງປ່ອຍ cacbon ຫນ້ອຍ, ທັງບັນລຸລະດັບເຕີບໂຕພໍສົມຄວນ. ນີ້ກໍ່ແມ່ນສິ່ງທີ່ທຸກຄົນ, ທຸກປະເທດຫວັງວ່າ, ບັນດາບັນຫາທີ່ວາງອອກໃນກອງປະຊຸມຄັ້ງນີ້ຈະໄດ້ຮັບການຜັນຂະຫຍາຍ.