(vovworld) – ກອງປະຊຸມສຸດຍອດສະຫະພາບເອີລົບ (EU) ຈະດຳເນີນໃນລະຫວ່າງວັນທີ 7 – 8/2 ຈະມາເຖິງ, ຢູ່ ບຮຸກເຊັນ ປະເທດແບນຊິກ. ເນື້ອໃນຕົ້ນຕໍ່ຂອງກອງປະຊຸມ ແມ່ນວາລະປຶກສາຫາລືກ່ຽວກັບງົບປະມານໄລຍະ 2014 – 2020, ກ່ອນທີ່ຈັດກອງປະຊຸມ, ບັນດາເຈົ້າໜ້າທີ່ຂອງຫຼາຍປະເທດໃນກຸ່ມນີ້ ໄດ້ສະແດງຄວາມວິຕົກກັງວົນຕໍ່ຄວາມສາມາດບັນລຸໄດ້ຂໍ້ຕົກລົງກ່ຽວກັບງົບປະມານທີ່ມີມູນຄ່າ 1000 ຕື້ກວ່າເອີໂຮ.
ບັນດາການນຳອີຢູສືບຕໍ່ຮັບມືທີ່ກອງປະຊຸມສຸດຍອດ EUຄັ້ງນີ້
ຕາມຂໍ້ສັງເກດຂອງປະທານາທິບໍດີຝລັ່ງ Francois Hollande ແລະ ນາຍົກລັດຖະມົນຕີ ອີຕາລີ Mario Monti ແລ້ວ, ການເຈລະຈາຄັ້ງຕ່າງໆກ່ຽວກັບງົບປະມານຂອງ EU ໃຫ້ແກ່ໄລຍະ 2014 – 2020 ນັບມື້ນັບປະສົບກັບຄວາມຫຍຸ້ງຍາກ. ວັນທີ 3/2, ຢູ່ Elysee, ປະທານາທິບໍດີຝລັ່ງ Francois Hollande ແລະ ນາຍົກລັດຖະມົນຕີ ອີຕາລີ Mario Monti ໄດ້ອອກຖະແຫຼງການຮ່ວມ ຝລັ່ງ - ອີຕາລີ ໂດຍໃຫ້ຂໍ້ສັງເກດວ່າ, EU ບໍ່ທັນມີເງື່ອນໄຂອັນຈຳເປັນຕ່າງໆ ເພື່ອສາມາດບັນລຸໄດ້ຂໍ້ຕົກລົງກ່ຽວກັບງົບປະມານ. ປະທານາທິບໍດີຝລັ່ງ Francois Hollande ກ່າວເຕືອນວ່າ, ເຖິງວ່າຝລັ່ງປາດຖະໜາຢາກບັນລຸໄດ້ຂໍ້ຕົກລົງນີ້ທີ່ສຸດກໍ່ຕາມ, ແຕ່ທ່ານກໍ່ເຫັນວ່າຈະບໍ່ບັນລຸໄດ້ຂໍ້ຕົກລົງໃນທັນທີ. ສ່ວນທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ກໍ່ຍອມຮັບວ່າ, ທ່ານນາງໄດ້ກຽມພ້ອມດ້ານຈິດໃຈໃຫ້ແກ່ການເຈລະຈາທີ່ຫຍຸ້ງຍາກນີ້ແລ້ວ. ໃນຂະນະນັ້ນ, ປະທານລັດຖະສະພາເອີລົບ (EP), ທ່ານ Martin Schulz, ກໍ່ກ່າວເຕືອນວ່າອະນາຄົດຂອງ EU ອາດຈະປະສົບກັບຄວາມສ່ຽງ. ທ່ານຮຽກຮ້ອງໃຫ້ຮັບຮອງເອົາບ້ວງງົບປະມານດັ່ງກ່າວ ເພື່ອ ຍູ້ສະພາບຂາດຄວາມສະເໝີພາບໃນສັງຄົມ ຍ້ອນການກະທົບຂອງວິກິດການເສດຖະກິດໃຫ້ຖອຍໄປ.
ໃນແຜນງົບປະມານໄລຍະຍາວ ໂດຍປະທານຜູ້ປະຈຳການສະຫະພາບເອີລົບ Herman Van Rompuy ປະກາດເມື່ອກາງເດືອນ 11 ປີ 2012, ໄດ້ຄາດຄະເນວ່າ, ງົບປະມານ EU ໄລຍະ 2014 – 2020 ຈະຫຼຸດລົງປະມານ 80 ຕື້ເອີໂຮ. ສ່ວນຫຼຸດລົງນີ້ແມ່ນຕຳ່ກວ່າລະດັບສະເໜີ ແມ່ນ 100 – 120 ຕື້ເອີໂຮຂອງບັນດາປະເທດປະກອບຕົ້ນຕໍ່ໃຫ້ແກ່ງົບປະມານຂອງ EU ໃນນັ້ນມີອັງກິດ, ເຢຍລະມັນ. ນີ້ກໍ່ແມ່ນສາຍເຫດທີ່ກໍ່ຄວາມຖົກຖຽງກັນລະຫວ່າງບັນດາປະເທດສະມາຊິກ, ເພາະວ່າບັນດາປະເທດນີ້ບໍ່ຢາກຮັບຜິດຊອບປະກອບສ່ວນຫຼາຍກວ່າອີກໃນໄລຍະຮັດເຂັ້ມຄັດປະຈຸບັນນີ້. ໃນນັ້ນ, ອັງກິດ ແມ່ນປະເທດທີ່ຮຽກຮ້ອງໃຫ້ມີການຫຼຸດງົບປະມານລົງຫຼາຍກວ່າໝູ່ ກໍ່ບໍ່ເຫັນດີກັບບ້ວງເງິນ ໂດຍ EU ຈັດແບ່ງໃຫ້ໃນແຕ່ລະປີ ເພາະຖືວ່າ ບ້ວງເງິນນີ້ແມ່ນໜ້ອຍທີ່ສຸດ ເມື່ອທຽບໃສ່ການປະກອບຂອງອັງກິດ. ມາຮອດປະຈຸບັນ, ທັດສະນະນີ້ຍັງບໍ່ທັນມີການປ່ຽນແປງເທື່ອ. ແລະ ສິ່ງດັ່ງກ່າວແມ່ນບໍ່ມີປະໂຫຍດໃຫ້ແກ່ກອງປະຊຸມສຸດຍອດ EU ທີ່ຈະມາເຖິງ. ສ່ວນທ່ານນາຍົກລັດຖະມົນຕີ ອີຕາລີ Mario Monti ພັດຖືວ່າ, ການປະກອບສ່ວນຂອງແຕ່ລະປະເທດໃຫ້ແກ່ງົບປະມານ ແມ່ນຕ້ອງເໝາະສົມກັບສະພາບເສດຖະກິດຕົວຈິງຂອງປະເທດນັ້ນ, ຕ້ອງຄິດໄລ່ເຖິງວິກິດການການເງິນທີ່ສົ່ງຜົນສະທ້ອນເຖິງແຕ່ລະປະເທດແມ່ນຄືແນວໃດ. ຂໍ້ຕົກລົງກ່ຽວກັບງົບປະມານຍາກທີ່ຈະບັນລຸໄດ້, ເມື່ອບັນດານັກສ້າງກົດໝາຍສະຫະພາບເອີລົບກ່າວເຕືອນວ່າຈະປະຕິເສດຖ້າຫາກວ່າງົບປະມານຖືກຫຼຸດຜ່ອນຫຼາຍ. ສິ່ງດັ່ງກ່າວພາໃຫ້ບັນດາປະເທດພາຄີ ອາດຈະຕ້ອງເລີ່ມຕົ້ນວິວັດການເຈລະຈາກ່ຽວກັບງົບປະມານຄືນໃໝ່.
ໃນກໍລະນີ EU ບໍ່ຮັບຮອງບ້ວງງົບປະມານໄດ້, ການຂາດຄວາມສະເໝີພາບໃນສັງຄົມປະຈຸບັນນີ້ຢູ່ເອີລົບ ຈະສົ່ງຜົນສະທ້ອນບໍ່ດີເຖິງຜູ້ອອກແຮງງານຢູ່ແຕ່ລະປະເທດ. ພ້ອມກັບສະພາບເສດຖະກິດຖືກຫຼຸດລົງ, ອັດຕາສ່ວນຜູ້ຫວ່າງງານກໍ່ເພີ່ມຂຶ້ນໃນລະດັບສູງສຸດເຊິ່ງບໍ່ເຄີຍມີມາເທື່ອ, ຄວາມຜິດໂຕນດ້ານແຫຼ່ງລາຍຮັບການເງິນລະຫວ່າງບັນດາປະເທດສະມາຊິກໃນ EU ຍາກທີ່ຈະແກ້ໄຂໄດ້. ນັ້ນແມ່ນຍັງບໍ່ທັນເວົ້າເຖິງເລື່ອງ ເອີລົບຈະບໍ່ມີຄວາມສາມາດທາງດ້ານການເງິນຢ່າງພຽງພໍ ເພື່ອສະກັດກັ້ນຜົນສະທ້ອນຈາກວິກິດການໃນກຸ່ມ.
ສະຫະພາບເອີລົບ ໄດ້ປະລາໄຊໃນຄວາມມານະພະຍາຍາມທຳອິດ ກ່ຽວກັບການຮັບຮອງເອົາບ້ວງງົບປະມານ 1 ພັນຕື້ກວ່າເອີໂຮ (1,37 ພັນຕື້ USD) ໃນການປະຊຸມຂ່າວເມື່ອເດືອນ 11/2012. ເບິ່ງຄືວ່າການບັນລຸໄດ້ຂໍ້ຕົກລົງກ່ຽວກັບງົບປະມານ ທີ່ເຄີຍຖືກໂຈະໄວ້ໃນໄລຍະຍາວ, ໃນນັ້ນມີຜົນປະໂຫຍດຂອງທັງ 27 ປະເທດສະມາຊິກນັ້ນ, ທີ່ກອງປະຊຸມສຸດຍອດຈະມາເຖິງນີ້ແມ່ນຍາກທີ່ຈະເປັນໄປໄດ້.