ອາບການິສະຖານ ແມ່ນຫົວເລື່ອງສຳຄັນທີ່ສຸດສຳຫຼັບ ປະມຸກລັດ ຂອງ 28 ປະເທດສະມາຊິກໃນກຸ່ມ NATO ທີ່ເຂົ້າຮ່ວມກອງປະຊຸມຊຸດຍອດ ຊີກາໂກ. ນີ້ແມ່ນເລື່ອງເຂົ້າໃຈໄດ້ງ່າຍ, ເພາະວ່າ, ບັ້ນຮົບຢູ່ ອາບການິສະຖານໄດ້ແກ່ຍາວເປັນເວລາກວ່າໜຶ່ງທົດສະວັດແລ້ວ, ດັ່ງນັ້ນ, ອາເມລິກາ ແລະ NATO ຈຶ່ງຕ້ອງຄິດໄລ່ເຖິງເລື່ອງຖອນທະຫານອອກຈາກ ອາບການິສະຖານ. ຍິ່ງໄປກວ່ານັ້ນ, ນັບແຕ່ດົນນານມາແລ້ວ, ອາບການິສະຖານບໍ່ແມ່ນແຫ່ງເພື່ອສະແດງກຳລັງແຮງອີກ, ຫາກແມ່ນບ່ອນທີ່ຍູ້ໃຫ້ອາເມລິກາ ແລະ NATO ຕົກສະໜົມຢ່າງແທ້ຈິງ. ທີ່ກອງປະຊຸມ, ບັນດາການນຳ NATO ໄດ້ໃຫ້ຄຳໝັ້ນສັນຍາຈະສະໜັບສະໜູນວິວັດການຖອນທະຫານ NATO ອອກຈາກ ອາບການິສະຖານ ຢ່າງຖືກຕ້ອງຕາມແຜນການທີ່ໄດ້ວາງອອກແມ່ນໃນທ້າຍປີ 2014 ແລະ ພາຍຫຼັງປີ 2014 ຍັງຄົງສືບຕໍ່ໜູນຊ່ວຍຫຼາຍດ້ານໃຫ້ແກ່ລັດຖະບານ ແລະ ປະຊາຊົນປະເທດນີ້. ເພື່ອປະຕິບັດວິວັດການດັ່ງກ່າວ, NATO ຈະຝຶກອົບຮົມບັນດາກຳລັງທະຫານ ແລະ ຕຳຫຼວດ ອາບການິສະຖານ ເພື່ອສືບຕໍ່ຮັບປະກັນຄວາມໝັ້ນຄົງ ພາຍຫຼັງທີ່ NATO ຖອນທະຫານອອກ. ພ້ອມກັນນັ້ນ NATO ກໍ່ປາຖະໜາວ່າເລື່ອງຖອນທະຫານນີ້ກໍ່ເປັນສານທີ່ວ່າ ພາລະກຳຂອງ NATO ຢູ່ ອາບການິສະຖານ ໃນຕະຫຼອດໜຶ່ງທົດສະວັດທີ່ຜ່ານມາແມ່ນຜົນສຳເລັດ, ເຖິງວ່າຕ້ອງຮັບຄວາມເສຍຫາຍຫຼາຍຢ່າງ.
ກອງປະຊຸມກໍ່ໄດ້ໃຫ້ຄຳໝັ້ນສັນຍາວ່າຈະສະຫງວນເງິນ 1 ຕຶ້ USD ເພື່ອໜູນຊ່ວຍໃຫ້ບັນດາກຳລັງປ້ອງກັນຄວາມສະຫງົບຢູ່ອາບການິສະຖານ, ພາຍຫຼັງທີ່ NATO ຖອນທະຫານອອກຈາກສະໜາມຮົບອາຊີໃຕ້ນີ້ເມື່ອປີ 2014. ຄຳໝັ້ນສັນຍາດ້ານການເງິນນີ້ແມ່ນບໍ່ຄືກັນກັບຄຳຮຽກຮ້ອງຂອງປະທານາທິບໍດີ ອາເມລິກາ Barak Obama ກ່ອນຫນ້ານັ້ນ, ເຊິ່ງຮຽກຮ້ອງໃຫ້ NATO ປະກອບເງິນ 1,3 ຕຶ້ USD ໃຫ້ແກ່ອາບການິສະຖານ.
ຕາມບັນດານັກໄຈ້ແຍກແລ້ວ, ຄຳໝັ້ນສັນຍາດ້ານການເງິນນີ້ກໍ່ແມ່ນຜົນສຳເລັດ, ເພາະວ່າ, ໃນສະຖານະການປະຈຸບັນ, ສິ່ງດັ່ງກ່າວບໍ່ແມ່ນຄວາມໄຝ່ຝັນທີ່ປະຕິບັດງ່າຍໄດ້, ໃນຂະນະທີ່ບັນດາປະເທດສະມາຊິກ NATO ພັດຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແລະ ການລຸກຮຶ້ຂຶ້ນຂອງກຳລັງ Taliban ຢູ່ອາບການິສະຖານ, ພິເສດແມ່ນເລື່ອງໃຜຈະສະຫງວນເງິນໃຫ້ອາບການິສະຖານ ພາຍຫຼັງປີ 2014. ເຖິງວ່າບັນດາປະເທດສະມາຊິກ NATO ລ້ວນແຕ່ໃຫ້ຄຳໝັ້ນສັນຍາຈະສືບຕໍ່ໜູນຊ່ວຍຫຼາຍດ້ານໃຫ້ລັດຖະບານ ແລະ ປະຊາຊົນ ອາບການິສະຖານ ກໍ່ຕາມ, ແຕ່ເມື່ອເວົ້າເຖິງຕົວເລກລະອຽດແລ້ວ, ທຸກສິ່ງທຸກຢ່າງເກືອບຄືວ່າບໍ່ສະດວກສະບາຍອີກ. ຄວາມຈິງແລ້ວທຸກປະເທດໃນກຸ່ມ NATO ເວັ້ນເສຍແຕ່ ອາເມລິກາ ລ້ວນແຕ່ເຮັດທຸກສິ່ງທຸກຢ່າງເພື່ອຫຼຸດຜ່ອນການປະກອບສ່ວນຂອງຕົນ. ພຽງແຕ່ມີປະເທດໜຶ່ງດຽວແມ່ນ Luxembourg ແມ່ນໄດ້ມີຕົວເລກຈຳນວນເງິນປະກອບຢ່າງລະອຽດເທົ່ານັ້ນ, ສ່ວນເຢຍລະມັນກໍ່ມີຖະແຫຼງບໍ່ຈະແຈ້ງທີ່ວ່າຈະສະໜອງບ້ວງເງິນຫຼາຍພໍສົມຄວນ. ອັງກິດພັດລະມັດ ລະວັງເມື່ອໃຫ້ຄຳໝັ້ນໝາຍຈະປະກອບເງິນ 110 ລ້ານ USD/ປີ. ຕົວເລກດັ່ງກ່າວໄດ້ເຮັດໃຫ້ຫຼາຍຄົນຕົກສະເງີ້, ເພາະມັນໜ້ອຍສຸດ, ໃນຂະນະທີ່ອັງກິດແມ່ນປະເທດທີ່ມີກຳລັງທະຫານຫຼາຍອັນດັບ 3 ຢູ່ ອາບການິສະຖານ. ຕາມບັນດານັກໄຈ້ແຍກດ້ານການເມືອງແລ້ວ, ບັນດາຄຳໝັ້ນສັນຍານີ້ບາງເທື່ອຈະກ່ຽວຂ້ອງເຖິງເລື່ອງຮັກສາການພົວພັນອັນດີງາມກັບອາເມລິກາ ກວ່າກັບອາບການິດສະຖານ. ທ່ານນາງ Heather Conley, ຜູ້ອຳນວຍການໂຄງການຄົ້ນຄ້ວາເອີລົບຢູ່ສູນຄົ້ນຄ້ວາຍຸດທະສາດ ແລະການພົວພັນສາກົນກັບ ວໍຊິງຕັນ, ໄດ້ໃຫ້ຂໍ້ສັງເກດວ່າ, ກອງປະຊຸມສຸດຍອດ ທີ່ດຳເນີນໃນເວລາ 2 ວັນນັ້ນ ຄືດັ່ງການອວດໂອ້ ແລະ ຢາກໃຫ້ພວກເຮົາມີຄວາມຮັບຮູ້ກ່ຽວກັບບັນດາຄຳໝັ້ນສັນຍາພາຍຫຼັງປີ 2014 ຂອງບັນດາປະເທດໃນກຸ່ມ NATO.