ຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມ IPU ຄັ້ງທີ 130
|
ຕໍ່ໜ້າຂ່າວຄາວທີ່ຫວຽດນາມເປັນຄັ້ງທຳອິດຈະເປັນເຈົ້າພາບຈັດກອງປະຊຸມ ສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດໂລກຄັ້ງທີ 132 (IPU - 132) ໃນເດືອນ 3/2015 ນັ້ນ, ວົງຄະນະຍາດສາກົນກໍ ລ້ວນແຕ່ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມຈະຈັດຕັ້ງເຫດການນີ້ຢ່າງສຳເລັດຜົນ. ເລື່ອງເປັນ ເຈົ້າພາບຈັດ ກອງປະຊຸມສະມັດຊາໃຫຍ່ IPU – 132 ແມ່ນສືບຕໍ່ຢືນຢັນການສະໜັບສະໜູນ ແລະ ໃຫ້ບຸລິມະສິດຢ່າງສູງຂອງຫວຽດນາມໃນການຮ່ວມມືກັບ IPU, ພ້ອມທັງ ຍັງສົ່ງສານ ໃຫ້ທົ່ວໂລກ ຮັບຊາບວ່າ : ຫວຽດນາມແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງ IPU, ສູ້ຊົນເພື່ອສັນຕິພາບ, ວັດທະນາຖາວອນ, ພັດທະນາໃນທົ່ວໂລກ .
ໃນຂອບເຂດບັນດາການເຄື່ອນໄຫວຂອງກອງປະຊຸມ ສະມັດຊາໃຫຍ່ລັດຖະ ສະພາລະຫວ່າງຊາດໂລກຄັ້ງທີ 130 ຊຶ່ງຖືກຈັດຂຶ້ນຢູ່ເຊີແນວ ປະເທດສະວິດ, ວັນທີ 18/3, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮຸ່ງ ແລະ ທ່ານປະທານ IPU Abdelwahad Radi ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບເລື່ອງຫວຽດນາມເປັນເຈົ້າພາບຈັດກອງປະຊຸມ ສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດໂລກຄັ້ງທີ 132 (IPU - 132) ໃນເດືອນ 3/2015. ນອກຈາກເລື່ອງລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການເປັນເຈົ້າພາບຈັດກອງປະຊຸມ IPU – 132, ທີ່ກອງປະຊຸມ IPU ຄັ້ງທີ 130 ນີ້, ຫວຽດນາມຍັງໄດ້ປະກາດເຄື່ອງໝາຍສັນຍາລັກຂອງ IPU 132, ພ້ອມກັນນັ້ນ ກໍຈັດຕັ້ງການວາງສະແດງວັດທະນະທຳທີ່ເຂັ້ມຂຸ້ນສີສັນຊາດທີ່ສູນຈັດກອງປະຊຸມຊຶ່ງພວມດຳເນີນກອງປະຊຸມສະມັດຊາໃຫຍ່ IPU ຄັ້ງທີ 130 , ອັນໄດ້ໄດ້ຮັບການຕີລາຄາສູງຈາກບັນດາຜູ້ແທນໃນທົ່ວໂລກທີ່ພວມເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ IPU.
ເຂົ້າຮ່ວມຢ່າງຕັ້ງໜ້າໃນກົນໄກຮ່ວມມື IPU
ຫວຽດນາມເຂົ້າເປັນສະມາຊິກ IPU ນັບແຕ່ປີ 1979 ແລະ ນັບຕັ້ງແຕ່ນັ້ນເປັນຕົ້ນມາ, ຍາມໃດກໍແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນເວທີ່ປາໄສນີ້. ຫວຽດນາມໄດ້ດຳລົງບັນດາຕຳແໜ່ງທີ່ສຳຄັນ ແລະ ມີບົດບາດນຳພາໃນຂອບເຂດ IPU, ໃນຄະນະບໍລິຫານງານ ຊຶ່ງແມ່ນອົງການນຳພາສູງສຸດຂອງ IPU, ກໍຄືໄດ້ຮັບແຕ່ງຕັ້ງເປັນຮອງປະທານ IPU ໃນປີ 2009. ຫວຽດນາມ ຍາມໃດໄດ້ໃຫ້ການສະໜັບສະໜູນຢ່າງແຂງແຮງໃຫ້ແກ່ບັນດາເນື້ອໃນ ແລະ ຈຸດປະສົງການເຄື່ອນໄຫວຂອງ IPU ຄື ຊຸກຍູ້ປະຊາທິປະໄຕ, ສັນຕິພາບ ແລະ ພັດທະນາໃນໂລກ, ຊຸກຍູ້ບົດບາດ ແລະ ສິດທິແມ່ຍິງ ແລະ ເດັກນ້ອຍ...
ຍ້ອນເຫດນີ້ເອງ, ການເຂົ້າຮ່ວມຢ່າງຕັ້ງໜ້າຂອງຫວຽດນາມເຂົ້າໃນຂອບເຂດ IPU ໄລຍະທີ່ຜ່ານມາ ພ້ອມກັບແຜນການຈັດຕັ້ງໄດ້ຮັບການກະກຽມໄວ້ລວງໜ້າ, ກໍລ້ວນແຕ່ແມ່ນບັນດາຫຼັກຖານ ເຮັດໃຫ້ເພື່ອມິດສາກົນເຊື່ອໝັ້ນຕໍ່ຄວາມສາມາດຈັດຕັ້ງຂອງປະເທດເຈົ້າພາບຫວຽດນາມ ເຖິງແມ່ນວ່າ ເປັນຄັ້ງທຳອິດ ເປັນເຈົ້າພາບຈັດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດໂລກ.
ທ່ານ Ahmed Obaid Al Mansoori , ສະມາຊິກສະພາສະຫະພັນແຫ່ງຊາດ ສະຫະລັດ ອາຣັບເອມີເລັດ ຢືນຢັນວ່າ :
“ ຫວຽດນາມມີຫຼາຍບົດຮຽນ ແລະ ກຳລັງຄວາມສາມາດພັດທະນາ ພ້ອມກັບພື້ນຖານໂຄງລ່າງທີ່ດີ, ດັ່ງນັ້ນຈະເປັນໜຶ່ງໃນບັນດາສະຖານທີ່ທີ່ດີກ່ວາໝູ່ເພື່ອຈັດຕັ້ງ ກອງປະຊຸມສະມັດຊາໃຫຍ່ IPU ຄັ້ງທີ 132 ຢ່າງສຳເລັດຜົນ. ພື້ນຖານວັດທະນະທຳທີ່ມີມາແຕ່ດົນນານຂອງຫວຽດນາມແມ່ນເປັນໜ້າຈັບໃຈອີຫຼີ. ພວກຂ້າພະເຈົ້າສະຫງວຽນການສະໜັບສະໜູນທັງໝົດໃຫ້ແກ່ຫວຽດນາມ ຊຶ່ງແມ່ນປະເທດທີ່ພວກຂ້າພະເຈົ້າມີບັນດາການຮ່ວມມືຢ່າງມີປະສິດທິຜົນ”
ລັດຖະສະພາ ແລະ ການປະຕິບັດໂຄງການພັດທະນາແບບຍືນຍົງຫຼັງປີ 2015
ຫົວເລື່ອງທີ່ຫວຽດນາມຍົກອອກມາທີ່ ກອງປະຊຸມສະມັດຊາໃຫຍ່ IPU 132 ນັ້ນແມ່ນ “ ຍຸດທະສາດພັດທະນາແບບຍືນຍົງຫຼັງປີ 2015” ໄດ້ຮັບການແບ່ງປັນຢ່າງຕັ້ງໜ້າຈາກລັດຖະສະພາລະຫວ່າງຊາດ ກໍຄືບັນດາສະມາຊິກລັດຖະສະພາໃນທົ່ວໂລກ. ທ່ານປະທານ IPU Abdelwahad Radi ຖືວ່າ ບັນດາເນື້ອໃນຂອງຫົວເລື່ອງນີ້ແມ່ນສອດຄ່ອງກັບບັນດາກຳນົດທິດຍຸດທະສາດຂອງ IPU ຊຶ່ງໄດ້ກຳນົດໃນຍຸດທະສາດ IPU 2012-2017 . ທ່ານປະທານ IPU Abdelwahad Radi ກ່າວວ່າ :
“ພວກຂ້າພະເຈົ້າເຊື່ອແນ່ວ່າ ກອງປະຊຸມສະມັດຊາໃຫຍ່ IPU 132 ຈະປະສົບຜົນສຳເລັດ ເພາະພວກຂ້າພະເຈົ້າເຂົ້າໃຈຫວຽດນາມ ແລະ ເຫັນວ່າໄດ້ມີການກະກຽມຢ່າງລະອຽດທີ່ສຸດ, ສະຫງວນວັນເວລາ ກໍຄືເຫືອ່ແຮງໃຫ້ວຽກງານກະກຽມ. ຫວຽດນາມເລືອກເຟັ້ນຫົວຂໍ້ທີ່ສຳຄັນໃຫ້ກອງປະຊຸມຄື “ຍຸດທະສາດ ພັດທະນາແບບຍືນຍົງຫຼັງປີ 2015” ກົງກັບຈຸດເວລາທີ່ປະຊາຄົມໂລກພວມສົນໃຈ ແລະ ຜັນຂະຫຍາຍຍຸດທະສາດນີ້. ການກະກຽມບັນຫາຕັດສິນໃຫ້ແກ່ການ ພັດທະນາແບບຍືນຍົງຫຼັງປີ 2015, ແມ່ນບໍ່ພຽງແຕ່ວຽກງານຂອງບັນດາລັດຖະບານເທົ່ານັ້ນ, ຫາກຍັງມີການປະກອບສ່ວນສຳຄັນຂອງບັນດາອົງການລັດຖະສະພາອີກດ້ວຍ. ດັ່ງນັ້ນ, ກອງປະຊຸມສະມັດຊາໃຫຍ່ IPU 132 ຈະແມ່ນເວທີ່ປາໄສທີ່ມີຜົນປະໂຫຍດເພື່ອແລກປ່ຽນກ່ຽວກັບຫົວຂໍ້ນີ້ ”
ໂດຍມີຄວາມເຫັນດີກັບການຕີລາຄາສູງຫົວຂໍ້ທີ່ຫວຽດນາມໄດ້ເລືອກເຟັ້ນໃຫ້ແກ່ກອງປະຊຸມສະມັດຊາໃຫຍ່ IPU ຄັ້ງທີ 132, ທ່ານເລຂາທິການໃຫຍ່ IPU Anders B. Johnsson ເນັ້ນໜັກວ່າ :
“ ຂ້າພະເຈົ້າຖືວ່າ ຫົວຂ້ໍ IPU 132 ຕິດແໜ້ນກັບທຸກສິ່ງທຸກຢ່າງທີ່ໂລກຕ້ອງການຢ່າງແທ້ຈິງໃນປີ 2015 ແລະ ວິວັດທະນາການພັດທະນາໃໝ່ໃຫ້ທົ່ວໂລກ ຖັດຈາກບັນດາເປົ້າໝາຍພັດທະນາສະຫັດສະວັດ ຈະແມ່ນການພັດທະນາແບບຍືນຍົງ. ດັ່ງນັ້ນ ຫົວຂໍ້ທີ່ຫວຽດນາມເລືອກເຟັ້ນແມ່ນມີຄວາມສຳຄັນຢ່າງແທ້ຈິງ, ຖືກກັບຈຸດເວລາ, ແມ່ນໂອກາດທີ່ດີເພື່ອໃຫ້ບັນດາສະມາຊິກລັດຖະສະພາໃນທົ່ວໂລກປະກອບຄຳເຫັນ ແລະ ໜູນຊ່ວຍໃຫ້ການຜັນຂະຫຍາຍ ວິວັດທະນາການນີ້”
ສຳລັບຫວຽດນາມແລ້ວ, ການຈັດຕັ້ງເຫດການນີ້ຢ່າງສຳເລັດຜົນ ຈະຊ່ວຍຫວຽດນາມຍົກສູງບົດບາດຂອງຫວຽດນາມເວົ້າລວມ ແລະ ສະພາແຫ່ງຊາດຫວຽດນາມເວົ້າສະເພາະໃນບັນດາການເຄື່ອນໄຫວທາງການທູດໃນໂລກ; ເພີ່ມທະວີການພົວພັນກັບບັນດາລັດຖະສະພາປະເທດຕ່າງໆ, ເປີດກ້ວາງການພົວພັນແລກປ່ຽນກັບປະຊາຄົມໂລກ .