ການດັດແກ້ເພື່ອມະນຸດໃນບັນດາປະມວນກົດໝາຍຊຶ່ງພວມໄດ້ຮັບການປັບປຸງ

     
    ໃນ​ຈຳ​ນວນ​ຮ່າງ​ກົດ​ໝາຍ 18 ສະ​ບັບຊຶ່ງ​ໄດ້​ຮັບ​ການ​ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ ແລະ ຮ່​າງ​ກົດ​ໝາຍ 12 ສະ​ບັບ​ຊຶ່ງ​ໄດ້​ຮັບ​ການ​ປະ​ກອບ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ນັ້ນ, ມີຮ່າງ​ກົດ​ໝາຍທີ່​ສຳ​ຄັນຫຼາຍ​ສະ​ບັບ​ທີ່​ກ່ຽວ​ຂ້ອງ​ເຖິງ​ສິດ​ທິ​ມະ​ນຸດ, ສິດ ແລະ ພັນ​ທ​ະ​ອັນ​ເປັນ​ພື້ນ​ຖານ​ຂອງ​ພົນ​ລະ​ເມືອງ. ບັນ​ດາ​ເນື້ອ​ໃນ​ທີ່​ໄດ້​ຮັບ​ການ​ປັບ​ປຸງ​ໃນ​ບັນ​ດາຮ່າງ​ກົດ​ໝາຍ​ເຫຼົ່າ​ນີ້ ລ້ວນ​ແຕ່​ເພື່ອ​ແນ​ໃສ່​ຫັນ​ເນື້ອ​ໃນ​ຈິດ​ໃຈ​ຂອງ​​ລັດ​ຖະ​ທຳ​ມະ​ນູນ​ປີ 2013 ເປັນ​ລະ​ອຽດ, ມຸ້່ງ​ໄປ​ສູ່​ການ​ຮັບ​ປະ​ກັນ ສິດ​ທິ​ມະ​ນຸດໃຫ້​ດີ​ກ່​ວາ

ການດັດແກ້ເພື່ອມະນຸດໃນບັນດາປະມວນກົດໝາຍຊຶ່ງພວມໄດ້ຮັບການປັບປຸງ - ảnh 1
ຮັບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ແກ່​ຊາວ​ຜູ້​ອອກ​ແຮງ​ງານ ແມ່ນ​ເນື້ອ​ໃນ​ທີ່​ສຳ​ຄັນ               (ພາບ​ປະ​ກອບ)

    ເນື້ອ​ໃນ​ທີ່​ໄດ້​ຮັບ​ການ​ປັບ​ປຸງ​ໃນ​ບັນ​ດາຮ່າງ​ກົດ​ໝາຍ​ ແມ່ນ​ຕົ້ນ​ຕໍ​ເລັ່ງ​ໃສ່​ການ​ຮັບ​ປະ​ກັນຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ເປັນ​ປົກ​ກະ​ຕິ, ຮັບ​ປະ​ກັນ​ເງື່ອນ​ໄຂ​ມີ​ບ່ອນ​ຢູ່​ຂອງ​ພົນ​ລະ​ເມືອງ, ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ຂອງ​ບັນ​ດາ​ຜູ້ຖືກ​ເສຍ​ປຽບໃຫ້​ດີກວ່າ. 

   ເລັ່ງ​ໃສ່​ສ້າງຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນຜູ້​ອອກ​ແຮງ​ງານ​ເປັນ​ປົກ​ກະ​ຕິ, ຮັບ​ປະ​ກັນ​ສິດມີ​ບ່ອນ​ຢູ່​ຂອງ​ພົນ​ລະ​ເມືອງ.

   ໃນ​ຈຳ​ນ​ວນ​ບັນ​ດາ ຮ່າງ​ກົດ​ໝາຍ​ທີ່​ໄດ້​ນຳ​ມາ​ປຶກ​ສາ​ຫາ​ລື, ຮ່າງ​ກົດ​ໝາຍປະ​ກັນ​ສັງ​ຄົມ​ຍາມ​ໃດ​ກໍ​ໄດ້​ຮັບ​ຄວ​າມ​ສົນໃຈ​ຈາກ ສ.ສ.ຊ ຫຼາຍ​ທ່ານ ຍ້ອນ​ວ່າ ຮ່າງ​ກົດ​ໝາຍປະ​ກັນ​ສັງ​ຄົມ​ແມ່ນ​ເສົາ​ຄ້ຳທີ່​ສຳ​ຄັນ​ກວ່າ​ໝູ​ຂອງ​ລະ​ບົ​ບ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ.  

  ລັດ​ຖະ​ທຳ​ມະ​ນູນ​ປີ 2013 ເປັນ​ຄັ້ງ​ທຳ​ອິດ​ໄດ້​ຢືນ​ຢັນ​ວ່າ  ໃນ​ມາດ​ຕາ 59 “ລັດ​ສ້າງ​ຄວາມ​ສະ​ເໝີ​ພາບ​ກ່ຽວ​ກັບ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ພົນ​ລະ​ເມືອງ​ໄດ້​ຊົມ​ໃຊ້​ສະ​ຫວັດ​ດີກ​ານສັງ​ຄົມ, ພັດ​ທະ​ນາ​ລະ​ບົບ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ…” ດັ່ງ​ນັ້ນ, ຮ່າງ​ກົດ​ໝາຍປະ​ກັນ​ສັງ​ຄົມ​ສະ​ບັບ​ປັບ​ປຸງ​ຄັ້ງ​ນີ້ ໄດ້​ກຳ​ນົດ​ທິດ​​ໄດ້ຈຸດ​ທີ່​ສຳ​ຄັນ​ທີ່ສຸດກ່ຽວກ​ັບ​ການ​ເປີດ​ກ້​ວາງ​ເປົ້າ​ໝາຍ​ຊື້​ປະ​ກັນ​ສັງ​ຄົມ ແລະ ມຸ່ງ​ໄປ​ສູ່​ການປະ​ກັນ​ສັງ​ຄົມ​ທົ່ວ​ປວງ​ຊົນ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ. ລະ​ອຽດ, ຮ່າງ​ກົດ​ໝາຍປະ​ກັນ​ສັງ​ຄົມ​ໄດ້ກຳ​ນົດ​ວ່າ ຜູ້​ອອກ​ແຮງ​ງານ​ເຮັດ​ວຽກ​ຕາມ​ສັນ​ຍາ​ຈ້າງ​ແຮງ​ງານ​ຕາມ​ລະ​ດູ​ການ ຫຼື​ວຽກ​ງານ​ໃດ​ໜຶ່ງ​ທີ່​ມີ​ກຳ​ນົດ​ແຕ່ 1 ເດືອນ​ຫາ ຕ່ຳ​ກວ​່າ 3 ເດືອນ ແມ່ນ​ຕ້ອງ​ເຂົ້າ​ຮ່ວມ​ຊື້ປະ​ກັນ​ສັງ​ຄົມແບບ​ບັງ​ຄັບ. ນອກ​ຈາກ​ນັ້ນ, ຮ່າງ​ກົດ​ໝາຍຍັງ​ເປີດ​ກ້​ວາງ​ເປົ້າ​ໝາຍ​ຊື້ປະ​ກັນ​ສັງ​ຄົມສຳ​ລັບ​ບັນ​ດາ​ພະ​ນັກ​ງານ​ເຄິ່ງ​ສະ​ເພາະ​ກິດຂັ້ນ​ຕາ​ແສງ, ເທດ​ສະ​ບານ​ເມືອງ. ທ່ານ​ນາງ ໂຮ່​ທິ​ຖີ ສ.ສ.ຊ ແຂວງວິ້ງ​ຟຸກ ຖື​ວ່າ :

   “ ເພີ່ມ​ເຕີມ​ເປົ້າ​ໝາຍ​ພະ​ນັກ​ງາ​ນບໍ່​ສະ​ເພາະ​ກ​ິດ​ຂັ້ນ​ຕາ​ແສງ​ເຂົ້າ​ຮ່ວມ ຊື້ປະ​ກັນ​ສັງ​ຄົມແບບ​ບັງ​ຄັບ ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ລັດ​ທີ່​ມີ​ຕໍ່ອຳ​ນາດ​ການ​ປົກ​ຄອງ​ຂັ້ນ​ຮາກ​ຖານ​ເວົ້າ​ລວມ ແລະ ພະ​ນັກ​ງານ​ຂັ້ນ​ຕາ​ແສງ​ເວົ້າ​ສະ​ເພາະ. ແຕ່ ລັດ​ຖະ​ບານ​ຄວນ​ມີ​ວິ​ທີ​ການ​ແກ້​ໄຂ​ຄຸ້ມ​ຄອງ, ກວດ​ກາ​ຢ່າງ​ແໜ້ນ​ແຟ້ນ​ສຳ​ລັບ​ເປົ້າ​ໝາຍ​ຕ່າງໆ​ເພື່ອ​ຈຳ​ກັດ​ການ​ເພີ່ມ​ຄວາມ​ໜັກ​ໜາ​ໃຫ້​ແກ່​ງົບ​ປະ​ມານ​ແຫ່ງລັດ”

   ຮ່າງ​ກົດ​ໝາຍປະ​ກັນ​ສັງ​ຄົມ​ສະ​ບັບ​ປັບ​ປຸງ ໄດ້​ຮັບ​ການ​ຮັບ​ຮອງ​ເອົາ ແລະ ວິ​ວັດ​ການ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ປະ​ຕິບັດແມ່ນ​ຮັບ​ປະ​ກັນຕາ​ມ​ລະ​ບຽ​ບ​ກົດ​ໝາຍນັ້ນ, ນີ້​ຈະ​ແມ່ນ​ພື້ນ​ຖານ​ເພື່ອ​ເປີດກວ້າງ​ເປົ້າ​ໝາຍເຂົ້າ​ຮ່ວມຊື້ປະ​ກັນ​ສັງ​ຄົມ, ບັນ​ລຸ​ຈຸດ​ໝາຍ​ເຖິງ​ປີ 2020 ມີ 50% ກຳ​ລັງ​ແຮງ​ງານ​ ເຂົ້າ​ຮ່ວມຊື້ປະ​ກັນ​ສັງ​ຄົມ, ເທົ່າ​ກັບ​ປະ​ມານ 24,4 ລ້ານ​ຄົນ.

    ຖ້າ​ຫາກວ່າ ຮ່າງ​ກົດ​ໝາຍປະ​ກັນ​ສັງ​ຄົມ​ສະ​ບັບ​ປັບ​ປຸງແມ່ນ​ເພື່ອ ເລັ່ງ​ໃສ່​ການ​ຮັບ​ປະ​ກັນຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ເປັນ​ປົກ​ກະ​ຕິນັ້ນ, ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ເຄ​ຫາ​ສະ​ຖານສະ​ບັບ​ປັບ​ປຸງ ພັດ​ມີ​ບັນ​ດາ​ການ​ກຳ​ນົດ​ຫັນ​ການ​ກຳ​ນົດ​ຂອງລັດ​ຖະ​ທຳ​ມະ​ນູນ​ກ່ຽວ​ກັບ​ສິດ​ມີ​ບ່ອນ​ຢູ່​ຂອງ​ພົນ​ລະ​ເມືອງ​ເປັນ​ລະ​ບອບ​ກົດ​ໝາຍ, ປົກ​ປ້ອງ​ກຳ​ມະ​ສິດ​ນຳ​ໃຊ້​ເຮືອນ​ຢູ່, ສິດ ແລະ ພັນ​ທະ​ຂອງ​ເຈົ້າ​ກຳ​ມະ​ສິດ, ຜູ້​ນຳ​ໃຊ້​ເຮືອນ​ຢູ່……

   ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ຂອງ​ບັນ​ດາ​ຜູ້ຖືກ​ເສຍ​ປຽບໃຫ້​ດີກວ່າ

  ຕາມ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ຮ່າ​ຮຸ່ງ​ເກືອງ​ແລ້ວ, ການ​ປັບ​ປຸງ: ເພີ່ມ​ເຕີມ​ປະ​ມວນ​ກົດ​ໝາຍ​ແພ່ງ ແມ່ນ​ເພື່ອ​ແນ​ໃສ່​ຮັບ​ຮູ້ ແລະ ປົກ​ປ້ອງ​ບັນ​ດາສິດສ່ວນ​ບຸກ​ຄົນ, ນິ​ຕິ​ບຸກ​ຄົ​ນ​ໃນ​ການ​ພົວ​ພັນ​ແລ​ກປ່ຽນທາງ​ພົນ​ລະ​ເຮ​ືອນ​ໃຫ້​ດີກວ່າ.

   ໄປ​ຄ່ຽງ​ຄູ່ກັບ​ການ​ປຶກ​ສາ​ຫາ​ລື​ພິ​ຈາ​ລະ​ນາ​ປັບ​ປຸງ​ບັນ​ດາ ຮ່າງ​ກົດ​ໝາຍ, ບັນ​ດາ ສ.ສ.ຊ ຍັງ​ຈະ​ປຶກ​ສາ​ຫາ​ລື​ການ​ໃຫ້​ສັດ​ຕະ​ຍາ​ບັນ ສົນ​ທິ​ສັນ​ຍາ 2 ສະ​ບັບ​ຂອງ ສະ​ຫະ​ປະ​ຊາ​ຊາດ, ນັ້ນ​ແມ່ນ ສົນ​ທິ​ສັນ​ຍາກ່ຽວ​ກັບ​ສິດ​ຂອງ​ຄົນ​ພິ​ການ ແລະ ສົນ​ທິ​ສັນ​ຍາຕ້ານ​ການ​ທໍ​ລະ​ມານ ແລະ ບັນ​ດາ​ຮູບ​ການ​ປະ​ພຶດຫຼື​ລົງ​ໂທດ​ແບບ​ໂຫດ​ຮ້າຍ​ສາ​ມານ​, ໄຮ້​ມະ​ນຸດ​ສະ​ທຳຫຼື​ຢຽບ​ຢຳ​ກຽດ​ສັກ​ສີ​ມະ​ນຸດ. ການ​ໃຫ້​ສັດ​ຕະ​ຍາ​ບັນ ສົນ​ທິ​ສັນ​ຍາ 2 ສະ​ບັບນີ້ ຈະ​ຮັບ​ປະ​ກັນ​ບັນ​ດາ​ສິດ​ທິ​ມະ​ນຸດ​ອັນ​ເປັນ​ພື້ນ​ຖານ​ຢູ່​ຫວຽດ​ນາມ. ທ່ານ​ນາງ ຝ້າມ​ທິ​ຫາຍ​ແຈວນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ​ຫວຽດ​ນາມ​ຢືນ​ຢັນ​ວ່າ :

   “ການ​ໃຫ້​ສັດ​ຕະ​ຍາ​ບັນ ສົນ​ທິ​ສັນ​ຍາກ່ຽວ​ກັບ​ສິດ​ຂອງ​ຄົນ​ພິ​ການ ແມ່ນ​ຂີດ​ໝາຍ​ສຳ​ຄັນ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ລະ​ບອບ​ກົດ​ມາຍ​ເພື່ອ​ໃຫ້​ຄົນ​ພິ​ການເຂົ້າ​ຮ່ວມ​ຢ່າງ​ສະ​ເໝີ​ພາບ​ຄື​ເປົ້າ​ໝາຍ​ອື່ນໆ​ໃນ​ສັງ​ຄົມ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ລວມ​ຂອງ​ປະ​ເທດ​ຊາດ ”

       ສ່ວນ​ທ່ານ ເຈີນ​ວັນ​ຮັ່ງ ຫົວ​ໜ້າ​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຕີ​ລາ​ຄາ​ວ່າ :

   “ການ​ໃຫ້​ສັດ​ຕະ​ຍາ​ບັນ ສົນ​ທິ​ສັນ​ຍາແມ່ນ​ສອດ​ຄ່ອງ​ກັບ​ການ​ກຳ​ນົດ​ຂອງລັດ​ຖະ​ທຳ​ມະ​ນູນ​ປີ 2013, ໃນ​ນັ້ນ, ຢືນ​ຢັນ​ວ່າ ທຸກໆ​ຄົນ​ຕ່າງ​ກໍ​ມີ​ສິດບໍ່​ຖືກ​ທຸບ​ຕີ​ທໍ​ລະ​ມານ, ທາ​ລຸນຫຼືບໍ່​ວ່າ​ຮູບ​ການ​ປະ​ພຶດ​ໃດໆ​ທີ່​ທຳ​ຮ້າຍ​ຮ່າງ​ກາຍ, ສຸ​ຂະ​ພາບ, ແຕະ​ຕ້ອງ​ກຽດ​ສັກ​ສີ​ມະ​ນຸດ ຄື​ໃນ​ມາດ​ຕາ 20 ”

    ການ​ປົກ​ປ້​ອງ​ສິດ​ທິ​ມະ​ນຸດ​ແມ່ນ​ຂຶ້ນ​ກັບຫຼາຍ​ເງື່ອນ​ໄຂ​ທີ່​ແຕກ​ຕ່າງ​ກັນ​ຄື​ດ້ານ​ເສດ​ຖະ​ກິດ, ການ​ເມືອງ, ກົດ​ໝາຍ, ວັດ​ທະ​ນະ​ທຳ, ໃນ​ນັ້ນ​ກົດ​ໝາຍ​ມີ​ຄວາມ​ສຳ​ຄັນ​ອັນ​ດັບ​ໜຶ່ງ. ເພາະ​ວ່າ ບັນ​ດາ​ສິດ​ທິ​ມະ​ນຸດ​ເມື່ອ​ຖືກ​ຫັນ​ມາ​ເປັນ​ກົດ​ໝາຍ ແມ່ນ​ຈະ​ມີ​ລັກ​ສະ​ນະ​ບັງ​ຄັບ, ໄດ້​ຮັບ​ການ​ຮັບ​ຮູ້ ແລະ ປົດ​ປ້ອງ​ຈາກ​ສັງ​ຄົມ. ເລື່ອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ພິ​ຈາ​ລະ​ນາ, ປັບ​ປຸງ, ເພີ່ມ​ເຕີມ​ເນື້ອ​ໃນ​ຂອງ​ຮ່າງ​ກົດ​ໝາຍ​ບາງ​ສະ​ບັບ​ທີ່​ກ່ຽວ​ຂ້ອງ​ເຖິງ​ສິດ​ຜົນ​ປະ​ໂຫຍດຂ​ອງ​ປະ​ຊາ​ຊົນ ຈະ​ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ການ​ປະ​ຕິ​ບັດ​ສິດ​ທິ​ມະ​ນຸດ​ໃຫ້​ດີກວ່າ, ພ້ອມ​ທັງ​ແມ່ນ​ບາດ​ກ້າວທີ່​ສຳ​ຄັນ​ເພື່ອ​ໃຫ້ ລັດ​ຖະ​ທຳ​ມະ​ນູນ​ປີ 2013​ເຂົ້າ​ສູ່​ຊີ​ວິດ​ຕົວ​ຈິງ.

    

ຕອບກັບ

ຂ່າວ/ບົດ​ອື່ນ