(vovworld)-ໃນໄລຍະປະຈຸບັນ,ເມື່ອພື້ນຖານເສດຖະກິດພວມເປີດປະຕູ ນັບມື້ນັບເລິກເຊິ່ງກ້ວາງຂວາງນັ້ນ, ຫວຽດນາມ ພວມຢືນຢູ່ຕໍ່ໜ້າບັນດາໂອກາດໃຫ່ຍແຕ່ຍັງຕ້ອງປະເຊີນໜ້າກັບສິ່ງທ້າທາຍບໍ່ແມ່ນໜ້ອຍ. ເຮັດແນວໃດເພື່ອສາມາດຮັກສາຜົນປະໂຫຍດຂອງຊາດໃຫ້ເປັນຢ່າງດີ ແຕ່ຍັງກົມກຽວກັບການກຳນົດຂອງສາກົນແມ່ນໜ້າທີ່ອັນໜັກໜ່ວງຂອງຂະແໜງການທູດ. ນີ້ແມ່ນເນື້ອໃນຕົ້ນຕໍຂອງກອງປະຊຸມການທູດຄັ້ງທີ 28 ຈັດຂຶ້ນຢູ່ຮ່າໂນ້ຍໃນຕະຫຼອດສັບປະດານີ້.
ກອງປະຊຸມການທູດຄັ້ງທີ 28
(ພາບ: baodientu.chinhphu.vn)
ກອງປະຊຸມປີນີ້ດຳເນີນໄປໃນເວລາ 6 ມື້ ແລະ ແມ່ນກອງປະຊຸມຄັ້ງທີ 28 ຊື່ງຖືກຈັດຂຶ້ນ 2 ປີເທື່ອ 1. ກອງປະຊຸມດຳເນີນໄປພາຍຫຼັງ 12 ປີນັບແຕ່ກົມການເມືອງປະກາດໃຊ້ມະຕິກ່ຽວກັບ “ການເຊື່ອມໂຍງເຂົ້າກັບສາກົນ“. ກອງປະຊຸມຄັ້ງນີ້ສຸມໃສ່ຕີລາຄາ, ວິເຄາະສະພາບການພາຍໃນປະເທດ ແລະ ໂລກ, ຈາກນັ້ນ, ວາງອອກບັນດາໜ້າທີ່ລະອຽດເພື່ອສືບຕໍ່ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກ້ວາງຂວາງ, ເພື່ອຈຸດປະສົງສູງສຸດຄື: ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະເທດຊາດ.
ໜູນຊ່ວຍການພັດທະນາເສດຖະກິດຂອງປະເທດຊາດໃຫ້ດີທີ່ສຸດ
ຕາມຂໍ້ໃຫ້ສັງເກດແລ້ວ, ໃນ 2 ປີຜ່ານມາ, ນັບແຕ່ກອງປະຊຸມການທູດຄັ້ງທີ 27, ອາດຈະເຫັນໄດ້ບົດບາດຂອງການທູດຮັບໃຊ້ການພັດທະນາເສດຖະກິດຂອງປະເທດຊາດມີບາດກ້າວພັດທະນາຢ່າງເຫັນໄດ້ຊັດ. ການທູດໄດ້ປະຕິບັດບົດບາດໜູນຊ່ວຍໃຫ້ແກ່ການປະຕິບັດຍຸດທະສາດພັດທະນາເສດຖະກິດ-ສັງຄົມຫວຽດນາມ ໃນໄລຍະໃໝ່ເປັນຢ່າງດີ.
ບໍ່ພຽງແຕ່ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ວິວັດການຂົນຂວາຍຮັບຮອງເອົາຂໍ້ກຳນົດເສດຖະກິດການຕະຫຼາດ, ຍາດແຍ່ງແຫຼ່ງທຶນຊ່ວຍເຫຼືອພັດທະນາ (ODA), ດຶງດູດເງິນລົງທຶນໂດຍກົງ (FDI), ການທູດຍັງຕໍ່ສູ້ກັບບັນດາການກະທຳອາລັກຂາ, ຈຳແນກການປະພຶດໃນການພົວພັນການຄ້າຢ່າງທັນການ. ທ່ານຫງວຽນກວກເກື່ອງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ໃຫ້ຮູ້ວ່າ:
“ນີ້ແມ່ນບັນດາຄວາມແຕກຕ່າງກັນຊື່ງພວກເຮົາຕ້ອງສືບຕໍ່ຕໍ່ສູ້ດ້ວຍບັນດາມາດຕະການ, ບົນພື້ນຖານກົດໝາຍຂອງອາເມລິກາ ແລະ ຫວຽດນາມ, ຊ້ຳບໍ່ໜຳ, ຜ່ານບັນດາອົງການອື່ນໆຄືອົງການການຄ້າໂລກ. ປະຈຸບັນ, ການພົວພັນດ້ານການຄ້າຍິ່ງພັດທະນາຍິ່ງຈະເກີດບັນດາການຍາດແຍ່ງດ້ານການຄ້າຢ່າງງ່າຍດາຍ, ສະນັ້ນ, ບັນດາອົງການມີໜ້າທີ່ຮັບຜິດ ຊອບພາຍໃນປະເທດກໍ່ຄືອົງການການທູດຫວຽດນາມ ປະຈຳອາເມລິກາ ຈະສືບຕໍ່ໜູນຊ່ວຍວິສາຫະກິດຫວຽດນາມ ຕ້ານຄືນບັນດາຮົ້ວພາສີ, ປອດພາສີນັ້ນ“
ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິງ
ກ່າວຄຳເຫັນທີ່ກອງປະຊຸມການທູດຄັ້ງທີ 28
(ພາບ: VGP/Quang Hiếu)
ການທູດກໍ່ໄດ້ຕັ້ງໜ້າຊຸກຍູ້ບັນດາການເຈລະຈາສ້າງຕັ້ງບັນດາສັນຍາການຄ້າເສລີ (FTA) ຕົ້ນຕໍ, ຜ່ານນັ້ນ, ກຳນົດບັນດາພື້ນຖານຜົນປະໂຫຍດກ່ຽວກັບຍຸດທະສາດ, ການເມືອງ ແລະ ເສດຖະກິດໃຫ້ແກ່ການພົວພັນຄູ່ຮ່ວມມືໄລຍະຍາວຂອງຫວຽດນາມ ທີ່ມີຕໍ່ທຸກສູນເສດຖະກິດ-ການຄ້າອັນດັບໜຶ່ງໃນໂລກ. ຕາມທ່ານຟ້າມແຊງເຈົາ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສະຫະພາບເອີລົບ ແລ້ວ, ສິ່ງຕົ້ນຕໍແມ່ນເພື່ອປະຕິບັດໜ້າທີ່ການທູດເສດຖະກິດເປັນຢ່າງດີໃຫ້ໄດ້ ແມ່ນຕ້ອງຄາດຄະເນສະພາບການຢູ່ປະເທດນັ້ນ, ຈາກນັ້ນ, ເປັນເສນາທິການໃຫ້ພັກ, ລັດ, ວາງອອກບັນດາລັດຖະນະໂຍບາຍການຕ່າງປະເທດທີ່ສຳຄັນ:
“ອີຢູ ພວມຜັນຂະຫຍາຍແນວທາງການຕ່າງປະເທດຕັ້ງໜ້າ ແລະ ໜ້າສົນໃຈແມ່ນການເອົາໃຈໃສ່ເຖິງອາຊີ, ພິເສດແມ່ນອາຊຽນ, ໃນນັ້ນ ມີຫວຽດນາມ. ໃນສະພາບການຄືແນວນັ້ນ, ຫວຽດນາມ ໄດ້ຊຸກຍູ້ການພົວພັນຫຼາຍດ້ານຢ່າງຕັ້ງໜ້າ. ເປັນຄັ້ງທຳອິດທີ່ຫວຽດນາມ ໄດ້ເຊັນຂໍ້ຕົກລົງ ແລະ ພວມດຳເນີນການໃຫ້ສັດຕະຍາບັນຄູ່ຮ່ວມມືຮອບດ້ານ, ເປັນພື້ນຖານດ້ານກົດໝາຍຮອບດ້ານໃຫ້ແກ່ການຮ່ວມມືລະຫວ່າງຫວຽດນາມ ແລະ ອີຢູ ໃນໄລຍະຈະມາເຖິງ. ຫວຽດນາມ ກໍ່ພວມປຶກສາຫາລືສັນຍາຫັນເປັນການຄ້າເສລີ (FTA) ກັບອີຢູ ແລະ ຫວັງວ່າຈະສິ້ນສຸດລົງໃນທ້າຍປີ 2014“.
ຈາກຜົນສຳເລັດທີ່ມີຕໍ່ຕະຫຼາດ ອິນໂດເນເຊຍ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ຫງວຽນຊວນຖຸຍ ຍັງຢືນຢັນວ່າ ການທູດແມ່ນຕ້ອງເຮັດໜ້າທີ່ເປີດຊອງທາງ, ຍາມໃດກໍຕີລາຄາ ແລະ ທຳນາຍຢ່າງໃກ້ຊິດສຳລັບບັນດາການດັດປັບນະໂຍບາຍຂອງປະເທດທີ່ຕົນເອງພວມເຄື່ອນໄຫວ, ບັນດາຜົນກະທົບທີ່ມີຕໍ່ສະພາບແວດລ້ອມດ້ານຄວາມສະຫງົບ ແລະ ພັດທະນາປະເທດຊາດ ເພື່ອຈາກນັ້ນ ຍົກອອກຄຳຄິດເຫັນເປັນເສນາທິການຢ່າງທັນການ. ໃນສະພາບການທີ່ຫຍຸ້ງຍາກລວມຂອງໂລກ ແຕ່ວົງເງິນການຄ້າ 2 ສົ້ນຫວຽດນາມ- ອິນໂດເນເຊຍ ຍັງຄົງບັນລຸລະດັບ 4,7ຕື້ USD/ປີ ແລະ ສຳຄັນແມ່ນ 2 ຝ່າຍໄດ້ສ້າງຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ຫງວຽນຊວນຖຸຍ ຍັງຢືນຢັນວ່າ :
“ອິນໂດເນເຊຍພວມພົ້ນເດັ່ນຂຶ້ນແມ່ນຕະຫຼາດທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ. ອິນໂດເນເຊຍ ຫາກໍມີການດັດປັບນະໂຍບາຍມະຫາພາກ, ພ້ອມກັນນັ້ນ ກໍຍັງຄົງເສີມຂະຫຍາຍບົດບາດບົນເວທີ່ສາກົນ. ນັ້ນແມ່ນບັນດາບົດຮຽນທີ່ພວກເຮົາອາດຈະທາບທາມ ແລະ ພວກຂ້າພະເຈົ້າເຫັນວ່າ ຕ້ອງມີຄວາມຮັບຜິດຊອບຄົ້ນຄ້ວາ, ກຳໄດ້ສະພາບຫັນປ່ຽນ, ເປັນເສນາທິການໃຫ້ແກ່ພັກ ແລະລັດຢ່າງທັນການເພື່ອຊອກຫາມາດຕະການເພີ່ມທະວີການຮ່ວມມື ” .
ມາຮອດຈຸດເວລານີ້, ສິນຄ້າສົ່ງອອກຂອງຫວຽດນາມໄດ້ມີໜ້າໃນຕະຫຼາດຂອງ 200 ປະເທດ ແລະ ເຂດດິນແດນແລ້ວ. ປີ 2013, ຕະຫຼາດເກືອບທັງໝົດລ້ວນແຕ່ບັນລຸວົງເງິນການຄ້າສົ່ງອອກດັ່ງຈຸດໝາຍວາງອອກ. ນີ້ແມ່ນໝາກຜົນທີ່ມີການປະກອບສ່ວນບໍ່ແມ່ນໜ້ອຍຂອງບັນດາອົງການຜູ້ຕາງໜ້າການທູດຫວຽດນາມ ຢູ່ຕ່າງປະເທດ.
ຮ່ວມແຮງຮ່ວມໃຈເພື່ອຈຸດໝາຍເຊື່ອມໂຍງ
ໂດຍໄດ້ດຳເນີນໄປໃນຈຸດເວລາທີ່ປະເທດຊາດພວມມີການປ່ຽນແປງຫຼາຍຢ່າງ. ກອງປະຊຸມການທູດຄັ້ງນີ້ມີຄວາມໝາຍຫຼາຍຢ່າງ. ໃນສະພາບການທີ່ຍັງມີເວລາ 7 ປີອີກທີ່ຫວຽດນາມ ຈະປະຕິບັດຈຸດໝາຍຫັນເປັນອຸດສາຫະກຳ ແລະ ທັນສະໄໝສຳເລັດຜົນ, ບັນດາຄຳເຫັນປະກອບທີ່ສຸດຈິດສຸດໃຈຂອງບັນດາອົງການຜູ້ຕາງໜ້າການທູດຢູ່ຕ່າງປະເທດ ຈະປະກອບສ່ວນຜັນຂະຫຍາຍແນວທາງການຕ່າງປະເທດ, ນະໂຍບາຍເຊື່ອມໂຍງເຂົ້າກັບສາກົນຮອບດ້ານຢ່າວມີປະສິດທິຜົນ, ນຳມາເຊິ່ງຫຼາຍຜົນງານກ່ວາອີກໃຫ້ແກ່ປະເທດຊາດ./.