ການປະຕິບັດລັດຖະທຳມະນູນ- ຫນ້າທີ່ສຳຄັນໃນປີ 2014


(vovworld) ພາຍ​ຫລັງ​ລັດ​ຖະ​ທຳ​ມະ​ນູນ ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ຈາກ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 8 ແລະ ມີ​ຜົນ​ບັງ​ຄັບ​ໃຊ້​ນັບ​ແຕ່​ວັນ​ທີ 1/1/2014 ເປັນ​ຕົ້ນ​ໄປ, ສອງ​ຫ​ນ້າ​ທີ່​ສຳ​ຄັນ​ເພື່ອ​ຜັນ​ຂະ​ຫ​ຍາຍ​ກາ​ນ​ປະ​ຕິ​ບັດ​ລັດ​ຖະ​ທຳ​ມະ​ນູນ​ແມ່ນ​ການ​​ເຜີຍ​ແຜ່ ແລະ ປັບ​ປຸງ​ເອ​ກະ​ສານ​ນິ​ຕິ​ກຳ. ປະ​ຕິ​ບັດ​ສອງ​ຫ​ນ້າ​ທີ່​ດັ່​ງ​ກ່າວ​ເປັນ​ຢ່າງ​ດີ ຈະ​ປະ​ກອບ​ສ່ວນ​ຮັບ​ປະ​ກັນ​​ໃຫ້ແຕ່​ລະ​ເນື້ອ​ໃນ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ກ້າວເຂົ້າ​ສູ່​ຊີ​ວິດ, ​ແລະ​ມີ​ການກະ​ທົບ​ຢ່າງ​ຕັ້ງ​ຫ​ນ້າ​​ເຖິງທຸກ​ຂົງ​ເຂດ​ຂອງ​ສັງ​ຄົມ. ບັນ​ນາ​ທິ​ການ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ມີ​ບົດ​ທີ່​ພາດ​ຫົວ​ຂໍ້​ວ່າ: ການ​ປະ​ຕິ​ບັດ​ລັດ​ຖະ​ທຳ​ມະ​ນູນ- ຫ​ນ້າ​ທີ່​ສຳ​ຄັນ​ໃນ​ປີ 2014
ການປະຕິບັດລັດຖະທຳມະນູນ- ຫນ້າທີ່ສຳຄັນໃນປີ 2014 - ảnh 1
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ຫງວຽນ​ຊີງ​ຮຸ່ງ
ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ຜັນ​ຂະ​ຫ​ຍາຍ​ການ​ປະ​ຕິ​ບັດ
ລັດ​ຖະ​ທຳ​ມະ​ນູນ

        ໃນ​ວິ​ວັດ​ການ​ຜັນ​ຂະ​ຫ​ຍາຍ​ປະ​ຕິ​ບັດ​ລັດ​ຖະ​ທຳ​ມະ​ນູນ ຮ​ຽກ​ຮ້ອງ​ໃຫ້​ມີ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ຫ​ນ້າ​ຂອງ​ປະ​ຊາ​ຊົນ, ທຸກ​ຂັ້ນ, ທຸກ​ຂ​ະ​ແຫນງ​ການ, ຮັບ​ປະ​ກັນ​ການ​ຊີ້​ນຳ​​ນຳພາຂອງ​ຄະ​ນະ​ພັກ​ທຸກ​ຂັ້ນ, ການ​ຊີ້​ນຳ​ເປັນ​ຈຸດ​ສຸມ, ເປັນ​ເອ​ກະ​ພາບ​ຂອງ​ອຳ​ນາດ​ການ​ປົກ​ຄອງ, ການ​ປະ​ສານ​ສົມ​ທົບ​ຂອງ​ແນວ​ໂຮມ​ປ​ະ​ເທດ​ຊາດ​ຫວຽດ​ນາມ ແລະ ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ.

        ເຜີຍ​ແຜ່​ ລັດ​ຖະ​ທຳ​ມະ​ນູນ ຢ່າງກວ້າງ​ຂວາງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ

       ເຜີຍ​ແຜ່​ລັດ​ຖະ​ທຳ​ມະ​ນູນ, ພິ​ເສດ​​ແມ່ນບັນ​ດາ​ຈຸດ​ໃຫມ່​ຂອງ ລັດ​ຖະ​ທຳ​ມະ​ນູນ ​ແມ່ນ​ວຽກ​ງານ​ໄດ້​ຮັບ​ບຸ​ລິ​ມະ​ສິດຕົ້ນ​ຕໍ​ໃນ​ການ​ຈັດ​ຕັ້ງ​ຜັນ​ຂະ​ຫ​ຍາຍ​ປະ​ຕິ​ບັດ ລັດ​ຖະ​ທຳ​ມະ​ນູນ. ວຽກ​ງານ​ເຜີຍ​ແຜ່ ສ່ວນ​ຫລາຍ​ແມ່ນ​ເຮັດ​ແຈ້ງ​ບັນ​ດາ​ເນື້ອ​ໃນ​ຕົ້ນ​ຕໍ, ບັນ​ດາ​ຈຸດ​ໃຫມ່​ໃນລັດ​ຖະ​ທຳ​ມະ​ນູນ. ບັນ​ດາ​ອົງ​ການ​ສື່​ມວນ​ຊົນ​ລ້ວນ​ແຕ່​ມີ​​ຫ​ນັງ​ສື​ພິມ​ສະ​ເພາະ, ຄ​ໍ​ລຳ, ພິມຈຳ​ຫ​ນ່າຍ​ບັນ​ດາ​ສິ່ງ​ພິມ, ຫົວ​ເລື່ອງ​ສະ​ເພາະ​ເຜີຍ​ແຜ່​ ລັດ​ຖະ​ທຳ​ມະ​ນູນ. ທ່ານ ເລ​ມີງ​ທົງ, ຮອງ​ຫົວ​ຫ​ນ້າ​ກຳ​ມາ​ທິ​ການ​ກົດ​ໝາຍ​ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໃຫ້​ຮູ້​ວ່າ:

“ບັນ​ດາ​ອົງ​ການ​ສື່ມວນ​ຊົນ ເຜີຍ​ແຜ່, ສຶກ​ສາ​ກົດ​ໝາຍ ແມ່ນ​ບັນ​ດາ​ອົງ​ການ​ນຳ​ຫ້ນາ​ໃນ​ການ​ເຜີຍ​ແຜ່​ລາຍ​ການ​, ເນື້ອ​ໃນ ແລະ ຈິດ​ໃຈ​ຂອງລັດ​ຖະ​ທຳ​ມະ​ນູນ. ນີ້​ແມ່ນ​ຫ​ນ້າ​ທີ່​ຈຸດ​ສຸມ​ຂອງ​ສື່ມວນ​ຊົນ. ສະ​ນັ້ນ ສື່​ມວນ​ຊົນ​ຕ້ອງ​ປະ​ກອບ​ສ່ວ​ນ​ຢ່າງ​ຕັ້ງ​ຫ​ນ້າ​ນຳ​ເນື້ອ​ໃນ​ຈິດ​ໃຈ​ຂອງລັດ​ຖະ​ທຳ​ມະ​ນູນເຂົ້າ​ສູ່​ແຕ່​ລະ​ຂົງ​ເຂດ​ຂອງ​ຊີ​ວິດ​ສັງ​ຄົມ, ເຮັດ​ໃຫ້​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ​ເຂົ້າ​ໃຈເນື້ອ​ໃນ​ຂອງລັດ​ຖະ​ທຳ​ມະ​ນູນຢ່າງ​ຄົບ​ຖ້ວນ, ຖືກ​ຕ້ອງ ແລະ ງາຍ​ດ່າຍ​ທີ່​ສຸດ.”

        ໄປ​ຄຽງ​ຄູ່​ກັນ​ນັ້ນ, ສື່ມວ​ນ​ຊົນ​ຕ້ອງ​ປົກ​ປ້ອງລັດ​ຖະ​ທຳ​ມະ​ນູນ ເພື່ອ​ແກ້​ໄຂ​ບັນ​ດາ​ທັດ​ສະ​ນະ​ທີ່​ຜິດ​ພາດກ່ຽວ​ກັບລັດ​ຖະ​ທຳ​ມະ​ນູນ, ສ່ອງ​ແສງ​ຢ່າງ​ທັນ​ການ​ບັນ​ດາ​ການ​ຕີ​ລາ​ຄາບໍ່​ຖືກ​ຕ້ອງ​ໃນ​ວິ​ວັດການ​ປະ​ຕິ​ບັດ ແລະ ເຂົ້າ​ໃຈລັດ​ຖະ​ທຳ​ມະ​ນູນ, ປະ​ກອບ​ສ່ວນ​ຕໍ່​ສູ້ຕ້ານ​ບັນ​ດາ​ທັດ​ສະ​ນະ​ທີ່​ຂາດເຈດ​ຕະ​ນາດີ​ສຳ​ລັບ ລັດ​ຖະ​ທຳ​ມະ​ນູນສະ​ບັບ​ໃຫມ່​ໃນ​ແນວ​ຮົບ​ດ້ານ​ແນວ​ຄິດ. ທ່ານ ເລ​ວັນ​ງຽ​ມ, ຫົວ​ຫ​ນ້າ​​ກົມ​ຖະ​ແຫລງ​ຂ່າວ​ການ​ຕ່າງ​ປະ​ເທດ, ສັງ​ກັດ​ກະ​ຊວງ​ຖະ​ແຫລງ​ຂ່າວ​ສ​ື່​ສານ ຖື​ວ່າ: ຄວນ​ມີ​ແຜນ​ການ​ເຜີຍ​ແຜ່​ຢ່າງ​ເປັນ​ລະ​ບົບ, ເປັນ​ຕົ້ນ​ໃນ​ຂົງ​ເຂດ​ສິດ​ທິ​ມະ​ນຸດ ເພື່ອ​ປະ​ຕິ​ເສດ​ບັນ​ດາ​ຖ້ອຍ​ທຳ​ນອງ​ເສັກ​ສັນ​ປັ້ນ​ແຕ່ງ.

“ພວກ​ເຮົາ​ຄວນ​ມີ​ແຜນ​ການ​ເຜີຍ​ແຜ່​ຢ່າງ​ລຽນ​ຕິດ, ຍາວ​ນານ. ທີ​ຫ​ນຶ່ງ ຄວນ​ຕິດ​ພັນ​ການ​ເຜີຍ​ແຜ່​ພາຍ​ໃນ ກັບ ການ​ຕ່າງ​ປະ​ເທດ. ທີ​ສອງ ວິ​ທີ​ປະ​ຕິ​ບັດ​ຕ້ອງ​ມີ​ລັກ​ສະ​ນະ​ເປັນ​ເຈົ້າ​ການ. ກ່ອນນີ້ ພວກ​ເຮົາ​ປະ​ຕິ​ບັດ​ຕາມ​ຂະ​ບວນ​ການ ປະ​ຈຸ​ບັນ ຕ້ອງ​ປະ​ຕິ​ບັດ​ເປັນ​ປະ​ຈຳ, ລຽນ​ຕິດ. ຖື​ການ​ເຜີຍ​ແຜ່​ຄວາມຮູ້, ການ​ສຶກ​ສາ, ຍົກ​ສູງ​ຄວາມ​ຮູ້​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ​ເປັນ​ສຳ​ຄັນ. ວຽກ​ງານ​ຄົ້​ນ​ຄ້​ວາ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ​ໃນ​ປະ​ຈຸ​ບັນ​ຕ້ອງ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ, ນຳ​ເຂົ້າ​ຫລັກ​ສູດ,  ຕຳ​ລາ ກາ​ນ​ສິດ​ສອນຊັ້​ນ​ມັດ​ທະ​ຍົມ ແລະ ມະ​ຫາ​ວິ​ທະ​ຍາ​ໄລ”

        ນອກນັ້ນ ເພືຶ່ອ​ຮ​ັບ​ປະ​ກັນ​ລັດ​ຖະ​ທຳ​ມະ​ນູນ​ເສີມ​ຂະ​ຫ​ຍາຍ​ຜົນ​ສັກ​ສິດ​ໃນ​ຊີ​ວິດ​ສັງ​ຄົມ​ຢ່າງວ່ອງ​ໄວ, ທຸກ​ຂັ້ນ, ທຸກ​ຂະ​ແຫນງ​ການຕ້ອງ​ບຸ​ລິ​ມະ​ສິດ​ຜັນ​ຂະ​ຫ​ຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ຄົ້ນ​ຄ້​ວາ, ຊອກ​ຮູ້​ກ່ຽວ​ກັບ​ເນື້ອ​ໃນ​ລັດ​ຖະ​ທຳ​ມະ​ນູນ​ເພື່ອ​ເຫັນ​ໄດ້​ຄວາມ​ໝາຍ, ບົດ​ບາດ​ອັນ​ໃຫ​ຍ່​ຫລວງ​ຂອງ​ ລັດ​ຖະ​ທຳ​ມະ​ນູນໃນ​ຊີ​ວິດ​ສັງ​ຄົມ, ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ບັນ​ດາ​ການ​ສືບ​ທອດ​ຂອງລັດ​ຖະ​ທຳ​ມະ​ນູນ, ຈາກ​ສະ​ບັບ​ທຳ​ອິດ​ເມື່ອ​ປີ 1946 ຕະ​ຫລອດ​ຮອດ ລັດ​ຖະ​ທຳ​ມະ​ນູນ ປີ 1992. ແລະ ເຫັ​ນ​ແຈ້ງບ​ັນ​ດາ​ຫລັກ​ຖານ​ທິດ​ສະ​ດີ ແລະ ພຶດ​ຕິ​ກຳ​ຂອງ​ການ​ປັບ​ປຸງ, ເພີ່ມ​ເຕີມ​ໃນຄັ້ງ​ນີ້, ເຫັນ​ແຈ້ງ​ບັນ​ດາ​ເນື້ອ​ໃນ​ຊື່ງ ລັດ​ຖະ​ທຳ​ມະ​ນູນຫັນ​ແນວ​ທາງ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ປ່ຽນ​ແປງ​ໃຫມ່​ເປັນ​ກົດ​ໝ​າຍ ສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ຫ​ນາ​ຂອງ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ​ໃນ​ການ​ສ້າງລັດ​ຖະ​ທຳ​ມະ​ນູນໃຫ້​ເໝ​າ​ະ​ສົມ​ກັບ​ທີ່​ຕັ້ງ​ບົດ​ບາດ​ຂອງ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ໃຫມ່.

ກວດ​ກາ​ເພື່ອ​​ຍົກ​ເລີກ, ປັບ​ປຸງ​ບັນ​ດາ​ເອ​ກະ​ສານ​ນິ​ຕິ​ກຳ

       ເລື່ອງ​ພິ​ຈາ​ລະ​ນາ, ປັບປຸງ​ບັນ​ດາ​ເອ​ກະ​ສານ​ນິ​ຕິ​ກຳ​ກ່ຽວ​ກັບ​ກົງ​ຈັກ​ລັດ, ນັບ​ແຕ່ສິດ​ອຳ​ນາດ, ພາ​ລະ​ບົດ​ບາດ, ໂຄງ​ປະ​ກອບ​ການ​ຈັດ​ຕັ້​ງ​ຕະ​ຫລອດ​ຮອດ​ວິ​ທີ​ການ​ເຄື່ອນ​ໄຫວ ແມ່ນ​ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່​ຈຳ​ເປັນ, ຮັບ​ປະ​ກັນ​ລະ​ບົບ​ເອ​ກະ​ສານ​ນິ​ຕິ​ກຳ​ສອດ​ຄ​ອ່ງ​ກັບ​ລັດ​ຖະ​ທຳ​ມະ​ນູນ. ຕາມນັ້ນ​ແລ້ວ, ຫວຽດ​ນາມ ບຸ​ລິ​ມະ​ສິດ​ການກວດ​ກາ, ປັບ​ປຸງ, ເພີ່ມ​ເຕີມ​ບັນ​ດາ​ກົດ​ໝາຍ​ຄື: ກົດ​ໝາຍ​ວ່າ​ດ້ວຍ​ການ​ຈັດ​ຕັ້ງ​ສະ​ພາ​ແຫ່ງ​ຊາດ, ກົດ​ໝາຍ​ວ່າ​ດ້ວຍ​ການ​ຈັດ​ຕັ້ງ​ລັດ​ຖະ​ບານ, ກົດ​ໝາຍ​ວ່າ​ດ້ວຍ​ການ​ຈັດ​ຕັ້ງ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ, ກົດ​ໝ​າຍ​ວ່າ​ດ້ວຍ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ​ຂອງ​ສະ​ພາ​ແຫ່ງ​ຊາດ, ກົດ​ໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ. ທ່ານ ເລ​ມີງ​ທົງ ຮອງ​ຫົວ​ຫ​ນ້າ​ກຳ​ມາ​ທິ​ການ​ກົດ​ໝາຍ​ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໃຫ້​ຮູ້​ວ່າ:

“ໂຄ​ງ​ການ​ສ້າງ​ກົດ​ໝາຍ​ປີ 2014, 2015 ຕ້ອງ​ບຸ​ລິ​ມະ​ສິດ​ໃຫ້​ແກ່​ບັນ​ດາ​ກົດ​ໝາຍ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ກົງ​ຈັກ ເພາະ​ວ່າ ຖ້າ​ການ​ປະ​ຕິ​ບັດ​ບໍ່​ສຳ​ເລັດ​ ອາດ​ຈະ​ບໍ່​ມີ​ພື້ນ​ຖານ​ດ້ານ​ກົດ​ໝາຍ​ອັນ​ໝັ້​ນ​ແກ່ນ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14. ນີ້​ກໍ​ແມ່ນ​ວຽກ​ງານ​ຮີບ​ດ່ວນ​ຄວນ​ຍູ້​ແຮງ. ພວກ​ເຮົາ​ປະ​ຕິ​ບັດ​ຕາມ​ວິ​ວັດ​ການ, ແຕ່​ລະ​ປີ ສະ​ພາ​ແຫ່ງ​ຊາດ​ຈະ​ຈັດ​ແບ່ງ​ບັນ​ດາ​​ວຽກງານ​ໃນ​ຕໍ່​ຫ​ນ້າ. ວິ​ວັດ​ການ​ສ້າງ​ລະ​ບົບ​ນິ​ຕິ​ກຳ​ຂອງ​ພວກ​ເຮົາ ນັບ​ແຕ່ກົດ​ໝາຍ​ວ່າ​ດ້ວຍການຈັດ​ຕັ້ງ​ຕະ​ຫລອດ​ຮອດ​ເສດ​ຖະ​ກິດ, ສັງ​ຄົມ, ການ​ສຶກ​ສາ​ບຳ​ລຸງ​ສ້າງ​ຄວນ​ປະ​ຕິ​ບັດ​ຕາມ​ວິ​ວັດ​ການບ​ຸ​ລິ​ມະ​ສິດ.”

ຜັນ​ຂະ​ຫ​ຍາຍ​ການ​ປະ​ຕິ​ບັດ ລັດ​ຖະ​ທຳ​ມະ​ນູນ​ແມ່ນ​ຫ​ນ້າ​ທີ່​ສ​ຳ​ຄັນ, ມີ​ສ່ວນ​ກ່ຽວ​ຂ້ອງ​ໂດຍ​ກົງ ແລະ ຜົນ​ສະ​ທ້ອນ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ເຖິງ​ທົ່ວ​ລະ​ບົບ​ການ​ເມືອງ. ວິ​ວັດ​ການ​ຜັນ​ຂະ​ຫ​ຍາຍ​ປະ​ຕິ​ບັດ​ລັດ​ຖະ​ທຳ​ມະ​ນູນ​ຢ່າງ​ຕັ້ງ​ຫ​ນ້າ, ເຂັ້ມ​ງວດ​ຈະ​ຮັບ​ປະ​ກັນ​ໃຫ້​ລັດ​ຖະ​ທຳ​ມະ​ນູນ​ໄດ້​ຮັບ​ການ​ເຄົາ​ລົບ, ສ້າງ​ກຳ​ລັງ​ຫ​ນູນ​​ໃຫ້​ແກ່​ການພັດ​ທະ​ນາ​ປະ​ເທດ​ຊາດ.

 

ຕອບກັບ

ຂ່າວ/ບົດ​ອື່ນ