ການປະຕິວັດເດືອນ ຕຸລາ ລັດເຊຍ ແລະ ລັດທິສັງຄົມນິຍົມຢູ່ ຫວຽດນາມ

(VOVWORLD) - ກ່ອນນີ້ 100 ປີ, ພາຍໃຕ້ການຊີ້ນຳນຳພາຂອງພັກ ໂບນເຊວິກ, ໂດຍນຳໜ້າແມ່ນທ່ານ Vladimir Ilyich Lenin ຜູ້ນຳທີ່ຍິ່ງໃຫຍ່, ຊົນຊັ້ນກຳມະກອນ ແລະ ປະຊາຊົນຜູ້ອອກແຮງງານ ລັດເຊຍ ໄດ້ເປັນຈິດໜຶ່ງໃຈດຽວລຸກຮື້ຂຶ້ນ ເພື່ອໂຄ່ນລົ້ມອຳນາດການປົກຄອງຂອງຊົນຊັ້ນນາຍທຶນ ແລະ ທໍລະຍົກການປະຕິວັດ, ສ້າງຕັ້ງປະເທດ ໂຊວຽດ,

1 ສະຕະວັດໄດ້ຜ່ານໄປ ແຕ່ຍັງບໍ່ທັນມີເຫດການໃດໆ ພັດມີຄວາມໝາຍອັນໃຫຍ່ຫລວງ ແລະ ມີລັກສະນະສາກົນຢ່າງເລິກເຊິ່ງກ້ວາງຂວາງຄືການປະຕິວັດເດືອນຕຸລາ ລັດເຊຍ . ກຳລັງແຮງຮອບດ້ານ ແລະ ລັກສະນະດີເລີດຂອງລັດທິສັງຄົມນິຍົມປະກົດຜົນເປັນຈິງຢູ່ ໂຊວຽດ (ປັດຈຸບັນແມ່ນສະຫະພັນ ລັດເຊຍ) ໄດ້ຢັ້ງຢືນຄຸນຄ່າອັນໃຫຍ່ຫລວງຂອງການປະຕິວັດເດືອນຕຸລາ ລັດເຊຍ ແລະ ບັນດາຜົນກະທົບຢ່າງແຮງຕໍ່ການພັດທະນາຂອງບັນດາຂະບວນການປະຕິວັດໂລກໃນສະຕະວັດທີ 20, ໃນນັ້ນ ມີ ຫວຽດນາມ, ບົດຂຽນຂອງ ລາຍຮວາ.

ການປະຕິວັດເດືອນ ຕຸລາ ລັດເຊຍ ແລະ ລັດທິສັງຄົມນິຍົມຢູ່ ຫວຽດນາມ - ảnh 1 (ພາບປະກອບ)

        ກ່ອນນີ້ 100 ປີ, ພາຍໃຕ້ການຊີ້ນຳນຳພາຂອງພັກ ໂບນເຊວິກ, ໂດຍນຳໜ້າແມ່ນທ່ານ Vladimir Ilyich Lenin ຜູ້ນຳທີ່ຍິ່ງໃຫຍ່, ຊົນຊັ້ນກຳມະກອນ ແລະ ປະຊາຊົນຜູ້ອອກແຮງງານ ລັດເຊຍ ໄດ້ເປັນຈິດໜຶ່ງໃຈດຽວລຸກຮື້ຂຶ້ນ ເພື່ອໂຄ່ນລົ້ມອຳນາດການປົກຄອງຂອງຊົນຊັ້ນນາຍທຶນ ແລະ ທໍລະຍົກການປະຕິວັດ, ສ້າງຕັ້ງປະເທດ ໂຊວຽດ, ກຳມະກອນຊາວນາລັດທຳອິດໃນໂລກ, ເປີດສາກຍຸກສະໄໝໃໝ່ໃນປະຫວັດສາດມວນມະນຸດ, ໄລຍະຂ້າມຜ່ານຂຶ້ນສູ່ລັດທິສັງຄົມນິຍົມໃນຂອບເຂດທົ່ວໂລກ.

ສັງກະລາດໃໝ່ໃຫ້ປະຫວັດສາດມວນມະນຸດ

        ການປະຕິວັດເດືອນຕຸລາ ລັດເຊຍ ປະສົບຜົນສຳເລັດ ບໍ່ພຽງແຕ່ເປັນຂີດໝາຍການກຳເນີດຂອງລັດທິສັງຄົມນິຍົມທຳອິດໃນໂລກເທົ່ານັ້ນ ຫາກຍັງສ້າງປະຖົມປັດໄຈໃຫ້ການກຳເນີດຂອງລະບົບສັງຄົມນິຍົມ, ເຊິ່ງແມ່ນລະບອບສັງຄົມລົບລ້າງທຸກການກົດຂີ່ຂູດຮີດ ຂາດຄວາມຍຸຕິທຳ, ນຳມາໃຫ້ຄວາມຍຸຕິທຳ, ຄວາມສະເໝີພາບ, ຄວາມເສລີໃຫ້ມວນມະນຸດ, ກົງກັນຂ້າມກັບບັນດາລະບອບສັງຄົມຂອງຊົນຊັ້ນກົດຂີ່ຂູດຮີດກ່ອນນັ້ນ. ການກຳເນີດຂອງລັດ ໂຊວຽດ ແລະ ບາດກ້າວການພັດທະນາອັນໃຫຍ່ຫລວງຂອງ ໂຊວຽດ ໃນຊຸມທົດສະວັດຕົ້ນ ໃນການກໍ່ສ້າງລັດທິສັງຄົມນິຍົມ ໄດ້ສະແດງໃຫ້ເຫັນກຳລັງແຮງຢ່າງພຽງພໍ ແລະ ລັກສະນະດີເລີດຂອງລັດທິສັງຄົມນິຍົມ. ຮອງສາດສະດາຈານ, ປະລິນຍາເອກ ຫງວຽນວຽດຖາວ ຮອງຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຖືວ່າ:

        “ຍ້ອນພຶດຕິກຳຕົວຈິງໃນປະຫວັດສາດຂອງໂລກ ປະຈຸບັນໄດ້ພິສູດໃຫ້ເຫັນຄຸນຄ່າປະຫວັດສາດ ແລະ ຄຸນຄ່າຍຸກສະໄໝຢ່າງໃຫຍ່ຫລວງ, ໝັ້ນຄົງຂອງການປະຕິວັດເດືອນຕຸລາ ລັດເຊຍ. ການປະຕິວັດນີ້ ໄດ້ສ້າງລະບອບ ໂຊວຽດ ຂອງກຳມະກອນ - ຊາວນາ - ທະຫານ ແລະ ມະຫາຊົນປະຕິວັດຂອງ ລັດເຊຍ. ນັ້ນແມ່ນລະບອບສັງຄົມ, ລັດທິສັງຄົມນິຍົມ. ສິ່ງດັ່ງກ່າວກໍ່ມີຄວາມໝາຍວ່າ ດ້ວຍໄຊຊະນະຂອງການປະຕິວັດເດືອນຕຸລາ ລັດເຊຍ ແລະ ການກຳເນີດຂອງລັດ ໂຊວຽດ, ລັດທິທຶນນິຍົມ ບໍ່ຄົງຕົວແມ່ນກຳລັງມີການຜູກຂາດໃນພື້ນຖານເສດຖະກິດ, ການເມືອງທົ່ວໂລກ ແລະ ເລີ່ມຕົ້ນຮ່ວມຊີວິດພ້ອມກັບລັດທິສັງຄົມນິຍົມ.

ການປະຕິວັດເດືອນ ຕຸລາ ລັດເຊຍ ແລະ ລັດທິສັງຄົມນິຍົມຢູ່ ຫວຽດນາມ - ảnh 2 ຮອງສາດສະດາຈານ, ປະລິນຍາເອກ ຫງວຽນວຽດຖາວ

ບົດຮຽນທີ່ມີຄຸນຄ່າໃຫ້ການປະຕິວັດ ຫວຽດນາມ

        ການປະຕິວັດເດືອນຕຸລາ ລັດເຊຍ ສຳເລັດຜົນ ໄດ້ສ່ອງແສງສະຫວ່າງໃໝ່ຂອງຍຸກສະໄໝ, ແສງສະຫວ່າງຂອງລັດທິ ມາກ - ເລນິນ ມາເຖິງ ຫວຽດນາມ, ໄດ້ປຸກລະດົມມະຫາຊົນທີ່ເປັນກຳມະກອນ, ຊາວນາລຸກຮື້ຂຶ້ນຂະໜາດໃຫຍ່ດຳເນີນການປະຕິວັດເດືອນສິງຫາ 1945, ສະຖາປະນາປະເທດ ສາທາລະນະລັດປະຊາທິປະໄຕ ຫວຽດນາມ. ສາດສະດາຈານ, ປະລິນຍາເອກ ຕ້າງອັກເຕີ໋ນ ຮອງປະທານສະພາທິດສະດີ ສູນກາງ ຢືນຢັນວ່າ:

        “ການປະຕິວັດນັ້ນ ແມ່ນກຳລັງແຮງ, ແມ່ນແຫຼ່ງອາລົມໃຫ້ແກ່ການຕໍ່ສູ້ຂອງປະຊາຊົນບັນດາປະເທດລັດທິທຶນນິຍົມ ເພື່ອຍາດເອົາຄວາມເສລີພາບ, ຄວາມອີ່ມໜຳສຳລານ ແລະ ຜົນປະໂຫດໃຫ້ແກ່ຕົນເອງ. ຍ້ອນຜົນງານອັນໃຫຍ່ຫລວງຂອງການປະຕິວັດເດືອນຕຸລາ ລັດເຊຍ ຢູ່ໃນບັນດາປະເທດ ໂຊວຽດ ນັ້ນ, ໃນທັງລະບົບລັດທິສັງຄົມນິຍົມໃນໂລກ ແຕ່ມັນພັດນຳມາເຖິງການພັງລະລາຍໃນປີ 1991 ແລະ ພັດກາຍເປັນບົດຮຽນທີ່ເລີດລ້ຳໃຫ້ພວກເຮົາ, ເປັນຕົ້ນແມ່ນປະເທດຄື ຫວຽດນາມ ຂອງພວກເຮົາ ພວມເດີນຕາມ ແລະ ສ້າງລັດທິສັງຄົມນິຍົມ.

        ພ້ອມກັບການຜັນປ່ຽນຢ່າງເລິກເຊິ່ງຂອງຍຸກສະໄໝ ແລະ ໂລກນັ້ນ, ພັກກອມມູນິດ ຫວຽດນາມ ເດັດດຽວແກ້ໄຂບັນດາຄວາມຜິດພາດ, ຂາດຕົກບົກຜ່ອງໃນວິວັດການສ້າງລັດທິສັງຄົມນິຍົມຢູ່ ຫວຽດນາມ; ຢືດໝັ້ນພາລະກິດປ່ຽນແປງໃໝ່ ຊຶ່ງເລີ່ມແຕ່ກອງປະຊຸມໃຫຍ່ຄັ້ງທີ 6 ເມື່ອເດືອນທັນວາ 1986 ມາຮອດປັດຈຸບັນ. ພັກກອມມູນິດ ຫວຽດນາມ ຍາມໃດກໍ່ຢືດໝັ້ນ ເປົ້າໝາຍເອກະລາດແຫ່ງຊາດຕິດພັນກັບລັດທິສັງຄົມນິຍົມ ບົນພື້ນຖານລັດທິ ມາກ - ເລນິນ ແລະ ແນວຄິດ ໂຮ່ຈີມິນ. ທ່ານ ຫວູຄວານ ອະດີດຮອງນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ:

        “ກອງປະຊຸມໃຫຍ່ຄັ້ງທີ 6 ໄດ້ເວົ້າເຖິງການປ່ຽນແປງໃໝ່ຢ່າງຮອບດ້ານ, ໃນນັ້ນ ການປ່ຽນແປງໃໝ່ແຖວໜ້າ ແມ່ນປ່ຽນແປງໃໝ່ຈິນຕະນາການ. ປັດຈຸບັນ ການປ່ຽນແປງໃໝ່ຈິນຕະນາການມີຄວາມກ້າວໜ້າເລກນ້ອຍ ແຕ່ຍັງຊັກຊ້າຢູ່ ແລະ ສະພາບການຂອງປະເທດຊາດໃນປັດຈຸບັນຍັງມີສິ່ງຄົງຄ້າງຫລາຍຢ່າງ ຄືບັນຫາກ່ຽວກັບການກໍ່ສ້າງພັກ, ການປ່ຽນແປງໃໝ່ໃນພັກ. ມາຮອດປັດຈຸບັນ ບົດຮຽນກ່ຽວກັບການພັງທະລາຍຂອງ ໂຊວຽດ ຄວນສືບຕໍ່ເບິ່ງຄືນ, ຕ້ອງຖອດຖອນອັນໃດແມ່ນບົດຮຽນ, ອັນໃດແມ່ນສາຍເຫດ, ແຕ່ຍັງຄົງມີລັດສະນະສະຖານະການການເມືອງຢ່າງເລິກເຊິ່ງ, ບໍ່ອາດປະໝາດໄດ້. ພວກເຮົາຄວນແລກປ່ຽນ ເພື່ອຊອກຫາທິດທາງພັດທະນາ, ພິເສດແມ່ນ ຕ້ອງປ່ຽນແປງໃໝ່, ປ່ຽນແປງໃໝ່ກ່ວາອີກ.

ການປະຕິວັດເດືອນ ຕຸລາ ລັດເຊຍ ແລະ ລັດທິສັງຄົມນິຍົມຢູ່ ຫວຽດນາມ - ảnh 3 ທ່ານ ຫວູຄວານ ອະດີດຮອງນາຍົກລັດຖະມົນຕີ ຫວຽດນາມ

        ໄຊຊະນະອັນໃຫຍ່ຫລວງໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ການກໍ່ສ້າງລັດທິສັງຄົມນິຍົມຂອງປະເທດຊາດເກືອບ 90 ປີຜ່ານມາ, ພິເສດແມ່ນໃນກ່ວາ 30 ປີແຫ່ງການປ່ຽນແປງໃໝ່ ໄດ້ປະກອບສ່ວນຢັ້ງຢືນໂສມໜ້າອັນໃຫຍ່, ຄວາມໝາຍປະຫວັດສາດ ແລະ ຄຸນຄ່າຍຸກສະໄໝຂອງການປະຕິວັດເດືອນຕຸລາ ລັດເຊຍ ສຳລັບການປະຕິວັດ ໂລກເວົ້າລວມ ແລະ ການປະຕິວັດ ຫວຽດນາມ ເວົ້າສະເພາະ. ການສະເຫຼີມສະຫຼອງ 100 ປີແຫ່ງການປະຕິວັດເດືອນຕຸລາ ລັດເຊຍ ແມ່ນໂອກາດເພື່ອຢັ້ງຢືນຂອບເຂດຄວາມໝາຍຍິ່ງໃຫຍ່ ແລະ ຄຸນຄ່າປະຫວັດສາດອັນໃຫຍ່ຫລວງຂອງການປະຕິວັດເດືອນຕຸລາ ລັດເຊຍ. ພ້ອມທັງແມ່ນໂອກາດ ເພື່ອໃຫ້ສັງເກດ, ໄຈ້ແຍກຢ່າງເລິກເຊິ່ງ ຈາກນັ້ນ ຖອດຖອນບັນດາກົດເກນ, ບັນດາວິທີການພັດທະນາໃໝ່, ວ່ອງໄວ ແລະ ໝັ້ນຄົງໃຫ້ ຫວຽດນາມ ບົນເສັ້ນທາງແຫ່ງການກໍ່ສ້າງສັງຄົມນິຍົມ.

ຕອບກັບ

ຂ່າວ/ບົດ​ອື່ນ