(vovworld)- ການປະຕິຮູບບໍລິຫານເພື່ອສ້າງພື້ນຖານບໍລິຫານປະຊາທິປະໄຕຮັບໃຊ້ຄວາມຕ້ອງການຂອງປະຊາຊົນໃຫ້ນັບມື້ນັບດີກວ່າ. ໃນຫລາຍປີຜ່ານມາ, ລັດຖະບານ ຫວຽດນາມ ໄດ້ມານະພະຍາຍາມບັນລຸບັນດາໝາກຜົນຢ່າງຕັ້ງຫນ້າໃນການປະຕິຮູບດ້ານບໍລິຫານຄື: ປະຕິບັດກົນໄກປະຕູດຽວ, ປະຕູເຊ່ືອມຕໍ່, ປະຕູເຊື່ອມຕໍ່ພິເສດ. ມາຮອດ ຈຸດເວລານີ້, ຫວຽດນາມ ພວມຜັນຂະຫຍາຍແຜນການກຳນົດດັດຊະນີປະຕິຮູບດ້ານບໍລິຫານປີ 2012 ຂອງບັນດາກະຊວງ, ອົງການທຽບເທົ່າກະຊວງ, ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ເພື່ອປະຕິບັດວິກິດການປະຕິຮູບດ້ານບໍລິຫານເປັນຢ່າງດີກວ່າ.
ທ່ານ ລັດຖະມົນຕີ ກະຊວງພາຍໃນ ຫງວຽນທາຍບີ່ງ
ພາບ:internet
|
ເມື່ອຕອບຄຳຖາມຂອງປະຊາຊົນໃນລາຍການ “ປະຊາຊົນຖາມ, ລັດຖະມົນຕີຕອບ” ໃນທ້າຍອາທິດຜ່ານມາ, ທ່ານ ຫງວຽນທາຍບີ່ງ, ລັດຖະມົນຕີກະຊວງພາຍໃນ ຫວຽດນາມ ໃຫ້ຮູ້ວ່າ: ກະຊວງພາຍໃນ ພວມດຳເນີນການກຳນົດດັດຊະນີປະຕິຮູບດ້ານບໍລິຫານປີ 2012 ຂອງບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນ ຕາມການຊີ້ນຳຂອງລັດຖະບານ. ນີ້ແມ່ນການເຄື່ອນໄຫວສຳຄັນຂອງກິດຈະການປະຕິຮູບດ້ານບໍລິຫານຢູ່ ຫວຽດນາມ. ທ່ານ ລັດຖະມົນຕີ ກະຊວງພາຍໃນ ຫງວຽນທາຍບີ່ງ ໃຫ້ຮູ້ວ່າ:
“ການກຳນົດດັດຊະນີປະຕິຮູບບໍລິຫານປີ 2012 ແມ່ນສະແດງໃຫ້ເຫັນຄວາມຕັດສິນໃຈຂອງລັດຖະບານໃນການປ່ຽນໃຫມ່ວຽກງານຄຸ້ມຄອງ, ຕິດຕາມກວດກາ, ຕີລາຄາເພື່ອຮັບປະກັນການຍົກສູງຄຸນນະພາບ, ປະສິດທິຜົນໃນການປະຕິບັດໂຄງການປະຕິຮູບດ້ານບໍລິຫານໄລຍະ 2011-2020 ຂອງຫວຽດນາມ. ດັດຊະນີການປະຕິຮູບດ້ານບໍລິຫານແມ່ນເຄື່ອງມືຄຸ້ມຄອງໃຫມ່ມີຄວາມໝາຍສຳຄັນທີ່ສຸດ, ເພາະວ່າ ມັນຈະຕີລາຄາຢ່າງຮອບດ້ານ, ແທດຈິງ, ພາວະວິໄສໝາກຜົນການປະຕິຮູບດ້ານບໍລິຫານຂອງບັນດາກະຊວງ, ອົງການທຽບເທົ່າກະຊວງ, ບັນດາແຂວງ, ນະຄອນ.”
ຕາມທ່ານ ລັດຖະມົນຕີ ກະຊວງພາຍໃນ ຫງວຽນທາຍບີ່ງ ແລ້ວ, ຜ່ານດັດຊະນີການປະຕິຮູບດ້ານບໍລິຫານປີ 2012 ສາມາດຕີລາຄາດ້ານດີ, ດ້ານອ່ອນຂອງການປະຕິບັດການປະຕິຮູບດ້ານບໍລິຫານຢ່າງຖືກຕ້ອງ, ຜ່ານນັ້ນ ຈະຊ່ວຍບັນດາກະຊວງ, ອົງການທຽບເທົ່າ, ບັນດາແຂວງ, ນະຄອນ ເພື່ອມີພື້ນຖານພິຈາລະນາ, ຕີລາຄາດັດປັບຈຸດໝາຍ, ເນື້ອໃນປະຕິຮູບດ້ານບໍລິຫານປະຈຳປີ, ພ້ອມທັງວາງອອກບັນດາມາດຕະການເໝາະສົມຮັບປະກັນການຍົກສູງໝາກຜົນຂອງວຽກງານປະຕິຮູບດ້ານບໍລິຫານຂອງບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ. ກຳນົດດັດຊະນີການປະຕິຮູບບໍລິຫານຕາມບັນດາມາດຖານ, ຂໍ້ກຳນົດຢ່າງລະອຽດ, ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ ສາມາດປຽບທຽບ, ຕີລາຄາ, ຈັດອັນດັບໝາກຜົນປະຕິຮູບດ້ານບໍລິຫານຂອງຕົນໃນແຕ່ລະປີ.
ລັດຖະມົນຕີ ກະຊວງພາຍໃນ ຫງວຽນທາຍບີ່ງ ກໍຢືນຢັນວ່າ: ເມື່ອນຳໃຊ້ດັດຊະນີການປະຕິຮູບບໍລິຫານປີ 2012, ການຕີລາຄາໝາກຜົນການປະຕິຮູບໄດ້ຮັບການປະຕິບັດຜ່ານໝາກຜົນຕີລາຄາເອງຂອງບັນດາອົງການບໍລິຫານ ແລະ ໝາກຜົນສຳຫລວດໃນສັງຄົມສຳລັບປະຊາຊົນ, ວິສາຫະກິດ, ຈະແກ້ໄຂໄດ້ລັກສະນະຄົງທີ່, ອັດຕະວິໄສ, ບໍ່ທັນມີມາດຖານ, ການກຳນົດລະອຽດ, ບໍ່ທັນດຶງດູດການເຂົ້າຮ່ວມຢ່າງກວ້າງຂວາງຂອງບັນດາອົງການ, ອົງການຈັດຕັ້ງມະຫາຊົນ ແລະ ສັງຄົມໃນວຽກງານຕີລາຄາ, ຕິດຕາມກວດກາການປະຕິຮູບດ້ານບໍລິຫານຢູ່ ຫວຽດນາມ. ລັດຖະມົນຕີ ກະຊວງພາຍໃນ ຫງວຽນທາຍບີ່ງ ເນັ້ນຫນັກວ່າ:
“ເພື່ອປະຕິບັດຈຸດໝາຍດັດຊະນີການປະຕິຮູບດ້ານບໍລິຫານຢ່າງແທດຈິງ, ພາວະວິໄສ, ບັນດາອົງການຕ້ອງປະຕິບັດການຕິດຕາມຕີລາຄາຢ່າງເຂັ້ມງວດ, ຕ້ອງໃຫ້ຄະແນນກ່ຽວກັບໝາກຜົນການປະຕິຮູບດ້ານບໍລິຫານຂອງຕົນ. ພວກເຮົາເຮັດໄດ້ສິ່ງໃດແດ່ ແລະ ໝາກຜົນຄືແນວໃດ ແມ່ນດຳເນີນການພິຈາລະນາ, ໃຫ້ຄະແນນຖືກກັບຕາຕະລາງຄະແນນທີ່ໄດ້ກຳນົດ. ດ້ານອື່ນ ເພື່ອສ້າງພື້ນຖານບໍລິຫານຢ່າງປະຊາທິປະໄຕ ຮັບໃຊ້ຄວາມຕ້ອງການຂອງປະຊາຊົນ, ຂອງສັງຄົມໃຫ້ ນັບມື້ນັບດີກວ່າ, ໃນການສຳຫລວດສັງຄົມຄັ້ງນີ້ ຮຽກຮ້ອງຕ້ອງມີການເຂົ້າຮ່ວມຢ່າງສຸດຈິດສຸດໃຈ, ຕັ້ງຫນ້າ ແລະ ພາວະວິໄສ, ຍຸຕິທຳຂອງບັນດາອົງການສຳລັບການຕີລາຄາໝາກຜົນປະຕິຮູບບໍລິຫານຂອງບັນດາກະຊວງ, ຂະແຫນງການ, ບັນດາແຂວງ, ນະຄອນ ຂຶ້ນກັບສູນກາງ.”
ລັດຖະມົນຕີ ກະຊວງພາຍໃນ ຫງວຽນທາຍບີ່ງ ກໍຊີ້ແຈ້ງວ່າ: ຖ້າຫາກບັນດາອົງການບໍລິຫານຕີລາຄາດ້ວຍຕົນເອງກ່ຽວກັບຫນ້າທີ່ຄວາມຮັບຜິດຊອບ, ລັກສະນະແທດຈິງ, ພາວະວິໄສ ສຳລັບບັນດາເປົ້າໝາຍຄື: ສສຊ, ພະນັກງານລັດຖະກອນ, ອົງການພັກ, ໝູ່ມະຫາຊົນ, ກະຊວງ, ຂະແຫນງການສູນກາງ, ບັນດາສະມາຊິກສະພາປະຊາຊົນຂັ້ນແຂວງ, ພະນັກງານລັດຖະກອນຂັ້ນແຂວງ, ປະຊາຊົນ ວິສາຫະກິດແລະອື່ນໆ ເຂົ້າຮ່ວມການຕີລາຄາຢ່າງພາວະວິໄສ, ມີຄວາມຮັບຜິດຊອບ ແລະ ແທດຈິງນັ້ນ, ການນຳໃຊ້ບັນດາດັດຊະນີປະຕິຮູບດ້ານບໍລະຫານປີ 2012 ຈະສ້າງຄວາມເຫັນດີເຫັນພ້ອມຈາກປະຊາຊົນເປັນຈຳນວນຫລວງຫລາຍ. ແລະ ເຮັດຄືແນວນັ້ນ ການປະຕິຮູບດ້ານບໍລິຫານຢູ່ ຫວຽດນາມ ຈະບັນລຸໝາກຜົນອັນດີງາມກວ່າ.