(vovworld)-ການສ້າງແຜນຮ່າງປະຕິຮູບເງິນເດືອນໄລຍະ2012-2020 ໃຫ້ສົມບູນແບບແມ່ນຫນຶ່ງໃນບັນດາຫນ້າທີ່ຈຸດສຸມຂອງຫວຽດນາມໃນປີນີ້ ເພື່ອຮັບປະກັນການປະຕິບັດນະໂຍບາຍຊີວິດສັງຄົມທີ່ລັດຖະບານໄດ້ວາງອອກ. ການປະຕິຮູບເງິນເດືອນໄດ້ຮັບການປະຕິບັດຕາມທິດຫັນຈາກລະບົບເບິກຈ່າຍເງິນເດືອນຕຳ່ມາສູ່ລະບົບເບິກຈ່າຍເງິນເດືອນຕາມຄວາມສາມາດຕົວຈິງ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງຕະຫລາດ. ຕາມການຕີລາຄາແລ້ວ, ນີ້ແມ່ນຫນຶ່ງໃນບັນດານະໂຍບາຍເສດຖະກິດສັງຄົມພື້ນຖານ ແລະ ສຳຄັນພິເສດຂອງປະເທດຊາດ.
ທ່ານ ເວືອງດີນເຫ້ວ ລັດຖະມົນຕີກະຊວງການເງິນ ໃນວາລະປຶກສາຫາລືກ່ຽວ
ກັບເງິນເດືອນຂອງຄະນະປະຈຳສະພາແຫ່ງຊາດ
ພາບປະກອບ(ຈາກ internet)
|
ພາຍຫລັງເກືອບ 30 ປີ ແຫ່ງການປະຕິບັດກິດຈະການປ່ຽນແປງໃຫມ່, ຫວຽດນາມ ໄດ້ຜ່ານຜ່າການປະຕິຮູບນະໂຍບາຍເງິນເດືອນເປັນຫລາຍຄັ້ງແລ້ວ. ໃນຮອບເວລາ 10 ປີມານີ້, ເງິນເດືອນພື້ນຖານໄດ້ຮັບການດັດປັບເຖິງ 8 ຄັ້ງແລ້ວ. ລະດັບເງິນເດືອນພື້ນຖານໄດ້ເພີ່ມຂຶ້ນທົບ 2 ເທົ່າໃນໄລຍະ 4 ປີມານີ້. ເລື່ອງດັດປັບນີ້ແມ່ນອີງໃສ່ລະດັບການເຕີບໂຕເສດຖະກິດ, ດັດຊະນີລາຄາໃຊ້ສອຍ ແລະ ຄວາມສາມາດຂອງງົບປະມານແຫ່ງລັດ. ເຖິງຢ່າງໃດກໍຕາມ, ຄວາມຈິງແລ້ວ ຖ້າຫາກຄິດໄລ່ເຖິງດັດຊະນີໄພເງິນເຟີ້ ແລະ ລາຄາໃຊ້ສອຍນັ້ນ, ເງິນເດືອນພື້ນຖານແມ່ນເພີ່ມຂຶ້ນພຽງເລັກຫນ້ອຍ. ຖ້າຫາກທຽບໃສ່ກັບລະດັບການພັດທະນາເສດຖະກິດ ສັງຄົມໃນໄລຍະຜ່ານມາ ແລະ ເມື່ອທຽບກັບຄວາມຮຽກຮ້ອງຕ້ອງການ ແມ່ນຖືເງິນເດືອນແມ່ນບ້ວງເງິນລົງທຶນເພື່ອພັດທະນາແຫລ່ງຊັບພະຍາກອນມະນຸດ, ຄວາມໄວຂອງການເພີ່ມເງິນເດືອນນັ້ນແມ່ນບໍ່ທັນເໝາະສົມເທື່ອ. ລະດັບເງິນເດືອນຕຳ່ ຍາກທີ່ຈະດຶງດູດຜູ້ມີຄວາມເກັ່ງກ້າສາມາດໄດ້ ແລະ ບໍ່ທັນສ້າງກຳລັງຫນູນໃຫ້ແກ່ພະນັກງານ, ລັດຖະກອນຜູ້ສຸດຈິດສຸດໃຈກັບວຽກງານ, ຍົກສູງຄວາມຮັບຜິດຊອບ, ເຮັດສຳເລັດຫນ້າທີ່ດ້ວຍຄຸນນະພາບສູງ ແລະ ເປັນຕົ້ນແມ່ນປະກອບສ່ວນໃນການຕ້ານປະກົດການຫຍໍ້ທໍ້, ໄພສໍ້ລາດບັງຫລວງໃນກົງຈັກລັດ.
ຕໍ່ຫນ້າສະພາບຕົວຈິງນີ້, ກະຊວງແຮງງານທະຫານເສຍອົງຄະແລະ ສັງຄົມຫວຽດນາມ ພວມສ້າງແຜນຮ່າງປະຕິຮູບເງິນເດືອນລັດຖະກອນໄລຍະ 2012 - 2020 ໃຫ້ສຳເລັດຜົນ, ຕາມນັ້ນແລ້ວ ຖື ການປະຕິຮູບນະໂຍບາຍເງິນເດືອນ ແມ່ນຄວາມຕັດສິນໃຈດ້ານການເມືອງ ແລະ ຈິນຕະນາການຍຸດທະສາດ, ສອງຄອ່ງກັບທ່າອ່ຽງພັດທະນາຂອງປະເທດຊາດ. ຕາມທ່ານ ດັ້ງຍືເລີ້ຍ, ອະດີດຮອງຫົວຫນ້າ ກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດຫວຽດນາມແລ້ວ, ເງິນເດືອນ ຕ້ອງແມ່ນກຳລັງຫນູນຕົ້ນຕໍເພື່ອໃຫ້ລັດຖະກອນຕິດພັນກັບອົງການລັດ, ສຸດຈິດສຸດໃຈກັບວຽກງານ ແລະ ຖືການເບິກຈ່າຍເງິນເດືອນໃຫ້ສົມກັບວຽກງານລັດຖະກອນ ແມ່ນການລົງທຶນໃຫ້ແກ່ການພັດທະນາ.ເຖິງຢ່າງໃດກໍຕາມຈຳເປັນຕ້ອງຈັດປະເພດພະນັກງານ, ລັດຖະກອນໃຫ້ສອດຄ່ອງເພື່ອມີລະບອບເງິນເດືອນຖືກຕ້ອງ.
“ການກຳນົດເງິນເດືອນຕ້ອງເໝາະສົມກັບຄຸນຄ່າການອອກແຮງງານຂອງພະນັກງານລັດຖະກອນ, ຕ້ອງກຳນົດຢ່າງຈະແຈ້ງຈຳນວນພະນັກງານ ລັດຖະກອນ
ຮັບເງິນເດືອນຈາກງົບປະມານ, ແລ້ວຈຶ່ງກຳນົດການເບິກຈ່າຍເງິນເດືອນຕາມຄວາມສາມາດດ້ານເສດຖະກິດຂອງປະເທດຊາດ. ຄຽງຂ້າງນັ້ນ ຖ້າບໍ່ຊັບຊ້ອນ, ຈັດຕັ້ງກົງຈັກຄືນໃຫມ່, ບັນຫາຮັບພະນັກງານບັນຈຸປະຈຸບັນເພື່ອໃຫ້ຄຸນນະພາບຂອງຖັນແຖວພະນັກງານ, ລັດຖະກອນໄດ້ຮັບປະກັນຕາມຄຸນຄ່ານັ້ນຈະບໍ່ສາມາດແກ້ໄຂບັນຫາເງິນເດືອນໄດ້.”
ຄຽງຂ້າງການສ້າງຕາຕະຕາງເງິນເດືອນເໝາະສົມກັບຄຸນຄ່າການອອກແຮງງານຂອງພະນັກງານ, ລັດຖະກອນ, ແຜນຮ່າງດັ່ງກ່າວຍັງສຸມໃສ່ປະຕິຮູບກົນໄກສ້າງແຫລ່ງເງິນເດືອນ. ໃນໄລຍະຜ່ານມາ, ງົບປະມານແຫ່ງລັດ ແມ່ນແຫລ່ງລາຍຈ່າຍໃຫຍ່ສຸດເພື່ອຕັດສິນເຖິງການປະຕິຮູບເງິນເດືອນ, ເຖິງຢ່າງໃດກໍຕາມ ແຫລ່ງເງິນນີ້ຍັງຖືກຈຳກັດຢູ່, ສະນັ້ນຕ້ອງສ້າງແຫລ່ງກຳລັງຫນູນໃຫ້ແກ່ ການປະຕິຮູບເງິນເດືອນໃນຮອບເວລາ 10 ປີ ຈະມາເຖິງ ແມ່ນສິ່ງທີ່ຈຳເປັນທີ່ສຸດ. ເພື່ອປະຕິຮູບເງິນເດືອນ, ຄຽງຂ້າງ ຕ້ອງຄຸ້ມຄອງຢ່າງແຫນ້ນແຟ້ນ ແລະ ຫລຸດຜ່ອນຈຳນວນເປົ້າໝາຍຮັບເງິນເດືອນຈາກງົບປະມານລົງລະດັບຕຳ່ສຸດ,ເພື່ອແນໃສ່ຫລຸດຜ່ອນອັດຕາສ່ວນລາຍຈ່າຍຈາກງົບປະມານໃຫ້ແກ່ບັນດາຫົວຫນ່ວຍຮັບເງິນເດືອນຈາກງົບປະມານ. ຕາມທ່ານ ດວ່ານເກືອງ, ຫົວຫນ້າກົມເງິນເດືອນ ສັງກັດກະຊວງພາຍໃນຫວຽດນາມແລ້ວ, ນີ້ແມ່ນມາດຕະການສຳຄັນເພື່ອສ້າງແຫລ່ງທຶນປະຕິຮູບເງິນເດືອນ.
“ບັນຫາສຳຄັນໃນການສ້າງແຫລ່ງທຶນປະຕິຮູບເງິນເດືອນ ນັ້ນແມ່ນປ່ຽນໃຫມ່ກົນໄກທີ່ມີຕໍ່ບັນດາຫົວຫນ່ວຍຮັບເງິນເດືອນຈາກງົບປະມານ, ຕ້ອງເຮັດແນວໃດເພື່ອໃຫ້ບັນດາຫົວຫນ່ວຍນີ້ ມີກົນໄກສະດວກສະບາຍ, ພັດທະນາດ້ວຍຕົນເອງ, ມີເງື່ອນໄຂ, ສ້າງລາຍຮັບເພື່ອເບິກຈ່າຍເງິນເດືອນໃຫ້ພະນັກງານ, ລັດຖະກອນຂອງຕົນ. ເຮັດໄດ້ຄືແນວນັ້ນ ຈຶ່ງສາມາດແກ້ໄຂແຫລ່ງງົບປະມານຂອງລັດ ສ່ວນໃດສ່ວນຫນຶ່ງໄດ້.”
ແຜນຮ່າງ ປະຕິຮູບເງິນເດືອນ ໄລຍະ 2012 - 2020 ຄາດວ່າ ຈະຖືກຍື່ນສະເຫນີຕໍ່ກອງປະຊຸມຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຶ່ງຈະຈັດຂຶ້ນໃນເດືອນ 4 ຈະມາເຖິງ. ທ່ານນາງ ຫງວຽນລານເຮືອງ, ຫົວຫນ້າສະຖາບັນວິທະຍາສາດແຮງງານ, ສັງກັດກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ໄດ້ຢືນຢັນວ່າ:
“ປີ 2011 ພວກເຮົາໄດ້ປະຕິບັດການແຍກລະບົບເງິນເດືອນພື້ນຖານຂອງເຂດຕະຫລາດ, ຮອດປີ 2012 ພວກເຮົາສືບຕໍ່ປະຕິບັດການດັດປັບນີ້ ເພື່ອເຮັດແນວໃດໃຫ້ລະດັບເງິນເດືອນຂອງຖັນແຖວລັດຖະກອນໄດ້ຮັບການປົວແປງ. ແຕ່ປີ 2012 - 2015 ພວກຂ້າພະເຈົ້າຖືວ່າ ແມ່ນໄລຍະປະຕິຮູບເງິນເດືອນໃຫຍ່ສຸດໃນຂົງເຂດນະໂຍບາຍທີ່ມີຕໍ່ລະບົບລັດຖະກອນຮັບເງິນເດືອນຈາກງົບປະມານ, ຕັດສິນໃຈຮອດປີ 2015 ຮັບປະກັນລະດັບຄອງຊີບພື້ນຖານໃຫ້ແກ່ພະນັກງານ ລັດຖະກອນ.”
ເງິນເດືອນຕ້ອງແມ່ນກຳລັງຫນູນຕົ້ນຕໍເພື່ອໃຫ້ລັດຖະກອນຕິດພັນກັບອົງການລັດ, ສຸມຈິດສຸມໃຈກັບວຽກງານ, ມີເງື່ອນໄຂເລື່ອນຕຳແຫນ່ງ ໂດຍອີງໃສ່ຄວາມສາມາດ, ພູມປັນຍາຂອງຕົນເອງ, ບໍ່ຄຳນຶງເຖິງການສໍ້ລາດບັງຫລວງ ແລະ ບໍ່ສາມາດສໍ້ລາດບັງຫລວງ. ນີ້ແມ່ນເນື້ອໃນຈິດໃຈ ຊຶ່ງແຜນຮ່າງປະຕິຮູບເງິນເດືອນໄລຍະ 2012 - 2020 ມູ້ງໄປເຖິງ. ນະໂຍບາຍເງິນເດືອນ ທີ່ມີຕໍ່ພະນັກງານ ລັດຖະກອນ ແມ່ນຫນຶ່ງໃນບັນດານະໂຍບາຍເສດຖະກິດສັງຄົມພື້ນຖານ ແລະ ສຳຄັນພິເສດຂອງຊາດ. ຜົນສະທ້ອນຂອງເງິນເດືອນທີ່ມີຕໍ່ເສດຖະກິດສັງຄົມແມ່ນໃຫຍ່ຫລວງ, ສະນັ້ນ ຖ້າຫາກພະນັກງານລັດຖະກອນບໍ່ມີເງິນເດືອນພຽງພໍເພື່ອຮັບໃຊ້ຊີວິດ ນັ້ນຈະເປັນໄພອັນຕະລາຍໃຫຍ່, ທຳລາຍພື້ນຖານດ້ານບໍລິຫານຂອງລັດ. ການປະຕິຮູບນະໂຍບາຍເງິນເດືອນຈະຫລີກລ້ຽງສະພາບພະນັກງານລັດຖະກອນບໍ່ຕັ້ງໃຈເຮັດວຽກ ບໍ່ມີຄວາມຮັບຜິດຊອບໃນກົງຈັກລັດ, ສ້າງຄວາມເຫັນດີເຫັນພ້ອມເພື່ອໃຫ້ສັງຄົມພັດທະນາ.
ແອນຮ່ວຽນ