ໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງເຂດຊົນນະບົດໃຫມ່ ແມ່ນໂຄງການໃຫຍ່ ໂດຍແມ່ນພັກ, ລັດສຸມໃສ່ຊີ້ນຳ ແລະ ຜັນຂະຫຍາຍປະຕິບັດໃນຂອບ ເຂດທົ່ວປະເທດ. ພາຍຫລັງ 3 ປີ ແຫ່ງການຜັນຂະຫຍາຍທົດລອງຂະບວນການຊົນນະບົດໃຫມ່ ຢູ່ 11 ຕາແສງທົດລອງ ແລະ 1 ປີ ແຫ່ງການຜັນຂະຫຍາຍຢ່າງກວ້າງຂວາງໃນທົ່ວປະເທດ, ໂຄງການດັ່ງກ່າວ ບັນລຸໄດ້ບັນດາໝາກຜົນໃນເບື້ອງຕົ້ນ, ປະກອບສ່ວນເຂົ້າໃນການປ່ຽນແປງໂສມຫນ້າໃຫມ່ຢູ່ຊົນນະບົດຂອງຫວຽດນາມ. ເພື່ອເຮັດໃຫ້ໂຄງການສືບຕໍ່ບັນລຸໄດ້ປະສິດທິຜົນ, ເລື່ອງຜັນຂະຫຍາຍໂຄງການຄວນໄດ້ຮັບການປະຕິບັດຢ່າງຄົບຊຸດ, ຂ້ຽວຂາດ, ເປັນເອກະພາບສູງກ່ຽວກັບຄວາມຮັບຮູ້ ຈາກສູນກາງລົງຮອດທ້ອງຖິ່ນ. ນີ້ກໍແມ່ນເນື້ອໃນຈິດໃຈລວມ ຢູ່ ກອງປະຊຸມສະຫລຸບໂຄງການຈຸດໝາຍແຫ່ງຊາດກໍ່ສ້າງເຂດຊົນນະບົດໃຫມ່ ຊຶ່ງດຳເນີນໄປໃນວັນທີ 25/12/2011 ຢູ່ ຮ່າໂນ້ຍ.
ໂຄງການຈຸດໝາຍແຫ່ງຊາດກໍ່ສ້າງເຂດຊົນນະບົດໃຫມ່ ໄລຍະ 2011 - 2020 ແມ່ນໂຄງການໃຫຍ່ຂອງສູນກາງ ເພື່ອຫັນມະຕິກອງປະຊຸມໃຫຍ່ຄັ້ງທີ 7 ຂອງຄະນະບໍລິຫານສູນກາງພັກຊຸດທີ 10 ກ່ຽວກັບກະສິກຳ, ຊາວກະສິອນ ແລະ ຊົນນະບົດໃຫ້ປະກົດຜົນເປັນຈິງ. ນີ້ແມ່ນໂຄງການສັງລວມ, ຮອບດ້ານ ແລະ ຍາວນານ ເພື່ອແນໃສ່ຕອບສະຫນອງຄວາມມຸ້ງມາດປາດຖະຫນາຂອງຊາວກະສິກອນ. ຈຸດໝາຍຂອງໂຄງການແມ່ນກໍ່ສ້າງເຂດຊົນນະບົດໃຫມ່ ມີອົງປະກອບພື້ນຖານໂຄງລ່າງເສດຖະກິດ ສັງຄົມທີ່ທັນສະໄໝເທື່ອລະກ້າວ, ໂຄງປະກອບເສດຖະກິດ ແລະ ບັນດາຮູບການຈັດຕັ້ງການຜະລິດຢ່າງເໝາະສົມ, ກະສິກຳ ຕິດພັນກັບການພັດທະນາອຸດສາຫະກຳ, ການທ່ອງທ່ຽວຢ່າງວ່ອງໄວ, ການພັດທະນາຊົນນະບົດ ຕິດພັນ ກັບເຂດຕົວເມືອງຕາມການແຜນກຳນົດ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ. ຜ່ານ 1 ປີ ແຫ່ງການປະຕິບັດຢູ່11 ຕາແສງ ໂດຍແມ່ນຄະນະເລຂາສູນກາງພັກເລືອກເຟັ້ນເພື່ອກໍ່ສ້າງທົດລອງເຂດຊົນນະບົດໃຫມ່ ໄດ້ມີການປ່ຽນແປງຢ່າງເຫັນໄດ້ຊັດ. ມີ 100 ກວ່າຮູບແບບການຜະລິດກະສິກຳ, ອຸດສາຫະກຳນ້ອຍ ແລະ ການບໍລິການໄດ້ຮັບການສ້າງຂຶ້ນ. ມີຫລາຍຮູບແບບການຜະລິດໄດ້ນຳມາຊຶ່ງປະສິດທິຜົນທາງດ້ານເສດຖະກິດ, ລາຍຮັບຂອງປະຊາຊົນກໍເພີ່ມຂຶ້ນສູງ. ພິເສດ ມີກິດຈະກຳພື້ນຖານໂຄງລ່າງສຳຄັນ ແລະ ຈຳເປັນຫລາຍແຫ່ງກໍ່ໄດ້ຮັບການກໍ່ສ້າງຂຶ້ນ ຈາກການປະກອບສ່ວນສົມທົບລະຫວ່າງລັດ ແລະ ປະຊາຊົນ, ນຳມາຊຶ່ງຄວາມເບີກບານມ່ວນຊ່ື່ນໃຫ້ແກ່ປະຊາຊົນຢູ່ເຂດຊົນນະບົດ. ທ່ານ ເຈີນວັນເຮົ້າ ຊາວຕາແສງ ເຕີນເລີບ, ເມືອງ ດົງຟູ ແຂວງ ບີ່ງເຟືອກ ໃຫ້ຮູ້ວ່າ:
“ສຳລັບແຜນຮ່າງຊົນນະບົດໃຫມ່, ຂ້າພະເຈົ້າເຫັນວ່າ ທາງລັດ, ອຳນາດການປົກຄອງທ້ອງຖິ່ນປະຕິບັດເປັນຢ່າງດີ. ເສັ້ນທາງຄົມມະນາຄົມ, ສຸກສາລາ, ໄຟຟ້າ, ນັບແຕ່ເມື່ອມີໂຄງການ, ປະຊາຊົນໄປມາຢ່າງສະດວກສະບາຍ, ລູກຫລານຂອງຂ້າພະເຈົ້າໄປຮຳ່ໄປຮຽນກໍສະດວກຫລາຍ. ພວກຂ້າພະເຈົ້າເຫັນວ່າ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນຢ່າງເຫັນໄດ້ຊັດ.“
ຈາກຜົນງານໃນການປະຕິບັດທົງລອງຂອງ 11 ຕາແສງນັ້ນ, ຂະບວນການໄດ້ຮັບການທະວີຄູນອອກສູ່ທົ່ວປະເທດ ດ້ວຍນັບພັນຕາແສງ. ຕາມການສະຖິຕິແລ້ວ, ມາຮອດປະຈຸບັນ ມີ 63 ແຂວງ, ນະຄອນ ໄດ້ສຳເລັດການຕີລາຄາສະພາບຕົວຈິງຂອງຊົນນະບົດໃຫມ່ຕາມ 19 ມາດຖານຂອງໂຄງການແລ້ວ. ຈຸດໝາຍວາງອອກແມ່ນຮອດປີ 2015 ສູ້ຊົນ ໃຫ້ໄດ້ 20% ຈຳນວນຕາແສງບັນລຸມາດຖານຊົນນະບົດໃຫມ່. ເພື່ອບັນລຸຈຸດໝາຍດັ່ງກ່າວໃຫ້ໄດ້, ໃນໄລຍະຈະມາເຖິງ ຄວນແກ້ໄຂຂໍ້ຈຳກັດຈຳນວນຫນຶ່ງຄື: ຄວາມເອົາໃຈໃສ່, ການແນະນຳຢ່າງທັນການຂອງບັນດາອົງການກ່ຽວຂ້ອງ, ແຫລ່ງທຶນຂອງບັນດາທ້ອງຖິ່ນໃຫ້ແກ່ໂຄງການຢ່າງທັນການ, ເປັນຕົ້ນແມ່ນຄວນມີການສຸມກຳລັງເຫື່ອແຮງ, ຈາກສູນກາງຕະຫລອດຮອດທ້ອງຖິ່ນ, ການສະຫນັບສະຫນູນຢ່າງສຸດຈິດສຸດໃຈຂອງປະຊາຊົນ ຍ້ອນວ່າ ປະຊາຊົນແມ່ນເປົ້າໝາຍຕົ້ນຕໍ ເພື່ອສ້າງສຳເລັດ ຂະບວນການກໍ່ສ້າງເຂດຊົນນະບົດໃຫມ່. ທ່ານ ເລຮູຍຫງໍ້ ອະດິດລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຖືວ່າ:
“ມາດຖານກ່ຽວກັບຊົນນະບົດໃຫມ່ຢູ່ບໍລິເວນຕາແສງຄື: ໂຮງຮຽນ, ຫໍວັດທະນະທຳ, ເສັ້ນທາງຄົມມະນາຄົມ,ກິດຈະກຳສຸຂະອະນາໄມກ... ໄດ້ຮັບການກໍ່ສ້າງ ຫລາຍກວ່າກ່ອນນີ້. ປະຊາຊົນ ເຫັນໄດ້ວ່າ ເຂົາເຈົ້າພວມໄດ້ຊົມໃຊ້ບັນດາຜົນງານຊຶ່ງໂຄງການນຳມາໃຫ້. ແຕ່ວ່າ ນີ້ພຽງແຕ່ແມ່ນໝາກຜົນໃນເບື້ອງຕົ້ນເທົ່ານັ້ນ. ພວກເຮົາ ທັງປະຕິບັດ ທັງອອກແບບ, ດ້ວຍການຫນູນຊ່ວຍຂອງລັດ, ບົດບາດຂອງຊາວກະສິກອນ ເຂົາເຈົ້າໄດ້ຫນູນຊ່ວຍຫລາຍຢ່າງຄື: ປະກອບທີ່ດິນ, ກຳລັງເຫື່ອແຮງ, ເງິນທອງ ເພື່ອກໍ່ສ້າງ“
ໃນຕົວຈິງແລ້ວ, ເລື່ອງຜັນຂະຫຍາຍທົດລອງໂຄງການ ຢູ່ 11 ຕາແສງນັ້ນ ໄດ້ຊີ້ໃຫ້ເຫັນວ່າ: ທ້ອງຖິ່ນໃດລະດົມໄດ້ທົ່ວລະບົບການເມືອງທຸກຂັ້ນ, ຂະແຫນງການ, ໝູ່ມະຫາຊົນ, ວິສາຫະກິດ ພ້ອມກັນປະຕິບັດ ດ້ວຍຄວາມມານະພະຍາຍາມ, ມີຄວາມຕືນຕົວ, ໂສມຫນ້າເຂດຊົນນະບົດໃຫມ່ຢູ່ທ້ອງຖິ່ນນັ້ນ ຈະມີການປ່ຽນແປງຫລາຍຢ່າງ. ເພາະສະນັ້ນ ນີ້ແມ່ນປັດໃຈຈຳເປັນ ຄວນໄດ້ຮັບການເສີມຂະຫຍາຍຢ່າງແຂງແຮງໃນວິວັດການຜັນຂະຫຍາຍປະຕິບັດໃນໄລຍະຜ່ານມາ. ທ່ານ ດັ້ງງອກເຊີນ ຜູ້ອຳນວຍການພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ຮ່າຕິ້ງ ຍົກຄຳເຫັນວ່າ:
“ ພັກ, ໝູ່ມະຫາຊົນ, ອຳນາດການປົກຄອງ ຕ້ອງຂົນຂວາຍປະຊາຊົນ. ຕ້ອງເຮັດແນວໃດໃຫ້ປະຊາຊົນມີສະຕິຄວາມຮັບຮູ້ໄດ້ວ່າ ບໍ່ມີບົດບາດຂອງຕົນ ໂຄງການກໍ່ສ້າງເຂດຊົນນະບົດໃຫມ່ບໍ່ສາມາດໄດ້ຮັບຜົນສຳເລັດ. ແລະ ດ້ວຍສະຕິຄວາມຮັບຮູ້ຄືແນວນັ້ນ ພະນັກງານແບບຢ່າງຈາກຕາແສງ ຕະຫລອດຮອດບ້ານ, ຄຸ້ມບ້ານ ຊ້ຳບໍ່ໜຳນັບທັງພະນັກງານວົງຄະນາຍາດກໍຕ້ອງເປັນແບບຢ່າງ. ຂ້າພະເຈົ້າຖືວ່າ ບົດບາດຂອງພະນັກງານວົງຄະນາຍາດຕ້ອງມີຄວາມຮັບຜິດຊອບຕໍ່ປະຊາຊົນຢ່າງແທດຈິງ, ເວລານັ້ນ ປະຊາຊົນຈຶ່ງເຫັນໄດ້ຄວາມສຸດຈິດສຸດໃຈຂອງຕົນ ແລະ ເຂົາເຈົ້າຈຶ່ງເຂົ້າຮ່ວມ ປະຕິບັດ.“
ໃນປີ 2012, ກະຊວງອຸດສາຫະກຳ ແລະ ພັດທະນາຊົນນະບົດ ໄດ້ວາງຈຸດໝາຍສູ້ຊົນເຮັດໃຫ້ 90% ຈຳນວນຕາແສງມີແຜນສັງລວມ ມີກວ່າ 90% ຈຳນວນຕາແສງມີແຜນຮ່າງກໍ່ສ້າງເຂດຊົນນະບົດໃຫມ່ໄດ້ຮັບການເຊັນອະນຸມັດ, ປະມານ 50% ຈຳນວນພະນັກງານຊົນນະບົດໃຫມ່ຢູ່ຂັ້ນຕາແສງໄດ້ຮັບການຝຶກອົບຮົມຄວາມຮູ້ກ່ຽວກັບການກໍ່ສ້າງເຂດຊົນນະບົດໃຫມ່, ຍູ້ແຮງບາດກ້າວພັດທະນາການຜະລິດຕາມທິດຜະລິດເປັນສິນຄ້າ, ເພີ່ມລາຍຮັບ, ພັດທະນາການສຶກສາ, ສາທາລະນະສຸກ, ອະນາໄມສິ່ງແວດລ້ອມ, ພື້ນຖານໂຄງລ່າງເຂດຊົນນະບົດ, ສູ້ຊົນລົບລ້າງເຮືອນປະຖົມປະຖານຢູ່ແບບຊົ່ວຄາວໃຫ້ໄດ້ໂດຍພື້ນຖານ, ໃຫ້ບູລິມະສິດຫນູນຊ່ວຍ 20% ຈຳນວນຕາແສງໄດ້ຈົດທະບຽນບັນລຸມາດຖານຊົນນະບົດໃຫມ່ໃນປີ 2015.
ແຕ່ນີ້ຮອດທ້າຍປີ 2020, ມີເກືອບ 10. 000 ຕາແສງໃນທົ່ວປະເທດ ພ້ອມກັນສຸມໃສ່ກໍ່ສ້າງ ແລະ ພັດທະນາເຂດຊົນນະບົດໃນໄລຍະໃຫມ່. ຈາກບັນດາໝາກຜົນໃນເບື້ອງຕົ້ນ ຢູ່ 11 ຕາແສງ ປະຕິບັດທົດລອງ, ການຂົນຂວາຍ ແລະ ຂະບວນການແຂ່ງຂັນ“ ທົ່ວປະເທດຮ່ວມແຮງຮ່ວມໃຈກໍ່ສ້າງເຂດຊົນນະບົດໃຫມ່ນັ້ນ“ ຫວັງວ່າມັນຈະເປັນແຫລ່ງພະລັງໃຫ້ແກ່ການປ່ຽນແປງໂສມຫນ້າຢູ່ເຂດຊົນນະບົດຂອງຫວຽດນາມ./.