ການພົວພັນ ຫວຽດນາມ - ກຳປູເຈຍ: ເຄິ່ງສະຕະວັດແຫ່ງຄວາມສາມັກຄີ, ສະໜິດຕິດພັນນຳກັນ

(VOVWORLD) - ວັນທີ 24 ມິຖຸນາ 1967, ຫວຽດນາມ ແລະ ກຳປູເຈຍ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ. ເຫດການການເມືອງສຳຄັນຍິ່ງນີ້ແມ່ນຂີດໝາຍປະຫວັດສາດແຫ່ງການພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ, ສະໜິດຕິດພັນປະຊາຊົນ 2 ປະເທດນຳກັນ, ປະກອບສ່ວນສຳຄັນເຂົ້າໃນພາລະກິດປົດປ່ອຍຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ. 

ການພົວພັນ ຫວຽດນາມ - ກຳປູເຈຍ: ເຄິ່ງສະຕະວັດແຫ່ງຄວາມສາມັກຄີ, ສະໜິດຕິດພັນນຳກັນ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hunsen

(ພາບ: ສຳນັກຂ່າວສານ ຫວຽດນາມ)

ຄວາມສາມັກຄີມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນ 2 ປະເທດ ຫວຽດນາມ - ກຳປູເຈຍ ໃນ 50 ປີທີ່ຜ່ານມາແມ່ນພື້ນຖານທີ່ໜັກແໜ້ນເພື່ອໃຫ້ສອງປະເທດສືບຕໍ່ເສີມຂະຫຍາຍໃນໄລຍະປະຈຸບັນ ແລະ ໃນອະນາຄົດ.

        ການພົວພັນ ຫວຽດນາມ - ກຳປູເຈຍ ແມ່ນການພົວພັນພິເສດ. ຜ່ານສິ່ງທ້າທາຍ, ຄວາມລຳບາກກາກກຳ, ການພົວພັນຖານບ້ານໃກ້ເຮືອນຄຽງທີ່ດີງາມ, ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງ, ຍາວນານລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໄດ້ຮັບການກຳນົດຈາກການນຳ 2 ປະເທດວ່າແມ່ນຊັບສົມບັດອັນລ້ຳຄ່າ ຈຳເປັນຕ້ອງມານາພະຍາຍາມຮັກສາ, ສາມັກຄີ ແລະ ພັດທະນາ.

ບັນດາບາດກ້າວຍາວໄກໃນການພົວພັນມິດຕະພາບ, ການຮ່ວມມື

       50 ປີທີ່ຜ່ານມາ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ບັນລຸໄດ້ຜົນງານຫຼາຍຢ່າງໃນເກືອບທຸກຂົງເຂດ. ແຕ່ຊຸມປີ 90, ການພົວພັນ 2 ປະເທດມີບັນດາບາດກ້າວພັດທະນາຢ່າງແຮງ, ສ້າງຂີດໝາຍຜ່ານບັນດາການຢ້ຽມຢາມເຊິ່ງກັນ ແລະ ກັນຂອງການນຳຂັ້ນສູງ 2 ຝ່າຍ. ຜ່ານການຢ້ຽມຢາມຄັ້ງຕ່າງ, ການນຳຂັ້ນສູງ 2 ປະເທດຢືນຢັນຄວາມຕັດສິນໃຈພ້ອມກັນເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືອັນດີງາມລະຫວ່າງ 2 ປະເທດ. ເມື່ອເນັ້ນໜັກເຖິງຜົນງານຂອງການພົວພັນ ຫວຽດນາມ - ກຳປູເຈຍ ໃນ 50 ປີຜ່ານມາ, ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ໄດ້ຢືນຢັນວ່າ:

        “ຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດສຳຄັນນັ້ນແມ່ນ ປະຊາຊົນ 2 ປະເທດໄດ້ມີຄວາມສາມັກຄີ, ຮຽງບ່າຮຽງໄຫລ່ນຳກັນ, ຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ນັບທັງດ້ວຍເລືອດເນື້ອຂອງຕົນເພື່ອພາລະກິດປົດປ່ອຍຊາດ, ເພື່ອສິດໄດ້ມີຊີວິດໃນຄວາມເສລີ, ຄວາມຜາສຸກ ແລະ ສ້າງປະເທດ ຫວຽດນາມ ແລະ ກຳປູເຈຍ ໃຫ້ວັດທະນາຖາວອນ. ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການດ້ວຍການຜັນແປຂອງປະຫວັດສາດ, ຄວາມສາມັກຄີມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ພັດທະນາໃນທຸກໆລະດັບ, ທຸກໆຂົງເຂດ, ກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນ”

        ໄປຄຽງຄູ່ກັນນັ້ນ, ການພົວພັນມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ກຳປູເຈຍ ບໍ່ພຽງແຕ່ຢຸດຕິຢູ່ໃນລະດັບ 2 ຝ່າຍເທົ່ານັ້ນ, ສອງປະເທດຍັງຮ່ວມມື, ສະໜິດຕິດພັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນອີກດ້ວຍ.

ພ້ອມກັນສ້າງສາອະນາຄົດ

       ທີ່ການພົບປະກັບທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດເຖິງ ຫວຽດນາມ ເມື່ອເດືອນ ກັນຍາ 2012, ພະບາດສົມເດັດພະເຈົ້າມະຫາຊີວິດ ກຳປູເຈຍ Norodom Sihamoni ໄດ້ຢືນຢັນວ່າ: “ກຳປູເຈຍ ແລະ ຫວຽດນາມ ແມ່ນ 2 ປະເທດທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້, ການພົວພັນທີ່ລ້ຳຄ່າລະຫວ່າງ 2 ປະເທດຈຳເປັນຕ້ອງໄດ້ຮັບການເສີມຂະຫຍາຍໃນໄລຍະສ້າງສາ ແລະ ພັດທະນາປະເທດຊາດ”. ບົນຈິດໃຈນັ້ນ, ຫວຽດນາມ ແລະ ກຳປູເຈຍ ຍາມໃດກໍ່ຮຽງບ່າຮຽງໄຫຼ່ນຳກັນ ພ້ອມກັນຮ່ວມມືບົນຫຼັກການເຄົາລົບເອກະລາດ, ປະຊາທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ໜູນຊ່ວຍກັນພ້ອມກັນພັດທະນາຢ່າງຈິງໃຈ. ກຳປູເຈຍ ມີສັນຕິພາບ, ພັດທະນາວັດທະນາຖາວອນໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ຢ່າງມີສະຖຽນລະພາບ ນັ້ນກໍ່ແມ່ນຜົນປະໂຫຍດຂອງ ຫວຽດນາມ.

        ປະຈຸບັນ, ໃນສະພາບການພາກພື້ນ ແລະ ສາກົນມີການຜັນແປຢ່າງສັບສົນ, ເພື່ອແນໃສ່ຮັກສາ ແລະ ເພີ່ມພຸນຄຸນສ້າງການພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນ 2 ປະເທດ, ການນຳ 2 ປະເທດກຳນົດຕ້ອງລະມັດລະວັງ ແລະ ສະກັດກັ້ນທຸກໆກົນອຸບາຍມ້າງທຳລາຍຂອງບັນດາອິດທິກຳລັງທີ່ເປັນປໍລະປັກທັງຢູ່ພາຍໃນ ແລະ ຕ່າງປະເທດເຊິ່ງໄດ້ ແລະ ພວມຊອກຫາວີທີເສກສັ້ນປັ້ນແຕ່ງປະຫວັດສາດແຫ່ງການພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ, ກໍ່ຄືກົນອຸບາຍຍຸຍົງສົ່ງເສີມລັດທິຊາດໃຈແຄບ, ດູໝິ່ນຊາດ, ປະຕິເສດຄວາມຈິງກ່ຽວກັບການພົວພັນສາມັກຄີຕໍ່ສູ້ໃນຂຸມຄອງດຽວ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງ 2 ປະເທດໃນການຕໍ່ສູ້ລວມເພື່ອປົດປ່ອຍຊາດ. ປະຊາຊົນ 2 ປະເທດຄວນມີສະຕິຄວາມຮັບຮູ້ລວມ, ພ້ອມກັນມີຄວາມຮັບຜິດຊອບໃນການຮັກສາການພົວພັນລະຫວ່າງ 2 ປະເທດ, ການປົກປັກຮັກສາ, ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບອັນລ້ຳຄ່າ, ເພື່ອສັນຕິພາບ, ສະຖຽນລະພາບຊອງປະຊາຊົນແຕ່ລະປະເທດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບຂອງພາກພື້ນ. ດັ່ງນັ້ນ, ການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ ປີແຫ່ງຄວາມມິດຕະພາບ ຫວຽດນາມ - ກຳປູເຈຍ ແມ່ນໂອກາດເພື່ອຢືນຢັນຄວາມຕັດສິນໃຈຂອງ 2 ປະເທດນັ້ນແມ່ນສືບຕໍ່ສ້າງການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ໝັ້ນຄົງຍາວນານ. ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ໄດ້ຊີ້ແຈ້ງວ່າ:

        “ນີ້ກໍ່ແມ່ນໂອກາດເພື່ອໃຫ້ 2 ປະເທດໄດ້ທົບທວນຄືນມູນເຊື້ອປະຫວັດສາດທີ່ສະຫງ່າລາສີ, ການສຶກສາທີ່ເປັນມູນເຊື້ອໃຫ້ລຸ້ນໜຸ່ມ ຫວຽດນາມ ແລະ ກຳປູເຈຍ ກ່ຽວກັບການພົວພັນສະໜິດຕິດພັນລະຫວ່າງ 2 ປະເທດອ້າຍນ້ອງ. ນີ້ກໍ່ແມ່ນໂອກາດເພື່ອຕອບບຸນແທນຄຸນບັນດານັກວິລະຊົນທີ່ໄດ້ເສຍສະຫຼະເລືອດເນື້ອຂອງຕົນໃຫ້ພື້ນຖານສັນຕິພາບຂອງປະຊາຊົນ 2 ປະເທດ, ພິເສດແມ່ນບັນດານັກຮົບອາສາສະໝັກ ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດເພື່ອປົດປ່ອຍໃຫ້ປະຊາຊົນ ກຳປູເຈຍ ໃຫ້ຫລຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດາອົງການ, ກະຊວງ, ຂະແໜງການ 2 ປະເທດ ສະຫລຸບຄືນການພົວພັນຮ່ວມມື, ຖອດຖອນບັນດາບົດຮຽນສຳເລັດຜົນ, ຈາກນັ້ນ ວາງອອກທິດທາງເພື່ອຊຸກຍູ້ການພົວພັນຮ່ວມມືເສດຖະກິດໃນໄລຍະຈະມາເຖິງ.”

        ດ້ວຍປະຫວັດແຫ່ງຄວາມສາມັກຄີທີ່ສະໜິດຕິດພັນ, ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຊ່ວຍເຫຼືອກັນຢ່າງທັນການ, ສັດຊື່ບໍລິສຸດ ແລະ ມີປະສິດທິຜົນໃນຕະຫຼອດເຄິ່ງສະຕະວັດຜ່ານມາ, ການພົວພັນ ຫວຽດນາມ - ກຳປູເຈຍ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາແຮງ, ຮອບດ້ານໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ