ການພົວພັນ ເຢຍລະມັນ ແລະ ເກຼັກ : ບັນດາສິ່ງທ້າທາຍພວມປະກົດຕົວ

  ວັ​ນ​ທີ 23/3, ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ເຢັຍ​ລະ​ມັນ​ເປັນ​ຄັ້ງ​ທຳ​ອິດ​ນັບ​ແຕ່​ພາຍຫຼັງ​ສາ​ບານ​ຕົວ​ເຂົ້າ​ດຳ​ລົງ​ຕຳ​ແໜ່ງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເກຼັກ Alexis Tsipras ໄດ້​ປຶກ​ສາ​ຫາ​ລື​ກັບ​ຄູ່​ຕຳ​ແໜ່ງ​ປະ​ເທດ​ເຈົ້າ​ພາບ ທ່ານ​ນາງ Angela Merkel ກ່ຽວ​ກັບ​ວິ​ກິດ​ການ​ໜີ້​ສິນ​ປະ​ຈຸ​ບັນຂອງ ເກຼັກ ກໍ​ຄື​ການ​ຊຸກ​ຍູ້​ການ​ພົວ​ພັນ 2 ຝ່າຍ. ກົງ​ກັນ​ຂ້າມ​ກັບ​ບັນ​ດາ​ຖະ​ແຫຼງ​ການ​ທີ່​ມີ​ລັກ​ສະ​ນະ​ການ​ທູດ​ຂອງ​ການ​ນຳ​ລັດ​ຖະ​ບານ 2 ທ່ານ​ທີ່​ການ​ປະ​ຊຸມ​ຂ່າວ ພາຍຫຼັງ​ການ​ພົບ​ປະ, ຫາງ​ສຽງ​ສາ​ມາດ​ເຫັນໄດ້​ເຖິງ​ຮົ້ວ​ກີດ​ຂວາງ​ຢ່າງ​ໃຫຍ່ຫຼວງທີ່​ຍັງ​ຄົງຕົວ​ລະ​ຫວ່າງ 2 ຝ່າຍ​ເວົ້າ​ສະ​ເພາະ ແລະ ລະ​ຫວ່າງ ເກຼັກ​ກັບ EU ເວົ້າ​ລວມ. 

ການພົວພັນ ເຢຍລະມັນ ແລະ ເກຼັກ : ບັນດາສິ່ງທ້າທາຍພວມປະກົດຕົວ - ảnh 1
ຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເກຼັກ Alexis Tsipras ແລະ ທ່ານ​ນາງ ນາຍົກ​ລັດ​ຖະ​ມົນຕີ​ເຢັຍ​ລະ​ມັນ Angela Merkel

     1 ວັນກ່ອນ​ການ​ຢ້ຽມ​ຢາມ​ເຢັຍ​ລະ​ມັນ​ເປັນ​ຄັ້ງ​ທຳ​ອິດ​ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເກຼັກ Alexis Tsipras, ວັນ​ທີ 22/3, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດເກຼັກ Nikos Kotzias ໄດ້​ໄປ​ຮອດ​ແບກ​ລິງ ເພື່ອ​ປຶກ​ສາ​ຫາ​ລືກັບຄູ່​ຕຳ​ແໜ່ງ​ປະ​ເທດ​ເຈົ້າ​ພາບ Frank – Walter Steimmeier. ກ່າວ​ຄຳ​ເຫັນ​ຢູ່​ທີ່ນີ້, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ເຢຍ​ລະ​ມັນ Frank – Walter Steimmeier ຢືນ​ຢັນ​ວ່າ ເຢຍ​ລະ​ມັນ ແລະ ເກຼັກ ຈະ​ບໍ່​ປະ​ໃຫ້​ບັນ​ດາ​ບັນ​ຫາ​ຕ້ອງ​ນຳ​ໄປ​ແກ້​ໄຂ​ຢູ່​ຂັ້ນ​ທະ​ວີບ​ເອີ​ລົບ ອັນ​ໄດ້​ເຮັດ​ໃຫ້​ສົງ່​ຜົນ​ສະ​ທ້ອນ​ເຖິງ​ການ​ພົວ​ພັນ 2 ຝ່າຍ​ທີ່​ດີ​ງາມ. 2 ຝ່າຍ​ຕັດ​ສິນ​ໃຈ​ຊຸກ​ຍູ້​ຄວາມ​ສາ​ມາດ​ບົ່ມ​ຊ້ອ​ນ​ຮ່ວມ​ມື​ອັນ​ໃຫຍ່ຫຼວງ​ລະ​ຫວ່າງ ເຢຍ​ລະ​ມັນ ແລະ ເກຼັກ ກໍ​ຄື​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ຊຶ່ງກັນແລະ​ກັນ.

    ບັນ​ດາ​ຖະ​ແຫຼງ​ການ​ທີ່​ມີ​ລັກ​ສະ​ນະ​ການ​ທູດ

  ທີ່​ການ​ປະ​ຊຸມ​ຂ່າວ​ເມື່ອ​ວັນ​ທີ 23/3, ພາຍຫຼັງ​ການ​ເຈ​ລະ​ຈາ​ທີ່​ແກ່​ຍາວ​ເປັນ 1 ຊົ່ວ​ໂມງ​ລະ​ຫວ່າງນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານ, ຫາງ​ສຽງ​ບໍ່​ເຫັນ​ວ່າ 2 ຝ່າຍ​ປະ​ກາດ​ທິດ​ທາງ​ການ​ຮ່ວມ​ມື​ລະ​ອຽດ​ທີ່​ມີ​ລັກ​ສະ​ນະ​ມະ​ຫາ​ພາກ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ. ທ່ານ​ນາງ ນາຍົກ​ລັດ​ຖະ​ມົນຕີ​ເຢັຍ​ລະ​ມັນ Angela Merkel ພຽງ​ເນັ້ນ​ໜັກ​ລວມໆ​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດ ແລະ ຢືນ​ຢັນ​ຄວາມ​ຫວັງ​ຢາກ​ໃຫ້​ການຮ່ວມ​ມື​ລະ​ຫວ່າງ ເຢຍ​ລະ​ມັນ ແລະ ເກຼັກ ອີງ​ບົນ​ພື້ນ​ຖານ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ກັນ. ສ່ວນທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເກຼັກ Alexis Tsipras ກໍ​ໄດ້​ເນ​ັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຢ້ຽມ​ຢາມ​ທີ່​ມີ​ຕໍ່​ການ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງ ລັດ​ຖະ​ບານ​ຂອງ 2 ປະ​ເທດ, ພ້ອມ​ທັງ​ຢືນ​ຢັນ​ວ່າ ການ​ສົນ​ທະ​ນາ​ແມ່ນ​ມາດ​ຕະ​ການ​ພຽງ​ອັນ​ດຽວ​ເທົ່າ​ນັ້ນ​ເພື່ອ​ສາ​ມາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ໃນ​ປະ​ຈຸ​ບັນ.

    ໝາກ​ຜົນ​ນີ້ ບໍ່​ພາ​ໃຫ້​ຫາງ​ສຽງ​ຕົກ​ສະ​ເງີ້​ເພາະ ກ່ອນ​ທີ່​ດຳ​ເນີນ​ການ​ຢ້ຽມ​ຢາມ, ທ່ານ​ນາງ ນາຍົກ​ລັດ​ຖະ​ມົນຕີ​ເຢັຍ​ລະ​ມັນ Angela Merkel ໄດ້​ເຄີຍ​ກ່າວ​ເຕືອນ​ວ່າ ເກຼັກ ບໍ່​ຄວນ​ຕັ້ງ​ຄວາມ​ຫວັງຫຼາຍ​ເກີນ​ໄປ​ຕໍ່​ການ​ຢ້ຽ​ມຢາມເຢຍ​ລະ​ມັນ​ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເກຼັກ Alexis Tsipras. ທ່ານ​ນາງ ນາຍົກ​ລັດ​ຖະ​ມົນຕີ​ເຢັຍ​ລະ​ມັນ Angela Merkel ຢືນ​ຢັນ​ວ່າ ການ​ພົບ​ປະ 2 ຝ່າຍ​ຄັ້ງ​ນີ້ ບໍ່​ອາດ​ທົດ​ແທນ​ໃຫ້​ຂໍ້​ຕົກ​ລົງ​ທີ່​ໄດ້​ຮັບ​ຄວ​າມ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຈາກ​ບັນ​ດາ​ປະ​ເທດ​ໃຊ້​ສະ​ກຸນ​ເງິນ​ລວມ​ເອີ​ໂຣ, ຊຶ່ງ​ລວ​ມທັງບັນ​ດາ​ເງື່ອນ​ໄຂ​ເພື່ອ​ແກ່​ຍາວ​ບ້ວງ​ເງິນ​ໜູນ​ຊ່ວຍ​ດ້ານ​ການ​ເງິນ​ໃຫ້ ເກຼັກ ຕື່ມ​ອີກ 4 ເດືອນ.

    ກ່ອນ​ໜ້ານັ້ນ, ຫາງ​ສຽງ​ຍັງ​ຄົງ​ບໍ່​ລືມ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ ເຢຍ​ລະ​ມັນ ແລະ ເກຼັກ ໄດ້​ເກີດ​ຄວາມ​ເຄັ່ງ​ຕຶງ​ພາຍຫຼັງ​ທີ່​ພັກ Syriza ຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເກຼັກ Alexis Tsipras ຍາດ​ໄດ້​ໄຊ​ຊະ​ນະ ແລະ ສ້າງ​ຕັ້ງ​ສຳ​ພັນ​ທະ​ມິດ​ກຳ​ອຳ​ນາດ​ຢູ່ເກຼັກ ພາຍຫຼັງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ເມື່ອ​ຕົ້ນ​ປີ. ລັດ​ຖະ​ບານ​ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເກຼັກ Alexis Tsipras ມີ​ບາດ​ກ້າວ​ເດີນ​ຢ່າງລຽນ​ຕິດ ພາ​ໃຫ້​ບັນ​ດາ​ຄູ່​ຮ່ວມ​ມື​ເອີ​ລົບ​ມີ​ຄວາມ​ວິ​ຕົກ​ກັງ​ວົນ. ນັ້ນ​ແມ່ນ​ຄຳຖະ​ແຫຼງ​ຢຸດ​ຕິ​ບັນ​ດາ​ໂຄງ​ການ​ຮັດ​ເຂັມ​ຄັດ ເພື່ອ​ແລກ​ເອົາ​ການ​ຊ່ວຍ​ເຫຼືອ​ສາ​ກົນ.  ຕໍ່​ຈາກນັ້ນ, ແມ່ນ​ທ່າ​ທີ​ສະ​ໜິດ​ສະ​ໜົມ​ກັບ​ລັດ​ເຊຍ​ໃນ​ສະ​ພາ​ວະ​ທີ່​ການ​ພົວ​ພັນ​ລະ​ຫວ່າງ​ລັດ​ເຊຍ-ເອີ​ລົບ ພວມ​ຢູ່​ໃນ​ໄລ​ຍະ​ເຄັ່ງ​ຕຶງ.

    ຄວາມບໍ່​ລົງ​ລອຍ​ກັນ​ເພີ່ມ​ທະ​ວີ​ຂຶ້ນ

  ທີ່​ການ​ປະ​ຊຸມ​ຂ່າວ​ເມື່ອ​ວັນ​ທີ 23/3, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເກຼັກ Alexis Tsipras ໄດ້​ຢືນ​ຢັນ​ວ່າ ໂຄງ​ການ​ຊ່ວຍ​ເຫຼືອ​ໃຫ້​ແກ່ ເກຼັກ ໄດ້​ຮັບ​ການ​ປະ​ຕິບັດໃນ 5 ປີ​ທີ່​ຜ່ານ​ມາ, ດ້ວຍ​ການ​ສະ​ໜັບ​ສະ​ໜູນ​ຈາກວົງ​ການ​ນັກ​ການ​ເມືອງ​ເຢຍ​ລະ​ມັນ​ນັ້ນ, ແມ່ນ​ຍ​ັງ​ບໍ່​ທັນ​ນຳ​ມາ​ເຊິ່ງ​ຜົນ​ສຳ​ເລັດ​ເທື່ອ.

    ໂດຍບໍ່​ຫົວ​ຊາ​ຕໍ່​ຄຳ​ຖະ​ແຫຼງ​ຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເກຼັກ Alexis Tsipras, ທ່ານ​ນາງ ນາຍົກ​ລັດ​ຖະ​ມົນຕີ​ເຢັຍ​ລະ​ມັນ Angela Merkel ຍັງ​ເນັ້ນ​ໜັກ​ທີ່​ການ​ປະ​ຊຸມ​ຂ່າວ​ວ່າ ແບກ​ລິງ ຈະ​ສືບ​ຕໍ່​ກະ​ຕຸກ​ຊຸກ​ຍູ້ ເກຼັກ ດຳ​ເນີນ​ການ​ປະ​ຕິ​ຮູບແນ​ໃສ່​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ມຸ່ງ​ໄປ​ສູ່​ການ​ເຕີບ​ໂຕ ແລະ ແກ້​ໄຂໄພ​ວ່າງງານ​ຢູ່​ໃນ​ລະ​ດັບ​ສູງ.

   ຕໍ່​ໜ້າ​ການ​ຢ້ຽມ​ຢາມ​ເຢຍ​ລະ​ມັນ​ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເກຼັກ Alexis Tsipras, ບັນ​ດາ​ລາຍ​ລະ​ອຽດໃນ​ບ້ວງ​ເງິນສະ​ເໜີປະ​ຕິ​ຮູບ​ຂອງ ເກຼັກ ເພື່ອຫຼີກ​ລ້ຽງ​ໄພ​ລົ້ມ​ລະ​ລາຍຂອງ​ພື້ນ​ຖານ​ເສດ​ຖ​ະ​ກິດ​ໃນ 2-3 ມື້​ຂ້າງ​ໜ້າ, ກໍ​ໂດ້​ເປີດ​ເຜີຍ​ທາງ​ສື່ມວນ​ຊົນ​ເຢຍ​ລະ​ມັນ ເຊັ່ນ ແຜນ​ການ​ເພີ່ມ​ອັດ​ຕາ​ພາ​ສີ, ການ​ຫັນ​ເປັນ​ເອ​ກະ​ຊົນ, ການ​ຮຽກ​ເກັບ​ອາ​ກອນ​ຄືນຫຼັງ, ຍົກ​ລະ​ດັບ​ເກັ່ນອາ​ຍຸ​ພັກ​ກິນ​ເບ້ຍ​ບຳ​ນານ. ນີ້​ໄດ້​ຮັບ​ຖື​ວ່າ ແມ່ນ​ບັນ​ຫາ​ທີ່​ຫຍຸ້ງ​ຍາກ​ສຳ​ລັບ​ລັດ​ຖະ​ບານ​ໃໝ່​ຂອງ ເກຼັກ ເພາະ​ເຂົາ​ເຈົ້າ​ບໍ່​ອາດ​ໄປ​ຝືນ​ກັບ​ຄຳ​ໝັ້ນ​ໝາຍ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງຢ່າງ​ງ່າຍ​ດາຍ. ເບິ່ງ​ຄື​ວ່າ ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ​ຍັງຄົງ​ລໍ່​ຖ້າ​ຢູ່​ທາງໜ້າເພື່ອ​ເປັນ​ການ​ທົດ​ສອບ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງເຢຍ​ລະ​ມັນ ແລະ ເກຼັກ.

ຕອບກັບ

ຂ່າວ/ບົດ​ອື່ນ