ການພົວພັນລະຫວ່າງ ຫວຽດນາມ ແລະ ສີລັງກາໄດ້ຮັບການຊຸກຍູ້ຢ່າງບໍ່ຢຸດຢັ້ງ

(vovworld)- ຄື​ດັ່ງ​ພວກ​ເຮົາ​ໄດ້​ໃຫ້​ຂ່າວ​ໄປ​ແລ້ວ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສີ​ລັງກາ Chamal Rajapaksa ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ໃນ​ເວລາ 6 ວັນ (ນັບ​ແຕ່​ວັນ​ທີ 15/7) ຕາມ​ຄຳ​ເຊີນຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊີງ​ຮຸ່ງ. ການ​ຢ້ຽມຢາມ​ບໍ່​ພຽງ​ແຕ່​ເພື່ອ​​ແນ​ໃສ່ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ເປີດ​ກາລະ​ໂອກາດ​ຮ່ວມ​ມື​ໃຫມ່​ໃນ​ຫລາຍ​ຂົງ​ເຂດລະຫວ່າງ ຫວຽດນາມ ​ແລະ ສີ​ລັງກາ ອີກ​ດ້ວຍ.

ການພົວພັນລະຫວ່າງ ຫວຽດນາມ ແລະ ສີລັງກາໄດ້ຮັບການຊຸກຍູ້ຢ່າງບໍ່ຢຸດຢັ້ງ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊີງ​ຮຸ່ງ ຕ້ອນຮັບ
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສີ​ລັງກາ Chamal Rajapaksa

ພາບ:TTXVN

        ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ສີ​ລັງກາ ມີ​ຫລາຍ​ຈຸດ​ພິ​ເສດ. ອາດ​ຈະ​ບໍ່​ມີ​ຫລາຍ​ຄົນ​ຮູ້​ຈັກ​ວ່າ: ທ່ານ​ປະທານ​ ​ໂຮ່ຈິ​ມີນ ​ໄດ້​ເດີນທາງ​ເຖິງ ສີ​ລັງກາ ​ເປັນ​ສາມ​ຄັ້ງ ຄື​​ເມື່ອ​ປີ 1911, 1928 ​ແລະ 1946. ຢູ່​ນະຄອນຫລວງ ​ໂກ​ລົມ​ໂບ ຍັງ​ຄົງ​ຕົວ​ໂຮງ​ແຮມ​ທີ່​ມີ​ຊື່ວ່າ: New Colonial Hotel ​ຊື່​ງ​ແມ່ນ​ໂຮງ​ແຮມ​ທີ່​ທ່ານ​ປະທານ​ໂຮ່ຈິ​ມີນ ພັກຜ່ອນ​ໃນໄລຍະ​ໄປ ຊອກຫາເສັ້ນທາງກູ້ຊາດ. ປະຊາຊົນສອງປະເທດ ໄດ້ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ​ແລະ ສະຫນັບສະ​ຫນູນ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​ການ​ຕໍ່ສູ້​ປົດ​ປອ່ຍຊາດ​ຂອງ​​ແຕ່ລະ​ປະ​ເທດ.  ການ​ນຳ​ຮຸ່ນ​ປະຈຸ​ບັນ​ຂອງ ສີ​ລັງກາ ສ່ວນ​ຫລາຍ​ແມ່ນ​ບັນດາ​ຜູ້​ເຄີຍ​ໄດ້​ລົງ​ຖະຫນົນ​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນຄັດຄ​້ານສົງ​ຄາມ​ຢູ່ ຫວຽດນາມ. ຈາ​ກຂະ​ບວນການ​ນັ້ນ, ສະມາຄົມ​ສາມັກຄີ ສີ​ລັງກາ- ຫວຽດນາມ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 1966. ມາ​ຮອດ​ປະຈຸ​ບັນ, ສະມາຄົມ​ຍັງ​ຄົງ​ເຄື່ອນ​ໄຫວ​ຢ່າງ​ຕັ້ງຫນ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ​ສອງ​ປະ​ເທດ. ​ເຖິງ​ວ່າ​ໂລກ​ໄດ້​ຜ່ານ​ຜ່າ​ການ​ຜັນ​​ແປ​​ຫລາຍ​ຢ່າງ​ກໍ​ຕາມ, ​ແຕ່​ມາ​ຮອດ​ປະຈຸ​ບັນ ການ​ພົວພັນ​ສາມັກຄີ​ລະຫວ່າງ ຫວຽດນາມ ​ແລະ ສີ​ລັງກາ ບໍ່​ມີ​ການ​ປ່ຽນ​ແປງ ​ແລະ ນ້ຳ​ໃຈ​ສາມັກ​ຄິມິດຕະພາບ​ບໍລິສຸດ​ຜຸດ​ຜ່ອງ ​ແມ່ນ​ພື້ນຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ພັດທະນາຢ່າງ​ໝັ້ນຄົງ​ໃນ​ຊຸມ​ປີຜ່ານມາ.

        ​ເຫດການ​ທີ່ ຫວຽດນາມ ​ເປີດ​ສະຖານທູດ​ຢູ່​ນະຄອນຫລວງ ​ໂກ​ລົມ​ໂບ ຄືນ​ໃຫມ່​ເມື່ອ​​ເດືອນ 4/2011 ​ແລະ ການ​ຢ້ຽມຢາມທາງ​ລັດຖະກິດ​ເປັນ​ຄັ້ງ​ທຳ​ອິດ​ເຖິງ ສີ​ລັງກາ ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເມື່ອ​​ເດືອນ 10/2011 ​ໄດ້​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃຫມ່. ​ໃນ​ສອງ​ສາມ​ປີ​ມໍ່ໆມາ​ນີ້, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ມີ​ບາດກ້າວ​ພັດທະນາ​ໃນ​ຫລາຍ​ຂົງ​ເຂດຄື: ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ. ສອງ​ຝ່າຍ ​ສົມ​ທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ​ໃນ​ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ ​ແລະ ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ​ອື່ນ. ຊື່​ງ​ແມ່ນ​ຫນຶ່ງ​ໃນ​ບັນດາ​ສະມາຊິກ​ສ້າງ​ຕັ້ງ​ສົນທິສັນຍາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ, ຍາມ​ໃດ ສີ​ລັງກາ ກໍ​ສະຫນັບສະຫນູນ​ບັນດາ​ຫລັກການ​ກ່ຽວ​ກັບ​ການ​ຮັບປະກັນ​ຄວາມ​ໝັ້ນຄົງ ​ແລະ ຄວາມ​ເສລີ​ການ​ເດີນ​ທະ​ເລ, ​ແກ້​ໄຂ​ການ​ພິພາດ​ຢູ່​ທະ​ເລ​​ໂດຍ​ສັນຕິ​ວິທີ, ອີງ​ໃສ່​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ. ສີ​ລັງກາ ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນກັບ​ຫວຽດນາມ ຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ, ສະຫນັບສະຫນູນ​ຫວຽດນາມ ສະໝັກ​ຮັບ​ເລືອກ​ຕັ້ງ​ເຂົ້າ​ສະພາ​ສິດທິ​ມະນຸດ​ຂອງ ສປຊ ອາຍຸ​ການ 2014- 2016.

        ​ເຖິງຢ່າງ​ໃດ​ກໍ​ຕາມ, ການ​ພົວພັນ​ທາງ​ດ້ານ​ເສດຖະກິດ ລະຫວ່າງ ຫວຽດນາມ ​ແລະ ສີ​ລັງກາ ຍັງ​ຈຳກັດ​ຢູ່ ​ແລະ ສ່ວນ​ຫລາຍ​ຍ້ອນ​ການ​ປະ​ທະ​ກັນ​ຢູ່ ສີ​ລັງກາ ທີ່​ແກ່ຍາວ​ເກືອບ 30 ປີ, ຮອດ​ເດືອນ 5/2009 ຈື່ງ​ສິ້ນ​ສຸດ​ລົງ. ປະຈຸ​ບັດ, ສີ​ລັງກາ ​ໄດ້​ຮັບ​ສັນຕິພາບ​ຢ່າງ​ສົມບູນ, ​ເປີດ​ກາລະ​ໂອກາດ​ຫລາຍ​ຢ່າງ​ໃຫ້​ແກ່​ການ​ພົວພັນ​ຮ່ວມ​ມື​ທຸກ​ດ້ານ, ພິ​ເສດ ​ໃນ​ຂົງ​ເຂດ​ເສດຖະກິດ​ລະຫວ່າງ ຫວຽດນາມ ​ກັບ ສີ​ລັງກາ. ອາດ​ຈະ​ຖື​ວ່າ ສີ​ລັງກາ ​ແມ່ນ​ປະ​ຕູ​ຊ່ວຍ​ສົ່ງ​ສິນຄ້າ ຫວຽດນາມ ໄປ​ຂາຍ​ຢູ່​ພາກ​ພື້ນ ອາຊີ​ໃຕ້ ຜ່ານ​ການ​ຂຸດ​ຄົ້ນ​ບັນດາ​ສັນຍາ​ການ​ຄ້າ​ເສລີ ຊື່​ງ ສີ​ລັງກາ ​ໄດ້​ລົງ​ນາມ​ກັບ ອິນ​ເດຍ ​ແລະ ປາ​ກິ​ສະຖານ. ​ໃນ​ນະ​ໂຍບາຍ​ພັດທະນາ​ເສດຖະກິດ​ຂອງ​ຕົນ, ສີ​ລັງກາ ຖື​ການ​ພົວພັນ​ດ້ານ​ເສດຖະກິດ​ກັບ ຫວຽດນາມ ​ເປັນ​ພິ​ເສດ, ປາດ​ຖະຫນາ​ຢາກ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ລົງທຶນ​ຢ່າງ​ແຂງ​ແຮງ​ເຂົ້າ​ຂົງ​ເຂດ ນ້ຳມັນ​ອາຍ​ແກ​ສ, ​ໂທລະ​ຄົມ, ຜະລິດ​ກົນ​ຈັກ, ສິນ​​ໃນ​ນ້ຳ. ກົງກັນຂ້າມ, ສີ​ລັງກາ ກໍ​ປາດ​ຖະຫນາ​ຢາກ​ເປີດ​ກວ້າງ​ການ​ລົງທຶນ​ເຂົ້າ ຫວຽດນາມ, ຜ່ານ​ນັ້ນ ອາດ​ຈະ​​ເປ​ີດກາລະ​ໂອກາດ​ສຳ​ພັດ​ກັບ​ຕະຫລາດ ອາ​ຊຽນ ທີ່​ກວ້າງ​​ໃຫຍ່. ​ແຕ່​ປີ 2010 ມາ​ຮອດ​ປະຈຸ​ບັນ, ມີ ວິ​ສາ​ຫະກິດ​ໃຫຍ່ 2 ​ແຫ່ງ​ຂອງ ສີ​ລັງກາ ມາ​ຊອກ​ຮູ້​ຕະຫລາດ, ສົ່ງ​ເສີມ​ກາລະ​ໂອກາດ​ການ​ຮ່ວມ​ມື​ເສດຖະກິດ​ຢູ່ ຫວຽດນາມ. ພາຍຫລັງ​ການ​ຢ້ຽມຢາມ 2 ຄັ້ງ​ນັ້ນ, ​ໄດ້​ມີ​ຫລາຍ​ໂຄງການ​ຮ່ວມ​ມື​ລະອຽດ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ບັນດາ​ຂົງ​ເຂດ: ການ​ຢາ, ສາທາລະນະ​ສຸກ, ສິນ​ໃນ​ນ້ຳ, ຜະລິດ​ຊາ, ​ເຄື່ອງກົນ​ຈັກກະ​ສິກຳ,​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ. ສອງ​ປະ​ເທດ ພວມ​ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃຫ້​ຂຶ້ນ​ເຖິງ 1 ຕື້ USD ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ. ດ້ວຍ​ເອກະສານ, ຂໍ້​ຕົກລົງ​ຮ່ວມ​ມື​ຫລາຍ​ສະບັບ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ຄື: ສັນຍາຮ່ວມ​ມືກ່ຽວ​ກັບ​ການ​ສົ່ງ​​ເສີມ ​ແລະ ອາລັກຂາ​ການ​ລົງທຶນ, ການ​ປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ, ສັນ​ຍາ​ຮ່ວມ​ມືດ້ານ​ວັດທະນະທຳ, ກະສິກຳ, ສິນ​ໃນ​ນ້ຳ, ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ທາ​ບທາມ​ຄຳ​ເຫັນ​ການ​ເມືອງ​ສອງ​ຝ່າຍ​ລະຫວ່າງ ກະຊວງ​ການ​ຕ່າງປະ​ເທດສອງ​ປະ​ເທດ ​ແລະ ອື່ນໆ ຫວຽດນາມ ​ແລະ ສີ​ລັງກາ ພວມ​ ມີ​ກາລະ​ໂອກາດ​ໃຫຍ່​ເພື່ອ​ເປີດ​ກວ້າງ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ ​ເພື່ອ​ຄວາມ​ວັດທະນາ​ຖາວອນ​ຢູ່​ແຕ່ລະ​ປະ​ເທດ.

        ການ​ພົວພັນ​ດ້ານ​ການ​ເມືອງ​ອັນ​ດີງາມ, ນ້ຳ​ໃຈ​ມິດ​ຕະພາບ​ທີ່​ເປັນ​ມູນ​ເຊື້​ອລະຫວ່າງ​ສອງ​ປະ​ເທດ ​ແລະ ປະ​ເທດ ສີ​ລັງກາ ມີ​ສັນຕິພາບ,​ ສະຖຽນ​ລະ​ພາບ ​ແມ່ນ​ເງື່ອນ​​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ກະຊວງ​, ຂະ​ແຫນງ​ການ, ວິ​ສາ​ຫະກິດ​ສອງ​ປະ​ເທດ ສະ​ແຫວ​ງຫາ​ເພື່ອ​ຂຸດ​ຄົ້ນ. ​ເພາະສະ​ນັ້ນ ການ​ຢ້ຽມຢາມ​ຫວຽດນາມ ຄັ້ງ​ນີ້​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສີ​ລັງກາ Chamal Rajapaksa ​​ແນ່ນອນ​ວ່າ​ຈະ​ເປີດ​ບັນດາ​ກາລະ​ໂອກາດ​ໃຫຍ່​ກວ່າ​ອີກ.

 

 

ຂ່າວ/ບົດ​ອື່ນ