ການພົວພັນລະຫວ່າງຫວຽດນາມ-ອາເມລິກາ ມຸ້ງໄປສູ່ອະນາຄົດ

 (vovworld)- ການ​ຢ້ຽມຢາມ​ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ​ນຊາງ ​ແຕ່​ວັນ​ທີ 24-26/7 ​ແມ່ນ​ເຫດການ​ສຳຄັນ, ​ເປັນ​ຂີດ​ໝາຍ​ແຫ່ງ​ບາດກ້າວ​ພັດທະນາ​ໃໝ່​ ໃນ​ການ​ພົວພັນ​ລະ​ຫວ່າງ​ຫວຽດນາມ-​ອາ​ເມ​ລິ​ກາ. ນີ້​ແມ່ນ​ການ​ໄປ​ປະຕິບັດ​ງານ​ເຖິງ​ອາ​ເມ​ລິ​ກາ ​ຄັ້ງທີ 2 ຂອງ​ປະ​ມຸກລັດ​ຫວຽດນາມ ​ໃນ​ເກືອບ 20 ປີຜ່ານມາ.

ການພົວພັນລະຫວ່າງຫວຽດນາມ-ອາເມລິກາ ມຸ້ງໄປສູ່ອະນາຄົດ - ảnh 1

​(ພາບ:baodatviet.vn)

   ກ່ອນ​ນີ້ 18 ປີ​ເຕັມ, ​ໃນ​ວັນ​ທີ 12/7/1995, ປະທານາທິບໍດີ​ອາ​ເມລິ​ກາ​ ໃນ​ເວລາ​ນັ້ນ​ແມ່ນ​ທ່ານ Bill Cliton ​ແລະ ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫວໍ້​ວັນ​ກຽດ ​ໄດ້​ປະກາດ​ສ້າງ​ການ​ພົວພັນ​ທາງ​ການ​ທູດ​ເປັນ​ປົກກະຕິ, ນີ້​ເປັນ​ຂີດ​ໝາຍ​ໃໝ່​ທີ່​ສຳຄັນ​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ​ຫວຽດນາມ-​ອາ​ເມ​ລິ​ກາ. ນັບ​ແຕ່​ນັ້ນ​ເປັນຕົ້​ນ​ໄປ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​​ບັນລຸ​ໄດ້​​ຜົນງານ​ແຫ່ງ​ການ​ຮ່ວມ​ມື​ຫຼາຍ​ຢ່າງ. ທ່ານ​ຫງວຽນ​ກວກ​ເກື່ອງ ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອາ​ເມລິກາ ​ໃຫ້​ຂໍ້​ສັງ​ເກດ​ວ່າ:

   “​​ໃນ​ເກືອບ 2 ທົດ​ສະ​ວັດ​ນັບ​ແຕ່​ສ້າງການ​ພົວພັນ​ເປັນ​ປົກ​ຕະຕິ, ສອງ​ຝ່າຍ​ໄດ້​ສ້າງ​​ເປັນພື້ນຖານ​ທີ່ໝັ້ນຄົງ​ພໍ​ສົມຄວນ​ດ້ວຍ​ບັນດາ​ກົນ​ໄກ​ຮ່ວມ​ມື​ເປັນ​ປົກກະຕິ​ໃຫ້​ແກ່ການ​ພົວພັນ​ສອງ​ຝ່າຍ. ການ​ຢ້ຽມຢາມ​ຊື່​ງກັນ ​ແລະ ກັນ​ ​ແລະ ການ​ພົບ​ປະ​ຂັ້ນສູງຄັ້ງຕ່າງໆ ຢູ່​ນອກ​ບັນດາ​ກອງ​ປະຊຸມ​ສາກົນ ​ໄດ້​ປະກອບສ່ວນ​ຮັກສາ​ທ່າ​ພົວພັນ. ປະຈຸ​ບັນ, ສອງ​ປະ​ເທດ​ໄດ້​ສ້າງ 10 ກົນ​ໄກ​ໂອ້​ລົມ​ສົນທະນາ​ດ້ານ​ການ​ເມືອງ-​ການ​ປ້ອງກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ, ກ່ຽວ​ກັບ​ການ​ປ້ອງ​ກັນ​ຄວາມ​ສະຫງົບ, ການ​ພັດທະນາ​ຂອງ​ພາກ​ພື້ນ​ອາຊີ-​ປາຊີ​ຟິກ”

ການພົວພັນລະຫວ່າງຫວຽດນາມ-ອາເມລິກາ ມຸ້ງໄປສູ່ອະນາຄົດ - ảnh 2

(ພາບປະກອບ)

​ ​ພ້ອມ​ກັບ​ການ​ພົວພັນ​ດ້ານ​ການ​ເມືອງ​ອັນ​ຈົບງາມ, ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຊື່​ງກັນ ​ແລະ ກັນ, ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ-​ການ​ຄ້າ​ກໍ່​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ແຮງ, ​ໂດຍ​ສະ​ເພາະ​ນັບ​ແຕ່​ສັນຍາ​ການ​ຄ້າ​ສອງ​ຝ່າຍຫວຽດນາມ-​ອາ​ເມ​ລິ​ກາ (BTA) ມີ​ຜົນ​ບັງຄັບ​ໃຊ້​ນັບ​ແຕ່​ປີ 2001. ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ໃນ​ປີ 1995 ບັນລຸພຽງ​ປະມານ​ກ່ວາ 400 ລ້ານ USD ​ເທົ່າ​ນັ້ນ, ​​ແຕ່ໃນ​ປີ 2009 ​ໄດ້​ເພີ່ມ​ຂຶ້ນ​ກ່ວາ 30 ​ເທົ່າ, ຂຶ້ນ​ເຖິງ​ລະດັບ 15,6 ຕື້ USD ​ແລະ ປະຈຸ​ບັນ​ແມ່ນ​ປະມານ​ກ່ວາ 25 ຕື້ USD. ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ອື່ນໆ​ລ້ວນ​ແຕ່​ພວມ​ພັດທະ ນາ​ຢ່າງ​ຕັ້ງໜ້າ. ນອກຈາກ​ນັ້ນ, ສອງ​ປະ​ເທດ​ຍັງ​ຮ່ວມມື, ສົມທົບ​ກັນ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ.

   ບັນດາ​ຜົນງານ​ດັ່ງກ່າວ​ແມ່ນ​ໜ້າ​ສົ່ງ​ເສີມ​ແຕ່​ມັນ​ພຽງ​ແຕ່​ແມ່ນ​ໝາກຜົນ​ໃນ​ເບື້ອງ​ຕົ້ນ​ເທົ່າ​ນັ້ນ. ​ໃນ​ສະພາບ​ການທີ່​ຫວຽດນາມ ວາງ​ຈຸດໝາຍ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳຕາມ​ທິດ​ທັນ​ສະ​ໄໝ​ຮອດ​ປີ 2020, ຍາມ​ໃດ​ອາ​ເມ​ລິ​ກາ ກໍ່​ຖື​ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ໃນ​ພາກ​ພື້ນ. ທັງ​ຫວຽດນາມ ​ແລະ ອາ​ເມລິກາ ພວມ​ມານະ​ພະຍາຍາມ​ສືບ​ຕໍ່​ສ້າງ ​ແລະ ປັບປຸງ​ການ​ພົວພັນ​ຄູ່​ຮ່ວມ​ມື​ມິດຕະພາບ, ການ​ຮ່ວມ​ມື​ຫຼາຍ​ດ້ານ. ຍ້ອນ​ເຫດ​ນັ້ນ, ການ​ຢ້ຽມຢາມ​ອາ​ເມ​ລິ​ກາ ຄັ້ງນີ້​ ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ຕິ​ນຊາງ ​ແມ່ນ​ເພື່ອ​ແນ​ໃສ່​ກຳນົດ​ບັນດາ​ທິດ​ທາງ​ຮ່ວມ​ມື​ໃໝ່. ໜຶ່ງ​ໃນ​ບັນດາ​ຈຸດ​ສຸມ​ຂອງການ​ຮ່ວມ​ມື​ໃຫ່ຍ ນັ້ນ​ແມ່ນຍູ້ແຮງການ​ເຈລະຈາ​ສັນຍາ​ການ​ລົງທຶນ​ສອງ​ຝ່າຍ ຫວຽດນາມ-​ອາ​ເມ​ລິ​ກາ, ຊຸກຍູ້​ສັນ​ຍາຄູ່​ຮ່ວມ​ມື​ເສດຖະກິດ​​ເຂດ​ປາຊີ​ຟິກ (TPP), ຂໍ້​ຕົກລົງ​ການ​ຄ້າ​ເສລີ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ 10 ປະ​ເທດ​ອ້ອມ​ແອ້ມ​ພາກ​ພື້ນ​ປາຊີ​ຟິກ. ທ່ານ​ຫງວຽນ​ກວກ​ເກື່ອງ ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອາ​ເມລິກາ ​ໃຫ້​ຮູ້​ວ່າ:

  “ສອງປະ​ເທດ​ພວມ​ຕັ້ງໜ້າ​ເຂົ້າຮ່ວມ​ການ​ເຈລະຈາ​ສັນຍາຄູ່​ຮ່ວມ​ມື​​ເຂດປາຊີ​ຟິກ (TPP) ພ້ອມ​ກັບ 10 ປະ​ເທດ​ອື່ນ ​ແລະ ຖ້າ​ຫາກລົງ​ນາມ​ໃນ​ທ້າຍ​ປີ​ນີ້​​ໄດ້ ຄື​ດັ່ງ​ຄຳໝັ້ນໝາຍ​ຂອງ​ບັນດາ​ການ​ນຳ, TPP ຈະ​ເປີດ​ໂອກາດ​ໃຫ່ຍ​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂອບ​ເຂດ​ຕະຫຼາດ​ທີ່​ກ້ວາງ​ໃຫ່ຍດ້ວຍ​ພົນລະ​ເມືອງ 800 ລ້ານ​ຄົນ ​ແລະ ການ​ຄ້າ​ກໍ່​ຄື​ຈີ​ດີ​ພີ​ ກວມ​ເອົາ​ປະມານ 40% ຂອງໂລກ“.

 ​ໃນ​ການ​ຢ້ຽມຢາມ​ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການຄັ້ງນີ້, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ຕິ​ນຊາງ ຈະ​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ປະທານາທິບໍດີ Barack Obama, ​ແລກປ່ຽນຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ການ​ກຳນົດ​ທິດ​ໃຫ່ຍ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ຕິ​ນຊາງ ກໍ່​ຈະ​ພົບ​ປະ​ກັບ​ຜູ້ຕາງໜ້າ​ອຳນາດ​ການ​ປົກຄອງ, ສະພາ​ແຫ່ງ​ຊາດ, ອົງການ​ຈັດຕັ້ງສາກົນ​ຈຳນວນ​ໜຶ່ງ, ວົງ​ການ​ນັກຮຽນ​ຮູ້, ນັກ​ທະລຸ​ກິດ​ອາ​ເມ​ລິ​ກາ ​ແລະ ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ອາ​ເມ​ລິ​ກາ. ຜ່ານ​ນັ້ນຈະ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ຫວຽດນາມ-​ອາ​ເມ​ລິ​ກາ ​ໃນ​ທຸກໆ​ຂົງ​ເຂດ​ກ່ວາ​ອີກ, ນັບ​ທັງ​ບັນດາ​ບັນຫາ​ທີ່​ຍັງ​ມີ​ທັດສະນະ​ແຕກ​ຕ່າງ​ກັນ​ທີ່​ກ່ຽວຂ້ອງ​ເຖິງ​ປະຊາທິປະ​ໄຕ, ສິດທິ​ມະນຸດ, ສາສະໜາ.

  ​ໃນ 18 ປີຜ່ານມາ, ຫວຽດນາມ ​ແລະ ອາ​ເມ​ບິ​ກາ ບັນລຸ​ໄດ້ຜົນ​ງານ​ຫຼາຍ​ຢ່າງ​ໃນ​ການ​ຮຳບາດ​ແຜ​ສົງຄາມ ​ແລະ ສ້າງ​ຂອບ​ເຂດ​ການ​ພົວພັນ​ເປັນ​ປົກກະຕິ, ຍາວ​ນານ. ການ​ຢ້ຽມຢາມ​ອາ​ເມ​ລິ​ກາ ຄັ້ງນີ້​ ຂອງທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ຕິ​ນຊາງ ຈະສືບ​ຕໍ່​ປະຕິບັດ​ແຜນ​ນະ​ໂຍບາຍ, ​ແນວທາງ​ການ​ຕ່າງປະ​ເທດ​ຫັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ຫຼາຍ​ຝ່າຍ, ​ເອກະລາດ, ​ເປັນ​ເຈົ້າຕົນ​ເອງ, ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ. ຕາມ​ນັ້ນ​ແລ້ວ, ຍາມ​ໃດ ຫວຽດນາມ ກໍ່​ຖື​ການ​ພົວພັນ​ກັບ​ອາ​ເມ​ລິກ ​ເປັນ​ສຳຄັນ ​ແລະ ຈະ​ສືບ​ຕໍ່​ພັດທະນາ​ການ​ຮ່ວມ​ມື​ກັບ​ອາ​ເມ​ລິ​ກາ ບົນຫຼັກການ​ເຄົາລົບ​ເອກະລາດ, ອະທິປະ​ໄຕ, ບໍ່​ແຊກ​ແຊງ​ເຂົ້າວຽກ​ງານ​ພາຍ​ໃນ​ຂອງ​ກັນ, ສະ​ເໝີ​ພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ​ແນ່ນອນ​ວ່າ ການ​ຢ້ຽມຢາມຈະ​ແມ່ນ​ຂີດ​ໝາຍ​ສຳຄັນ, ນຳ​ການ​ພົວພັນ​ຫວຽດນາມ-​ອາ​ເມ​ລິ​ກາ ສືບ​ຕໍ່​ພັດທະນາ​ໃນ​ລະດັບ​ສູງ​ໃໝ່  ./.

ຕອບກັບ

ຂ່າວ/ບົດ​ອື່ນ