(vovworld)- ປີ 2013, ແມ່ນປີທີ່ການພົວພັນລະຫວ່າງອາເມລິກາ-ລັດເຊຍ ປະສົບກັບຄວາມຫຍູ້ງຍາກຫຼາຍຢ່າງ. ຍັງມີຄວາມແຕກຕ່າງກັນຫຼາຍໃນຫຼັກໝັ້ນຂອງສອງຝ່າຍກ່ຽວກັບບັນດາບັນຫາຕົ້ນຕໍ. ເຖິງວ່າຍັງມີຄວາມບໍ່ລົງລອຍກັນກໍ່ຕາມແຕ່ປີ 2013 ຍັງໄດ້ເຫັນປະຈັກຕາການຮ່ວມມືລະຫວ່າງສອງປະເທດທີ່ເປັນປໍລະປັກກັນໃນໄລຍະ “ສົງຄາມເຢັນ.
ປະທານາທິບໍດີ Barack Obama ແລະ ປະທານາທິບໍດີ V.Putin
(ພາບ: . AP)
ບໍ່ພຽງແຕ່ການມີຂັດແຍ້ງກັນມາແຕ່ດົນນານໃນການພົວພັນສອງຝ່າຍທີ່ນັບມື້ນັບເຄັ່ງຕຶງຂຶ້ນເທົ່ານັ້ນ, ປີ 2013, ປະຊາຄົມໂລກຍັງເຫັນປະຈັກຕາບັນດາຄວາມບໍ່ລົງລອຍກັນເກີດຂຶ້ນໃໝ່ໃນການພົວພັນລະຫວ່າງອາເມລິກາ-ລັດເຊຍ. ຈາກຂໍ້ຂັດແຍ້ງທີ່ກ່ຽວຂ້ອງເຖິງບັນຫາສືບລາຊະການລັບ, ບັນຫາຊີຣີ, ຕະຫຼອດຮອດການພົວພັນລະຫວ່າງລັດເຊຍ-ຢູເກຼນ…ໄດ້ເຮັດໃຫ້ການພົວພັນລະຫວ່າງວໍຊິງຕັນ-ມົດສະກູ ບໍ່ໄດ້ຮັບການປັບປຸງ
ຄວາມຂັດແຍ້ງກັນໃໝ່
ເຂດຕາເວັນອອກກາງ, ອາຟຼິກກາເໜືອ, ຊື່ງແມ່ນແຫ່ງທີລັດເຊັຍ ແລະ ຕາເວັນອອກກາງໄດ້ເປີດສາກໃຫ້ແກ່ຂະບວນການ “ລະດູບານໃໝ່ອາຣັບ“, ອັນໄດ້ຍູ້ຫຼາຍປະເທດໃນພາກພື້ນນີ້ຕົກເຂົ້າສູ່ະພາບເສິກກາງເມືອງທີ່ແກ່ຍາວ ແລະ ສືບຕໍ່ແມ່ນເວທີຕໍ່ສູ້ເພື່ອໃຫ້ສອງປະເທດມະຫາອຳນາດອັນດັບໜຶ່ງໃນໂລກສະແດງໃຫ້ເຫັນການຕໍ່ສູ້ດ້ານສະຕິປັນຍາທີ່ເຄັ່ງຕຶງ ແລະ ຈຸດສຸມຄັ້ງນີ້ແມ່ນຊີຣີ.
ຂໍ້ຂັດແຍ້ງລະຫວ່າງລັດເຊຍ ແລະ ອາເມລິກາ ໃນວິທີການແກ້ໄຂບັນຫາຊີຣີ ໄດ້ຂຶ້ນເຖິງຈຸດສຸດຍອດຂະນະທີ່ອຳນາດການປົກຄອງປະທານາທິບໍດີ Barack Obama ອ້າງເຫດຜົນວ່າ: ລັດຖະບານຂອງປະທານາທິບໍດີ Assad ນຳໃຊ້ອາວຸດເຄມີບຸກໂຈມຕີກຳລັງລຸກຮຶ້ນຂຶ້ນ ເພື່ອກຽມພ້ອມແຊກແຊງດ້ວຍການກະທຳດ້ານການທະຫານເຂົ້າປະເທດຕາເວັນອອກກາງນີ້. ໃນຂະນະທີ່ບັນຍາກາດສົງຄາມພວມນັບມື້ນັບເຄັ່ງຮ້ອນຂຶ້ນ, ຂໍ້ສະເໜີຂອງລັດເຊຍ ກ່ຽວກັບການມອບສາງອາວຸດເຄມີຂອງຊີຣີ ໃຫ້ປະຊາຄົມໂລກຕິດຕາມກວດກາ ໄດ້ຮັບການສະໜັບສະໜູນຈາກອາເມລິກາຢ່າງໄວວາ ແລະ ສາມາດແກ້ໄຂໄດ້ຂໍ້ຂັດແຍ້ງລະຫວ່າງສອງປະເທດສ່ວນໃດສ່ວນໜຶ່ງ.
ອະດີດພາລະກອນສືບລາຊະການລັບ Edward Snowden
(ພາບ: AFP)
ຢາດນ້ຳລົ້ນຈອກ
Edward Snowden ແມ່ນຜູ້ກໍ່ໃຫ້ເກີດຄວາມເຄັ່ງຕຶງໃນການພົວພັນລະຫວ່າງອາເມລິກາ-ລັດເຊຍ ໃນປີ 2013. ອະດີດພາລະກອນສືບລາຊະການລັບຜູ້ນີ້ໄດ້ເປີດເຜີຍບັນດາເອກະສານລັບເພື່ອກ່າວຜູກໂທດອົງການປ້ອງກັນຄວາມສະຫງົບແຫ່ງຊາດອາເມລິກາ ທີ່ໄດ້ຕິດຕາມຂໍ້ຄວາມ, ອີແມວ, ໂທລະສັບ… ຂອງການນຳຂອງນັບສີບປະເທດ, ໃນນັ້ນມີທັງບັນດາປະເທດພັນທະມິດໃກ້ຊິດສະໜິດສະໜົມຂອງອາເມລິກາ ຢູ່ເອີລົບ ໄດ້ເຮັດໃຫ້ການພົວພັນລະຫວ່າງອາເມລິກາ-ລັດເຊຍ ຕົກເຂົ້າສູ່ສະພາບວິກິດການເຊື່ອໝັ້ນ. ເຫດການຂອງ Edward Snowden ຍິ່ງເຮັດໃຫ້ການພົວພັນລະຫວ່າງອາເມລິກາ-ລັດເຊຍ ມີຄວາມເຄັ່ງຕຶງຂຶ້ນຕື່ມ, ພິເສດແມ່ນພາຍຫຼັງມົດກສະກູ ອະນຸຍາດມອບສິດຢູ່ອາໄສຊົ່ວຄາວໃຫ້ແກ່ Edward Snowden ຊື່ງແມ່ນຜູ້ພວມຖືກວໍຊິງຕັນ ຕາມລ່າດ້ວຍຄຳກ່າວຫາທໍລິຍໄດຊາດ. ການພົວພັນນີ້ເກີດຄວາມເຄັ່ງຕຶງເຖິງລະດັບທີ່ປະທານາທິບໍດີ Barack Obama ຕົກລົງຍົກເລີກການພົບປະຂັ້ນສຸດຍອດກັບປະທານາທິບໍດີ V.Putin ພ້ອມທັງປະກາດຢຸດຕິ “ການເປີດການພົວພັນກັບລັດເຊຍ ຄືນໃໝ່“.
ບໍ່ພຽງແຕ່ເທົ່ານັ້ນ, ການພົວພັນລະຫວ່າງອາເມລິກາ-ລັດເຊຍ ພັດເຄັ່ງຕຶງຂຶ້ນຕື່ມໃນຂະນະທີ່ທັງສອງຝ່າຍລ້ວນແຕ່ຢາກສະແດງໃຫ້ເຫັນທີ່ຕັ້ງບົດບາດຜົນສະທ້ອນຕໍ່ຢູແກຼນ. ຄວາມສະໜິດສະໜົມລະຫວ່າງລັດເຊຍ-ຢູແກຼນ ແລະ ເລື່ອງຢູແກຼນ ປະກາດໂຈະການເຈລະຈາຄັ້ງຕ່າງໆກ່ຽວກັບການເຊັນສັນຍາຮ່ວມມືກັບສະຫະພາບເອີລົບ (ອີຢູ) ໄດ້ເຮັດໃຫ້ວໍຊິງຕັນ “ບໍ່ພໍໃຈ“ ແລະ ກ່າວເຕືອນວ່າ: ລັດເຊຍ ພວມໃຊ້ຄັນຕະລາບັດເພື່ອຍຸແຍ່ແກ່ດຶງບັນດາປະເທດໜູນຫຼັງເພື່ອເພີ່ມທະວີຜົນສະທ້ອນຂອງຕົນຢູ່ພາກພື້ນ.
ຫຍັບມໍ່ເຂົ້າກັນດ້ວຍບັນດາການຄິດໄລ່ທີ່ມີລັກສະນະຍຸດທະສາດ
ທັງວໍຊິງຕັນ ແລະ ມົດສະກູ ລ້ວນແຕ່ຮັບຮູ້ວ່າ: ອາຊີ-ປາຊີຟິກ ມີຄວາມສຳຄັນຍຸດທະສາດ, ໂດຍສະເພາະແມ່ນດ້ານເສດຖະກິດ. ໃນຂະນະທີ່ອາເມລິກາ ໄດ້ປະກາດນະໂຍບາຍ “ປ່ຽນທິດ“ ຂອງຕົນຢູ່ ອາຊີ-ປາຊີຟິກ, ລັດເຊຍ ພັດມີຄວາມມຸ້ງຫວັງຢາກຊຸກຍູ້ບັນດາກົນໄກການຮ່ວມມືຢູ່ພາກພື້ນນີ້. ປີ 2013, ໄດ້ເຫັນປະຈັກຕາການແຊກແຊງທີ່ນັບມື້ນັບເລິກເຊິ່ງກ້ວາງຂວາງຂອງອາເມລິກາ ເຂົ້າໃນບັນດາຂອບເຂດດ້ານເສດຖະກິດໃນພາກພື້ນ, ດ້ວຍຈຸດໝາຍຮັບປະກັນບົດບາດອັນດັບໜຶ່ງຂອງຕົນຢູ່ທີ່ນີ້. ສ່ວນລັດເຊຍ ກໍ່ພວມຕັ້ງໜ້າເຈລະຈາເພື່ອເຊັນບັນດາສັນຍາການຄ້າສອງຝ່າຍ ແລະ ຫຼາຍຝ່າຍກັບປະເທດຕ່າງໆໃນພາກພື້ນ. ບັນດາຜົນປະໂຫຍດອັນໃຫ່ຍຫຼວງຢູ່ພາກພື້ນ ອາຊີ-ປາຊີຟິກ ບັງຄັບໃຫ້ສອງຝ່າຍຕ້ອງປ່ຽນແປງຄວາມຮັບຮູ້, ຍອມຮັບແມ່ນບັນດາຄູ່ຮ່ວມມືສຳຄັນຂອງກັນໃນພາກພື້ນນີ້. ອີກຢ່າງໜຶ່ງການຈຳກັດການຄອບຄອງກ່ຽວກັບຜົນສະທ້ອນທັງດ້ານການເທຶອງ ແລະ ເສດຖະກິດຂອງຈີນ ໃນພາກພື້ນລ້ວນແຕ່ເໝາະສົມກັບບັນດາຈຸດໝາຍຍາວນານຂອງທັງອາເມລິກາ ແລະ ລັດເຊຍ.
ອາດຈະຢືນຢັນວ່າ, ການຮ່ວມມືໃນຄວາມບໍ່ລົງລອຍກັນແມ່ນຈຸດພິເສດທີ່ພົ້ນເດັ່ນໃນການພົວພັນລະຫວ່າງອາເມລິກາ-ລັດເຊຍ ໃນປີ 2013. ປີ 2014, ຕາມຂໍ້ໃຫ້ສັງເກດຂອງບັນດານັກໄຈ້ແຍກແລ້ວ, ການພົວພັນລະຫວ່າງສອງຝ່າຍຍາກທີ່ຈະມີບາດກ້າວບຸກທະລຸ, ຍ້ອນວ່າ, ຄວາມບໍ່ລົງລອຍກັນລະຫວ່າງສອງປະເທດມະຫາອຳນາດແມ່ນມີລັກສະນະ “ລະບົບແນວຄິດ“. ເພື່ອລົບລ້າງຄວາມລະແວງສົງໃສທີ່ກີດຂວາງການພົວພັນລະຫວ່າງສອງປະເທດທີ່ເປັນປໍລະປັກກັນໃນໄລຍະສົງຄາມເຢັນນັ້ນແມ່ນອາດຈະຕ້ອງເສຍເວລາຫຼາຍ./.