ທ່ານຮອງປະທານປະເທດຈີນ ສີຈິນຜິງຢ້ຽມຢາມອາເມລິກາ
ທ່ານຮອງປະທານປະເທດຈີນ ສີຈິນຜິງ ພວມທຳການຢ້ຽມຢາມ ອາເມລິກາຢ່າງ ເປັນທາງການໃນເວລາ 5 ວັນ. ນອກຈາກຈຸດປະສົງຊຸກຍູ້ ການຮ່ວມມືທາງດ້ານ ເສດຖະກິດແລ້ວ, ການຢ້ຽມຢາມຍັງເປັນການຊ່ວຍປັບປຸງ ຄວາມເຊື່ອໝັ້ນ, ເພີ່ມທະວີລະດັບຄວາມຮັບຮູ້ລະຫວ່າງການນຳຂອງ 2 ປະເທດ ແລະ ບັນເທົາຄວາມບໍ່ລົງລອຍກັນທີ່ຄົງຄ້າງມາແດ່ດົນນານລະຫວ່າງ 2 ປະເທດມະຫາອຳນາດໃນໂລກນີ້.
ບໍ່ພຽງແຕ່ເປັນການຢ້ຽມຢາມສັນຖະວະໄມຕີ ແລະ ເພື່ອຕອບແທນການຢ້ຽມຢາມຈີນຂອງຮອງປະທານາທິບໍດີອາເມລິກາ Joe Biden ເມື່ອທ້າຍປີກາຍເທົ່ານັ້ນ, ທາງດ້ານເນື້ອແທ້ຂອງການຢ້ຽມຢາມອາເມລິກາຂອງ ທ່ານຮອງປະທານປະເທດຈີນ ສີຈິນຜິງ ຄັ້ງນີ້ ແມ່ນມີຄວາມໝາຍຫຼາຍຢ່າງ.ໂດຍຖືກດຳເນີນກົງກັບຈຸດເວລາກ່ອນນີ້ 40 ປີເຕັມ, ຊື່ງຄາວນັ້ນ, ທ່ານປະທາທາທິບໍດີອາເມລິກາ Nison ໄດ້ທຳການຢ້ຽມຢາມຈີນຢ່າງປິດລັບ ແລະ ໄດ້ອອກຖະແຫຼງການ ຊຽງໄຮ, ອັນໄດ້ເປີດຊ່ອງທາງເພື່ອໂອ້ລົມສົນທະນາຢ່າງເປັນທາງການ ແລະ ສ້າງພື້ນຖານເພື່ອໃຫ້ການພົວພັນ ອາເມລິກາ-ຈີນພັດທະນາຢ່າງແຂງແຮງ. ພາຍຫຼັງ 40 ປີ, ການປະກົດຕົວຢູ່ອາເມລິກາຂອງທ່ານຮອງປະທານປະເທດຈີນ ສີຈິນຜິງ ຊຶ່ງແມ່ນສ່ວນບຸກຄົນຖືກຖືວ່າຈະຂຶ້ນກຳອຳນາດສູງສຸດໃນປະເທດຈີນ ກໍກົງກັບໂອກາດສະເຫຼີມສະຫຼອງເຫດການທີ່ສຳຄັນຍິ່ງນີ້ ຍັງເພື່ອແນໃສ່ປັບປຸງໄມຕີຈິດລະຫວ່າງ 2 ຝ່າຍ, ພິເສດພາຍຫຼັງເກີດຄວາມບໍ່ລົງລອຍກັນເມື່ອມໍ່ໆມານີ້. ທຳອິດແມ່ນຖະແຫຼງການຂອງອາເມລິກາກ່ຽວກັບສັງກາດມະຫາສະໝຸດປາຊີຟິກ, ຕໍ່ຈາກນັ້ນ, ແມ່ນບັນດາຄວາມບໍ່ລົງລອຍກັນທີ່ກ່ຽວຂ້ອງເຖິງບັນຫາ ຊີຣີ, ອີຣານ, ສປປເກົ່າຫຼີ ແລະ ເປັນຕົ້ນແມ່ນການໂຕ້ຖຽງກັນແຕ່ນານມາແລ້ວກ່ຽວກັບບັນຫາ ຄວາມຂາດດູນການຄ້າລະຫວ່າງ ອາເມລິກາ-ຈີນ, ຊຶ່ງກ່ຽວຂ້ອງເຖິງອັດຕາແລກປ່ຽນສະກູນເງິນຢວນ. ແລະພິເສດ ໃນສະພາວະທີ່ທັງ 2 ປະເທດໃນປີນີ້ຈະກ້າວເຂົ້າສູ່ການເລືອກຕັ້ງ, ມອບໂອນສິດອຳນາດນັ້ນ, ການຢ້ຽມຢາມອາເມລິກາຂອງ ທ່ານຮອງປະທານປະເທດຈີນ ສີຈິນຜິງ ຄັ້ງນີ້ ແນໃສ່ຊ່ວຍໃຫ້ທັງ 2 ຝ່າຍຊອກຮູ້ສະພາບການຕົວຈິງຢູ່ແຕ່ລະປະເທດ, ເພີ່ມທະວີຄວາມຮັບຮູ້ເຂົ້າໃຈຊຶ່ງກັນ ແລະ ກັນ.
ຢູ່ອາເມລິກາ, ທ່ານຮອງປະທານປະເທດຈີນ ສີຈິນຜິງໄດ້ຮັບການຕ້ອນຮັບຢ່າງສົມກຽດດ້ວຍການຍິງປືນໃຫຍ່ 21 ລູກ, ຊຶ່ງແມ່ນພິທີບໍ່ເຄີຍຈັດຂຶ້ນຈັກເທື່ອເພື່ອຕ້ອນຮັບຮອງປະທານປະເທດຫຼືຮອງປະທານາທິບໍດີຂອງປະເທດໃດທີ່ມາຢ້ຽມຢາມອາເມລິກາກ່ອນນີ້. ວົງການນັກສັງເກດການຖືວ່າ: ສິ່ງນີ້ສະແດງໃຫ້ເຫັນວ່າ ວໍຊິງຕັນຕີລາຄາສູງ ການຢ້ຽມຢາມອາເມລິກາຂອງ ທ່ານຮອງປະທານປະເທດຈີນ ສີຈິນຜິງ ແລະ ຖືການພົວພັນກັບປັກກິງເປັນສຳຄັນທີ່ສຸດ. ແຕ່ຄຽງຂ້າງການຢ້ຽມຢາມດ້ວຍການຈັບມືທີ່ມີຄວາມອົບອຸ່ນ ແລະ ບັນດາຄຳຖະແຫຼງຢືນຢັນການຮັກສາການພົວພັນກັບຈີນແມ່ນສິ່ງທີ່ຈຳເປັນສຳລັບອາເມລິກາໃນໄລຍະປະຈຸບັນນັ້ນ, ບັນດາການນຳອາເມລິກາກໍບໍ່ຄິດງໍ້ໃນການນຳສະເໜີສິ່ງທີ່ຄ້າງຄາທີ່ມີມາແຕ່ດົນນານລະຫວ່າງ 2 ປະເທດ. ໃນຄຳປາໄສເປີດເຜີຍທີ່ການພົບປະກັບ ທ່ານຮອງປະທານປະເທດຈີນ ສີຈິນຜິງ, ທ່ານປະທານາທິບໍດີອາເມລິກາ ໂອມາມາ ໄດ້ກ່າວເຕືອນວ່າ: ການຟື້ນຕົວຢ່າງແຂງແຮງຂອງຈີນໃນ 2 ທົດສະວັດທີ່ຜ່ານມາ ຕ້ອງໄປພ້ອມກັບການກະທຳທີ່ມີຄວາມຮັບຜິດຊອບ. ປັກກິງຕ້ອງຮັກສາຄວາມດູນດຽງການຄ້າ, ບໍ່ພຽງແຕ່ລະຫວ່າງ ອາເມລິກາ-ຈີນເທົ່ານັ້ນ, ຫາກຍັງຢູ່ປະເທດອື່ນໆໃນໂລກອີກດ້ວຍ. ຮອງປະທານາທິບໍດີອາເມລິກາ Joe Biden ຍັງເນັ້ນໜັກວ່າ: ການຮ່ວມມື ອາເມລິກາ-ຈີນພຽງແຕ່ນຳມາເຊິ່ງຜົນປະຫຍດໃຫ້ທັງ 2 ຝ່າຍຢ່າງແທ້ຈິງ ຖ້າຫາກວ່າ ທັງ 2 ຝ່າຍຕ່າງກໍມີການແກ່ງແ້ຍງຢ່າງຍຸດຕິທຳ. ການພົວພັນນີ້ ແມ່ນໄດ້ຮັບຄວາມເອົາໃຈໃສ່ອັນດັບໜຶ່ງຂອງວໍຊິງຕັນ, ເພາະວ່ານີ້ແມ່ນສ່ວນໜຶ່ງໃນບັນຫາການເມືອງພາຍໃນທີ່ນັບມື້ນັບສຳຄັນຂອງອາເມລິກາ. ບັນດາຜູ້ສະໝັກຫາສຽງເລືອກຕັ້ງເປັນປະທານາທິບໍດີຂອງພັກສາທາລະນະລັດ, ນັບແຕ່ກ່ອນເປັນຕົ້ນມາຍັງຄົງກ່າວຫາທ່ານ ໂອບາມາ ບໍ່ມີຄວາມແຂງແກ່ນຢ່າງພຽງພໍ ເພື່ອຮັບມືກັບບັນຫາອັດຕາແລກປ່ຽນສະກູນເງິນ ຢວນຂອງຈີນ. ວໍລິງຕັນໄດ້ຕະຕຸກ ຊຸກຍູ້ປັກກິງມາຫຼາຍຄັ້ງແມ່ນຕ້ອງມຮການກະທຳຫຼາຍກ່ວາອີກເພື່ອຫຼຸດຜ່ອນສະພາບຂາດດູນການຄ້າລະຫວ່າງ ອາເມລິກາ-ຈີນ, ຊຶ່ງໃນປະຈຸບັນໄດ້ຂຶ້ນເຖິງລະດັບ 295 ຕື້ USD . ຕາາມອາເມລິກາແລ້ວ, ປະຈຸບັນຈີນກຳນົດລາຄາເງິນຢວນຕ່ຳໂພດເມ່ືອທຽບໃສ່ສະກູນເງິນ USD, ແລະ ປະຕິບັດບັນດານະໂຍບາຍຕ່າງໆ ເຮັດໃຫ້ບັນດາວິສາຫະກິດອາເມລິກາຕົກເຂົ້າສູ່ສະພາບເສຍປຽບ. ບັນດາການນຳອາເມລິກາ ຍັງສະແດງຄວາມເສຍຫວັງ ເພາະຈີນໄດ້ປະຕິເສດຮ່າງມິຕິຂອງສະພາຄວາມໝັ້ນຄົງ ສປຊກ່ຽວກັບບັນຫາຊີຣີ, ບໍ່ຕອບສະໜອງຄຳຮຽກຮ້ອງຂອງວໍຊິງຕັນຈັດຄຳສັ່ງຂໍວາບາດຕ້ານ ອີຣານ.
ສ່ວນ ທ່ານຮອງປະທານປະເທດຈີນ ສີຈິນຜິງກໍສະແດງຄວາມວິຕົກກັ່ງວົນຕໍ່ການກຳນົດທິດຂອງອາເມລິກາໃນໄລຍະມໍ່ໆມານີ້. ໃນເດືອນແລ້ວນີ້, ທ່ານປະທານາທິບໍດີອາເມລິກາ ໂອບາມາ ໄດ້ປະກາດຍຸດທະສາດການທະຫານໃໝ່ດ້ວຍເນື້ອໃນຕົ້ນຕໍ່ແມ່ນເພີ່ມທະວີການປະກົດຕົວຂອງກຳລັງທະຫານຢູ່ອາຊີ-ປາຊີຟິກ ໃນສະພາວະທີ່ພາກພື້ນນີ້ພວມເກີດບັນຫາພິພາດກັນ. ປັກກິງສົງໄສ ແລະ ເປັນຫ່ວງກັງວົນຕໍ່ນະໂຍບາຍກັບຄືນສູ່ອາຊີຂອງວໍຊິງຕັນກໍຄືບັນດາແຜນ ການເປີດກ້ວາງການຮ່ວມມືທາງດ້ານການທະຫານຂອງອາເມລິກາກັບ ຟີລິບປິນ ແລະ ອົດສະຕາລີ. ໃນຄຳກ່າວປາໄສເມື່ອມໍ່ມານີ້, ຮອງລັດຖະມົນຕີການຕ່າງປະເທດຈີນສຸຍທຽນຂາຍໄດ້ກ່າວເຕືອນກ່ຽວກັບການຂາດຄວາມເຊື່ອໝັ້ນລະຫວ່າງ 2 ປະເທດ, ພ້ອມກັນນັ້ນກໍຮຽກຮ້ອງໃຫ້ 2 ຝ່າຍຄວນຮັບຮູ້ ແລະ ແກ້ໄຂສະພາບຂາດຄວາມເຊື່ອໝັ້ນນີ້. ໃນຂະນະທີ່ ທ່ານຮອງປະທານປະເທດຈີນ ສີຈິນຜິງພວມຢ້ຽມຢາມອາເມລິການັ້ນ, ໜັງສືພິມຢືໝິນຈືເປົ້າຂອງພັກກອມມູນິດຈີນໄດ້ລົງພິມບົດນຳໂດຍຖືວ່າ : ປັກກິງຕ້ອງຖືຜົນປະໂຫຍດຂອງຕົນເອງເໜືອກ່ວາສິ່ງໃດໝົດ. ອາເມລິກາ ແລະ ເອີລົບແມ່ນບັນດາຄູ່ຮ່ວມມືທີ່ສຳຄັນຂອງຈີນ, ແຕ່ບໍ່ຍ້ອນແນວນັ້ນ, ຈະຕ້ອງສະຫຼະຜົນປະໂຫຍດຂອງຕົນເພື່ອເຮັດໃຫ້ຝ່າຍຕາເວັນຕົກພໍໃຈ, ເພາະສະນັ້ນ, ນອກຈາກຄຳເວົ້າທີ່ມີໄມຕີຈິດສະໜິດສະໜົມແລ້ວ, ໃນການຢ້ຽມຢາມຄັ້ງນີ້, ທ່ານຮອງປະທານປະເທດຈີນ ສີຈິນຜິງ ຍັງສືບຕໍ່ຮັກສາທັດສະນະຂອງປັກກິງ, ແລະ ຕາມທ່ານແລ້ວ, ຈີນຢາກສ້າງສາຍພົວພັນຮ່ວມມືບົນພື້ນຖານເຄົາລົບຊຶ່ງກັນແລະກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດກັບວໍຊິງຕັນ. ຈຸດປະສົງຕົ້ນຕໍ່ຂອງການຢ້ຽມຢາມຂອງ ທ່ານຮອງປະທານປະເທດຈີນ ສີຈິນຜິງຄັ້ງນີ້, ແມ່ນເພື່ອປະຕິບັດສັນຍາທີ່ສຳຄັນ ຊຶ່ງ 2 ປະເທດໄດ້ລົງນາມໃນການຢ້ຽມຢາມອາເມລິກາກ່ອນນັ້ນຂອງທ່ານປະທານປະເທດຈີນ ຮູຈິນເທົາ, ພ້ອມທັງປະກອບສ່ວນເພີ່ມທະວີສາຍພົວພັນ ອາເມລິກາ-ຈີນ.
ວົງການນັກໃຈ້ແຍກຕີລາຄາວ່າ: ຍາກທີ່ຈະບັນລຸໄດ້ບາດກ້າວຫັນປ່ຽນຢ່າງແຂງແຮງໃນການແກ້ໄຂຄວາມບໍ່ລົງລອຍກັນລະຫວ່າງ 2 ປະເທດພາຍຫຼັງການຢ້ຽມຢາມຂອງ ທ່ານຮອງປະທານປະເທດຈີນ ສີຈິນຜິງ. ນີ້ແມ່ນການຢ້ຽມຢາມທີ່ມີລັກສະນະຊອກຮູ້ ແລະ ສ້າງຄວາມລຶ້ງເຄີຍ. ດັ່ງນັ້ນ, ຍາກທີ່ຈະບັນລຸໄດ້ຖະແຫຼງການສະບັບໜຶ່ງ ຫຼືໝາກຜົນ ທີ່ສຳຄັນໃດໆ ແລະ ໝາກຜົນນີ້ ຕ້ອງອີງໃສ່ຄວາມມານະພະຍາຍາມຂອງທັງ 2 ຝ່າຍໃນຫຼາຍປີທີ່ຈະມາເຖິງ. ແຕ່ຫາງສຽງອາດຈະປາດທະໜາວ່າ ການຢ້ຽມຢາມຂອງ ທ່ານຮອງປະທານປະເທດຈີນ ສີຈິນຜິງຄັ້ງນີ້ ຈະແມ່ນສີລາກ້ອນທຳອິດເພື່ອປູພື້ນໃຫ້ແກ່ເສັ້ນທາງຮ່ວມມືລະຫວ່າງອາເມລິກາ-ຈີນ ໃນອະນາຄົດ.