ການລົງປະຊາມະຕິສະແດງໃຫ້ເຫັນແນວຄິດ “ຖືປະຊາຊົນເປັນກົກເຄົ້າ”


(vovworld)- ທີ່ກອງ​ປະ​ຊຸມ​ຄັ້ງ​ທີ 38 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຫາ​ກໍ​ອັດ​ລົງ​ໃນ​ຕ​ອນ​ບ່າຍ​ວັນ​ທີ 14/5, ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການລົງ​ປະ​ຊາ​ມະ​ຕິ​ ເປັນຄັ້ງ​ທີ 2 ຖືກ​ຍົກ​ອອກ​ມາ. ກ​ານ​ລົງ​ປະ​ຊາ​ມະ​ຕິ ສະ​ແດງ​ໃຫ້​ເຫັນ​ບົດ​ບາດ​ມີ​ລັກ​ສະ​ນະ​ຕັດ​ສິນ​ຂອງ​ປະ​ຊາ​ຊົນ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ກາ​ນ​ເມືອງ- ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ປະ​ເທດ​ຊາດ, ຢືນ​ຢັນ​ສຽງ​ເວົ້າ​ຂອງ​ປະ​ຊາ​ຊົນ ຍາມ​ໃດ​ກໍ​ໄດ້​ຮັບ​ຟັງ ແລະ ເຄົາ​ລົບ. ຜັນ​ຂະ​ຫຍາຍ​ການ​ສ້າງ ແລະ ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ປະ​ຊາ​​ມະ​ຕິ ແມ່ນ​ວຽກ​ງານ​ຫັນບັນ​ດາ​ສິ່ງ​ທີ່​ລັດ​ຖະ​ທຳ​ມະ​ນູນ​ໄດ​້​ກຳ​ນົດ​ເປັນ​ລະ​ອຽດ, ຫັນ​ແນວ​ຄ​ິດ “ຖື​ປະ​ຊາ​ຊົ​ນ​ເປັນ​ກົກ​ເຄົ້າ” ຂອງ​ປະ​ທານ​ໂຮ່​ຈິ​ມິນ ເປັນ​ລະ​ອຽດ.

ການລົງປະຊາມະຕິສະແດງໃຫ້ເຫັນແນວຄິດ “ຖືປະຊາຊົນເປັນກົກເຄົ້າ” - ảnh 1
ພາບ​ປະ​ກອບ:giaoduc.net

        ການ​ລົງ​ປະ​ຊາ​ມະ​ຕິ ແມ່ນ​ຮູບ​ການ​ເພື່ອ​ໃຫ້​ປະ​ຊາ​ຊົນ​ສະ​ແດງ​ເຈດ​ຈຳ​ນົງ ແລະ ສິດ​ອຳ​ນາດ​ຂອງ​ຕົນ​ໂດຍ​ກົງ​ຕໍ່​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ​ໃນ​ແຕ່​ລະ​ໄລ​ຍະ​ລະ​ອຽດ. ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ປະ​ຊາ​ມະ​ຕິ ຈະ​ຖືກ​ຍົກ​ອອກ​ມາ​ປຶ​ກ​ສາ​ຫາ​ລື​ທີ່ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັ​ນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13 ​ທີ່ຈະ​ມາ​ເຖິງ.

       ການ​ລົງ​ປະ​ຊາ​ມະ​ຕິໄດ້​ຮັບ​ການ​ປະ​ຕິ​ບັດ​ໃນ​ຕົວ​ຈິງ

       ບໍ່​ແມ່ນ​ວ່າ​ ບັນ​ຫາ​ລົງ​ປະ​ຊາ​ມະ​ຕິ​ຈຶ່ງຖືກ​ຍົກ​ອອກ​ມາ​ປຶກ​ສາ​ຫາ​ລື​​, ຫາກ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ທຳ​ອິດ​ຂອງ​ລັດ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ຫວຽດ​ນາມ, ລັດ​ຖະ​ທຳ​ມະ​ນູນ​ປີ 1946 ໄດ້​ຢືນ​ຢັນ​ບົດ​ບາດ, ​ພາ​ລະ​ກຳ​ຂອງ​ປະ​ຊາ​ຊົນ ເມື່ອ “ມີ​ສິດ​ຕັດ​ສິນ​ກ່ຽວ​ກັບ​ລັດ​ຖະ​ທຳ​ມະ​ນູນ ແລະ ບັນ​ດາ​ວຽກ​ງານ​ທີ່​ກ່ຽວ​ຂ້ອງ​ເຖິງ​ຊາ​ຕະ​ກຳ​​ຂອງຊາດ. ລັດ​ຖະ​ທຳ​ມະ​ນູນ​ປີ 2013 ກຳ​ນົດ​ວ່າ “ປະ​ຊາ​ຊົນ​ມີ​ສິດ​ລົງ​ຄະ​ແນນ​ສຽງ​ເມື່ອ​ລັດ​ຈັດ​ຕັ້ງ​ ການ​ລົງ​ປະ​ຊາ​ມະ​ຕິ”. ການ​ສ້າງ​ກົດ​ໝາຍ​ວ່າ​ດ້ວຍ ການ​ລົງ​ປະ​ຊາ​ມະ​ຕິ ເພື່ອ​ແນ​ໃສ່​ຫັນ​ບັນ​ດາ​ບັນ​ຫາ​ຊື່ງ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ຫວຽດ​ນາມ ໄດ້​ກຳ​ນົດເປັນ​ລະ​ອຽດ.

        ຄວາມ​ຈິງ​ໃນ​ຊຸມ​ປີມໍ່ໆ​ມານີ້ ປະ​ຊາ​ຊົນ​ໄດ້​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ສັງ​ຄົມ​ນັບ​ມື້​ນັບ​ເລິກ​ເຊິ່ງ ກວ້າງ​ຂວາງ ດ້ວຍ​ຫລາຍ​ຮູບ​ການ​ທີ່​ແຕກ​ຕ່າງ​ກັນ. ນັ້ນ​ແມ່ນ ເຂົ້າ​ຮ່ວມ​ໂດຍ​ກົງ​ຫລື​ຜ່ານ​ການ​ໄຈ້​ແຍກ​ຕີ​ລາ​ຄາ​ນະ​ໂຍ​ບາຍ; ປະ​ກອບ​ຄຳ​ເຫັນ​ເຂົ້າ​ໃນ​ການ​ສ້າງ​ບັນ​ດາ​ເອ​ກະ​ສານ​ນິ​ຕິ​ກຳ; ສະ​ເຫນີ​ບັນ​ດາ​ຄຳ​ເຫັນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ການ​ເມືອງ​ເສດ​ຖະ​ກິດ​ສັງ​ຄົມ.  ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ​ລ້ວນ​ແຕ່​ໄດ້​ຮັບ​ການ​ຮັບ​ຟັງ, ໄດ້​ຮັບ​ການ​ຄັດ​ເລືອກ ໄດ້​ປະ​ກອບ​ສ່ວນ​ສ້າງວຽກ​ງານ​ຄຸ​້ມ​ຄອງ​ລັດ, ວຽກ​ງານ​ສ້າງ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບກວ່າ,​ ຊ້ຳ​ບໍ່​ໜຳ​ຍັງ​ມີ​ລັກ​ສະ​ນະ​ຕັດ​ສິນ​​ຕໍ່​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ລະ​ອຽດ​ຂອງ​ກະ​ຊວງ, ຂະ​ແຫນງ​ການ​ຫລື​ທ​້ອງ​ຖິ່ນ. ຍ້ອນ​ມີ​ຄຳ​ເຫັນ​ປະ​ກອບ​ຂອງ​ປະ​ຊາ​ຊົນ ມີ​ບາງ​ເອ​ກະ​ສານ​ນິ​ຕິ​ກຳ​ທີ່ບໍ່​ເໝາະ​ສົມ​ກັບ​ຄວາມ​ຈິງ ກໍ​ຄືແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍບໍ່​ຖືກ​ຕ້ອງ​ກັບ​ກົດ​ໝາຍ, ບໍ່​​ເໝາະ​ສົມກັບ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ໄດ້​ຖືກຢຸດ​ຕ​ິ​ການ​ປະ​ຕິ​ບັດ​​ໄວ້. ມາ​ຮອດ​ປະ​ຈຸ​ບັນ, ​ບັນ​ດາ ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ທີ່​ກ່ຽວ​ຂ້ອງ ແລະ ​ມີຜົນ​ສະ​ທ້ອນ​ໂດຍ​ກົງ​ເຖິງ​ຊີ​ວິດຂອງ​ປະ​ຊາ​ຊົນ ​ປະ​ຈຸ​ບັນ ແລະ ​ໃນອະ​ນາ​ຄົດ​ ສ່ວນ​ຫລາຍ​ຖືກ​ຍົກ​ອອກ​ມາ​ເພື່ອ​ຮັບເອົາ​ຄຳ​ເຫັນ​ຈາກ​ປະ​ຊາ​ຊົນ. ແຕ່​ບັນ​ດາ​ວຽກ​ງານນັ້ນ ພຽງ​ແຕ່​ຈັດ​ຕັ້ງ​ການ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນເທົ່າ​ນັ້​ນ ຫາກບໍ່​ທັນ ​ ​ລົງ​ປະ​ຊາ​ມະ​ຕິເທື່ອ.

       ສະ​ແດງ​ໃຫ້​ເຫັນ​ເຈດ​ຈຳ​ນົງ​ ແລະ ສິດ​ອຳ​ນາດ​ຂອງ​ປະ​ຊາ​ຊົນ​ຢ່າງ​ແຮງ

        ການ​ລົງ​ປະ​ຊາ​ມະ​ຕິ​ຫລື​ປ່ອນ​ບັດ​ໃນ​ທົ່ວ​ປວງ​ຊົນ ແມ່ນ​ການ​ປ່ອນ​ບັດ​ໂດຍ​ກົງ, ໃນ​ນັ້ນ ຜູ້​ມີ​ສິດ​ເລືອກ​ຕັ້ງ​ທັງ​ໝົດ​ໄດ້​ຮັບ​ຄຳ​ສະ​ເຫນີ​ຮັບ​ຮູ້​ຫລື​ຢັບ​ຢັ້ງ​ຂໍ້​ສະ​ເຫນີ​ພິ​ເສດ. ໃນ​ປະ​ຫວັດ​ສາດ​ແຫ່ງ​ການ​ຕໍ່​ສູ້​ຂອງ​ຊາດ, ເມື່ອ​ຕ້ອງ​ການ​ສຽງ​ເວົ້າ​ລວມ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ກຳ​ລັງ​ແຮງ, ​ການຕັດ​ສິນ​ບັນ​ດາ​ວຽກ​ງານ​ທີ່​ສຳ​ຄັນ, ຈຳ​ເປັນ​ຕ້ອງ​ມີຄຳ​ເຫັນ​​ປະ​ກອບຂອງ​ປະ​ຊາ​ຊົນ. ແລະ ຄວາມ​ຈິງ​ໄດ້​ພິ​ສູດ​ໃຫ້​ເຫັນ​ລັກ​ສະ​ນະ​ຖືກ​ຕ້ອງ​ຂອງ​ບັນ​ດາ​ຄຳ​ຕັດ​ສິນນັ້ນ. ປະ​ຈຸ​ບັນ ປະ​ຊາ​ຊົນ ດ້ວຍ​ບັນ​ດາ​ສິດ​ຂອງ​ຕົນ​ຢ່າງ​ພຽງ​ພໍ, ການ​ລົງ​ປະ​ຊາ​ມະ​ຕິ​ຍິ່ງ​ໄດ້​ວາງ​ອອກ, ບໍ່​ພຽງ​ແຕ່​ໃນ​ຂ​ອບ​ເຂດປະ​ເທດ​ຫນຶ່ງ, ຊາດ​ຫນຶ່ງ​ເທົ່າ​ນັ້ນ ຫາກ​ມີ​ເຖິງ 167 ໃນ​ຈຳ​ນວນ 214 ປະ​ເທດ ແລະ ເຂດ​ແຄ້ວນ ມີ​ກົດ​ໝາຍ​ຫລື​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ​ກ່ຽວ​ກັບ​ການ​ລົງ​ປະ​ຊາ​ມະ​ຕິ.

ມີ​ການ​ລົງ​ປະ​ຊາ​ມະ​ຕິ, ປະ​ຊາ​ຊົ​ນ​ຈຶ່ງ​ສະ​ແດງ​ເຈດ​ຈຳ​ນົງ ແລະ ສິດ​ອຳ​ນາດ​ຂອງ​ຕົນ​ ​ໂດຍ​ກົງ, ຈຶ່ງ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ຢ່າງ​ເລິກ​ເຊິ່ງ, ກ້​ວາງ​ຂວາງ, ມີ​ລັກ​ສະ​ນະ​ຕັດ​ສິນ​​ສຳ​ລັບ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ​ໄດ້. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຢັ້ງ​ຢືນ​ວ່າ “ເມື່ອ​ລົງ​ປະ​ຊາ​ມະ​ຕິ, ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ​ແມ່ນ​ຄຳ​ເຫັນ​ຕັດ​ສິນ​. ນັ້ນ​ແມ່ນ​ຫຼັກ​ການ, ເມື່ອ​ລົງ​ປະ​ຊາ​ມະ​ຕິ ແມ່ນ​ໂດຍ​ປະ​ຊາ​ຊົນ​ຕັດ​ສິນ ຫາກ​ວ່າສະ​ພາ​ແຫ່ງ​ຊາດບໍ່​ສາ​ມາດ​ຕັດ​ສິນ​​ເອງໄດ້”. ເມື່ອ​ປະ​ຊາ​ຊົນ​ໄດ້​ປະ​ກອບ​ສຽງ​ເວົ້າ​ຂອງ​ຕົນ ຈະ​​ເຮັດ​ໃຫ້​ການ​ເຄື່ອນ​ໄຫວ​ຂອງ​ກົງ​ຈັກ​ຄຸ້ມ​ຄອງ​ລັດ, ຂອງ​ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ, ກະ​ຈ່າງ​ແຈ້ງ, ພາ​ວະ​ວິ​ໄສກ່​ວາ, ສ້າງ​ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ​ໃນ​ໝູ່ປະ​ຊາ​ຊົນ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງ​ຄົມ, ແກ້​ໄຂ​ບັນ​ດາ​ສິ່ງ​ຄົງ​ຄ້າງໃນ​​ໝູ່ປະ​ຊາ​ຊົນ.

        ປະ​ຕິ​ບັດ​ການ​ລົງ​ປະ​ຊາ​ມະ​ຕິ​ໝາຍ​ຄວາມ​ວ່າ​ແມ່ນ​ການ​ອອກ​ແຮງ​ປະ​ຕິ​ບັດ​ປະ​ຊາ​ທິ​ປະ​ໄຕ, ເຄົາ​ລົບ​ສິດ​ເປັນ​ເຈົ້າ​ຂອງ​ມະ​ຫາ​ຊົນ​ຢ່າງ​ແທດ​ຈິງ, ມີ​ຄວາມ​ປະ​ຊາ​ທິ​ປະ​ໄຕ​ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ ແລະ ການ​ເມືອງ. ນີ້​ແມ່ນ​ເລື່ອງ​ຫັນ​ແນວ​ຄວາມ​ຄິດ “ຖື​ປະ​ຊາ​ຊົນ​ແມ່ນ​​ກົກ​ເຄົ້າ” ຂອງ​ປະ​ທານ ໂຮ່​ຈີ​ມິນ ດ້ວຍ​ບັນ​ດາ​ວຽກ​ງານ​ລະ​ອຽດ​ໃນ​ວຽກ​ງານ​ສ້າງ​ກົດ​ໝາຍ ແລະ ບັນ​ດ​າຂ​ົງ​ເຂດ​ເຄື່ອນ​ໄຫວ​ອື່ນໆ ​ຕົວ​ຢ່າງ​ຄືການກໍ່​ສ້າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ປະ​ຊາ​ມະ​ຕິ.

ຂ່າວ/ບົດ​ອື່ນ