ການລົງປະຊາມະຕິເພື່ອເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ


(vovworld) - ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 9, ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13, ຈະ​ປຶກສາ​ຫາລື ​ແລະ ຮັບ​ເອົາ​ຄວາມ​ເຫັນ​ຄັ້ງ​ທຳ​ອິດ​ກ່ຽວ​ກັບຮ່າງ​ກົດໝາຍ​ວ່າ​ດ້ວຍ​ລົງປະຊາ​ມະຕິ. ຮ່າງ​ກົດໝາຍ​ນີ້​ໄດ້​ຮັບ​ການ​ສ້າງ​ຂຶ້ນເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ ​ແລະ ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ, ​ເປີດ​ກວ້າງ​ບັນດາ​ຮູບ​ການ​ປະຊາທິປະ​ໄຕ​ໂດຍ​ກົງ. ການ​ສ້າງ​ຮ່າງ​ກົດໝາຍວ່າ​ດ້ວຍລົງ​ປະຊາ​ມະຕິ ກໍ່​ເພື່ອ​ແນ​ໃສ່​ຫັນ​ບັນດາ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ​ປີ 2013 ​ເປັນ​ລະອຽດ ​ແລະ ປັບປຸງ​ລະບົບ​ກົດໝາຍ​ຫວຽດນາມ​ ອີກ.

ການລົງປະຊາມະຕິເພື່ອເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ - ảnh 1

ບັນດາສະມາຊິກສະພາແຫ່ງຊາດປຶກສາຫາລືຢູ່ຫໍປະຊຸມສະພາແຫ່ງຊາດ

(ພາບ: ຍືອີ໋)

        ການລົງປະຊາ​ມະຕິ​ແມ່ນ​ແບບ​ວິທີ​ເພື່ອ​ໃຫ້​ປະຊາຊົນ​ສະ​ແດງ​ເຈດ​ຈຳນົງ ​ແລະ ສິດ​ອຳນາດ​​ໂດຍ​ກົງຂອງ​ຕົນ​ທີ່​ມີ​ຕໍ່​ບັນດາ​ບັນຫາ​ສຳຄັນ​ຂອງ​ປະ​ເທດ​ຊາດ​ໃນ​ແຕ່ລະ​ໄລຍະ​ຢ່າງ​ລະອຽດ, ສະພາ​ແຫ່ງ​ຊາດ​​ໄດ້​ມອບ​​ໃຫ້​ສະມາຄົມ​ທະນາຍຄວາມ​ຫວຽດນາມ ​ເປັນ​ເຈົ້າພາບ​ຮຽບຮຽງຮ່າງ​ກົດໝາຍ​ວ່າ​ດ້ວຍລົງປະຊາ​ມະຕິ. ປະຈຸ​ບັນ, ຮ່າງ​ກົດໝາຍ​ວ່າ​ດ້ວຍລົງປະຊາ​ມະຕິ ​ມີບາງ​ບັນຫາ​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຄື: ສະ​ເໜີ​ສະພາ​ແຫ່ງ​ຊາດ​ຕົກລົງ​ກ່ຽວ​ກັບ​ການລົງປະຊາ​ມະຕິ; ຂອບ​ເຂດ​ການລົງປະຊາ​ມະຕິ; ອົງການ​ຮັບຜິດຊອບ​ກ່ຽວ​ກັບ​ການລົງປະຊາ​ມະຕິ; ຜົນ​ຂອງ​ການລົງປະຊາ​ມະຕິ ​ແລະ ການ​ແກ້​ໄຂຄຳຮ້ອງ​ຟ້ອງກ່ຽວ​ກັບ​ຜົນ​ຂອງ​ການລົງປະຊາ​ມະຕິ. ການລົງປະຊາ​ມະຕິ​ແມ່ນ​ຮູບ​ການ​ສຳຄັນ​ໃນ​ການ​ປະຕິບັດ​ປະຊາທິປະ​ໄຕ​ໂດຍ​ກົງ​ຂອງ​ປະຊາຊົນ, ​ແມ່ນ​ຮູບ​ການສະ​ແດງ​ໃຫ້​ເຫັນ​ຈຸດ​ສູງ​ຂອງ​ພື້ນຖານ​ປະຊາທິປະ​ໄຕ.

        ການລົງປະຊາ​ມະຕິ​ເພື່ອ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ ​ແລະ ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ​ໃນ​ການ​ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ

        ຮ່າງ​ກົດໝາຍ​ວ່າ​ດ້ວຍລົງປະຊາ​ມະຕິຍົກ​ອອກ 3 ຫຼັກການ, ​ໃນ​ນັ້ນ​ຍົກ​ສູງ​ສິດ​ອຳນາດ​ຂອງ​ປະຊາຊົນ, ​ເພີ່ມ​ທະວີ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ​ເພີ່ມ​ທະວີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ. ຍົກ​ສູງ​ສິດ​ອຳນາດ​ຂອງ​ປະຊາຊົນ. ໝາຍ​ຄວາມ​ວ່າ​ເຈດ​ຈຳນົງ​ຂອງ​ປະຊາຊົນ​ແມ່ນ​ສູງ​ສຸດ, ຕັດສິນ​ບັນດາ​ບັນຫາ​ສຳຄັນ​ຂອງ​ປະ​ເທດ​ຊາດ. ​ແຕ່, ​ເມື່ອ​ຍົກ​ສູງ​ສິດ​ອຳນາດ​ຂອງ​ປະຊາຊົນ, ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ເພີ່ມ​ທະວີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ. ທ່ານ ຫງວຽນ​ວັນ​ຟາ, ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ​ນາມ​ດິ້ງ, ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ສະມາຊິກ​ຄະນະ​ຮຽບຮຽງ​ຮ່າງ​ກົດໝາຍ​ນີ້, ​ໃຫ້​ຮູ້​ວ່າ:

        “ຕາມ​ຂໍ້​ກຳນົດ​ຂອງ​ລັດ, ພິ​ເສດ​ແມ່ນ​ຢູ່​ຂັ້ນ​ຮາກ​ຖານ​, ​ເມື່ອ​ມີ​ບັນດາ​ບັນຫາ​ກ່ຽວຂ້ອງ​ໂດຍ​ກົງ​ເຖິງ​ຊີວິດ​ຂອງ​ປະຊາຊົນ, ກ່ອນ​ຈະ​ຜັນ​ຂະຫຍາຍ, ອຳນາດ​ການ​ປົກຄອງຮາກ​ຖານ​ຕ້ອງ​ເປີດ​ເຜີຍ, ຮັບ​ເອົາ​ຄວາມ​ເຫັນ​ຂອງ​ປະຊາຊົນ. ຮ່າງ​ກົດໝາຍ​ວ່າ​ດ້ວຍລົງປະຊາ​ມະຕິ  ​ແມ່ນ​ຕ້ອງ​ລົງປະຊາ​ມະຕິໃນ​ທົ່ວ​ປະ​ເທດ, ຫາກ​ບໍ່​ແມ່ນລົງປະຊາ​ມະຕິ​ໃນທ້ອງ​ຖີ່​ນ​ໃດ​ໜຶ່ງ. ຄວາມ​ມຸງ​ຫວັງ​ຂອງ​ພວກ​ເຮົາ​ແມ່ນ​ສ້າງ​ກົດໝາຍ​ວ່າ​ດ້ວຍລົງປະຊາ​ມະຕິ  ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ ​​ແລະ​ ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ“.

        ​ໃນ​ຊຸມ​ປີຜ່ານມາ, ທິດ​ນຳ​ທີ່​ວ່າ “ປະຊາຊົນ​ຮູ້, ປະຊາຊົນ​ປຶກສາ​ຫາລື ​ແລະ ປະຊາຊົນ​ກວດກາ“ ​ໄດ້​ຮັບ​ການ​ເຜີຍ​ແຜ່ ​ແລະ ປະຕິບັດ​ນັບ​ມື້​ນັບ​ກວ້າງຂວາງ​ໃນ​ຊີວິດ, ສັງຄົມ. ຍ້ອນ​ເຫດ​ນັ້ນ, ​ເລື່ອງ​ສ້າງ​ກົດໝາຍ​ວ່າ​ດ້ວຍ ລົງປະຊາ​ມະຕິຈະ​ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ການ​ສ່ອງ​ແສງ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ດ້ານແນວ​ຄິດ ​ແລະ ມູນ​ເຊື້ອ​ອັນ​ດີງາມ​ດັ່ງກ່າວ. ທ່ານ ຫງວຽນ​ວັນ​ກວ່ຽນ, ປະທານ​ສະມາຄົມ​ທະນາຍຄວາມ​ຫວຽດນາມ, ຖື​ວ່າ:

        “ຖ້າ​ຫາກ​ວ່າ​ຮ່າງ​ກົດໝາຍ​ນີ້​ໄດ້​ຮັບ​ການ​ປະກາດ​ໃຊ້, ມັນ​ຈະ​ສະ​ແດງ​ໃຫ້​ເຫັນ​ແນວ​ຄິດ​ຢ່າງ​ຖືກຕ້ອງ​ຂອງ​ປະທານ​ໂຮ່ຈີ​ມິນ. ນັ້ນ​ແມ່ນ​ເຄົາລົບ​ນັບຖື​ປະຊາຊົນ, ຖື​ປະຊາຊົນ​ເປັນ​ກົກ​ເຄົ້າ ​ແລະ ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ​ໃນ​ການ​ເຂົ້າ​ຮ່ວມ​ກໍ່ສ້າງ ​ແລະ ​ຕົກລົງ​ບັນດາ​ບັນຫາ​ສຳຄັນ​ຍິ່ງ​ຂອງ​ປະທດຊາດ“.

        ການລົງປະຊາ​ມະຕິ​ເພື່ອ​ແນ​ໃສ່​ຫັນ​ເປັນ​ລະອຽດ​ບັນດາ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ​ປີ 2013

        ການລົງປະຊາ​ມະຕິ​ໄດ້​ຮັບ​ການ​ກຳນົ​ດໃນ​ລັດຖະທຳ​ມະນູນ​ທຳ​ອິດ​ຂອງ​ລັດ​ຫວຽດນາມ​ ເມື່ອ​ປີ 1946, ​ແຕ່​ຍ້ອນ​ຫຼາຍ​ສາຍ​ເຫດ​ທີ່​ແຕກ​ຕ່າງ​ກັນ, ມັນ​ຈຶ່ງ​ບໍ່​ໄດ້​ຮັບ​ການ​ປະຕິບັດ​ໃນ​ພຶດຕິ​ກຳ​ຕົວ​ຈິງ. ​ເລື່ອ​ງສະພາ​ແຫ່ງ​ຊາດ​ຮັບ​ເອົາ​ຄຳ​ເຫັນ​ເປັນ​ຄັ້ງ​ທຳ​ອິດ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍລົງປະຊາ​ມະຕິຈະ​ເປັນ​ຂີດ​ໝາຍ​ສຳຄັນ, ​ແມ່ນ​ບາດກ້າວ​ຂອງ​ກົດໝາຍ​ຫວຽດນາມ. ​ເນື້ອ​ໃນ​ຂອງ​ກົດໝາຍ​ວ່າ​ດ້ວຍລົງປະຊາ​ມະຕິ​ແມ່ນ​ເໝາະ​ສົມ​ກັບ​ບັນດາ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ ​ແລະ ກົດໝາຍ​ຕ່າງໆ​ທີ່​ກ່ຽວຂ້ອງ, ອັນ​ໄດ້​ປະກອບສ່ວນ​ຮັບປະກັນ​ລັກສະນະ​ເປັນ​ເອກະ​ພາບ, ຄົບ​ຊຸດ​ຂອງ​ລະບົບ​ກົດໝາຍ​​ແຫ່ງ​ລັດ. ການລົງປະຊາ​ມະຕິ​ກໍ່​ມີ​ທ່າ​ໄດ້​ປຽບ​ຫຼາຍ​ຢ່າງ​ເມື່ອ​ທຽບ​ໃສ່​ບັນດາ​ຮູບ​ການ​ປະຊາທິປະ​ໄຕ​ຕົວ​ແທນ, ​ແຕ່​ການ​ປະຕິບັດ​ອາດ​ຈະ​ມີ​ຄວາມ​ສັບສົນ​ຫຼາຍ​ຢ່າງ. ດັ່ງ​ນັ້ນ, ທັງ​ເຮັດ, ທັງ​ສະຫຼຸບ, ຖອດ​ຖອນ​ບົດຮຽນ ​ແມ່ນ​ວຽກ​ງານ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ. ທ່ານ​ນາງ ບູ່​ຍທິອານ, ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ​ຮ່າ​ໂນ້ຍ, ຖື​ວ່າ:

        “ຂ້າພະ​ເຈົ້າ​ຄິດ​ວ່າ, ກົດໝາຍ​ວ່າ​ດ້ວຍລົງປະຊາ​ມະຕິມີ​ທີ່​ຕັ້ງ​ສຳຄັນ, ຍ້ອນ​ມັນ​ເລີ່​ມມາ​ຈາກ​ລັດຖະທຳ​ມະນູນ​ປີ 2013, ໝາຍ​ຄວາມ​ວ່າ​ລັດ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ. ຖ້າ​ຫາກ​ຫວກ​ເຮົາ​ເຮັດ​ວຽກ​ງານລົງປະຊາ​ມະຕິໄດ້​ດີ, ພວກ​ເຮົາ​ຈະ​ສາມາດ​ຮັບ​ເອົາ​ທັງ​ພູມ​ປັນຍາ, ​ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ຈາກ​ປະຊາຊົນ​ໄດ້“.

        ປະຈຸ​ບັນ​ໄດ້​ມີ 167/214 ປະ​ເທດ ​ແລະ ​ອານາ​ເຂດ​ໃນ​ທົ່ວ​ໂລກ​ມີ​ກົດໝາຍ ຫຼື​ບັນດາ​ຂໍ້​ກຳນົດ​ດ້ານ​ນິຕິ​ກຳ​ກ່ຽວ​ກັບ​ການລົງປະຊາ​ມະຕິ. ​ໃນ​ສະພາບ​ການ​ທີ່​ຫວຽດນາມ ​ເຊື່ອມ​ໂຍງ​ນັບ​ມື້​ນັບ​ເລິກ​ເຊິ່ງກວ້າງຂວາງ​ທາງ​ດ້ານ​ເສດຖະກິດ ​ແລະ ການ​ເມືອງ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ​ເລື່ອງ​ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍລົງປະຊາ​ມະຕິ​ແມ່ນ​ມີ​ຄວາມ​ຈຳ​ເປັນ, ຜ່ານ​ນັ້ນ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ປະຊາຊົນ​ທຸກ​ຄົນ​ສາມາດ​ເຂົ້າຮ່ວມ​ປະຊາທິປະ​ໄຕ​ໂດຍ​ກົງ​ໃນ​ທຸກ​ບັນຫາ​ສຳຄັນ​ຂອງ​ປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ