ການຮັບປະກັນຊີວິດສັງຄົມສືບຕໍ່ແມ່ນໜ້າທີ່ຈຸດສຸມຂອງລັດຖະບານຫວຽດນາມ ໃນປີ 2012. ຄຽງຂ້າງຍືດໝັ້ນການປະຕິບັດບັນດາມາດຕະການຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິບົນຫຼັກການທົ່ວປວງຊົນ, ສະເໝີພາບ ແລະ ໝັ້ນຄົງນັ້ນ, ບັນຫາສ້າງວຽກເຮັດງານທຳ, ຫຼຸດຜ່ອນສະພາບຫວ່າງງານ, ຫັນປ່ຽນໂຄງປະກອບແຮງງານ ແລະ ໜູນຊ່ວຍຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ, ພິເສດແມ່ນຄົນທຸກຍາກ… ກໍ່ແມ່ນຈຸດໝາຍທີ່ລັດຖະບານມີຄວາມເອົາໃຈໃສ່ເປັນພິເສດ.
ປີ 2011, ໃນສະພາບການຊຸດໂຊມທາງດ້ານເສດຖະກິດໂລກມີການກະທົບຢ່າງໃຫຍ່ຫຼວງເຖິງເສດຖະກິດພາຍໃນປະເທດນັ້ນ, ລັດຖະບານຫວຽດນາມໄດ້ປະຕິບັດບັນດາມາດຕະການຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ ແລະ ຮັບປະກັນຊີວິດສັງຄົມຢ່າງຂ້ຽວຂາດ. ປີ 2011, ນອກຈາກໂຄງການວຽກງານແຫ່ງຊາດແລ້ວ, ຫວຽດນາມໄດ້ແກ້ໄຂວຽກເຮັດງານທຳໃຫ້ຜູ້ອອກແຮງງານປະມານ 1,6 ລ້ານຄົນ, ສອນວິຊາຊີບ, ບຳລຸງສ້າງອາຊີບໃຫ້ແກ່ຊາວໜຸ່ມຊົນນະບົດນັບລ້ານຄົນ, ຍົກເວັ້ນຄ່າຮຽນໃຫ້ແກ່ນັກຮຽນຊັ້ນປະຖົມ, ໜູນຊ່ວຍຊື້ບັດປະກັນສຸຂະພາບໃຫ້ແກ່ເດັກນ້ອຍທີ່ມີອາຍຸຕາກວ່າ 6 ປີ… ບັນດານະໂຍບາຍຄື: ຈ່າຍເງິນປະກັນໄພວ່າງງານ, ແກ້ໄຂນະໂຍບາຍໃຫ້ແກ່ຜູ້ທີ່ມີຄຸນງາມຄວາມດີ ກໍ່ໄດ້ຮັບຄວາມເອົາໃຈໃສ່ ແລະ ຜັນຂະຫຍາຍຢ່າງແຮງ. ໃນເງື່ອນໄຂງົບປະມານຖືກຈຳກັດນັ້ນ, ແຕ່ລາຍຈ່າຍງົບປະມານແຫ່ງລັດໃຫ້ແກ່ວຽກງານສັງຄົມພັດເພີ່ມຂຶ້ນປະມານ 20% ເມື່ອທຽບໃສ່ປີ 2010.
ເຖິງຢ່າງໃດກໍ່ຕາມ, ຄຽງຂ້າງບັນດາຜົນງານທີ່ບັນລຸໄດ້ນັ້ນ, ເລື່ອງຜັນຂະຫຍາຍລະບົບຮັບປະກັນຊີວິດສັງຄົມບໍ່ທັນບັນລຸຜົນງານເທົ່າທີ່ຄວນເທື່ອ ແລະ ນີ້ແມ່ນການທ້າທາຍທີ່ວາງອອກໃນປີນີ້. ກ່ອນອື່ນໝົດ, ວິກິດການການເງິນ, ການຊຸດໂຊມທາງດ້ານເສດຖະກິດທົ່ວໂລກຍັງຄົງກະທົບໂດຍກົງເຖິງເສດຖະກິດພາຍໃນປະເທດຢູ່, ອັນໄດ້ຂົ່ມຂູ່ເຖິງການຮັບປະກັນຊີວິດສັງຄົມ ແລະ ການພັດທະນາແບບຍືນຍົງ. ເລື່ອງຄວບຄຸມນະໂຍບາຍການເງິນ, ຫຼຸດຜ່ອນໄພເງິນເຟີ້ໃນໄລຍະຜ່ານມາ ກໍ່ໄດ້ສົ່ງຜົນສະທ້ອນເຖິງຈຸດໝາຍເຕີບໂຕ, ພິເສດແມ່ນບັນຫາວຽກເຮັດງານທຳ. ຕາມທ່ານນາງ ຫງວຽນລານເຮືອງ, ຫົວໜ້າສະຖາບັນວິທະຍາສາດ ແຮງງານ, ສັງກັດກະຊວງແຮງງານ ທະຫານເສຍອົງຄະ ສັງຄົມ ຫວຽດນາມ ແລ້ວ. ໜຶ່ງໃນບັນດານະໂຍບາຍໃຫຍ່, ນັ້ນແມ່ນ:
”ການເຕີບໂຕທາງດ້ານເສດຖະກິດໃນຊຸມປີຜ່ານມາຍັງຄົງຮັກສາຢູ່ໃນລະດັບຕ່ຳ, ອັນໄດ້ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງເຖິງບັນຫາວຽກເຮັດງານທຳ ແລະ ການຫັນປ່ຽນໂຄງປະກອບຊົນນະບົດ. ພິເສດແມ່ນ, ບັນດາມາດຕະການຮັກສາຊີວິດສັງຄົມໃນໄລຍະສັ້ນ ໄດ້ມີການກະທົບທີດີເຖິງການຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນໃຫ້ເປັນປົກກະຕິ, ແຕ່ໃນໄລຍະຍາມມັນຈະເປັນການກະທົບທີ່ຫຍໍ້ທໍ້ເຖິງຕະຫຼາດແຮງງານ, ເພາະວ່າເມື່ອວິສາຫະກິດອັດປະຕູຫຼືວຽກເຮັດງານທຳຖືກຫຼຸດລົງ, ຈະຕ້ອງມີຄວາມມານະພະຍາຍາມກວ່າອີກຈຶ່ງສາມາດບັນລຸໄດ້ຈຸດໝາຍດ້ານວຽກເຮັດງານທຳ ແລະ ຫຼຸດຜ່ອນໄພຫວ່າງງານໃນປີ 2012 ໄດ້”.
ຍ້ອນເຫດນັ້ນ, ໃນປີນີ້, ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມຄາດວ່າຈະດຳເນີນການກວດຄືນນະໂຍບາຍທັງໝົດ, ເພື່ອດັດປັບໃຫ້ເໝາະສົມກັບສະພາບຕົວຈິງ. ສຳຫຼັບນະໂຍບາຍຫຼຸດຜ່ອນຄວາມທຸກຍາກ, ເຊິ່ງຕົ້ນຕໍ່ແມ່ນການຮັບປະກັນຊີວິດສັງຄົມ, ຄຽງຂ້າງບັນດາລາຍການທີ່ມີຢູ່ແລ້ວ ແລະ ພວມຜັນຫຍາຍຢ່າງມີປະສິດທິຜົນຄືມະຕິ 30a ຂອງລັດຖະບານ ກ່ຽວກັບລາຍການໜູນຊ່ວຍ 62 ເມືອງທຸກຍາກຫຼຸດຜ່ອນຄວາມທຸກຍາກຢ່າງວ່ອງໄວ ແລະ ໝັ້ນຄົງ; ມະຕິ 80 (ກ່ຽວກັບກຳນົດທິດຫຼຸດຜ່ອນຄວາມທຸກຍາກໄລຍະ 2011-2020 ຢ່າງໝັ້ນຄົງ)ນັ້ນ, ທາງກະຊວງກໍ່ໄດ້ເປັນເຈົ້າການຂົນຂວາຍບັນດາວິສາຫະກິດ, ບັນດາອົງການການເມືອງ, ສັງຄົມທີ່ມີເງື່ອນໄຂໜູນຊ່ວຍຄົນທຸກຍາກ. ໃນປີຜ່ານມາ, ມີຫຼາຍຮູບແບບໄດ້ຮັບການຜັນຂະຫຍາຍຢ່າງກວ້າງຂວາງ ແລະ ມີປະສິດທິຜົນ. ສຳຫຼັບ 70% ຈຳນວນແຮງງານຢູ່ເຂດຊົນນະບົດ, ທາງກະຊວງກໍ່ວາງແຜນການສົມທົບກັບກົມໃຫຍ່ສອນວິຊາຊີບຈັດຕັ້ງການສອນວິຊາຊີບໃຫ້ປະມານ 45% ຈຳນວນແຮງງານໃນເກນອາຍຸກວ່າ 35 ປີ. ຄຽງຂ້າງນັ້ນ, ໜ້າທີ່ຈຸດສຸມໃນປີນີ້ ແມ່ນສ້າງແຜນນະໂຍບາຍກ່ຽວກັບການຮັບປະກັນຊີວິດສັງຄົມ ໄລຍະ 2011-2020 ໃຫ້ສຳເລັດໂດຍໄວ. ປັບປຸງ, ເພີ່ມເຕີມກົດໝາຍວ່າດ້ວຍແຮງງານ, ສ້າງກົດໝາຍວ່າດ້ວຍວຽກເຮັດງານທຳ ແລະ ກົດໝາຍວ່າດ້ວຍເງິນເດືອນພື້ນຖານ. ຕາມນັ້ນແລ້ວ, ແຕ່ລະກຸ່ມເປົ້າໝາຍໃນສັງຄົມຈະມີບັນດານະໂຍບາຍຮັບປະກັນຊີວິດສັງຄົມຢ່າງເໝາະສົມ, ຮັບປະກັນລະດັບຄອງຊີບພື້ນຖານໃຫ້ແກ່ທຸກຄົນ, ບົນພື້ນຖານຮັບປະກັນບັນດາຄວາມຕ້ອງກັນດ້ານການກິນ, ຢູ່, ຮ່ຳຮຽນ, ເບິ່ງແຍງສຸຂະພາບ. ຄຽງຂ້າງນັ້ນແມ່ນການປັບປຸງການບໍລິການແຫຼ່ງງົບປະມານທີ່ຈ່າຍໃຫ້ວຽກງານຮັບປະກັນຊີວິດສັງຄົມ. ທ່ານນາງ ຫງວຽນລານເຮືອງ, ໃຫ້ຮູ້ວ່າ:
”ໃນຮ່າງຍຸດທະສາດຮັບປະກັນຊີວິດສັງຄົມ ໄລຍະ 2011-2020, ລັດຖະບານກໍ່ໄດ້ວາງອອກຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ, ນັ້ນແມ່ນປັບປຸງລະບົບການບໍລິການ ແລະ ສະໜອງການບໍລິການ, ໃນນັ້ນໜຶ່ງໃນຈຳນວນເນື້ອໃນສຳຄັນນັ້ນແມ່ນ ຫັນການບໍລິການຈ່າຍງົບປະມານເປັນທັນສະໄໝ, ເພື່ອຮັບໃຊ້ເປົ້າໝາຍຊົມໃຊ້ຢ່າງວ່ອງໄວ ແລະ ກະຈ່າງແຈ້ງທີ່ສຸດ”
ຄາດວ່າໃນປີ 2012, ສະພາແຫ່ງຊາດຈະຮັບຮອງເອົາກົດໝາຍວ່າດ້ວຍລາຄາ. ນີ້ແມ່ນພື້ນຖານເພື່ອເພີ່ມທະວີການຄວບຄຸມຕະຫຼາດ, ລາຄາ, ພິເສດແມ່ນບັນດາຜະລິດຕະພັນທີ່ຈຳເປັນ, ເພື່ອຮັບປະກັນໃຫ້ປະຊາຊົນມີຊີວິດເປັນປົກກະຕິກວ່າ. ທ່ານລັດຖະມົນຕີກະຊວງການເງິນ ເວືອງດີ່ງເຮວ້, ຢືນຢັນວ່າ.
”ປີ 2012, ເພີ່ມທະວີການຄວບຄຸມລາຄາ ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມ, ພິເສດແມ່ນສຳຫຼັບບັນດາປະເພດສິນຄ້າຖ່ານຫີນ, ນ້ຳມັນ, ໄຟຟ້າ… ພວກຂ້າພະເຈົ້າເພີ່ມທະວີການກວດສອບຢູ່ບັນດາຫົວໜ່ວຍຄືໄຟຟ້າ, ນ້ຳມັນ ເພື່ອສ້າງຄວາມກະຈ່າງແຈ້ງໃນວິວັດແຫ່ງການປະຕິບັດ, ແລະຮັບປະກັນວຽກງານບໍລິຫານລາຄາຂອງລັດຖະບານ”
ຊຸກຍູ້ການເຕີບໂຕທາງດ້ານເສດຖະກິດຕິດພັນກັບການຮັບປະກັນຊີວິດສັງຄົມ, ຄວາມຍຸຕິທຳສັງຄົມເພື່ອພັດທະນາຢ່າງໝັ້ນຄົງ, ຍາມໃດກໍ່ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ. ການແກ້ໄຂບັນຫາຮັບປະກັນຊີວິດສັງຄົມໃຫ້ດີ ຈະເປັນການປັບປຸງຄວາມເຊື່ອໝັ້ນຂອງປະຊາຊົນທີ່ມີຕໍ່ການນຳພາຂອງພັກ, ລັດ ໃນສະຖານະການປະຈຸບັນ.
ຮ່ວຽນ