ການເຈລະຈາທີ່ກອງປະຊຸມເຊີແນວ,ໄຊຊະນະດ້ານການທູດມີຄຸນຄ່າຫລາຍຢ່າງ


(vovworld)-ກ່ອນນີ້ 61 ປີ, ວັນ​ທີ 20/7/1954 ຢູ່ ເຊີ​ແນວ ປະ​ເທດ​ສະ​ວິດ, ສັນ​ຍາ ເຊີ​ແນວ ກ່ຽວ​ກັບ​ສັນ​ຕິ​ພາບ​ໃຫ້​ແກ່​ຫວຽດ​ນາມ ໄດ້​ຮັບ​ການ​ລົງ​ນາມ. ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ, ຝ​ລັ່ງ ແລະ ບັນ​ດາ​ປະ​ເທດ​ໃຫຍ່ ໄດ້​ຍອມ​ຮັບ​ພື້ນ​ຖານ​ເອ​ກະ​ລາດອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຫວຽດ​ນາມ, ລາວ ແລະ ກຳ​ປູ​ເຈຍ. ນີ້​ແມ່ນ​ໄຊ​ຊະ​ນະ​ຂອງ​ການ​ຕໍ່​ສູ້​ດ້ານ​ການ​ທູດ​ທີ່​ໝັ້​ນ​ແກ່ນ, ເຕັມ​ໄປ​ດ້ວຍ​ຄຸນ​ນະ​ທາດ ແລະ ຄວາມ​ເຊື່ອ​ໝັ້ນ​ເອງ​ຂອງ​ຄະ​ນະ​ຜູ້​ແທນ​ສາ​ທາ​ລະ​ນະ​ລັດ​ ປະ​ຊາ​​ທິ​ປະ​ໄຕຫວຽດ​ນາມເພື່ອ​ປົກ​ປັກ​ຮັກ​ສາ​ຫລັກ​ໝັ້ນ​ເປັນ​ທຳ ແລະ ຜົນ​ປະ​ໂຫຍດ​ຂອງ​ຊາດ. ນັກ​ຂ່າວ ລ້າຍ​ຮ​ວາ ແລະ ມີງ​ເຈີມ ມີ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້​ວ່າ: ການ​ເຈ​ລະ​ຈາ​ທີ່ກອງ​ປະ​ຊຸມ​ເຊີ​ແນວ,ໄຊ​ຊະ​ນະ​ດ້ານ​ການ​ທູດ​ມີ​ຄຸນ​ຄ່າ​ຫລາຍ​ຢ່າງ

ການເຈລະຈາທີ່ກອງປະຊຸມເຊີແນວ,ໄຊຊະນະດ້ານການທູດມີຄຸນຄ່າຫລາຍຢ່າງ - ảnh 1
ກອງ​ປະ​ຊ​ຸມ​ເຊີ​ແນວໄຂ​ຂຶ້ນ​ໃນ​ວັນ​ທີ 26/4/1954
ຟີມ​ເອ​ກະ​ສານ

        ພ​າຍ​ຫລັງ ໄຊ​ຊະ​ນະ​ນ​ດ້ຽນ​ບຽນ​ຝູ, ວັນ​ທີ 8/5/1954, ກອງ​ປະ​ຊ​ຸມ​ເຊີ​ແນວ ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ ຕາມ​ຂໍ້​ຕົກ​ລົງ​ຂອງກອງ​ປະ​ຊຸມ 4 ປະ​ເທດ​ມະ​ຫາ​ອຳ​ນາດ​ຄື: ໂຊວຽດ, ອາ​ເມ​ລິ​ກາ, ອັງ​ກິດ, ຝ​ລັ່ງ ເພື່ອ​ແກ້​ໄຂ​ບັນ​ຫາ ເກົາ​ຫລີ ແລະ ສົງ​ຄາມ​ຢູ່ ອິນ​ດູ​ຈີນ. ທ່ານ ເຈີນ​ວຽດ​ເຟືອງ, ເລ​ຂາ​ນຸ​ການ ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຟ້າມ​ວັນ​ດົງ, ຫົວ​ຫນ້າ​ຄະ​ນະ​ຜູ້​ແທນ​ລັດ​ຖະ​ບານ​ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ ຫວຽດ​ນາມ ທີ່ກອງ​ປະ​ຊຸມ​ເຊີ​ແນວ ຖື​ວ່າ: ຈຸດ​ເລີ່ມ​ຕົ້ນ​ຂອງ ກອງ​ປະ​ຊ​ຸມ​ເຊີ​ແນວ ກ່ຽວ​ກັບ​ອິນ​ດູ​ຈີນ ແມ່ນ​ກອງ​ປະ​ຊຸມ​ຂອງ​ບັນ​ດາ​ປະ​ເທດ​ໃຫຍ່ ດ້ວຍ​ຜົນ​ປະ​ໂຫຍດ​ແຕກ​ຕ່າງ​ກັນ.

       ກຳ​ລັງ​ດັນ​ຫລາຍ​ຢ່າງໃນ​ການ​ເຈ​ລ​ະ​ຈາ

        ຍ້ອນບໍ່​ເປັນ​ເຈົ້າ​ການ ສະ​ນັ້ນ ລັດ​ຖະ​ບານ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ ຫວຽດ​ນາມ ຕ້ອງ​ເຂົ້າ​ຮ່ວມກອງ​ປະ​ຊ​ຸມ​ສາ​ກົນ ​ລວມ​ມີ: 8 ປະ​ເທດ, 9 ຝ່າຍ ຊື່ງ​ແຕ່​ລະ​ຝ່າຍ​ລ້ວນ​ແຕ່​ມີ​ການ​ຄິດ​ໄລ່​ຊັ່ງ​ຊາ​ເພື່ອ​ບັນ​ລຸ​ຜົນ​ປະ​ໂຫຍດ​ສະ​ເພາະ​ຂອງ​ຕົນ. ຫວຽດ​ນາມ ໄດ້​​ປະ​ສົບ​ກັບກຳ​ລັງ​ດັນ​ ແລະ ຄວາມ​ຫຍຸ້ງ​ຍາກຫລາຍ​ຢ່າງໃນ​ການ​ເຈ​ລະ​ຈາ​ມາ​ເປັນ​ເວ​ລາ 75 ວັນ. ທ່ານ ເຈີນ​ວຽດ​ເຟືອງ ໃຫ້​ຮູ້​ວ່າ:

        “ຫົວ​ຫນ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ແມ່ນ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ວັນ​ດົງ ຕ້ອງ​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​​ເພ​ື່ອ​ບັນ​ລຸ​ໄດ້​ໄຊ​ຊະ​ນະ​. ໃນ​ວາ​ລະ​ປະ​ຊຸມ​ຄັ້ງ​ສຸດ​ທ້າຍ, ​ຫົວ​ຫນ້າ​ຄະ​ນະ​​ຜູ້​ແທນ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມທັງ​ໝົດ ລ້ວນ​ແຕ່​ກ່າວ​ຄຳ​ເຫັນ ແລະ ມ​ີ​ຄວາມ​ພຶ່ງ​ພໍ​ໃຈຕໍ່​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້. ສ່ວນ​ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ວັນ​ດົງ ບໍ່​ພໍ​ໃຈ ເມື່ອຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໄດ້​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂ​ອງ​ຕົນ ແຕ່​ພຽງ​ບັນ​ລຸ​ໄດ້​ເຄິ່ງ​ຫ​ນຶ່ງ​ຂອງ​ຄາດ​ໝາຍ​ທີ່​ວາງ​ອອກ ແລະ ການ​ຕໍ່​ສູ້​ຂອງ​ພວກ​ເຮົາ​ຍັງ​ຍາ​ວ​ນານ ແລະ​ລຳ​ບ​າກ​ກາ​ກ​ກຳ.”

        ນັກ​ການ​ທູດ ຮ່າ​ວັນ​ເລົາ, ໃນ​ຄາວນັ້ນ ໄດ້​ຮັບ​ຫນ້າ​ທີ່​ພ້ອມ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ຊ່​ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ ຫວຽດ​ນາມ​ ຕ​້າກວາງ​ບື໋ວ ກະ​ກຽມ​ຄົ້ນ​ຄ້​ວາ​ບັນ​ດາ​ວິ​ທີ​ການ​ຕໍ່​ສູ້​ກ່ຽວ​ກັບ​ການ​ທະ​ຫານ​ເພື່​ອການ​ຢຸດ​ຕິ​ສົງ​ຄາມ​ຢູ່​ຫວຽດ​ນາມ. ເມື່ອ​ເວົ້າ​ເຖິງ​ຊຸມມື້​ຮ່ວມ​ກັບ​ຄະ​ນະ​ເຈ​ລະ​ຈາ​ທີ່ ກອງ​ປະ​ຊ​ຸມ​ເຊີ​ແນວ, ທ່ານ ຮ່​າ​ວັນ​ເລົາ​ໃຫ້​ຮູ້​ວ່າ: ບັນ​ຍາ​ກາດ​ທີ່​ໂຕະ​ເຈ​ລະ​ຈາ​ຢູ່ ເຊີ​ແນວ ແມ່ນ​ເຄັ່ງ​ຕຶງ​ທີ່​ສຸດ, ຄະ​ນ​ະ​ຜູ້​ແທນ​ຫວຽດ​ນາມ ຕ້ອງ​ຍາດ​ແຍ່ງ​ທຸກວິ​ທີ​ການ​ເພື່ອ​ຕໍ່​ສູ້​ກັບ​ສັດ​ຕູ. ດ້ວຍ​ໄຊ​ຊະ​ນະ​ຢູ່ ສະ​ຫນາມ​ຮົບ ດ້ຽນ​ບຽນ​ຝູ ແລະ ຄວາມສະ​ຫລາດ​ຄ່ອງ​ແຄ້ວ, ຮັກ​ສາ​ຫລັກ​ການ “ເອ​ກະ​ລາດ, ເອ​ກະ​ພາບ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ”​ຂອງ​ຫວຽດ​ນາມ ທີ່​ໂຕະ​ເຈ​ລະ​ຈາຂອງ ກອງ​ປະ​ຊ​ຸມ​ເຊີ​ແນວ, ຫວຽດ​ນາມ ໄດ້​ເຮັດ​ໃຫ້​ຝ່າຍ​ກົງ​ກັນ​ຂ້າມ​ຕ້ອງຍອມ​​ລົງ​ນາມ​ໃນ​ສັນ​ຍາ. ທ່ານ ຮ່າ​ວັນ​ເລົາ, ອະ​ດີດ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “​ວິ​ນາ​ທີສຳ​ຄັນ ແລະ ເປັນ​ຫນ້າ​ຈົດ​ຈຳ​ທີ່​ສຸດ​ໃນ​ວ​ິ​ວັດ​ທະ​ນາ​ການ​ເຈ​ລະ​ຈາ ແມ່ນ​​ເວ​ລາສຸດ​ທ້າຍຂອງວັນ​ທີ 19/7 ເມື່ອ​ປຶ​ກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ຂອງກອ​ງ​ປະ​ຊຸມ, ເປັນ​ຕົ້ນ​ແມ່ນ​ບັນ​ຫາ​ເສັ້ນ​ຂະ​ຫນານ. ຈຸດ​ໝາຍ​ຂອງ​ພວກ​ເຮົາ ເມື່ອ​ເຂົ້າ​ຮ​່ວມ​ສັນ​ຍາ ເຊີ​ແນວ ແມ່​ນເພື່ອຢຸດ​ຕິ​ສົງ​ຄາມ, ສ້າງ​ສັນ​ຕິ​ພາບ​ຄືນ​ໃຫມ່, ຮຽກ​ຮ້ອງ​ບັນ​ດາ​ປະ​ເທດ​ເຄົາ​ລົບ​ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຫວຽດ​ນາມ​. ເມື່ອ​ສັນ​ຍາ​ໄດ້​ຮັບ​​ການ​ລົງ​ນາມ ພວກ​ເຮົາ​ຍາດໄດ້​ສິດ​ຂອງ​ຊາດ​ເຮົາ.”     

        ໄຊ​ຊະ​ນະ​ດ້ານ​ການ​ທູດ​ມີ​ຄວາມ​ໝ​າຍ​ຫລາຍ​ຢ່າງ

        ພາຍ​ຫລັງເຈ​ລະ​ຈາ​ມາ​ເປັນ​ເວ​ລາ 75 ວັນ ດ້ວຍ​ວາ​ລະ​ປະ​ຊຸມ 31 ຄັ້ງ ພ້ອມ​ກັບ​ການ​ພົບ​ປະ​ສອງ​ຝ່າຍ ແລະ ຫລາຍ​ຝ່າຍ​ຢູ່ນອກກອງ​ປະ​ຊຸມ​ຫລາຍ​ຄັ້ງ, ເວ​ລາ 24 ໂມງ ຂອງວັນ​ທີ 20/7/1954, ສັນ​ຊາ ເຊີ​ແນວ ກ່ຽວ​ກັບ​ສັນ​ຕິ​ພາບ​ໃຫ້​ແກ່​ຫວຽດ​ນາມ​ໄດ້​ຮັບ​ກາ​ນ​ລົງ​ນາມ. ຝ​ລັ່ງ ແລະ ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມກອງ​ປະ​ຊຸມ ໄດ້​ຮັບ​ຮູ​້​ບັນ​ດາ​ສິດ​ຂອງ​ຊາດ​ຫວຽດ​ນາມ ໂດຍ​ພື້ນ​ຖານ ແມ່ນ ເອ​ກະ​ລາດ, ເອ​ກະ​ພາບ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຫວຽດ​ນາມ ຖືກ​ແບ່ງ​ແຍກ​ເປັນ 2 ພາກ​ຊົ່ວ​ຄາວ. ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫູ​ຄວານ, ຜູ້​ມີ​ເວ​ລາກວ່າ 40 ປີ​ລຽນ​ຕິດ​ເຮັດ​ວຽກ​ງານ​ການ​ທູດ ໄດ້​ຖື​ວ່າ: ການ​ຕໍ່​ສູ້​ດ້ານ​ການ​ທູດ​ທີ່ ກອງ​ປະ​ຊ​ຸມ​ເຊີ​ແນວ ແມ່ນ​ການ​ຕໍ່​ສູ້​ເດັດ​ດ່ຽວ, ຢືດ​ໝັ້ນ​ຫລັກ​ໝັ້ນ ແຕ່​ພ້ອມ​ທັງ​ມີ​ຄວາ​ມ​ສະ​ຫລາດ​ຄ່ອງ​ແຄ້ວ, ໄຫວ​ພິບ​​ອີງຕາມ​ການ​ສົມ​ທຽບ​ກຳ​ລັງ. ໃນ​ເງື່ອນ​ໄຂ​ສະ​ພາບ​ການ​ສາ​ກົນ ແລະ  ສົມ​ທຽບ​ກຳ​ລັງໃນ​ຄາວນັ້ນ,  ລັດ​ຖະ​ບານ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ຫວຽດ​ນາມ ໄດ້​ຕົກ​ລົງ​ເລືອກ​ເຟັ້ນ​​ຢຸດ​ຕິ​ການ​ສູ້​ຮົບ, ຍອມ​ຮັບ​ມາດ​ຕະ​ການ​ທາງ​ການ​ທູດ ແລະ ປະ​ເທດ​ຊາດ​ຖືກ​ແບ່ງ​ແຍກ​ດ້ວຍ​ເສັ້ນ​ຂະ​ຫນານ 17 ເພື່ອ​ມີ​ສັນ​ຕິ​ພາບ ສ້າງ​ເງື່ອນ​ໄຂ​ໃຫ້​ການ​ບຸກ​ໂຈມ​ຕີ​ຄັ້ງ​ໃຫຍ່​ປົດ​ປ່ອຍ​ປະ​ເທດ​ຊາດ​ຢ່າງ​ສົມ​ບູນ​ຫລັງ​ຈາກນັ້ນ 21 ປີ. ທ່ານ​ອະ​ດີດ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ຄວານ ຖື​ວ່າ:

        “ພວກ​ເຮົາ​ຕໍ່​ສູ້​ຢູ່​ໃນ​ລະ​ດັບ​ສູງ​ສຸດ, ໃນ​ເບື້ອງ​ຕົ້ນ​ພວກ​ເຮົາ​ບໍ່​ຍອມ​ຮັບ​ເສັ້ນ​ຂະ​ຫນານ 17 ຫາກ​ກ່ອນນັ້ນ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນຕີ ຟ້າມ​ວັນ​ດົງ ໄດ້​ຍົກ​ອອກວິ​ທີ​ການ​ແມ່ນ ເສັ້ນ​ຂະ​ຫນານ 13,14 ແລະ 16. ພວກ​ເຮົາ​ໄດ້​ຕໍ່​ສູ້​ໃນ​ແຕ່​ລະ​ບາດ​ກ້າວ​ເພື່ອ​ປະ​ຕິ​ບັດ​ເຂດ​ເຕົ້າ​ໂຮມ​ແນ​ໃສ່​ນຳ​ມ​າ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ການ​ປະ​ຕິ​ວັດ. ແຕ່​ຍ້ອນ​ການ​ສົມ​ທຽບ​ກຳ​ລັງ ແລະ ສະ​ພາ​ບ​ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃຫຍ່ ສຸດ​ທ້າຍ ແມ່ນ​ຕົກ​ລົງ​ ເອົາເສັ້​ນ​ຂະ​ຫນານ 17 ເປັນ​ຊົ່ວ​ຄາວ.”

        ຕໍ່​ຈາກ​ໄຊ​ຊະ​ນະ​ດ້ຽນ​ບຽນ​ຝູ, ສັນ​ຍາ ເຊີ​ແນວ ກ່ຽວ​ກັບ​ສັນ​ຕິ​ພາບ​ໃຫ້​ແກ່​ຫວຽດ​ນາມ ແມ່ນ​ໄຊ​ຊະ​ນະ​ການ​ທູດ​ທີ່ສຳ​ຄັນ​ຂອງກອງ​ທັບ ແລະ ປະ​ຊາ​ຊົນ ຫວຽດ​ນາມ, ສ້າງ​ປະ​ຖົມ​ປັດ​ໄຈ ແລະ ພື້ນ​ຖານ​ດ້ານ​ກົດ​ໝາຍ​ເພ່​ືອ​ໃຫ້​ຫວຽດ​ນາມ ສືບ​ຕໍ່​ຕໍ່​ສູ້​ນຳ​ການ​ຕໍ່​ສູ້​ອັນ​ຍືດ​ເຍື້ອ​ຍາວ​ນານ​ເພື່ອ​ປົດ​ປ່ອຍ​ຊາດ ​​ໄດ້​ຮັບໄຊ​ຊະ​ນະ​ຢ່າງ​ສົມ​ບູນ. ໄຊ​ຊະ​ນະ​ຂອງ 75 ວັນ​ເຈ​ລະ​ຈາ​ທີ່ກອງ​ປະ​ຊຸມ​ເຊີ​ແນວ​ຂອງ​ລັດ​ຖະ​ບານ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ ຫວຽດ​ນາມ  ແມ່ນ​ໄຊ​ຊະ​ນະ​ຂອງ​ການ​ຕໍ່​ສູ້​ດ້ານ​ການ​ທູດ​ທີ່​ໝັ້ນ​ແກ່ນ, ເຕັມ​ໄປ​ດ້ວຍ​ຄຸນ​ນະ​ທາດ ແລະ ຄວາມ​ເຊື່ອ​​ໝັ້ນ​ເອງ.  ໄຊ​ຊະ​ນະ​ນີ້​ມາ​ຮອດ​ປະ​ຈຸ​ບັນ ຍັງ​ຄົງ​ຮັກ​ສາ​ຄຸນ​ຄ່າ​ດັ້ງ​ເດີມ ເພາະ​ມັນ​ສະ​ແ​ດງ​ໃຫ້​ເຫັນ​ມູນ​ເຊື້ອ​ສັນ​ຕິ​ພາບ, ມິດ​ຕະ​ພາບຂອງ​ຊາດ​ຫວຽດ​ນາມ ແລະ ແນວ​ຄິດ​ການ​ພົ​ວ​ພັນ​ຕ່າງ​ປະ​ເທດ​ຂອງ​ປະ​ທານ​ໂຮ່​ຈິ​ມີ​ນ: ສັນ​ຕິ​ພາບ ຕ້ອງ​ຕິດ​ພັນ​ກັບ​ເອ​ກະ​ລາ, ເສ​ລິ​ພາບ, ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ