ເພີ່ມທະວີການພົວພັນກັບຕ່າງປະເທດ ຮັບໃຊ້ໃຫ້ແກ່ເສດຖະກິດແມ່ນ 1 ໃນ 5 ໜ້າທີ່ຈຸດສຸມຂອງຂະແໜງການຕ່າງປະເທດຫວຽດນາມໃນປີ 2012 ກໍຄືໃນໄລຍະໃໝ່. ຄາດວ່າ, ໃນໄຕມາດທີ 1 ປີ 2012, ຂະແໜງການຕ່າງປະເທດຈະສຳເລັດວຽກງານສ້າງຍຸດທະສາດສັງລວມ ກ່ຽວກັບການເຊື່ອມໂຍງເຂົ້າກັບເສດຖະກິດໂລກ, ໃນນັ້ນມີຍຸດທະສາດຮ່ວມມືກັບແຕ່ລະປະເທດ, ແຕ່ລະອົງການຈັດຕັ້ງ, ພາກພື້ນກ່ຽວກັບການນຳເຂົ້າສົ່ງອອກ, ການລົງທຶນ… ເພື່ອຍາດແຍ່ງບັນດາກຳລັງທີ່ໃຫ່ຍຫຼວງກ່ວາ ໃຫ້ການພັດທະນາຂອງປະເທດຊາດ.
ກອງປະຊຸມເສດຖະກິດການຕ່າງປະເທດຄັ້ງທີ 3
ພາບ: Http//:ktdn.com.vn
ມາຮອດປະຈຸບັນ, ຫວຽດນາມໄດ້ສ້າງການພົວພັນດ້ານເສດຖະກິດກັບກ່ວາ 200 ປະເທດ ແລະເຂດແຄ້ວນໃນໂລກ. ວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມກັບບັນດາປະເທດ ແລະເຂດແຄ້ວນໃນປີ 2011 ຄາດວ່າບັນລຸກ່ວາ 200 ຕື້ໂດລາສະຫະລັດ. ປະຈຸບັນ, ບັນດານັກລົງທຶນຕ່າງປະເທດມີກ່ວາ 1500 ໂຄງການ FDI ທີ່ລົງທຶນຢູ່ຫວຽດນາມ ດ້ວຍຍອດຈຳນວນທຶນຈົດທະບຽນເກືອບ 200 ຕື້ໂດລາສະຫະລັດ. ໃນປີຜ່ານມາ, ເຖິງວ່າສະພາບເສດຖະກິດປະສົບກັບຄວາມຫຍູ້ງຍາກກໍຕາມ ແຕ່ບັນດານັກອຸປະຖຳຍັງສະຫງວນບ້ວງເງິນ ODA ຂຶ້ນເຖິງ 7,88 ຕື້ໂດລາສະຫະລັດໃຫ້ແກ່ຫວຽດນາມ….ແຕ່ເຖິງຢ່າງໃດກໍຕາມ, ຕ້ອງສືບຕໍ່ເຮັດໃຫ້ ເສດຖະກິດການຕ່າງປະເທດເລິກເຊິ່ງຂຶ້ນຕື່ມ ໃນສະພາບການທີ່ປະເທດຊາດກໍຄືໂລກພວມຢູ່ໃນໄລຍະພັດທະນາໃໝ່. ທີ່ກອງປະຊຸມຂອງຂະແໜງການຕ່າງປະເທດຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນເຕີນຢູ໋ງ ໄດ້ຮຽກຮ້ອງໃຫ້ຂະແໜງການຕ່າງປະເທດ ຈົ່ງສຳເລັດການສ້າງຍຸດທະສາດສັງລວມ ກ່ຽວກັບການເຊື່ອມໂຍງເຂົ້າກັບເສດຖະກິດໂລກໃນໄຕມາດທີ 1 ປີ 2012 ເພື່ອສະເໜີຕໍ່ລັດຖະບານ:
“ປະຈຸບັນ ຖ້າພວກເຮົາາບໍ່ມີຍຸດທະສາດ, ບໍມີຈຸດໝາຍຢ່າງຈະແຈ້ງ ຈະຖືກຕົກເຂົ້າສູ່ທ່າຮັບ. ໃນຍຸດທະສາດສັງລວມກ່ຽວກັບການເຊື່ອມໂຍງເຂົ້າກັບເສດຖະກິດສາກົນນັ້ນ, ຕ້ອງມີຍຸດທະສາດຮ່ວມມືກັບແຕ່ລະປະເທດ, ແຕ່ລະພາກພື້ນ, ກັບອາເມລິກາ, ລັດເຊຍ, ຈີນ, ອາຊຽນຄືແນວໃດ…ລັດຖະມົນຕີການຕ່າງປະເທດມອບໜ້າທີ່ໃຫ້ບັນດາອົງການຜູ້ຕາງໜ້າຢູ່ແຕ່ລະປະເທດ ຕ້ອງສະເໜີຍຸດທະສາດຮ່ວມມືດ້ານເສດຖະກິດກັບປະເທດນັ້ນໃນໄລຍະແຕ່ 5-10 ປີທີ່ຈະມາເຖິງ, ບົນພື້ນຖານນັ້ນເພື່ອຜັນຂະຫຍາຍການປະຕິບັດ”
ທ່ານລັດຖະມົນຕີການຕ່າງປະເທດຟ້າມບິງມິງຢືນຢັນວ່າ ກະຊວງການຕ່າງປະເທດ ພວມຕັ້ງໜ້າພ້ອມກັບບັນດາກະຊວງ, ຂະແໜງການ ສ້າງຍຸດທະສາດສັງລວມນີ້, ພິເສດແມ່ນໃນການເປັນເສນາທິການ, ຕີລາຄາທ່າອ່ຽງ ສະພາບການ, ສົມທຽບກຳລັງເພື່ອສາມາດສະເໜີການເລືອກຟັ້ນຄູ່ຮ່ວມມືເສດຖະກິດ ການຄ້າຢ່າງຖືກຕ້ອງ, ບັນດາບາດກ້າວເດີນທີ່ເໝາະສົມ, ກຳນົດວິວັດການ, ຈຸດເວລາຢ່າງຖືກຕ້ອງ. ຕາມທ່ານລັດຖະມົນຕີການຕ່າງປະເທດຟ້າມບິງມິງແລ້ວ, ການກຳນົດທິດເຊື່ອມໂຍງເຂົ້າກັບເສດຖະກິດໂລກຂອງຫວຽດນາມ ຈະຫັນຈາກ ລວງກ້ວາງ, ເຂົ້າເປັນປະສະມາຊິກ, ການລົງນາມ ໄປສູ່ ລວງເລິກ, ເຂົ້າຮ່ວມ, ປະຕິບັດ:
“ເຂົ້າສູ່ລວງເລິກໝາຍຄວາມວ່າ ເຖິງເວລາແລ້ວ ທີ່ຕ້ອງຍົກສູງບັນດາສາຍພົວພັນ ແລະສ້າງບັນດາຂອບເຂດການຮ່ວມມືດ້ານເສດຖະກິດ ການຄ້າຕາມທິດຍາວນານ, ນຳການພົວພັນກັບບັນດາຄູ່ຮ່ວມມືເຂົ້າສູ່ລວງເລິກ, ແທດຈິງ. ເຂົ້າຮ່ວມໝາຍຄວາມວ່າ ຕ້ອງປະຕິບັດແຜນນະໂຍບາຍເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະມີຄວາມຮັບຜິດຊອບຂອງປະຊາຄົມໂລກຢູ່ບັນດາອົງການຈັດຕັ້ງ, ກົນໄກທີ່ພວກເຮົາເປັນສະມາຊິກ. ຄວນຍົກສູງສຽງເວົ້າ ແລະບົດບາດຂອງຫວຽດນາມ ໂດຍຜ່ານການເປັນເຈົ້າການສະເໜີບັນດາຂໍ້ລິເລີ່ມ, ນຳໜ້າບາງເນື້ອໃນຮ່ວມມື, ຕັ້ງໜ້າເຂົ້າຮ່ວມການແກ້ໄຂບັນດາບັນຫາລວມຂອງປະຊາຄົມໂລກ. ຄຽງຂ້າງນັ້ນ, ໃນໄລຍະແຕ່ 5-10 ປີທີ່ຈະມາເຖິງ ກໍແມ່ນໄລຍະທີ່ພວກເຮົາຕ້ອງປະຕິບັດ, ສຳເລັດບັນດາຄຳໝັ້ນສັນຍາຂອງໂລກ. ນັ້ນແມ່ນ ຄຳໝັ້ນສັນຍາເຂົ້າເປັນສະມາຊິກອົງການການຄ້າໂລກ, ສ້າງປະຊາຄົມອາຊຽນ ແລະບັນດາຄຳໝັ້ນສັນຍາໃນຂອບເຂດບັນດາສັນຍາທີ່ພວກເຮົາໄດ້ລົງນາມແລ້ວ”
ສືບຕໍ່ສ້າງບັນດາຂອບເຂດຄູ່ຮ່ວມມືຍຸດທະສາດກັບປະເທດຕ່າງໆ ໃນວິວັດການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ ກໍແມ່ນຈຸດສຸມໃນການເຄື່ອນໄຫວໃນປີ 2012. ນີ້ແມ່ນແຜນນະໂຍບາຍອັນສຳຄັນຂອງພັກ ແລະລັດຫວຽດນາມ, ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ສ້າງສະພາບແວດລ້ອມທີ່ອຳນວຍຄວາມສະດວກກ່ວາ, ສອງຝ່າຍຕ້ອງໄດ້ ສະຫງວນໃຫ້ແກ່ກັນບັນດານະໂຍບາຍເສດຖະກິດໃຫ້ບຸລິມະສິດກ່ວາຕໍ່ກັນ ໃນນັ້ນມີດ້ານການຄ້າ, ການລົງທຶນ, ການອຸປະຖຳພັດທະນາ…. ນຳລະດັບການພົວພັນດ້ານເສດຖະກິດຂຶ້ນສູ່ລະດັບສູງໃໝ່.
ໃນຍຸດທະສາດເສດຖະກິດການຕ່າງປະເທດ, ວົງຄະນາຍາດຊາວຫວຽດນາມອາໄສຢູ່ຕ່າງປະເທດດ້ວຍຈຳນວນກ່ວາ 3 ລ້ານຄົນທີ່ພວມດຳລົງຊີວິດ ແລະເຮັດວຽກໃນທົ່ວໂລກ ກໍແມ່ນກຳລັງສຳຄັນທີ່ສຸດ. ເຂົາເຈົ້າທັງແມ່ນນັກລົງທຶນ, ຖ່າຍຖອດເຕັກໂນໂລຊີ, ນຳມາເຊີ່ງພູມປັນຍາໃຫ້ແກ່ປະເທດຊາດ, ທັງແມ່ນຂົວເຊື່ອມຕໍ່ມິດຕະພາບກັບປະຊາຊົນປະເທດຕ່າງໆ. ຕົວຈິງແລ້ວ, ໃນໄລຍະທີ່ຜ່ານມາ, ປະຊາຊົນຫວຽດນາມອາໃສຢູ່ຕ່າງປະເທດ ໄດ້ປະຕິບັດບົດບາດດັ່ງກ່າວໄດ້ດີພໍສົມຄວນ ແລະຕາມທ່ານລັດຖະມົນຕີກະຊວງການຕ່າງປະເທດຟ້າມບິງມິງແລ້ວ, ວຽກງານສຳລັບຊາວຫວຽດນາມອາໄສຢູ່ຕ່າງປະເທດ ຈະສືບຕໍ່ໄດ້ຮັບການໃຫ້ບຸລິມະສິດພິເສດໃນໄລຍະທີ່ຈະມາເຖິງ:
“ໃນໄລຍະທີ່ຈະມາເຖິງ, ວຽກງານສຳລັບຊາວຫວຽດນາມອາໃສຢູ່ຕ່າງປະເທດຈະສືບຕໍ່ໄດ້ຮັບການປັບປຸງ ແລະເພີ່ມທະວີ, ເພື່ອແນໃສ່ປະກອບສ່ວນຍົກສູງອິດທິພົນຊື່ສຽງຂອງວົງຄະນາຍາດຊາວຫວຽດນາມຢູ່ຕ່າງປະເທດ; ຂະແໜງການຕ່າງປະເທດກໍສະເໜີໃຫ້ສ້າງບັນດານະໂຍບາຍສ້າງເງື່ອນໄຂສະດວກໃຫ້ແກ່ຊາວຫວຽດນາມອາໃສຢູ່ຕ່າງປະເທດ ໃນການເຮັດລະບຽບການ ກ່ຽວກັບສັນຊາດຫວຽດນາມ. ລະບຽບການ ແລະນະໂຍບາຍຊື້ເຮືອນຢູ່ພາຍໃນປະເທດ, ການລົງທຶນຢູ່ພາຍໃນປະເທດ, ຍົກເວັ້ນວີຊາ, ການໄປຢ້ຽມຢາມຍາດຕິພີ່ນ້ອງ, ໜູນຊ່ວຍບັນດາການເຄື່ອນໄຫວອະນຸລັກຮັກສາມູນເຊືອ, ວັດທະນະທຳ, ພາສາຫວຽດນາມ… ”
ດ້ວຍພື້ນຖານແມ່ນບັນດາຜົນງານທີ່ໜ້າປະທັບໃຈເຊີ່ງບັນລຸໄດ້ໃນໄລຍະຜ່ານມາ, ພ້ອມກັບຍຸດທະສາດສັງລວມກ່ຽວກັບການເຊື່ອມຕົວເຂົ້າກັບເສດຖະກິດສາກົນ, ດ້ວຍວິໄສທັດອັນຍາວນານ, ມີຈຸດສຸມ, ໃຫ້ບຸລິມະສິດ, ມີວິວັດການ ແລະມາດຕະການອັນລະອຽດນັ້ນ ຂະແໜງການຕ່າງປະເທດຫວຽດນາມ ໄດ້ວາງຈຸດໝາຍສຳເລັດ 1 ໃນບັນດາໜ້າທີ່ອັນດັບ 1 ຂອງຕົນ ນັ້ນແມ່ນ: ການຕ່າງປະເທດຮັບໃຊ້ໃຫ້ແກ່ເສດຖະກິດ, ເພື່ອສະແຫວງຫາແຫຼ່ງກຳລັງພາຍນອກໃຫ້ແກ່ການພັດທະນາປະເທດຊາດ.
ແອງຮ່ວຽນ