ການເລືອກຕັ້ງສະພາຕ່ຳຍີປຸ່ນ : ວິທີທົດລອງໃຫ້ແກ່ນະໂຍບາຍ Abenomics

ວັນ​ທີ​ 14/12 ທີ່​ຈະ​ມາ​ເຖິງ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ຍີ​ປຸ່ນ ຈະ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ 475 ທີ່​ນັ່ງ​ໃນ​ສະ​ພາ​ຕ່ຳ​ຂອງ​ປະ​ເທດນີ້. ໃນ​ສະ​ພາ​ວະ​ທີ່​ບັ​ນ​ດາ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe (ໝາຍ​ເຖິງ​ນະ​ໂຍ​ບາຍ Abenomics ) ຖືກ​ກ່າວ​ຫາ​ວ່າ ບໍ່ສາ​ມາດ​ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ ຊຶ່​ງໄດ້​ເຮັດ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ​ຍີ​ປຸ່ນ​ເຕີິບ​ໂຕ​ຊ້າ​ລົງ​ໃນ​ໄລ​ຍະ​ມໍ່ໆ​ມານີ້, ການ​ເລືອກ​ຕັ້ງ​ທີ່​ໄວ​ກວ່າ 2 ປີ​ເມື່ອ​ທຽບ​ໃສ່​ກຳ​ນົດ​ເວ​ລານີ້ ໄດ້​ຮັບ​ຖື​ວ່າ ແມ່ນ​ການ​ລົງ​ປະ​ຊາ​ມະ​ຕິ​ກ່ຽວ​ກັບ​ບັນ​ດາ​ໂຄງ​ການ​ປະ​ຕິ​ຮູບ​ດ້ານ​ເສດ​ຖະ​ກິດ​ໂດຍ​ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ພວມເດີນ​ຕາມ​ ກໍ​ຄື​ອິດ​ທິ​ພົນຊື່​ສຽງ​ສຳ​ລັບ​ພັກ​ປະ​ຊາ​ທິ​ປະ​ໄຕ​ເສ​ລີ.

ການເລືອກຕັ້ງສະພາຕ່ຳຍີປຸ່ນ : ວິທີທົດລອງໃຫ້ແກ່ນະໂຍບາຍ Abenomics - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຍີ​ປຸ່ນ Shinzo Abe 
(ພາບ:AFP)


    ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້, ມີ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງປະ​ມານ 1150 ທ່ານ​ຈະ​ແຂ່ງ​ຂັນ​ກັນ​ເພື່ອ​ຍາດ​ເອົາ 475 ທີ່​ນັ່ງເຂົ້າ​ສະ​ພາ​ຕ່ຳ. ເຖິງວ່າ​ມີຫຼາຍ​ພັກ​ຝ່າຍ​ສະ​ເໜີບັນ​ດາຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງກໍ​ຕາມ, ແຕ່​ທີ່​ຈິງ​ແລ້ວ, ນີ້​ພຽງ​ແຕ່​ແມ່ນ​ການ​ແຂ່ງ​ຂັນ​ລະ​ຫວ່າງ 2 ຄູ່​ແຂ່ງຫຼັກ​ແຫຼ່ງ, ນັ້ນ​ແມ່ນ​ສຳ​ພັນ​ທະ​ມິດ​ກຳ​ອຳ​ນາດໂດຍ ພັກ​ປະ​ຊາ​ທິ​ປະ​ໄຕ​ເສ​ລີ LDP  ນຳ​ໜ້າ ແລະ ພັກ​ປະ​ຊາ​ທິ​ປະ​ໄຕ​ຍີ​ປຸ່ນ DPJ . ບັ້ນ​ຫາ​ສຽງ​ເລືອກ​ຕັ້ງ​ເລີ່ມ​ດຳ​ເນີນ​ແຕ່​ວັນ​ທີ 2/12 ແລະ ແກ່​ຍາວ​ເປັນ​ເວ​ລາ 12 ວັນ.

    ຕາມ​ໝາກ​ຜົນ​ຂອງ​ການ​ສຳຫຼວດ​ຄັ້ງຫຼ້າ​ສຸດ, ເຖິງວ່າ​ໄດ້​ຕຳ​ໜິ​ຕິ​ຕຽນ​​ບັນ​ດາ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ໂດຍທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ຍົກ​ອອກ​ມາ​ຊຶ່ງ ບໍ່ສາ​ມາດ​ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ ແລະ ເຮັດ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ​ຍີ​ປຸ່ນ​ເຕີິບ​ໂຕ​ຊ້າ​ລົງ ແລະ ຖືກ​ຕົກ​ເຂົ້າ​ສູ່​ສະ​ພາບ​ຊຸດ​ໂຊມນັ້ນ ກໍ​ຕາມ, ແຕ​່ ພັກ​ປະ​ຊາ​ທິ​ປະ​ໄຕ​ເສ​ລີ LDP ຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ຍ​ັງ​ຄົງ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງຫຼາຍ​ກ່​ວາ​ທົບ 4 ເທົ່າ​ເມື່ອ​ທຽບ​ພັກ​ຝ່າຍ​ຄ້ານ DPJ. ສິ່ງນີ້​ກໍ​ມີ​ຄວາມ​ໝາຍ​ເຊັ່ນ​ດຽວ​ກັນ​ກັບ​ເລື່ອງ​ທີ່​ວ່າ ແນ່ນອນ ສຳ​ພັນ​ທະ​ມິດ​ກຳ​ອຳ​ນາດຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສືບ​ຕໍ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ເປັນ​ສ່ວນຫຼາຍ, ຄະ​ນ​ະ​ລັດ​ຖະ​ບານ​ຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ຈະ​ຍັງ​ຄົງ​ດຳ​ລົງ​ຕ່ຳ​ແໜ່ງ​ຄື​ເກົ່າ, ແຕ່​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ​ໃນ​ໄລ​ຍະ​ທີ່​ມາ​ເຖິງ .

    ຈຸດ​ໃຈ​ກາງ​ຂອງ​ການ​ຫາ​ສຽງ​ເລືອກ​ຕັ້ງ​ແມ່ນ “​ນະ​ໂຍ​ບາຍ Abenomics ”

 ການ​ເລືອກ​ຕັ້ງ​ສະ​ພາ​ຕ່ຳ​ຍີ​ປຸ່ນໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຫວັງ​ຂອງ ຜູ້​ມີ​ສິດ​ເລືອກ​ຕັ້ງ​ຍີ​ປຸ່ນທີ່​ມີ​ຕໍ່ ຄະ​ນ​ະ​ລັດ​ຖະ​ບານ​ຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ໃນ​ການ​ຊຸກ​ຍູ້​ບັນ​ດາ ​ນະ​ໂຍ​ບາຍ​ເສດ​ຖະ​ກິດຂອງ​ປະ​ເທດ​ຊາດ​ໃຫ້​ບັນ​ລຸ​ປະ​ສິດ​ທິ​ຜົນ. ໃນ​ຂະ​ນະ​ທີ່​ບັນ​ດາ​ພັກ​ການ​ເມືອງ​ຝ່າຍ​ຄ້ານ ເບິ່ງ​ຄື​ວ່າ ບໍ່​ສາ​ມາດ​ສ້າງ​ຕັ້ງ​ກຳ​ລັງ​ຮ່ວມ​ຕ​້ານ​ຄືນ ສຳ​ພັນ​ທະ​ມິດ​ກຳ​ອຳ​ນາດ​ໂດຍ ພັກ​ປະ​ຊາ​ທິ​ປະ​ໄຕ​ເສ​ລີ LDP ນຳ​ໜ້າ, ​ນະ​ໂຍ​ບາຍ Abenomics ໄດ້​ກາຍ​ເປັນ​ຈຸດ​ໃຈ​ກາງ​ເພື່ອ​ຕຳ​ໜິ​ຕິ​ຊົມ​ໃນ​ບັ້ນຂົນ​ຂວາຍ ຫາ​ສຽງ​ເລືອກ​ຕັ້ງຄັ້ງ​ນີ້.

  ໂດຍ​ຂຶ້ນ​ກຳ​ອຳ​ນາດ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ນັບ​ແຕ່​ເດືອນ 12/2012, ທ່ານ Shinzo Abe ໄດ້​ຜັນ​ຂະ​ຫຍາຍ​ແຜນ​ການ​ປັບ​ປຸງ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ​ດ້ວຍນະ​ໂຍ​ບາຍທີ່​ມີ​ຊື່​ວ່າ  Abenomics. ​ Abenomics ແມ່ນ​ບັນ​ດາ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ຖືກ​ເອີ້ນ​ວ່າ ແມ່ນ​ຍຸດ​ທະ​ສາດ “ 3 ປາຍ​ແຫຼມ ” ດ້ວຍ​ຈຸດ​ໃຈ​ກາງ​ຕົ້ນ​ຕໍ​ເຊັ່ນ : ຊຸກ​ຍູ້​ການ​ໃຊ້​ຈາຍ​ສ່ວນ​ລວມ, ໂຍະ​ຍານ​ດ້າ​ນ​ເງິນ​ຕາ ແລະ ເຕີບ​ໂຕ​ເສດ​ຖະ​ກິດ​ຢ່າງ​ເລິກ​ເຊິ່ງ, ກ້ວ​າງ​ຂວາງ. ແຕ່​ບັນ​ດາ​ຂໍ້​ມຸນດ້ານ​ເສດ​ຖະ​ກິດ​ເມື່ອບໍ່​ດົນ​ມານີ້ ພວມ​ແມ່ນ​ກຳ​ລັງ​ດັນ​ທີ່​ມີ​ຕໍ່ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ແລະ ຄະ​ນ​ະ​ລັດ​ຖະ​ບານ​ຂອງທ່​ານ. ຍອດ GDP ຂອງ​ຍີ​ປຸ່ນ​ໄດ້ຫຼຸດ​ລົງ 7,3% ໃນ​ໄຕ​ມາດ​ທີ 2 ໃນ​ຂະ​ນະ​ທີ່​ບັນ​ດາ​ບ້ວງ​ໜີ້​ສາ​ທາ​ລະ​ນະ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ໃນ​ປະ​ຈຸ​ບັນ. ດັ່ງ​ນັ້ນ ກໍ​ບໍ່​​ຕົກ​ສະ​ເງີ້​ເມື່ອ​ອັດ​ຕາ​ຜູ້​ຝາກ​ຄວາມ​ຫວັງ​ກ່ຽວ​ກັບ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຍີ​ປຸ່ນ ນັບ​ມື້​ນັບ​ຫຼຸດ​ລົງ.

   ຄວນມ​ີ​ເວ​ລາ​ຕື່ມ​ອີກ​ໃຫ້​ແກ່ນະ​ໂຍ​ບາຍ Abenomics

   ດ້ວຍ​ກຳ​ລັງ​ດັນ​ທີ່​ອັດ​ຕາ​ຜູ້​ສະ​ໜັບ​ສະ​ໜູນ​ຄະ​ນະ​ລັດ​ຖະ​ບານຫຼຸດ​ລົງ​ນັ້ນ, ໃນ​ແຜນ​ການ​ຫາ​ສຽງ​ເລືອກ​ຕັ້ງ, ພັກ​ປະ​ຊາ​ທິ​ປະ​ໄຕ​ເສ​ລີຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ເນັ້ນ​ໜັກ​ວ່າ ໝາກ​ຜົນ​ຊຶ່ງ​ແຜນ​ເສດ​ຖະ​ກິດ  Abenomics ທີ່​ໄດ້​ນຳ​ມາ​ໃຫ້​ນັ້ນ ຄື​ປົວ​ແປງວຽກ​ເຮັດ​ງານ​ທຳ, ເພີ່ມ​ລາ​ຄາຫຼັກ​ຊັບ, ພ້ອມ​ທັງ​ເຕື້ອງ​ເຖິງ​ບັນ​ຫາ​ໂຈະ​ການ​ເພີ່ມ​ອາ​ກອນ​ໃຊ້​ສອຍ ຈາກ​ລະ​ດັບ 8% ໃນ​ປະ​ຈຸ​ບັນ​ຂຶ້ນ​ເຖິງ​ລະ​ດັບ 10 % ໃນ​ເດືອນ 4/2017 ຄື​ດັ່ງ​ມາດ​ຕະ​ການ​ເພື່ອຫຼຸດ​ຜ່ອນ​ບັນ​ດາ​ບ້ວ​ງ​ເງິນ​ຂາດ​ຫາຍ​ຂອງ​ລັດ​ຖະ​ບານ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ຍັງ​ໝັ້ນ​ໝາຍຈະ​ເດີນ​ຕາມ​ແຜນ​ການ​ດຸນ​ດຽ​ງ​ງົບ​ປະ​ມານ, ພ້ອມ​ກັນ​ນັ້ນ ກໍ​ຢືນ​ຢັນ​ວ່າ ການ​ດຳ​ເນີນການ​ເລ​ືອກ​ຕັ້ງ​ໂດຍ​ໄວ​ນັ້ນ ແມ່ນ​ເພື່ອ​ແນ​ໃສ່​ຍາດ​ແຍ່ງການ​ສະ​ໜັບ​ສະ​ໜູນ​ຈາກ​ມະ​ຫາ​ຊົນ​ທີ່​ມີ​ຕໍ່​ນະ​ໂຍ​ບາຍເສດ​ຖະ​ກິດ Abenomics . ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ຍັງ​ຖະ​ແຫຼງ​ວ່າ ພ້ອມ​ແລ້ວ​ທີ່​ຈະ​ລາ​ອອກ​ຈາກ​ຕ່ຳ​ແໜ່ງ​ຖ້າ​ຫາກວ່າ ສຳ​ພັນ​ທະ​ມິດ​ກຳ​ອຳ​ນາດຂອງ​ທ່ານບໍ່​ໄດ້​ຮັບ​ການ​ສະ​ໜັ​ບ​ສະ​ໜູນ​ສ່ວນຫຼາຍ.

     ເປັນ​ທີ່​ຈະ​ແຈ້ງແລ້ວ​ວ່າ , ຜ່ານ​ການ​ເລື​ອກ​ຕັ້ງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ຫວັງ​ຢາກ​ມີ​ເວ​ລາ​ຕ​ື່ມ​ອີກເພື່ອ​ຫັນ​ບັນ​ດາ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ທີ່​ແຮງ​ກ້າ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ ແນ​ໃສ່​ນຳ​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ​ພັດ​ທະ​ນາ. ແຕ່ຕາມ​ບັນ​ດາຜູ້​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ​ແລ້ວ, ລັດ​ຖະ​ບານ​ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ຍັງ​ຕ້ອງ​ມາ​ນະ​ພະ​ຍາ​ຍາມ​ຢ່າງຫຼວງຫຼາຍ​ເພື່ອ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ. ນັ້ນ​ແມ່ນ​ເຮັດ​ແນວ​ໃດ​ເພື່ອ​ແກ​້ໄຂດ້ານ​ວຽກ​ເຮັດ​ງານ​ທຳ​ໃຫ້​ແຫ່​ຜູ້​ອອກ​ແຮງ​ງານ, ຮັບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນເປັນປົກ​ກະ​ຕິ, ຫຼຸດ​ຜ່ອນ​ບັນ​ດາ​ຜົນ​ກະ​ທົບ​ຫຍໍ້​ທໍ້​ທີີ່​ມີ​ຕໍ່​ພື້ນ​ຖານ​ເສດ​ຖະ​ກິດ, ນຳ​ປະ​​ເທດ​ຊາດພັດ​ທະ​ນາແບບ​ຍືນ​ຍົງ​ກວ່າ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ