ການເລືອກຕັ້ງສະພາຕ່ຳລັດເຊຍ,ກຳລັງຍູ້ໃຫ້ແກ່ຜູ້ນຳວັງKremlin

(vovworld) - ການ​ເລືອກ​ຕັ້ງ ດູ​ມາ​ແຫ່ງ​ຊາດ (ສະ​ພາ​ຕ່ຳ​ລັດ​ເຊຍ) ຫາກໍ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ສຳ​ເລັດ​ຜົນດ້ວຍ​ໄຊ​ຊະ​ນະແມ່ນ​ຂຶ້ນ​ກັບ​ພັກ​ກຳ​ອຳ​ນາດ​ປະ​ເທດ​ລັດ​ເຊຍ ເອ​ກະ​​ພາບ. ເຖິງວ່າ​ຖືກ​ດຳ​ເນີນ​ໄປ​ພາຍຫຼັງບັນ​ດາ​ເຫດ​ການ ແລະ ຄວາມ​ຫຍຸ້ງ​ຍາກ ທີ່​ລັດ​ເຊຍ ​ຕ້ອງ​ຜ່ານ​ຜ່າ, ​ແຕ່ພັກ​ນີ້​ຍັງ​ຄົງ​ຍາດ​ໄດ້​ຄວາມ​ໄວ້​ວາງ​ໃຈ​ສູງ​​ຈາກຜູ້​ມີ​ສິດ​ເລືອກ​ຕັ້ງ. ໄຊ​ຊ​ະ​ນະ​ຂອງ​ພັກ​ປະ​ເທດ​ລັດ​ເຊຍ ເອ​ກະ​​ພາບ ກໍ່​ຊ່ວຍ​ເປີດ​ຊ່ອງ​ທາງ​ໃຫ້​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Vladimir Putin ໄດ້​ຮັບ​ການ​ໄຊ​ຊະ​ນະ​ຄັ້ງ​ທີ 4 ໃນ​ການ​ເລືອກ​ຕັ້ງ​ປີ 2018.

ການເລືອກຕັ້ງສະພາຕ່ຳລັດເຊຍ,ກຳລັງຍູ້ໃຫ້ແກ່ຜູ້ນຳວັງKremlin - ảnh 1
ະ​ທາ​ນາ​ທິ​ບໍ​ດີ ລັ​ດ​ເຊຍ Vladimir Putin ​ພາຍຫຼັງ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 18/9.
(ພາບ:AFP/TTXVN)

        ດ້ວຍ​ຈຳ​ນວນ​ບັດ​ສະ​ໜັບ​ສະ​ໜູນ​ກ່​ວາ 54%, ຫຼາຍ​ກ່​ວາ​ພັກ​​ຢື່ນ​ອັນ​ດັບ 2 ແມ່ນ​ພັກກອມ​ມູ​ນິດ ສະ​ຫະ​ພັນ​ລັດ​ເຊຍ (KPRF) ​ທີ່ຍາດ​ໄດ້​ບັດ​ສະ​ໜັບ​ສະ​ໜູນພຽງ​ກ່​ວາ 13% ​ ນັ້ນ, ພັກ​ປະ​ເທດ​ລັດ​ເຊຍ ເອ​ກະ​ພາບ​ຂອງ​ທ່ານ ປະ​ທາ​ນາ​ທິ​ບໍ​ດີ V.Putin ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ດູ​ມາ​ແຫ່ງ​ຊາດ, ໝາຍ​ຄວາມ​ວ່າ​ສະ​ພາ​ຕ່ຳ ​ລັດ​ເຊຍ ຊຸດ​ທີ 7, ດັ່ງ​ນັ້ນ, ພັກ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ Putin ຍາດ​ໄດ້ 343 ທີ່​ນັ່ງ​ໃນ​ສະ​ພາ​ແຫ່ງ​ຊາ​ດ​ເຊິ່ງ​ລວມ​ມີ​ສະ​ມາ​ຊິກ 450 ທ່ານ.

​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ຈາກ​ປະ​ຊາ​ຊົນ

        ການ​ເລືອກ​ຕັ້ງ​ຄັ້ງ​ນີ້​ຖືກ​ດຳ​ເນີ​ນ​ໄປ​ໃນ​ສະ​ພາບ​ການ​ພື້ນ​ຖານ​ເສດ​ຖະ​ກິດ ລັດ​ເຊຍ ພວມ​ຊຸດ​ໂຊມ​ຢ່າງ​ໜັກ​ໜ່​ວງ​ຍ້ອນ​ຄຳ​ສັ່ງ​ລົງ​ໂທດ​ຂອງ​ຝ່າຍ​ຕາ​ເວັນ​ຕົກ ກ່ຽວ​ຂ້ອງ​ເຖິງວິ​ກິດ​ການ ຢູ​ແກຼນ, ບັ້ນ​ຮົບ​ການ​ທະ​ຫານ​ຢູ່ ຊີ​ຣີ. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​​ດ້ານເສດ​ຖະ​ກິດ​ທີ່ ລັ​ດ​ເຊຍ ພວມ​ປະ​ເຊີ​ນ​ໜ້າ​ເກື​ອບ​ຄື​ວ່າບໍ່ສົ່ງ​ຜົນ​​ສະ​ທ້ອນ​ເຖິງ​ທ່າ​ທີກະ​ທົບ​ຈາກ​ສະ​ຕິ​ຂອງ​ປະ​ຊາ​ຊົນ​ເມື່ອ​ອັດ​ຕາ​ຜູ້​ສະ​ໜັບ​ສະ​ໜູນ​ທ່ານ Putin ຍັງ​ຢູ່​ໃນ​ລະ​ດັບ​ສູງ​ຢູ່. ບັນ​ດາ​ມາດ​ຕະ​ການ​ຂວ້ຳ​ບາດ​ໄດ້​ສົ່ງ​ຜົນ​ສະ​ທ້ອນບໍ່​ພຽງ​ແຕ່ເຖິງ​ວົງ​ການເຈົ້າ​ຂຸນ​ມຸນ​ນາຍ ເທົ່າ​ນັ້ນ ຫາກ​ຍັງ​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​​ສາ​ມັນ​ຊົນອງ​ລັດ​ເຊຍ ອີກ​ດ້ວຍ, ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕ​າມ, ​ທຸກໆ​ຄົນ​ລ້ວນ​ແຕ່​ຖື​ວ່າ, ນີ້​ແມ່ນ​ການ​ບຸກ​ໂຈມ​ຕີ​ເພື່ອ​ເລັ່ງ​ໃສ່​ເຂົາ​ເຈົ້າ​ເອງ ຫາກບໍ່​ແມ່ນ​​ອຳ​ນາດ​ການ​ປົກ​ຄອງ. ທ່ານປະ​ທາ​ນາ​ທິ​ບໍ​ດີ Putin ຕາງ​ໜ້າ​ໃຫ້ “ສັນ​ຍາ​ລັກ​​ແຫ່ງ​ຄວາມ​ສາ​ມັກ​ຄີ” ທົ່ວ​ປວງ​ຊົນ​ລັດ​ເຊຍ. ຊາວ ລັດ​ເຊຍ ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​​ຕໍ່​ທ່ານ Putin ຄື​ດັ່ງ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຕໍ່​ປະ​ເທດ​ຊາດ. ​ເວົ້າ​ແບບ​ອື່ນ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ຕໍ່ທ່ານ Putin ບໍ່​ຕິດ​ພັນ​ກັບ​ບັນ​ດາ​ການ​ປ່ຽນ​ແປງ​ຂອງ​ຊີ​ວິດ​ປະ​ຈຳ​ວັນ.

        ທ່ານ Putin, ອາ​ຍຸ 63 ປີ, ຜູ້​​ທີ່​ກຳ​ອຳ​ນາດ​ເປັນ​ເວ​ລາ 17 ປີ​ໃນ​ຖາ​ນະຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ຫຼື ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ. ຜູ້​ມີ​ສິ​ດ​ເລືອກ​ຕັ້ງ​ເກືອບ​ທັງ​ໝົດ​ຖື​ວ່າ: ຍາກ​ທີ່​​ຈະມີ​ຜູ້​ໃດ​ມີ​ຄວາມ​ສາ​ມາດ​ຢ່າງ​ພຽງ​ພໍ​ເພື່ອ​ແທນ​ໃຫ້​ທ່ານ Putin ​ໄດ້ແລະ ເຂົາ​ເຈົ້າ​ມີ​ຄວາມ​​ເປັນຫ່ວງວ່າ ປະ​ເທດ ລັດ​ເຊຍ ຈະ​ກັບ​ຄືນ​ສ​ູ່​ໄລ​ຍະ​ສັບ​ສົນ​ຄື​ໃນ​ຊຸມ​ປີ 1990 ພາຍຫຼັງ​ການ​ລົ້ມ​ລະ​ລ​າຍ​ຂອງ ສະ​ຫະ​ພາບ ໂຊວຽດ ຖ້າ​ຫາກ​ໄລ​ຍະ​ກຳ​ອຳ​ນາດ​ຂອງ​ທ່ານ​ສິ້ນ​ສຸດ​ລົງ. ທ່ານ Putin ມີ​ແຜນ​ນະ​ໂຍ​ບາຍ​ເພີ່ມ​ທະ​ວ​ີ​ຄວາມ​ວັດ​ທະ​ນາ​ຖາ​ວອນ​ປະ​ເທດ​ຊາດ. ຄວາມ​ອຶດ​ຫິວ​ທຸກ​ຍາກ​ຖືກ​ຫລຸ​ດ​ລົງ, ຄົນ​ຊັ້ນ​ກາງ​ພັດ​ທະ​ນາ, ຄວາມ​ສາ​ມາດ​ໃຊ້​ຈ່າຍກໍ່​ເພີ່ມ​ຂຶ້ນ. ຊ້ຳ​ບໍ່​ໜຳ, ໃນ​ແນວ​ຄວາມ​ຄິດ​ຂອ​ງ​ປະ​ຊາ​ຊົນ​ລັດ​ເຊຍ, Crimea ແມ່ນ​ຄວາມສະ​ຫງ່າອ​ົງ​ອາດ ແລະ ຄວາມເອກ​ອ້​າງ​ທະ​ນົງ​ໃຈ​ຂອງ​ຊາດ, ເຊິ່ງ​ແມ່ນ​ສະ​ຖານ​ທີ່​ກອງ​ທັບ​ລາດ​ຊະ​ວົງ ລັດ​ເຊຍ ​ໄດ້ຕໍ່​ສູ້​ຕ້ານ​ບັນ​ດາ​ກຳ​ລັງ ອັງ​ກິດ, ຝ​ຣັ່ງ ແລະ ຕວກ​ກີ ໃນ​ສະ​ຕະ​ວັດ​ທີ 19. ດັ່ງ​ນັ້ນ, ປະ​ຊາ​ຊົນ ລັດ​ເຊຍ ບໍ່​ຮຽກ​ຮ້ອງ​ການ​ນຳ​ປ່ຽນ​ແປງ​ທັດ​ສະ​ນະ​ສຳ​ລັບ​ສະ​ພາບ​ການ ຢູ​ແກຼນ ແລະ ສືບ​ຕໍ່​ຕັ້ງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ການ​ນຳ​ຂອງ​ປະ​ເທດ​ຊາດ.

ຍັງ​ມີ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ

        ແຕ່ບໍ່​ສາ​ມາດ​ປະ​ຕິ​ເສດ​ໄດ້ວ່າ: ​ຍ້ອນບັນ​ດາ​ຄວາມ​ຫຍຸ້ງ​ຍາກ​​ດ້ານເສດ​ຖະ​ກິດ​ເອງ​ໄດ້ເຮັດ​ໃຫ້​ໝາກ​ຜົນ​ຂອງກ​ານເລືອກ​ຕັ້ງ​ຄັ້ງ​ນີ້ບໍ່ສູງ​ປານ​ໃດ​ເມື່ອ​ທຽບ​ໃສ່​ຈຳ​ນວນ​ບັດ​ສະ​ໜັບ​ສະ​ໜູນ​ຂາດຂັ້ນ​ໃນ​ການ​ເລືອກ​ຕັ້ງ​ເມື່ອ​ປີ 2007. ​ຄຽງ​ຄູ່​ກັນ​ນັ້ນ, ອັດ​ຕາ​ຜູ້​ສະ​ໜັບ​ສະ​ໜູນ​ພັກ​ກຳ​ອຳ​ນາດຢູ່ ລັ​ດ​ເຊຍ ໃນ​ໄລ​ຍະ​ຜ່ານ​ມາ​ໄດ້​ຫລຸ​ດ​ລົງ​ໜ້ອຍ​ໜ​ຶ່ງ. ​ເຖິງວ່າ, ພັກ​ປະ​ເທດ ລັດ​ເຊຍ ເອ​ກະ​​ພາບ​ເຖິງວ່ານຳ​ໜ້າ​ແຕ່​ບັນ​ລ​ຸ​ຈ​ຳ​ນວນ​ບັດ​ສະ​ໜັບ​ສະ​ໜູນ​ພຽງ 41,1% ເທົ່າ​ນັ້ນ. ອາດ​ເວົ້າ​ໄດ້​ວ່າ,

ປະ​ເທດ​ ລັດ​ເຊຍ​ພວມ​ກ້າວ​ເຂົ້າ​ສູ່​ປີ​ທີ 3 ຂອງ​ການ​ຊຸດ​ໂຊມ​ເສດຖະກິດ​ທີ່​ແກ່​ຍາວ, ອັນ​ໄດ້​ເຮັດ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ຄວາມ​ຈົ່ງ​ຈຽມ​ກວ່າ. ຄວາມ​ຈິງ​ສະ​ແດງ​ໃຫ້​ເຫັນ​ວ່າ, ປີ 2015, ຍອດ​ຜະລິດ​ຕະພັນ​ພາຍ​ໃນ (GDP) ຂອງ ລັດ​ເຊຍ ​ໄດ້​ຫຼຸດ​ລົງ 3,7% ​ແລະ ຄາດ​ຄະ​ເນ​ວ່າ​ມັນ​ຈະ​ສືບ​ຕໍ່​ຫຼຸດ​ລົງ​ອີກ 1,9% ​ໃນ​ປີ​ນີ້. ສາຍ​ເຫດ​ຕົ້ນຕໍ​ແມ່ນ​ຍ້ອນ​ລາຄາ​ນຳ້​ມັນ​ ​ແລະ ອາຍ​ແກັ​ສຖືກ​ຫຼຸດ​ລົງ​ຢ່າງ​ແຮງ. ​ໃນ​ຂະນະ​ນັ້ນ, ບັນດາ​ຄຳ​ສັ່ງ​ລົງ​ໂທດ​ຂອງ​ຝ່າຍ​ຕາ​ເວັນ​ຕົກ​ຍັງ​ຄົງ​ກະທົບ​ຢ່າງ​ແຮງ​ເຖິງ​ພື້ນຖານ​ເສດຖະກິດ ລັດ​ເຊຍ. ຕາມ​ການ​ສະຖິຕິ ​ແລ້ວ, ​ໃນ​ໄລຍະ 2014 – 2017, ລັດ​ເຊຍ ​ໄດ້​ຂາດ​ງົບປະມານ 600 ຕື້ USD ຍ້ອນ​ບັນດາ​ສາຍ​ເຫດ​ດັ່ງກ່າວ. ທະນາຄານ​ໂລກ​ກໍ່​ໃຫ້​ຮູ້​ວ່າ, ລັດ​ເຊຍ​ພວມ​ກ້າວ​ເຂົ້າ​ສູ່​ໄລຍະ “ກົດ​ໜ່ວງ“. ສະ​ກຸນ​ເງິນຣູບຖືກ​ຕົກ​ລາຄາ​ແຮງ, ບັນດາ​ມາດ​ຕະການ​ຂວຳ້ບາດ​ຂອງ​ຝ່າຍ​ຕາ​ເວັນ​ຕົກ​ພວມ​ກີດຂວາງ​​ທະນາຄາ​ນຂອງ​ ລັດ​ເຊຍ ສຳຜັດ​ກັບ​ຕະຫຼາດ​ການ​ເງິນ​ຕ່າງປະ​ເທດ.

        ຄຽງ​ຂ້າງ​ນັ້ນ, ຍັງ​ມີການ​ທ້າ​ທາຍ​ໜຶ່ງ​ອີກ, ນັ້ນ​ແມ່ນ​ສິ່ງ​ທີ່​ຂ້ອງ​ຄາ​ໃນ​ການ​ພົວພັນ​ກັບ ຢູ​ແກຼນ ​ແລະ ອາ​ເມ​ລິ​ກາ ພາຍຫຼັງ​ການ​ເລືອກ​ຕັ້ງ​ຢູ່ ລັດ​ເຊຍ. ຕ້ອງ​ເຕື້ອງ​ເຖິງ​ສິ່ງ​ທີ່​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ​ການ​ເລືອກ​ຕັ້ງ​ທີ່​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ Crimea, ພາຍຫຼັງ​ທີ່​ແຫຼມ​ນີ້​ຖືກ​ໂອນ​ເຂົ້າ ລັດ​ເຊຍ ກ່ອນ​ນີ້ 2 ປີ. ອາ​ເມ​ລິ​ກາ ​ແລະ ຢູ​ແກຼນ ​ ລ້ວນ​ແຕ່​ອອກສຽງ​ຄັດຄ້ານ ​ແລະ ຢືນຢັນ​ບໍ່​ຮັບຮອງ​ລັກສະນະ​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ການ​ເລືອກ​ຕັ້ງ​ຢູ່ Crimea. ​ແນ່ນອນ​ວ່າ, ​ເລື່ອງ ລັດ​ເຊຍ ນຳ​ໃຊ້​ໝາກຜົນ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ດັ່ງກ່າວ, ​ແຫຼມ Crimea ຈະ​ແມ່ນ​ປັດ​ໃຈ​ກະຕຸກ​ຊຸກຍູ້​ບັນດາ​ຄວາມ​ຂັດ​ແຍ່ງ​ກັນ​ທີ່​ເຄີຍ​ມີ​ມາ​ກັບ ອາ​ເມ​ລິ​ກາ ​ແລະ ຢູ​ແກຼນ. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ຄວາມ​ຂັດ​ແຍ່ງ​ກັນ​ລະຫວ່າງ​ສອງ​ປະ​ເທດ​ເພີ່ມ​ຂຶ້ນ ຈະ​ເຮັດ​ໃຫ້​ວິວັດ​ການ​ແກ້​ໄຂ​ບັນຫາ ຢູ​ແກຼນ ກໍ່​ຄື​ບັນດາ​ສຳ​ເນົາ​ທີ່​ເຄັ່ງຮ້ອນ​ທີ່​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທັງ ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ຊັກ​ຊ້າ​ໄວ້​ສ່ວນ​ໃດ​ສ່ວນ​ໜຶ່ງ.

        ບັນດາ​ຄວາມ​ຫຍຸ້ງຍາກ​ໃນ​ການ​ພົວພັນ​ພາຍ​ໃນ ​ແລະ ຕ່າງປະ​ເທດ ລ້ວນ​ແຕ່​ແມ່ນ​ບັນດາ​ການ​ທ້າ​ທາຍ​ໃຫຍ່​ສຳລັບ​ປະ​ເທດ ລັດ​ເຊຍ. ນີ້​ແມ່ນ​ບັນດາ​ຄວາມ​ຫຍຸ້ງຍາກ​ເຊິ່ງພັກ​ກຳ​ອຳນາດ​ປະ​ເທດ ລັດ​ເຊຍ​ ​ເອກະ​ພາບ ​ແລະ ປະທານາທິບໍດີ Putin ຈະ​ຕ້ອງ​ຜ່ານ​ຜ່າ​ໃນ​ໄລຍະ​ຈະ​ມາ​ເຖິງ. ​ເຮັດ​ແນວ​ໃດ​ເພື່ອ​ຊີ້​ນຳ​ນຳພາ​ປະ​ເທດ ລັດ​ເຊຍ​ໃຫ້​ພົ້ນ​ອອກ​ຈາກ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ເສດຖະກິດ ​ເພື່ອ​ກັບ​ຄືນ​ສູ່​ສະພາບ​ມີ​ສະຖຽນ​ລະ​ພາບ, ນັ້ນ​ແມ່ນ​ບັນດາ​ບັດ​ທີ່​ສະໜັບສະໜູນ​ໃຫ້​ແກ່​ພັກ ລັດ​ເຊຍ ​ເອກະ​ພາບ​ໃນ​ປະຈຸ​ບັນ. ຍ້ອນ​ເຫດ​ນັ້ນ, ​ເລື່ອງ​ພັກ​ກຳ​ອຳນາດ ລັດ​ເຊຍ ຍາດ​ໄດ້​ໄຊຊະນະ​ຄັ້ງ​ນີ້ ບໍ່​ທັນ​ແມ່ນ​ໝາກຜົນ​ສຸດ​ທ້າຍ, ຫາກ​ເປັນ​ການ​ເປີດ​ຊ່ອງ​ທາງ​ທ້າ​ທາຍ​ໃໝ່​ໃຫ້​ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ Putin.


ຂ່າວ/ບົດ​ອື່ນ