ກຳນົດທິດໃຫ້ຫາງສຽງດ້ວຍເລື່ອງເປັນເຈົ້າການໃນການສື່ຂ່າວ ຢ່າງທັນການ


(vovworld)- ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຖື​ວ່າ ຄວນ​​ໝູ​ນ​ໃຊ້​ດ້ານ​ຕັ້ງ​ຫນ້າ​ຂອງ​ສື່​ຂ່າວ​​ຜ່ານ ອິນ​ເຕີ​ແນັດ ເພື່ອ​ກຳ​ນົດ​ທິດ​ໃຫ້ຫ​າງ​ສຽງ​ສັງ​ຄົມ. ທີ່ກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ວຽກ​ງານ​ປີ 2015 ຂອງ​ຫ້ອງວ່າ​ການ​ລັດ​ຖະ​ບານ​​ດຳ​ເນີນ​ໄປ ຫວ່າງ​ແລ້ວນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ສະ​ເຫນີ​ໃຫ້ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ ຕ້ອງ​ສະ​ຫນອງ​ຂໍ້​ມູນ​ຂ່າວ​ຢ່າງ​ຊັດ​ເຈນ, ທັນ​ການ​ໃຫ້​ແກ່​ປະ​ຊາ​ຊົນ ແລະ ຖື​ວ່າ ນີ້​ແມ່ນ​ຫນ້າ​ທີ່​ຕ້ອງ​ປະ​ຕິ​ບັດ​ເປັນ​ຢ່າງ​ດີ​ໃນ​ປີ 2015.
ກຳນົດທິດໃຫ້ຫາງສຽງດ້ວຍເລື່ອງເປັນເຈົ້າການໃນການສື່ຂ່າວ  ຢ່າງທັນການ - ảnh 1
່​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ເຕີນ​ຢູງ​ກ່າວ​ຄຳ​ເຫັນ​ທີ່
ກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ວຽກ​ງານ​ປີ 2015
ຂອງ​ຫ້ອງວ່າ​ການ​ລັດ​ຖະ​ບານ​​

ພາບ:vov

        ລັດ​ຖະ​ບານ​ປະ​ຕິ​ບັດ​ບົດ​ບາດ​ຫນ້າ​ທີ່​ຄຸ້ມ​ຄອງ​ບໍ​ລິ​ຫານ​ແຫ່ງລັດ, ​ການຊີ້​ນຳ​ບໍ​ລິ​ຫານ​ໃນ​ທຸກ​ຂົງ​ເຂດ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ຊາດ. ຂໍ້​ຕົກ​ລົງ​ທັງ​ໝົດ​ຂອງ​ລັດ​ຖະ​ບານ, ນາ​ຍົກ​ລັດ​ຖະ​ມົນ​ຕີ ລ້ວນ​ແຕ່​​ໄດ້​ໂຄ​ສະ​ນາ​ເຖິງ​ປະ​ຊາ​ຊົນ​​ປະ​ຈຳ​ວັນ. ວິ​ວັດ​ການ​ສື່ຂ່າວ​ເພື່ອ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ, ນະ​ໂຍ​ບາຍ​ກົດ​ໝາຍ​ຂອງ​ລັດ ດ້ວຍ​ບັນ​ດາ​ການ​ກະ​ທຳ​ຢ່າງ​ແທດ​ຈິງ, ລະ​ອຽດ.

        ປະ​ຊາ​ຊົນ​ມີສິດ​ໄດ້​ຮັບ​ຂໍ້​ມູນ​ຂ່າວ​

        ​ແຕ່​ດົນ​ນານ​ແລ້ວ, ວິ​ວັດ​ການສື່ຂ່າວ​ລະ​ຫວ່າງ ລັດ​ຖະ​ບານ ແລະ ປ​ະ​ຊາ​ຊົນ ລ້ວນ​ແຕ່ໄດ້​ຮັບ​ການ​ປະ​ຕິ​ບັດ​ຜ່ານ​ສື່ມວນ​ຊົນ, ສື່​ສານ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ປະ​ຈຸ​ບັນ ຂົງ​ເຂດ​ສື່​ຂ່າວບໍ່​ພຽງ​ແຕ່​ມີ​ບັນ​ດາ​ຮູບ​ການ​ສື່ມວນ​ຊົນ​ຄື: ສື່​ສິ່ງ​ພິມ, ສື່​ເອ​ເລັກ​ໂຕ​ນິກ, ກະ​ຈາຍ​ສຽງ​, ໂທ​ລະ​ພາບ.. ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ສື່​ອອນ​ໄລ​ສັງ​ຄົມ​ອີກ​ດ້ວຍ. ດ້ວຍຜູ້ນຳ​ໃຊ້​​ກວ່າ 30 ລ້ານ​ຄົນ​, ສື່​ອອນ​ໄລ​ສັງ​ຄົມ ພວມ​ກາຍ​ເປັນ​ຊ່ອງ​ສື່​ຂ່​າວ​​ທີ່​ຈຳ​ເປັນ​ຂອງ​ປະ​ຊາ​ຊົນ. ດ້ວຍ​ການ​ແຜ່​ລາມ​ຢ່າງວ່ອງ​ໄວ,        ເປ​ີດກວ້າງ, ສະ​ນັ້ນ ຂໍ້​ມູນ​ຂ່າ​ວ​ສານ​ດີ, ຊົ່ວ​, ຊັດ​ເຈນ ຫລື​ບໍ່​ຊັດ​ເຈນ ຈະສົ່ງ​ຜົນ​ສະ​ທ້ອນ​ໂດຍ​ກົງ​ເຖິງ​ຜູ້​ຮັບ​ຂໍ້​ມູນ​ຂ່າວ . ຍ້ອນ​ເຫດນັ້ນ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ອົງ​ການ​ຂຶ້ນ​ກັບ​ລັດ​ຖະ​ບານ ຕ້ອງ​ປະ​ຕິ​ບັດ​ທຸກວິ​ທີ​ເພື່ອ​ຮ​ັ​ບ​ປະ​ກັນ​​ໃຫ້​ປະ​ຊາ​ຊົນ​ທຸກ​ຄົນ​​ໄດ້​ຮັບ​ຂໍ້​ມູນ​ຂ່າວ​​ຢ່າງ​ຊັດ​ເຈນ ແລະ ທາງ​ການ​

 ຕ້ອງ​ໃຫ້ຂ່າວ​ຢ່າງຊັດ​ເຈນ, ທັນ​ການ

ວຽກ​ງານ​​ສື່​ຂ່າວ​ໃນ​ໄລ​ຍະ ດີ​ຈີ​ຕອນ ຮ​ຽກ​ຮ້ອງ​ຕ້ອງ​ທັນ​ການ​ເພື່ອຕອບ​ສະ​ຫນອງ​ສິດ​ໄດ້​ຮັບ​ຂໍ້​ມູນ​ຂ່າວ​ຂອງ​ປະ​ຊາ​ຊົນ​. ຖ້າ​ຫາກ​ໝູນ​ໃຊ້ສື່​ອອນ​ໄລ​ສັງ​ຄົມ​ເພື່ອ​ໂຄ​ສະ​ນາຂ່າວ​​ການ​ຊີ້​ນຳ, ບໍ​ລິ​ຫານ​ຂອງ​ລັດ​ຖະ​ບານ​ເຖິງ ປະ​ຊາ​ຊົນ​ຢ່າງ​ໄວ​ທີ່​ສຸດ ແລະ ຖືກ​ຕ້ອງ​ທີ່​ສຸດ, ແນ່ນອນ​ວ່າ ຂໍ້​ມູນ​ຂ່າວ  ນັ້ນ​ຈະໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ປະ​ຊາ​ຊົນ, ກຳ​ນົດ​ທິດ​​ໃຫ້ຫາງ​ສຽງ​ກ່ອນ​ທີ່​ຫາງ​ສຽງ​ຖືກ​ຜົນ​ກະ​ທົບ​ຍ້ອນ​ບັນ​ດາ​ຂໍ້​ມູນ​ຂ່າວ​​ຜິດ​ເຂວ. ສະ​ນັ້ນ ທີ່ກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ວຽກ​ງານ​ປີ 2015 ຂອງ​ຫ້ອງວ່າ​ການ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ​ຢືນ​ຢັນ​ວ່າ: “ ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ຂໍ້​ມູນ​ຂ່າວ​ ​ທາງ​ການ​ຂອງ​ພວກ​ເຮົາ​ຖ​ືກ​ເຜີຍ​ແຜ່​ທາງ​ສື່​ອອນ​ໄລ​ສັງ​ຄົມ. ສິ່ງ​ສຳ​ຄັນ ນັ້ນ​ແມ່ນ​ຕ້ອງ​ໃຫ້​ຂ່າວ​​ຖືກ​ຕ້ອງ, ຊັດ​ເຈນ, ທັນ​ການ​ເພື່ອ​ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ​ກັບ​ຂໍ້ ​ມ​ູ​ນ​ຂ່າວ​​ທາງ​ການ.” ເປັນ​ອັນ​ວ່າ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຕີ​ລາ​ຄາ​ສູງ​ດ້ານ​ຕັ້ງ​ຫນ້າ​ຂອງ​ສື່​ອອນ​ໄລ​ສັງ​ຄົມ​ໃນ​ຂົງ​ເຂດ​ສື່​ຂ່າວ ແລະ ຮຽກ​ຮ້ອງ​ຕ້ອງ​ມີ​ວິ​ທີ​ສຳ​ພັດ​ໃຫມ່​ເພື່ອ​ຂຸດ​ຄົ້ນ​ບັນ​ດາ​ຄຸນ​ຄ່າ​ຕັ້ງ​ຫນ້າ, ຈຳ​ກັດ​ບັນ​ດາ​ການ​ກະ​ທົບ​ທີ່​ຫຍໍ້​ທໍ້​ຂອງ​ມັນ. ໃນ​ກໍ​ລະ​ນີນີ້, ຖ້າ​ຫາກ​​ບັນ​ດາຂໍ້​ມູນ​ຂ່າວ​ທາງ​ການ​ຂອງ​ລັດ​ຖະ​ບານ ໄດ້​ເຜີຍ​ແຜ່​ຢ່າງ​ຊັດ​ເຈນ, ທັນ​ການ, ມີ​ຄວາມ​ຮັບ​ຜິດ​ຊອບ, ດ້ວຍ​​ລະ​ຫັດ​ຈະ​ແຈ້ງ​ໃນ​ສື່​ອອນ​ໄລ​ສັງ​ຄົມ, ແນ່ນອນ​ວ່າ​ປະ​ຊາ​ຊົນ​ຈະ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ. ໃນ​ຍຸກ​ສະ​ໄຫມ​ທີ່​ເຕັກ​ໂນ​ໂລ​ຊີ​ພັດ​ທະ​ນານັ້ນ, ​ການເປີດ​ເຜີຍ, ໂປ່ງ​ໃສຍາມ​ໃດ​ກໍ​ໄດ້​ຮັບ​ການ​ຮັບ​ຮ​ູ້​ຈາກ​ສັງ​ຄົມ​ຢ່າງ​ງ່າຍ​ດາຍ.

        ຫັນ​ລັດ​ຖະ​ບານ​ເອ​ເລັກ​ໂຕ​ນິກ​ເປັນ​ທັນ​ສະ​ໄຫມ

        ເມື່ອ​ເນັ້ນ​ຫນັກ​ເຖິງ​ຜົນ​ກະ​ທົບ​ຂອງ​ຂໍ້​ມູນ​ຂ່າວ​ທາງ​ສື່​ອອນ​ໄລ​ສັງ​ຄົມ ສຳ​ລັ​ບ​ການ​ໂຄ​ສະ​ນາ​ເຜີຍ​ແຜ​່​ແຜນ​ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ​ລັດ​ເຖິງ​ປະ​ຊາ​ຊົນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຮຽກ​ຮ້ອງ​​ຕ້ອງຍູ້​ແຮງ​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ ​ໃນ​ວິ​ວັດ​ການ​ເຄື່ອນ​ໄຫວ​​ຂອງກົງ​ຈັກ​ບໍ​ລິ​ຫານ​​ຄື​ແນວ​ໃດ​ໃຫ້​ວ່ອງ​ໄວ, ມີ​ປະ​ສິ​ດ​ທິ​ຜົນ​ທີ່​ສຸດ. ຕາມ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແລ້ວ, ເພື່ອ​ໃຫ້​ປະ​ຊາ​ຊົນ​ເຂົ້າ​ໃຈ​ບັນ​ດາ​ວຽກ​ງານ​​ທີ່​ລັດ​ຖະ​ບານ​ພວມ​ເຮັດ ຕ້ອງ​ຫັນ​ລັດ​ຖະ​ບານ​ເອ​ເລັກ​ໂຕ​ນິກ​ເປັນ​ທັນ​ສະ​ໄຫມ. ໃນ​ນັ້ນ ຂໍ້​ມູນ​ຂ່າວ​​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ຂອງ​ລັດ​ຖະ​ບານ ຕ້ອງ​ແນະ​ນຳ​ໃຫ້​ປະ​ຊາ​ຊົນທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ. ​ຖ້າປະ​ຕິ​ບັດ​ວຽກ​ງານນີ້​ໄດ້​ດີ, ວິ​ວັດ​ການ​ສື່​ຂ່າວ​ລະ​ຫວ່າງ​ລັດ​ຖະ​ບານ ກັບ​ປະ​ຊາ​ຊົນ​ທັງ​ວ່ອງ​ໄວ, ​ທັງປະ​ຢັດ​ລາຍ​ຈ່າຍ, ​ທັງສະ​ກັດ​ກັ້ນ​ບັນ​ດາ​ຂໍ້​ມູນ​ຂ່າວ​ບໍ່​ຊັດ​ເຈນ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ປະ​ຊາ​ຊົນ. ແລະ ຕາມ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແລ້ວ, ສະ​ມາ​ຊິກ​ລັດ​ຖະ​ບານ​ແຕ່​ລະ​ຄົນ ແລະ ອົງ​ການ​ຊ​່ວຍ​ວຽກ ລ້ວນ​ແຕ່​ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ປະ​ຕິ​ບັດ​ວຽກ​ງານ​​ສື່​ຂ່າວ ສື່​ສານ, ສະ​ຫນອງ​ບັນ​ດາ​ຂໍ້​ຕົກ​ລົງ​ຂອງ​ລັດ​ຖະ​ບານ​ໃນ​ການ​ຄ​ຸ້ມ​ຄອງ​ບໍ​ລິ​ຫານ​ຢ່າງ​ທັນ​ການ​ເພື່ອ​ໃຫ້​ທົ່ວ​ປວງ​ຊົນ​ຮູ້​ຈັກ​ເຖິງ, ເຂົ້າ​ໃຈ​ໄດ້ ແລະ ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ເປັນ​ຈິດ​ຫນຶ່ງ​ໃຈ​ດຽວ​ໃນ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຂອງ​ພັກ, ຂອງ​ລັດ. ​ເປັນ​ເຈົ້າ​ການ​ໃນ​ການ​ສະ​ຫນອງ​ຂໍ້​ມູນ​ຂ່າວ​​ທາງ​ການ​ ເທົ່າ​ໃດ,  ​ຍິ່ງ​​ຮັບ​ປະ​ກັນ​ສິດໄດ້ຮັບ​​ຂໍ້​ມູນ​ຂ່າວ​ສານ​​ຂອງ​ປະ​ຊາ​ຊົນເທົ່າ​ນັ້ນ ແລະ ​ຍິ່ງກຳ​ນົດ​ທິດ​ໃຫ້​ຫາງ​ສຽງ​ສັງ​ຄົມສຳ​ພັດ​ກັບ​ສິ່ງ​ທີ່​ຖືກ​ຕ້ອງ​ທີ່​ສຸດ, ມີ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດ​ຊາດ​ທີ່​ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ