ກຳລັງໜູນໃໝ່ໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ

(VOVWORLD) - ຫວຽດນາມ ແລະ ສິງກະໂປ ໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2013. ຄຽງຂ້າງການພົວພັນດ້ານການເມືອງອັນດີງາມນັ້ນ, ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ ສິງກະໂປ ກໍ່ນັບມື້ນັບພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ.

ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີແຫ່ງ ສ.ສິງກະໂປ ຫຼີຊຽນຫຼົງ, ວັນທີ 25 ເມສາ, ທ່ານນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ ຫງວຽນຊວນຟຸກ ຈະເລີ່ມຕົ້ນການຢ້ຽມຢາມ ສິງກະໂປຢ່າງເປັນທາງການ. ນີ້ແມ່ນການຢ້ຽມຢາມ ສິງກະໂປ ຄັ້ງທຳອິດຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນຖານະຕຳແໜ່ງເປັນຜູ້ນຳໜ້າລັດຖະບານ ຫວຽດນາມ. ການຢ້ຽມຢາມຖືກດຳເນີນໃນສະພາບທີ່ 2 ປະເທດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (01/08/1973 01/08/2018) ແລະ 5 ປີແຫ່ງວັນສ້າງການພົວພັນຄູ່ຮ່ວມມືຍຸດທະສາດ (09/2013 09/2018), ເພື່ອແນໃສ່ເພີ່ມທະວີການພົວພັນ 2 ຝ່າຍໃຫ້ເຂັ້ມແຂງກ່ວາອີກ, ສ້າງບຸກທະລຸໃໝ່ໃນການພົວພັນລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.

ກຳລັງໜູນໃໝ່ໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ຢ້ຽມຢາມ ຫວຽດນາມ  ເມື່ອເດືອນ 3/2017 (ພາບ: /TTXVN)

        ສືບຕໍ່ທ່າການພົວພັນດ້ານການເມືອງຢ່າງໄວ້ເນື້ອເຊື່ອໃຈ, ສະໜິດແໜ້ນ, ປີ 2018, 2 ປະເທດ ພວມຕັ້ງໜ້າສົມທົບກັນດຳເນີນພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງການພົວພັນທາງການທູດ ແລະ 5 ປີແຫ່ງວັນສ້າງຕັ້ງຄູ່ຮ່ວມມືຍຸດທະສາດ. ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນສະພາບການນັ້ນ ແມ່ນພື້ນຖານເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ ຂຶ້ນສູ່ລະດັບສູງໃໝ່.

ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງມີປະສິດທິຜົນແທດຈິງ

        ຫວຽດນາມ ແລະ ສິງກະໂປ ໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2013. ຄຽງຂ້າງການພົວພັນດ້ານການເມືອງອັນດີງາມນັ້ນ, ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ ສິງກະໂປ ກໍ່ນັບມື້ນັບພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ. ສິງກະໂປ ແມ່ນຄູ່ຄ້າລາຍໃຫຍ່ທີ່ສຸດຂອງ ຫວຽດນາມ ໃນ ອາຊຽນ ແລະ ຢືນອັນດັບທີ 6 ໃນໂລກ, ວົງເງິນການຄ້າ 2 ປະເທດໄດ້ເພີ່ມຂຶ້ນໃນແຕ່ລະປີ. ສິງກະໂປ ແມ່ນນັກລົງທຶນທີ 3 ຂອງ ຫວຽດນາມ ດ້ວຍໂຄງການລົງທຶນເກືອບ 2000 ໂຄງການ, ຍອດຈຳນວນທຶນຈົດທະບຽນບັນລຸ 42 ຕື້ USD, ເພີ່ມຂຶ້ນເກືອບທົບ 2 ເທົ່ານັບແຕ່ເມືຶ່ອຍົກລະດັບການພົວພັນຂຶ້ນລະດັບຄູ່ຮ່ວມມືຍຸດທະສາດ. ໃນນັ້ນ ຕ້ອງເວົ້າເຖິງການປະກອບສ່ວນສຳຄັນຂອງເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIP) 8 ແຫ່ງ ດ້ວຍການພັດທະນາເສດຖະກິດເຂດພາກຂອງ ຫວຽດນາມ. ທ່ານ ຫງວຽນຕ໋ຽນມິງ ອະດີດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ຖືວ່າ:

        “ການຮ່ວມມືເສດຖະກິດແມ່ນຈຸດສຸມໃຫຍ່. ປັດຈຸບັນ, ເສດຖະກິດຂອງ ຫວຽດນາມ ແລະ ສິງກະໂປ ພັດທະນາທີ່ສຸດ. ລະດັບການລົງທຶນຂອງ ສິງກະໂປ ເຂົ້າ ຫວຽດນາມ ໄດ້ເພີ່ມຂຶ້ນ. ໃນ 3 ປີມານີ້, ແຕ່ລະປີ ການຄ້າ 2 ຝ່າຍເພີ່ມຂຶ້ນປະມານ 22%. 2 ຝ່າຍສາມາດຮ່ວມມືນຳກັນ ເພື່ອຜະລິດອອກບັນດາຜະລິດຕະພັນຫລາຍຮູບຫລາຍແບບ ແລະ ອຸດົມສົມບູນ ບັນລຸໄດ້ມາດຕະຖານຄຸນນະພາບຂອງ ສິງກະໂປ  ເພື່ອມຸ່ງໄປເຖິງຕະຫລາດກ້ວາງໃຫຍ່ກ່ວາ”.

        ບໍ່ພຽງແຕ່ຮ່ວມມືຢ່າງແທດຈິງ ແລະ ມີປະສິດທິຜົນໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນເທົ່ານັ້ນ, ຫາກການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບລະຫວ່າງ 2 ປະເທດກໍ່ມີບາດກ້າວໃໝ່, ເປັນຕົ້ນແມ່ນໃນການພົບປະແລກປ່ຽນກ່ຳປັ່ນກອງທັບເຮືອ, ສົມທົບກັນຕ້ານການກໍ່ການຮ້າຍ, ຄວາມໝັ້ນຄົງທາງອິນເຕີແນັດ. ການຮ່ວມມືວັດທະນະທຳ, ພົບປະແລກປ່ຽນປະຊາຊົນນັບມື້ນັບພັດທະນາ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນຂອງປະຊາຊົນ 2 ປະເທດ.

        ໃນສະພາບການໃໝ່, ສິງກະໂປ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ເພີ່ມທະວີການລົງທຶນເຂົ້າ ຫວຽດນາມ ໃນບັນດາຂົງເຂດພະລັງງານ, ພັດທະນາຕົວເມືອງ ແລະ ກໍ່ສ້າງຕາໜ່າງຮ່ວມສຳພັນນະຄອນສະຫລາດ. ເມື່ອຕີລາຄາກ່ຽວກັບຄວາມສາມາດບົ່ມຊ້ອນການຮ່ວມມື 2 ປະເທດໃນປັດຈຸບັນ, ທ່ານ ຫງວຽນຕ໋ຽນມິງ ອະດີດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ຢືນຢັນວ່າ:

        “ລະຫວ່າງຫວຽດນາມ ແລະ ສິງກະໂປ ມີຄວາມສາມາດບົ່ມຊ້ອນຮ່ວມມືຢ່າງໃຫຍ່ຫລວງ ຍ້ອນ 2 ພື້ນຖານເສດຖະກິດລ້ວນແຕ່ມີລັກສະນະໜູນຊ່ວຍກັນ. ຝ່າຍ ສິງກະໂປ ມີທຶນ, ມີບົດຮຽນກ່ຽວກັບເສດຖະກິດການຕະຫລາດ, ບົດຮຽນກ່ຽວກັບການພັດທະນາພື້ນຖານເສດຖະກິດ. ສ່ວນ ຫວຽດນາມ ພັດມີແຫຼ່ງຊັບພະຍາກອນມະນຸດເຂັ້ມແຂງ, ຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ ແລະ ກໍ່ມີທີ່ຕັ້ງພູມສາດກ້ວາງຂວາງທີ່ສຸດ. ດັ່ງນັ້ນ, 2 ພື້ນຖານເສດຖະກິດສາມາດໜູນຊ່ວຍເຊິ່ງກັນ ແລະ ກັນ, ສ້າງຄວາມສາມາດບົ່ມຊ້ອນການຮ່ວມມື. ພິເສດ, ປັດຈຸບັນ ໃນສະພາບການບັນດາ FTA ໄດ້ສ້າງຂຶ້ນ ແລະ ພັດທະນານັ້ນ ຂົງເຂດການຮ່ວມມືແມ່ນໃຫຍ່ທີ່ສຸດ. ການຮ່ວມມືລະຫວ່າງ ຫວຽດນາມ ແລະ ສິງກະໂປ ບໍ່ພຽງແຕ່ຖືກຈຳກັດໃນຂົງເຂດຂອງ ສິງກະໂປ ເທົ່ານັ້ນ ຫາກຍັງສາມາດນອນໃນຂອບເຂດໃຫຍ່ກ່ວາ ນັ້ນແມ່ນພາກພື້ນ ອາຊຽນ, ທົ່ວພາກພື້ນອາຊີ - ປາຊີຟິກ ອີກດ້ວຍ

        ໃນການຢ້ຽມຢາມ ສິງກະໂປ ຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີການເຈລະຈາກັບທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ, ພົບປະກັບປະທານາທິບໍດີ ສິງກະໂປ, ກ່າວຄຳເຫັນຢູ່ໂຮງຮຽນຄຸ້ມຄອງ ສິງກະໂປ, ເຂົ້າຮ່ວມເວທີປາໄສເສດຖະກິດ ຫວຽດນາມ - ສິງກະໂປ, ຢ້ຽມຢາມບາງຮາກຖານເສດຖະກິດຂອງ ສິງກະໂປ. ບັນດາການເຄື່ອນໄຫວດັ່ງກ່າວ ປະກອບສ່ວນກຳນົດທິດການພົວພັນ 2 ປະເທດໃນໄລຍະຈະມາເຖິງ.

ຕັ້ງໜ້າສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສຫລາຍຝ່າຍພາກພື້ນ ແລະ ສາກົນ

        ໃນການຮ່ວມມືຫລາຍຝ່າຍ, ຫວຽດນາມ ແລະ ສິງກະໂປ ຍາມໃດກໍ່ຮ່ວມມືນຳກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ. ປັດຈຸບັນ ສິງກະໂປ ພວມເປັນປະທານ ອາຊຽນ 2018. ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ຕີລາຄາສູງບັນດາຄວາມມານະພະຍາຍາມ, ຂໍ້ລິເລີ່ມຂອງ ສິງກະໂປ, ສະໜັບສະໜູນຫົວຂໍ້ ອາຊຽນ ປີນີ້ແມ່ນ “ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ມີຫົວຄິດປະດິດສ້າງ”. 2 ຝ່າຍເຫັນດີເປັນເອກະສັນວ່າ ອາຊຽນ ຄວນເຊີດຊູຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນທຸກດ້ານ ອີງໃສ່ພື້ນຖານແມ່ນບັນດາຫຼັກການ, ຄຳໝັ້ນສັນຍາຮ່ວມຂອງ ອາຊຽນ, ຮັກສາຄວາມສາມັກຄີ ແລະ ບົດບາດເປັນໃຈກາງຂອງ ອາຊຽນ ໃນບັນດາບັນຫາຍຸດທະສາດພາກພື້ນໃຫ້ໝັ້ນຄົງ. ສິງກະໂປ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຊຸກຍູ້ການຮ່ວມມືອະນຸພາກພື້ນ ດ້ວຍບົດບາດເປັນປະທານ ອາຊຽນ.

        ການຢ້ຽມຢາມ ສິງກະໂປ ຄັ້ງທຳອິດຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນຖານະເປັນນາຍົກລັດຖະມົນຕີ ໃນສະພາບການທີ່ 2 ປະເທດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (01/08/1973 – 01/08/2018) ແລະ 5 ປີແຫ່ງວັນສ້າງການພົວພັນຄູ່ຮ່ວມມືຍຸດທະສາດ (09/2013 / 09/2018), ແນ່ນອນວ່າຈະສ້າງບັນດາບາດກ້າວບຸກທະລຸໃໝ່ ໃນການພົວພັນ 2 ປະເທດໃນໄລຍະຈະມາເຖິງ./.


ຕອບກັບ

ຂ່າວ/ບົດ​ອື່ນ