ວັນທີ 29/11, ກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ໄດ້ອັດລົງໄວກ່ວາ 1 ມື້ເມື່ອທຽບໃສ່ແຜນການ, ຊຶ່ງໄດ້ສຳເລັດບັນດາເນື້ອໃນ, ໜ້າທີ່ສຳຄັນໃນບັນດາຂົງເຂດເສດຖະກິດ, ສັງຄົມຕະຫຼອດຮອດວຽກງານສ້າງກົດໝາຍ. ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດຫວຽດນາມຮັບຮອງເອົາລັດຖະທຳມະນູນສະບັບປັບປຸງ, ກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ ກໍຄືຕົກລົງບັນດາຄາດໝາຍພັດທະນາເສດຖະກິດ-ສົງຄົມ. ໝາກຜົນຂອງກອງປະຊຸມຄັ້ງນີ້ ປະກອບສ່ວນສຳຄັນເຂົ້າໃນການປະຕິບັດບັນດາຈຸດໝາຍຂອງແຜນການ 5 ປີ 2011 – 2015, ສ້າງປະຖົມປັດໄຈໃຫ້ແກ່ການພັດທະນາຂອງປະເທດຊາດໃນຊຸມປີຕໍ່ໆໄປ.
ກ່ອນອື່ນໝົດ, ຕ້ອງຢືນຢັນວ່າ ກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມຊຸດທີ 13 ແມ່ນກອງປະຊຸມທີ່ໄຊ້ເວລາຍາວກ່ວາໝູ່ນັບແຕ່ຕົ້ນອາຍຸການຂອງສະພາແຫ່ງຊາດຫວຽດນາມ ຊຸດທີ 13 ມາຮອດປະຈຸບັນ ດ້ວຍວຽກງານຫຼາຍຢ່າງ ແລະ ມີຄວາມສຳຄັນທີ່ສຸດ. ນີ້ແມ່ນກອງປະຊຸມກາງສະໄໝຂອງສະພາແຫ່ງຊາດ ແລະ ກໍແມ່ນເຄິ່ງອາຍຸການປະຕິບັດມະຕິກອງປະຊຸມກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ.
ກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດ
ຫວຽດນາມຊຸດທີ 13
|
ເຮັດໃຫ້ວຽກງານສ້າງກົດໝາຍສົມບູນແບບ.
ທີ່ ກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ວຽກງານສ້າງກົດໝາຍແມ່ນມີຫຼາຍຈຸດເປັນໜ້າສົນໃຈເມື່ືອ ສະພາແຫ່ງຊາດ ຮັບຮອງເອົາ ແລະ ປຶກສາຫາລືຮ່າງກົດໝາຍຫຼາຍສະບັບທີ່ສຳຄັນ, ໃນນັ້ນ, ມີກົດໝາຍວ່າດ້ວຍປະຕິບັດການປະຢັດ, ຕ້ານການຟຸມເຟື່ອຍ( ສະບັບປັບປຸງ) , ກົດໝາຍວ່າດ້ວຍການຕ້ອນຮັບພົນລະເມືອງ. ຈຸດທີ່ພົ້ນເດັ່ນໃນວຽກງານສ້າງກົດໝາຍໃນກອງປະຊຸມຄັ້ງນີ້ ແມ່ນສະພາແຫ່ງຊາດໄດ້ ຮັບຮອງເອົາເອກະສານນິຕິກຳ 2 ສະບັບທີ່ສຳຄັນ, ນັ້ນແມ່ນ ລັດຖະທຳມະນູນສະບັບປັບປຸງ ແລະ ກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ ດ້ວຍອັດຕາຄະແນນສຽງສະໜັບສະໜູນສູງທີ່ສຸດ. ຖ້າຫາກວ່າ ການຮັບຮອງເອົາລັດຖະທຳມະນູນສະບັບປັບປຸງ ໄດ້ຮັບການຕີລາຄາແມ່ນເຫດການທີ່ມີລັກສະນະປະຫວັດສາດນັ້ນ, ການຮັບຮອງເອົາ ກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ ກໍໄດ້ຊ່ວຍແກ້ໄຂບັນດາບັນຫາທີ່ພຶດຕິກຳຕົວຈິງໄດ້ວາງອອກ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ-ສົງຄົມ, ມີຜົນກະທົບໂດຍກົງເຖິງການພັດທະນາເສດຖະກິດ, ສ້າງສະຖຽນລະພາບທາງດ້ານການເມືອງ, ການຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ທ່ານນາງ ຕົນທິງອກແຫ້ງ, ສສຊ ແຂວງ ດັກນົງ ໃຫ້ຂໍ້ສົງເກດວ່າ :
“ກອງປະຊຸມສະໄຫມສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມຊຸດທີ 13 ໄດ້ຮັບຮອງເອົາຫລາຍເນື້ອໃນ, ມີຮ່າງກົດໝາຍສຳຄັນຫລາຍສະບັບ ຂອງປະເທດຊາດໄດ້ຮັບຮອງເອົາ. ນີ້ແມ່ນກອງປະຊຸມເຮັດວຽກຢ່າງມີປະສິດທິຜົນ ແລະ ມີຄຸນນະພາບສູງພໍສົມຄວນ, ມີການຫັນປ່ຽນຫລາຍຢ່າງ. ພວກຂ້າພະເຈົ້າຫວັງວ່າ ບັນດາບັນຫາທ່ີວາງອອກຈະໄດ້ຮັບການຜັນຂະຫຍາຍຢ່າງວອ່ງໄວ, ຕອບສະຫນອງການພັດທະນາຂອງປະເທດຊາດ.”
ຮັບຮອງເອົາລັດຖະນະໂຍບາຍພັດທະນາເສດຖະກິດ, ຮັບປະກັນຊີວິດສັງຄົມ.
ມະຕິ 3 ສະບັບທີ່ກ່ຽວຂ້ອງເຖິງເສດຖະກິດສັງຄົມໄດ້ຮັບການຮັບຮອງເອົາທີ່ກອງປະຊຸມສະໄຫມສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມຊຸດທີ 13 ໄດ້ສ້າງພື້ນຖານສຳຄັນເພື່ອໃຫ້ຫວຽດນາມ ສຳເລັດບັນດາຈຸດໝາຍພັດທະນາ. ດ້ວຍການຮັບຮອງເອົາມະຕິກ່ຽວກັບການດັດປັບແຜນງົບປະມານແຫ່ງລັດປີ 2013 ແລະ ແຜນງົບປະມານແຫ່ງລັດປີ 2014, ສະພາແຫ່ງຊາດໄດ້ຕົກລົງຍົກລະດັບເພດານລາຍຈ່າຍງົບປະມານແຫ່ງລັດເກີນດຸນໃຫ້ແກ່ 2 ປີເພີ່ມຂຶ້ນເຖິງ 5,3% GDP. ດ້ວຍມະຕິພັດທະນາເສດຖະກິດສັງຄົມປີ 2014, ສະພາແຫ່ງຊາດໄດ້ຕົກລົງວາງຄາດໝາຍການເຕີບໂຕ GDP ແມ່ນ 5,8%, ດັດຊະນີລາຄາໃຊ້ສອຍເພີ່ມຂຶ້ນສະເລ່ຍແມ່ນ 7%/ປີ. ສະພາແຫ່ງຊາດກໍໄດ້ວາງຄາດໝາຍສືບຕໍ່ປະຕິບັດການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ສ້າງວຽກເຮັດງານທຳ ແລະ ປະຕິບັດບັນດາຈຸດໝາຍກ່ຽວກັບວັດທະນະທຳ, ການສຶກສາບຳລຸງສ້າງ, ສາທາລະນະສຸກ, ສິ່ງແວດລ້ອມ, ການກໍ່ສ້າງ ແລະ ພັດທະນາຊົນນະບົດໃຫມ່ຢ່າງມີປະສິດທິຜົນ. ສະພາແຫ່ງຊາດກໍເຫັນດີເຫັນພ້ອມຮັບຮອງເອົາມະຕິກ່ຽວກັບການຈຳຫນ່າຍເພີ່ມເຕີມ ແລະ ຈັດແບ່ງພັນທະບັດລັດຖະບານໄລຍະ 2014-2016. ທ່ານ ຫງວຽນກາວຟຸກ, ສສຊ ແຂວງ ກວ໋າງຫງາຍ ໃຫ້ຮູ້ວ່າ:
“ປີ 2014-2015 ພວກເຮົາຄວນເອົາໃຈໃສ່ກວ່າກ່ຽວກັບການຟື້ນຕົວການເຕີບໂຕ, ຄວນກະຕຸກຊຸກຍູ້ເພີ່ມຄວາມຕ້ອງການເສດຖະກິດ. ເລ່ືອງເພີ່ມຄວາມຕ້ອງການ ແລະ ລົງທຶນຂອງລັດໄລຍະປະຈຸບັນ ແມ່ນເໝາະສົມເພື່ອລົງທຶນກິດຈະກຳຈຸດສຸມທີ່ສຳຄັນຂອງພື້ນຖານເສດຖະກິດຕິດພັນກັບການສ້າງໂຄງປະກອບການລົງທຶນຂອງລັດຄືນໃຫມ່, ແກ້ໄຂວຽກເຮັດງານທຳ, ແກ້ໄຂສະພາບສິນຄ້າຄ້າງສາງໃຫ້ແກ່ວິສາຫະກິດ. ຖ້າຫາກເພີ່ມແຫລ່ງເງິນລົງທຶນຈາກການຈຳຫນ່າຍພັນທະບັດລັດຖະບານໃນເງື່ອນໄຂຄຸ້ມຄອງການລົງທຶນຖືກຮັດແຫນ້ນເທື່ອລະກ້າວ ແລະ ມີມາດຖານລະອຽດ ພ້ອມກັນນັ້ນແມ່ນການຈຳຫນ່າຍພັນທະບັດ ແລະ ການປ່ອຍທຶນຢ່າງເໝາະສົມກັບຂັ້ນຕອນ, ນະໂຍບາຍງົບປະມານ ສົມທົບກັບນະໂຍບາຍເງິນຕາຢ່າງເໝາະສົມ ພວກເຮົາຈະບັນລຸໄດ້ຄາດໝາຍການຈະເລີນເຕີບໂຕ ແລະ ຄວບຄຸມໄພເງິນເຟີ້ໄດ້.”
ບູລະນະກົງຈັກສະພາແຫ່ງຊາດ ແລະ ລັດຖະບານ
ມີວຽກງານທີ່ສຳຄັນອີກອັນໜຶ່ງທີ່ ສະພາແຫ່ງຊາດຫວຽດນາມໄດ້ດຳເນີນໃນ ກອງປະຊຸມຄັ້ງນີ້ ແມ່ນການບູລະນະປັບປຸງດ້ານບຸກຄະລາກອນ. ດ້ວຍຄວາມໄວ້ວາງໃຈຢ່າງສູງ, ບັນດາ ສສຊ ໄດ້ເຫັນດີເປັນເອກະສັນເລືອກຕັ້ງ ຮອງນາຍົກລັດຖະມົນຕີຄົນໃໝ່ 2 ທ່ານຄື : ທ່ານຝ້າມບິງມິນ, ຮັບຜິດຊອບວຽກງານການພົວພັນຕ່າງປະເທດ, ທ່ານ ວູ້ດຶກດາມ, ຊ່ວຍນາຍົກລັດຖະມົນຕີ ຕິດຕາມ ຊີ້ນຳ ກຸມວັດທະນະທຳ-ສັງຄົມ-ວິທະຍາສາດ-ສຶກສາ. ບັນດາ ສສຊ ຍັງເຫັນດີເປັນເອກະສັນເລືອກຕັ້ງເພີ່ມເຕີມ ຮອງປະທານບາງອົງການຂອງສະພາແຫ່ງຊາດ.
ແລະ ກໍໃນກອງປະຊຸມຄັ້ງນີ້, ພາລະໜ້າທີ່ຕິດຕາມກວດກາໄດ້ຮັບການເຊີດຊູ ເມື່ອສະພາແຫ່ງຊາດດຳເນີນການຕິດຕາມກວດກາບັນດາເນື້ອໃນທີ່ຜູ້ມີສິດ ເລືອກຕັ້ງມີຄວາມສົນໃຈຄື ການປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍການປະກັນສຸຂະພາບໄລຍະ 2009-2012, ວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ການປະຕິບັດບັນດາມະຕິຂອງ ສະພາແຫ່ງຊາດກ່ຽວກັບການຊັກຖາມ ແລະ ຕອບຄຳຊັກຖາມທີ່ ກອງປະຊຸມສະໄໝສາມັນເມື່ອທີ 3, ທີ 4, ທີ 5 ຂອງ ສະພາແຫ່ງຊາດ; ການດຳເນີນການ ຊັກຖາມ ແລະ ຕອບຄຳຊັກຖາມ. ທ່ານນາງ ຫງວຽນແທງຫາຍ ສສຊ ແຂວງ ຮ່ວາບິງ ໃຫ້ຮູ້ວ່າ :
“ ມີຫຼາຍຈຸດໃໝ່ທີ່ ກອງປະຊຸມສະໄໝສາມັນເທື່ອນີ້, ແຕ່ສຳລັບ ຂ້າພະເຈົ້າແລ້ວ, ມີຄວາມປະທັບໃຈ 2 ຢ່າງ. ທີ 1 ແມ່ນການຊັກຖາມ. ບົດລາຍງານຂອງລັດຖະບານກ່ຽວກັບໝາກຜົນແຫ່ງການປະຕິບັດການ ຊັກຖາມທີ່ກອງປະຊຸມ 3 ສະໄໝມໍ່ໆມານີ້ ໄດ້ຊ່ວຍໃຫ້ບັນດາ ສສຊ ມີການຕີລາຄາໂດຍສັງເຂບກ່ຽວກັບບັນດາບັນຫາຖືກຊັກຖາມ ຊຶ່ງໄດ້ ແລະ ບໍ່ທັນໄດ້ຮັບການແກ້ໄຂ ແລະ ເຫດຜົນແມ່ນຍ້ອນຫຍັງ. ນີ້ແມ່ນການປ່ຽນໃໝ່ທາງດ້ານເນື້ອໃນການຊັກຖາມ. ຂ້າພະເຈົ້າຫວັງວ່າ ສິ່ງນີ້ຈະສືບຕໍ່ຖືກປະຕິບັດໃນກອງປະຊຸມສະໄໝສາມັນຄັ້ງຕໍ່ໆໄປ ”
ດ້ວຍບັນດາໝາກຜົນທີ່ບັນລຸມາໄດ້, ອາດຈະຢືນຢັນໄດ້ວ່າ ກອງປະຊຸມສະໄໝສາມັນເມື່ອທີ 6 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ແມ່ນກອງປະຊຸມສະໄໝພິເສດໃນປະຫວັດສາດຂອງ ສະພາແຫ່ງຊາດຫວຽດນາມ, ມີບົດບາດສຳຄັນທີ່ມີຕໍ່ການພັດທະນາຂອງປະເທດຊາດໃນຊຸມປີຕໍ່ໆໄປ./.