ຂໍ້ຕົກລົງຮອບດ້ານ ກ່ຽວກັບບັນຫານິວຄະເລຍຂອງອີຣານ - ເຊິ່ງແມ່ນຈຸດໝາຍຍາກທີ່ຈະບັນລຸໄດ້


(vovworld) - ວັນ​ທີ 18/2, ຢູ່​ວຽນ (ອົດ​ຕະລິດ), ອີຣານ ​ແລະ ກຸ່ມ P5+1 (ລວມມີ​ອັງກິດ, ຝລັ່ງ, ອາ​ເມ​ລິ​ກາ, ລັດ​ເຊຍ, ຈີນ ​ແລະ ​ເຢຍລະ​ມັນ) ​ເລີ່​ມດຳ​ເນີນ​ການ​ເຈລະຈາ​ຄືນ​ໃໝ່ ກ່ຽວ​ກັບ​ບັນຫາ​ນິວຄະ​ເລຍ​ຂອງ​ອີຣານ, ​ເພື່ອ​ບັນລຸ​ໄດ້​ຂໍ້​ຕົກລົງ​ຮອບດ້ານ ​ແລະ ຍາວ​ນານ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ດຳ​ເນີນ​ກ່ອນ​ເຫດການ​ທີ່​ສຳຄັນ​ນີ້ສະ​ແດງ​ໃຫ້​ເຫັນ​ວ່າ, ນີ້​ແມ່ນ​ການ​ເຈລະຈາ​ທີ່​ສັບສົນ, ​ແກ່ຍາວ ​ແລະ​ຍາກ​ທີ່​ຈະ​ນຳ​ມາ​ເຊິ່ງໝາກຜົນ​ຄື​ດັ່ງ​ຄວາມ​ປາຖະໜາ​ຂອງ​ແຕ່ລະ​ຝ່າຍ. 

ຂໍ້ຕົກລົງຮອບດ້ານ ກ່ຽວກັບບັນຫານິວຄະເລຍຂອງອີຣານ - ເຊິ່ງແມ່ນຈຸດໝາຍຍາກທີ່ຈະບັນລຸໄດ້ - ảnh 1

ຮອບເຈລະຈາໜຶ່ງລະຫວ່າງອີຣານ ​ແລະ ກຸ່ມ P5+1

(ພາບ : AP)

        ນີ້​ແມ່ນ​ການ​ເຈລະ​ຈາ​ຂັ້ນ​ສູງ​ຄັ້ງ​ທຳ​ອິ​ດລະຫວ່າງ​ກຸ່ມ P5+1 ​ແລະ ອີຣານ, ນັບ​ແຕ່​ສອງ​ຝ່າຍ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ນິວຄະ​ເລຍ​ໃນ​ເບື້ອງ​ຕົ້ນ ​ເມື່ອ​ວັນ​ທີ 24/11/2013. ການ​ເຈລະຈາ​ຈະ​ແກ່ຍາວ​ໃນ​ຫຼາຍ​ວັນ, ​ໂດຍ​ຜູ້ຕາງໜ້າ​ຂັ້ນ​ສູງ, ຮັບຜິດຊອບ​ການ​ຕ່າງປະ​ເທດ​ຂອງ​ສະຫະພາບ​ເອີ​ລົບ (ອີ​ຢູ), ທ່ານ​ນາງ Catherine Ashton ​ເປັນ​ປະທານ​.

        ຄວາມ​ສົງ​​ໄສຕໍ່ຜົນ​​ແຫ່ງ​ການ​ເຈລະຈາ

        ກ່ອນ​ທີ່​ດຳ​ເນີນ​ການ​ເຈ​ລະ​ຈາ, ຝ່າຍ​ຕ່າງໆ​ລ້ວນ​ແຕ່​ມີ​ຂໍ້​ສັງ​ເກດ​ທີ່​ສົງ​​​ໄສຕໍ່​ຄວາມ​ສາມາດ​ບັນລຸ​ໄດ້​ໝາກຜົນ​ຢ່າງ​ຕັ້ງໜ້າ, ​ເພື່ອ​ແນ​ໃສ່​ຜ່ອນຄາຍ​ຄວາມ​​ເປັນ​ຫ່ວງ​ກັງວົນ​ຂອງ​ປະຊາ​ຄົມ​ໂລກ​ທີ່​ມີຕໍ່​ເລື່ອງ​ອີຣານ ພວມ​ຊອກ​ຫາ​ວິທີ​ພັດທະນາ​ອາວຸດ​ນິວຄະ​ເລຍ, ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ທ່ານ​ໜຶ່ງ​ຂອງ​ອຳນາດ​ການ​ປົກຄອງ​ອາ​ເມ​ລິ​ກາ ຍ​ອມຮັບ​ວ່າ​, ວິວັດ​ການ​ບັນລຸ​ຂໍ້​ຕົກລົງ​ຍາວ​ນານ ​ເພື່ອ​ຈຳກັດ​ລາຍການ​ນິວຄະ​ເລຍທີ່​ກໍ່​ຄວາມ​ໂຕ້​ຖຽງ​ກັນ​ໃນ​ຫຼາຍ​ທົດ​ສະ​ວັດ​ຜ່ານ​ມາ​ຂອງ​ອີ​ຣານ ບໍ່​ແມ່ນ​ເລື່ອງ​ງ່າຍດາຍ.

        ​ໃນ​ຂະນະ​ນັ້ນ, ວົງ​ການ​ການ​ນຳ​ອີຣານ ກໍ່​ບໍ່​ປະ​ເອີ​ບ​ໃຈ​ຕໍ່​ວິວັດທະນາ​ການ​ດັ່ງກ່າວ. ຜູ້ນຳ​ສູງ​ສຸດ​ອີຣານ ທ່ານ Ali Khamenei ຄາດ​ຄະ​ເນ​ວ່າ, ການ​ເຈລະຈາ​ນີ້​ຈະ​ບໍ່​ໄດ້​ຮັບ​ຜົນ. ຂໍ້​ສັງ​ເກດ​ຂອງ​ທ່ານ Ali Khamenei​ ແມ່ນ​ຄຳ​ກ່າວ​ເຕືອນ​ ກ່ຽວ​ກັບ​ການປະລາ​ໄຊຂອງ​ການ​ເຈລະຈາ ທີ່​ສົ່ງ​ເຖິງ ວໍ​ຊິງ​ຕັນ. ຜູ້ນຳ​ສູງ​ສຸດ​ອີຣານ Ali Khamenei ຍັງ​ຖື​ວ່າ, ບັນຫາ​ນິວຄະ​ເລຍ​ຂອງ​ອີຣານ ພຽງ​ແຕ່​ແມ່ນ​ຂໍ້​ອ້າງ​ຂອງ​ອາ​ເມ​ລິ​ກາ ​ເທົ່າ​ນັ້ນ, ​ແລະ ວໍ​ຊິງ​ຕັນ​ຈະ​ບໍ່​ຢຸດຕິ​ຄວາມ​ເປັນ​ປໍ​ລະ​ປັກ​ ​ກັບ ​ເຕ​ເຮຣານ​ເທື່ອ.

        ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີ​ຣານ Mahammad Javad zarif  ກໍ່​ໄດ້​ເວົ​້າວ່າ, ການ​ທ້າ​ທາຍ​ໃຫຍ່​ກວ່າ​ໝູ່​ແມ່ນ​ສະພາບ​ຂາດ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ຝ່າຍ​ຕ່າງໆ.

        ​ໂດຍ​ມີ​ທັດສະນະ​ດຽວ​ກັນ​ກັບ​ວົງ​ການ​ເຈົ້າ​ໜ້າ​ທີ່ສອງ​ຝ່າຍ, ຕາມ​ນັກ​ໄຈ້​ແຍກ​ຫຼາຍ​ທ່ານ​ແລ້ວ, ກາລະ​ໂອກາດ​ເຊັນ​ຂໍ້​ຕົກລົງ​ຮອບດ້ານ ​ແລະ ຍາວ​ນານ​ລະຫວ່າງ​ສອງ​ຝ່າຍ​ແມ່ນ​ຍາກ​ທີ່​ສຸດ. ມາ​ຮອດ​ປະຈຸ​ບັນ, ວິທີ​ດີ​ທີ່​ສຸດ​ ​ເຊິ່ງຝ່າຍ​ຕາ​ເວັນ​ຕົກ​ສາມາດ​ບັນລຸ​ໄດ້​ໃນ​ວິວັດ​ແຫ່ງ​ການ​ແກ້​ໄຂ​ບັນຫາ ນິວຄະ​ເລຍ​ຂອງ​ອີ​ຣານ ​ນັ້ນແມ່ນ ​ຂໍ້​ຕົກລົງ​ຊົ່ວຄາວ.

        ທັດສະນະ​ແຕກ​ຕ່າງ​ກັນ - ​ແມ່ນ​ບັນຫາ​ຕົ້ນ​ຕໍ່​ທີ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ເຈລະຈາ

        ຄວາມ​ຂັດ​ແຍ້​ງກັນ​ຢ່າງ​ຂ້ຽວຂາດລະຫວ່າງ​ເຕ​ເຮຣານ ​ແລະ ຝ່າຍ​ຕາ​ເວັນ​ຕົກ, ພ້ອມ​ກັບ​ການ​ຄັດຄ້ານ​ຂອງ​ຝ່າຍ​ຄ້ານ​​ໃນ​ແຕ່ລະ​ຝ່າຍ ​ແມ່ນ​ການ​ຂົ່ມຂູ່​ທີ່​ອາດຈະລະ​ເບີດ​ຂຶ້ນ​ໃນ​ບໍ່​ວ່າ​ເວລາ​ໃດ​ຂອງ​ວິວັດ​ການ​ເຈລະຈາ.

        ຕາມ​ນັກ​ເຈລະຈາ​ນິວຄ​ະ​ເລຍ​ຂອງ​ອີ​ຣານ ທ່ານ Hamid Baeedinejad, ​ເນື້ອ​ໃນ​ການ​ເຈລະຈາ​ລະຫວ່າງ​ເຕ​ເຮຣານ ກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ ​ແມ່ນ​ສຸມ​ໃສ່​ບັນດາ​ຈັກ​ພົ້ນຈາກ​ສຸນ​ທີ່​ທັນ​ສະ​ໄໝ ​ແລະ ​ເຕົາ​ປະຕິ​ການ​ນິວຄະ​ເລຍ​ນ້ຳໜັກ Arak.

        ຝ່າຍ​ຕາ​ເວັນ​ຕົກ​ສະ​ແດງ​ຄວາມວິຕົກ​ກັງວົນ​ວ່າ, ​ເຕົາ​ປະຕິ​ການ​ນິວຄະ​ເລຍ​ນ້ຳໜັກ Arak ຂອງ​ເຕ​ເຮຣານ ສາມາດ​ສະໜອງ​ທາດ Plutoni ​ເພື່ອ​ຜະລິດ​ລະ​ເບີດ​ນິວຄະ​ເລຍ. ​ແຕ່​ທ່ານ Hamid Baeedinejad ພັດ​ຢືນຢັນ​ວ່າ, ອີຣານ ບໍ່​ປະລະ​ສິດ​ປ່ຽນ​ບັນດາ​ຈັກ​ພົ້ນຈາກ​ສູນ​ທີ່​ມີ​ຢູ່​ແລ້ວ ດ້ວຍ​ຈັກ​ພົ້ນຈາກ​ສູນ​ປະ​ເພດ​ໃໝ່​ທີ່​ທັນ​ສະ​ໄໝ.

        ​ໃນ​ຂະນະ​ນັ້ນ, ກ່ອນ​ການ​ເຈລະຈາ ໜຶ່ງສັບປະດາ, ວົງ​ການ​ເຈົ້າ​ໜ້າ​ທີ່​ອີຣານ ກໍ່​ໄດ້​ກ່າວ​ເຕືອນ​ວ່າ, ​ເຂົາ​ເຈົ້າ​ບໍ່​ຜ່ອນ​ສັ້ນ​ຜ່ອນ​ຍາວ​ຕໍ່​ບາງ​ບັນຫາ​ເຄັ່ງຮ້ອນ​ທີ່​ສຸດ. ທ່ານ Majid Takhte Ravanchi, ​ເຈົ້າ​ໜ້າ​ທີ່​ເຈລະ​ຈາ​ຂອງ​ອີຣານ ຢືນຢັນ​ວ່າ, ອີຣານບໍ່​​ເຫັນ​ດີ​ຕໍ່​ການ​ປິດ​ຮາກ​ຖານ​ນິວຄະ​ເລຍ​ໃດໆ.

        ສ່ວນ​ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ຍັງ​ຄົງ​ຮັກສາ​ທັດສະນະ​ທີ່​ວ່າ ອີຣານ ຕ້ອງ​ປະລະ​ບັນດາ​ພາກສ່ວນ​ອັນຕະລາຍ​ທີ່​ສຸດ​ໃນ​ໂຄງການ​ນິວຄະ​ເລຍ.

        ຕໍ່ໜ້າ​ຄວາມ​ຂັດ​ແຍ້​ງກັນ​ດັ່ງກ່າວ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີ​ຣານ Mahammad Javad zarif ​ໄດ້​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ສະ​ແດງ​ຄວາມ​ຕັດສິນ​ໃຈ​ດ້ານ​ການ​ເມືອງ ​ເພື່ອ​ໃຫ້ການ​ເຈລະຈາ​ປະສົບ​ຜົນສຳ​ເລັດ. ຕາມ​ທ່ານ​ແລ້ວ, ຂໍ້​ຕົກລົງ​ໃນ​ເບື້ອງ​ຕົ້ນ​ເຊິ່ງສອງ​ຝ່າຍ​ບັນລຸ​ໄດ້​ເມື່ອ​ເດືອນ 11/2013 ກ່ຽວ​ກັບ​ບັນຫາ​ນິວຄະ​ເລຍ​ຂອງ​ອີຣານ ​ແມ່ນ​ບາດກ້າວ​ທີ່​ຕັ້ງໜ້າ ​ແລະ ຕ້ອງ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ເຖິງ​ຖອງ. ​ແຕ່​ຍັງ​ມີ​ບາງ​ບັນຫາ​ຈຳ​ເປັນ​ຕ້ອງ​ເຮັດ​ແຈ້ງ ​ແລະ ຮຽກຮ້ອງ​ໃຫ້​ຝ່າຍ​ຕ້ອງ​ແກ້​ໄຂ​ໃນ​ວິວັດ​ການ​ເຈລະຈາ.

        ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ຄວາມ​ຂັດ​ແຍ້​ງກັນ​ຢ່າງ​ເລິກ​ເຊິ່ງລະຫວ່າງ​ອີຣານ ​ແລະ ຝ່າຍ​ຕາ​ເວັນ​ຕົກຈະ​ເປັນ​ການ​ກະທົບ​ຢ່າງ​ຫຍໍ້​ທໍ້​ເຖິງ​ຜົນ​ຂອງ​ການ​ເຈລະຈາ​ນິວຄະ​ເລຍ. ຍ້ອນ​ເຫດ​ນັ້ນ, ຂໍ້​ຕົກລົງ​ນິວຄະ​ເລຍ​ຢ່າງຮອບດ້ານ ​ແລະ ຍາວ​ນານ​ຍາກ​ທີ່​ຈະ​ບັນລຸ​ໄດ້ ​ເມື່ອ​ຝ່າຍ​ຕ່າງໆ​ບໍ່​​ເຫັນ​ດີຜ່ອນ​ສັ້ນ​ຜ່ອນ​ຍາວ​ ກ່ຽວ​ກັບບັນຫານິວຄະ​ເລຍ​ນຳ​ກັນ.


 

 

ຕອບກັບ

ຂ່າວ/ບົດ​ອື່ນ