ໃນຄວາມຊົງຈຳຂອງປະຊາຊົນຫວຽດນາມຫລາຍຄົນ, ວັນທີ 6 /1/ 1946 ແມ່ນວັນບຸນໃຫຍ່, ວັນເລືອກຕັ້ງທົ່ວປະເທດຄັ້ງປະຖົມມະເລີກໃນປະຫວັດສາດຫວຽດນາມ. ການສ້າງຕັ້ງສະພາແຫ່ງຊາດແຫ່ງສາທາລະນະລັດປະຊາທິປະໄຕ ຫວຽດນາມ ແມ່ນຄວາມເປັນຈິງທີ່ມີຊີວິດຊີວາຂອງລະບອບລັດແຫ່ງສາທາລະນະລັດປະຊາທິປະໄຕ ຫວຽດນາມ, ຊຶ່ງແມ່ນລັດແຫ່ງອຳນາດນິຕິບັນຍັດປະຕິວັດຂອງປະຊາຊົນຫວຽດນາມ. ເນື່ອງໃນໂອກາດລະນຶກ 66 ປີ ແຫ່ງວັນເລືອກຕັ້ງທົ່ວປະເທດຄັ້ງ ປະຖົມມະເລີກ ຄືວັນທີ (6/1/1946 - 6/1/2012).
ເມື່ອເວົ້າເຖິງຄວາມໝາຍປະຫວັດສາດຂອງວັນເລືອກຕັ້ງທົ່ວປະເທດຄັ້ງ ປະຖົມ
ມະເລີກ, ພິເສດ ແມ່ນບົດບາດປະຫວັດສາດຂອງປະທານໂຮ່ຈິມີນ ທີ່ມີຕໍ່ສະພາແຫ່ງຊາດຫວຽດນາມ, ນັກປະຫວັດສາດ ເຢືອງຈູງກວັກ, ສະມາຊິກສະພາແຫ່ງຊາດ(ສສຊ) ແຂວງ ດົ່ງນາຍ ໄດ້ຢືນຢັນວ່າ:ການເລືອກຕັ້ງທົ່ວປະເທດດຳເນີນໄປໃນເດືອນ 8/1945 ຂອງຫວຽດນາມ ໄດ້ໂຄ່ນລົ້ມລະບອບລ່າເມືອງຂຶ້ນໂດຍພື້ນຖານ ແລະ ຢຸດຕິລະບອບ ສັກດີນາປົກຄອງມານັບພັນປີ. ແຕ່ສິ່ງທີ່ຫຍຸ້ງຍາກທີ່ສຸດຂອງການປະຕິວັດ ແມ່ນການສ້າງສິ່ງໃຫມ່ຈາກພື້ນຖານຂອງລະບອບເກົ່າ. ນັ້ນແມ່ນຂະບວນວິວັດແຫ່ງການກະກຽມຄັ້ງໃຫຍ່ກ່ຽວກັບດ້ານແນວຄິດ, ກ່ຽວກັບທິດສະດີ ແລະ ປະທານ ໂຮ່ຈີມີນ ແມ່ນຜູ້ນຳຫນ້າ. ສິ່ງທັງໝົດທີ່ສະສົມ ແລະຖອດຖອດມາໄດ້ຈາກປະທານໂຮ່ຈິມີນ ໃນໄລຍະທາງ 20 ປີ ແຫ່ງການ ເຄື່ອນໄຫວຢູ່ຕ່າງປະເທດ, ສຳພັດກັບກະແສແນວຄິດການເມືອງ, ຂະບວນການປະຕິວັດໂລກ, ສຸດທ້າຍທ່ານປະທານໂຮ່ຈິມີນໄດ້ເລືອກເຟັ້ນນັ້ນແມ່ນ ກ່ອນອື່ນໝົດແມ່ນຕ້ອງກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດ, ນັ້ນແມ່ນຮູບແບບຂອງລະບອບການເມືອງປະຈຸບັນ. ທ່ານເຢືອງຈູງ ກວັກເວົ້າວ່າ:
“ຂ້າພະເຈົ້າຖືວ່າ ນີ້ແມ່ນລະບອບດ້ານການເມືອງກ້າວຫນ້າທີ່ສຸດ, ຍ້ອນວ່າ ພວກເຮົາໄດ້ສ້າງລັດຫນຶ່ງບົນພື້ນຖານປະຊາທິປະໄຕ, ວິວັດການປະຕິບັດໂດຍປະຊາທິປະໄຕ. ໃນປີ 1945, ສົງຄາມສິ້ນສຸດລົງ, ບໍ່ແມ່ນປະເທດໃດກໍໄດ້ນຳໃຊ້ລະບອບການເລືອກຕັ້ງຢ່າງປະຊາທິປະໄຕ ບໍ່ມີປະເທດໃດ, ນັບທັງປະເທດທີ່ກ້າວຫນ້າຢູ່ ເອີລົບ ໄດ້ຮັບຮູ້ສິດສະເຫມີພາບ ລະຫວ່າງຍິງຊາຍ, ລະຫວ່າງເຜົ່າພັນ, ລະຫວ່າງສາສະຫນານຳກັນ ຄືດັ່ງສິ່ງທີ່ປະກົດມີຢູ່ ຫວຽດນາມ ແຕ່ກ່ອນອື່ນໝົດແມ່ນສະແດງຢູ່ເລື່ອງກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດ.“
ແລະ ວັນທີ 6/1/1946, ເຖິງວ່າ ສັດຕູມ້າງເພທຳລາຍເພື່ອໂຄ່ນລົ້ມລະບອບໃຫມ່ທີ່ຍັງອ່ອນດ້ອຍກໍຕາມ. ແຕ່ດ້ວຍເຈດຈຳນົງຢ່າງອົງອາດກ້າແກ່ນ ແລະ ຄວາມເຊື່ອໝັ້ນອັນແຮງກ້າຈາກການນຳພາຂອງພັກ, 89% ຈຳນວນຜູ້ມີສິດເລືອກຕັ້ງໃນທົ່ວປະເທດໄດ້ຫ້າວຫັນໄປປ່ອນບັດເລືອກຕັ້ງເພື່ອເລືອກຕັ້ງ ສສຊ 333 ທ່ານ. ໄຊຊະນະຂອງການເລືອກຕັ້ງທົ່ວປະເທດເປັນຂີດໝາຍແຫ່ງການພັດທະນາຢ່າງກະໂດດຂັ້ນຄັ້ງທຳອິດ ສຳລັບລະບອບປະຊາທິປະໄຕຂອງລັດຫວຽດນາມ, ເປີດແງ່ຫວັງໃຫ້ແກ່ໄລຍະໃຫມ່, ໄລຍະທີ່ປະເທດຫວຽດນາມ ມີສະພາແຫ່ງຊາດ, ມີລັດຖະບານເປັນເອກະພາບ ແລະ ລະບົບອຳນາດການປົກຄອງສົມບູນກ່ຽວກັບດ້ານກົດໝາຍ ເພື່ອຕາງຫນ້າໃຫ້ແກ່ປະຊາຊົນຫວຽດນາມ ນັບທັງການພົວພັນພາຍໃນ ແລະ ຕ່າງປະເທດ. ຕາມພົນຕີ ດົ່ງສິງວຽນ ແລ້ວ, ຄຸນຄ່າປະຫວັດສາດຂອງສະພາແຫ່ງຊາດຊຸດທີ 1 ນັ້ນແມ່ນຄຸນຄ່າແຫ່ງການປ່ຽນແປງໃຫມ່, ຈາກຍຸກຕົກເປັນຂ້າທາດເປັນຫົວເມືອງຂຶ້ນຫັນມາເປັນເຈົ້າຂອງ,ຍາດເອົາອຳນາດ, ຄວາມເປັນເອກະລາດ, ເສລິພາບຂອງຊາດຫນຶ່ງໂດຍບໍ່ຂຶ້ນກັບພາຍນອກ.
“ຄຸນຄ່າຂອງສະພາແຫ່ງຊາດຊຸດທີ 1 ແມ່ນອົງການຈັດຕັ້ງຫນຶ່ງ ໂດຍມີການລະດົມ ການຂົນຂວາຍກຳລັງແຮງຂອງທັງປະເທດ ເພື່ອຕໍ່ຕ້ານ. ນັ້ນແມ່ນຄຸນຄ່າຂອງເອກະລາດ, ເສລີພາບ ຊຶ່ງບໍ່ຂຶ້ນກັບຕ່າງປະເທດ. ທີສອງ, ບົນພື້ນຖານນັ້ນ, ປະຊາຊົນຫວຽດນາມ ມີສິດເສລີຢ່າງຄົບຖ້ວນ ເພື່ອສາມັກຄີ, ໂຮມປະຊຸມ.ມີຄຸນຄ່າຫນຶ່ງອີກ ນັ້ນແມ່ນການເປີດສາກສຳຄັນທີ່ສຸດກ່ຽວກັບມະຫາສາມັກຄີທົ່ວປວງຊົນທັງຊາດ . ພາຍໃຕ້ການນຳພາຂອງພັກ, ສະພາແຫ່ງຊາດ ໄດ້ເຮັດຫລ້ອນພາລະກິດ ພ້ອມກັບທົ່ວປວງຊົນທັງຊາດສ້າງເປັນໄຊຊະນະຂອງການຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນຝລັ່ງ.”
ກອງປະຊຸມສະພາແຫ່ງຊາດຊຸດທີ 1ຄັ້ງປະຖົມມະເລີກ
ມີຜູ້ແທນກວ່າ 60 ຄົນ ໄດ້ຕາງຫນ້າໃຫ້ແກ່ບັນດາພັກຝ່າຍການເມືອງ, ໝູ່ມະຫາຊົນກູ້ຊາດ, ຊົນເຜົ່າ, ສາສະຫນາ, ນັບທັງຜູ້ແທນຈາກພາກໃຕ້, ເຂດຕອນໃຕ້ພາກກາງ ແລະ ຊາວຫວຽດນາມອາໄສຢູ່ໄທ, ຢູ່ລາວກໍກັບຄືນເມືອເຂົ້າຮ່ວມກອງປະຊຸມໃຫຍ່ ນັ້ນແມ່ນພາບພົດພົ້ນເດັ່ນຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ເປັນຈິດຫນຶ່ງໃຈດຽວເພື່ອກ້າວຂຶ້ນປົດປ່ອຍປະເທດ ຢູ່ ໂອກາດທອງຊຶ່ງພັນປີມີເທື່ອຫນຶ່ງ. ນີ້ແມ່ນກອງປະຊຸມໃຫຍ່ລະດັບປະຫວັດສາດຂອງສະພາແຫ່ງຊາດຫວຽດນາມ, ຊຶ່ງແມ່ນອົງການແຫ່ງສິດອຳນາດຂອງລັດຊົ່ວຄາວ ຂອງສາທາລະນະລັດປະຊາທິປະໄຕຫວຽດນາມ. 66 ປີ ໄດ້ລ່ວງເລີຍໄປ ນັບແຕ່ມື້ດຳເນີນການເລືອກຕັ້ງທົ່ວປະເທດຄັ້ງທຳອິດນັ້ນ, ບັນດາ ສສຊ ລຸ້ນຕ່າງໆໄດ້ສືບທອດ ແລະ ເສີມຂະຫຍາຍບັນດາຜົນງານຊຶ່ງສະພາແຫ່ງຊາດຫວຽດນາມ ໄດ້ສ້າງຂຶ້ນ ແລະ ບັນລຸໄດ້. ທ່ານນາງ ມົ່ວທີໝີ້, ສສຊ ຊຸດທີ 9 ແລະ 10 ຂອງແຂວງ ເຊີນລາ ຍັງຄົງຕັ້ງຫນ້າກັບວຽກງານສັງຄົມ ແລະ ເມື່ອມີເງື່ອນໄຂ ທ່ານນາງຍັງເຂົ້າຮ່ວມການເຄ່ື່ອນໄຫວພ້ອມກັບບັນດາອົງການຂອງສະພາແຫ່ງຊາດ. ໃນໂອກາດລະນຶກວັນເລືອກຕັ້ງທົ່ວປະເທດຄັ້ງທຳອິດ ແມ່ນໂອກາດເພື່ອໃຫ້ທ່ານນາງຫວນຄືນບັນດາອະນຸສອນແຫ່ງໄລຍະຫນຶ່ງທີ່ບໍ່ອາດຫລົງລືມກ່ຽວກັບ ສສຊ ລຸ້ນກ່ອນ.
“ຂ້າພະເຈົ້າມີຄວາມເຄົາລົບນັບຖືຕໍ່ບັນດາ ສສຊ ລຸ້ນກ່ອນ, ເປັນຕົ້ນແມ່ນບັນດາ ສສຊ ຊຸດທີ 1. ໃນສະພາບປະເທດຊາດ ມີສົງຄາມ ແຕ່ ບັນດາ ສສຊ ໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກລຳບາກ ສູ້ຊົນເພື່ອກໍ່ສ້າງສັງຄົມນິຍົມ, ທັງໝົດເພື່ອແນວຫນ້າເພື່ອຕໍ່ສູ້ໂຮມປະເທດຊາດເປັນເອກະພາບ. ຂ້າພະເຈົ້າແມ່ນຄົນລຸ້ນຫລັງ, ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ, ໄດ້ຮັບຄວາມເປັນເອກະລາດນັ້ນ, ພວກຂ້າພະເຈົ້າຈະສືບຕໍ່ຂົນຂວາຍພໍ່ແມ່ປະຊາຊົນ ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ບືນຕົວຂຶ້ນໃນຊີວິດ ແລະ ສ້າງເງື່ອນໄຂໃຫ້ແກ່ລູກຫລານໄດ້ຮຳ່ຮຽນ.“
ມາຮອດປະຈຸບັນ ສະພາແຫ່ງຊາດຫວຽດນາມ ໄດ້ກ້າວເຂົ້າສູ່ຊຸດທີ 13 ແລ້ວ. ສະພາແຫ່ງຊາດສຸມທຸກກຳລັງເຫື່ອແຮງ, ພູມປັນຍາ ແລະ ເວລາ ເພື່ອສືບຕໍ່ຍູ້ແຮງວຽກງານນິຕິບັນຍັດ. ຂັ້ນຕອນສ້າງກົດໝາຍໄດ້ຮັບການປ່ຽນແປງ. ຈຳນວນເອກະສານນິຕິກຳໂດຍແມ່ນສະພາແຫ່ງຊາດປະກາດໃຊ້ໃນກອງປະຊຸມແຕ່ລະສະໄໝ ນັບມື້ນັບຫລາຍຂຶ້ນແລະ ດ້ວຍຄຸນນະພາບນັບມື້ນັບສູງ. ບັນດາເອກະສານນິຕິກຳໄດ້ຮັບການປະກາດໃຊ້ ໄດ້ຊາບຊືມທັດສະນະ, ແນວທາງ, ແຜນນະໂຍບາຍຂອງພັກຢ່າງຄົບຖ້ວນ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງພຶດຕິກຳຕົວຈິງ ເພື່ອວາງອອກ, ສ້າງພື້ນຖານດ້ານກົດໝາຍໃຫ້ແກ່ກິດຈະການພັດທະນາຂອງປະເທດຊາດ. ພ້ອມກັບການເຄື່ອນໄຫວນິຕິບັນຍັດ, ສະພາແຫ່ງຊາດນັບມື້ນັບເອົາໃຈໃສ່ ແລະ ເປັນເຈົ້າການຫລາຍກວ່າໃນການພິຈາລະນາ, ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ, ກ່ຽວກັບກົງຈັກລັດ, ບຸກຄະລາກອນ, ກ່ຽວກັບເສດຖະກິດສັງຄົມ,ການຕ່າງປະເທດ. ການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດກໍໄດ້ຮັບການຜັນຂະຫຍາຍຢ່າງຕັ້ງຫນ້າ, ມີການປ່ຽນແປງໃຫມ່ນັບທັງດ້ານເນື້ອໃນ ແລະ ຮູບການຕິດຕາມກວດກາ. ເລື່ອງຊັກຖາມ ແລະ ຕອບຄຳຊັກຖາມ ຢູ່ ບັນດາວາລະປະຊຸມສະພາແຫ່ງຊາດ ສືບຕໍ່ໄດ້ຮັບການປ່ຽນແປງໃຫມ່ ແລະ ນັບມື້ນັບແທດຈິງກວ່າ, ບັນດາວາລະປະຊຸມນີ້ໄດ້ຖືກອອກອາກາດສົດທາງວິທະຍຸ ແລະ ໂທລະພາບ ດ້ວຍບັນຍາກາດເປີດອົກເປີດໃຈ, ການໂອ້ລົມສົນທະນາກົງໄປກົງມາ, ມີຄວາມຮັບຜິດຊອບ ລະຫວ່າງຜູ້ຖາມ ແລະ ຜູ້ຕອບຄຳຊັກຖາມ ແລະ ໄດ້ຮັບການຕິດຕາມ ແລະ ຊົມເຊີຍ. ບັນດາການເຄື່ອນໄຫວຂອງສະພາແຫ່ງຊາດ ນັບມື້ນັບມີປະຊາທິປະໄຕກວ່າ ແລະ ປະກອບສ່ວນສຳຄັນເຂົ້າໃນການສ້າງລັດແຫ່ງອຳນາດນິຕິບັນຍັດ ສັງຄົມນິຍົມຫວຽດນາມ, ລັດຂອງປະຊາຊົນ ມາຈາກປະຊາຊົນ ແລະ ເພື່ອປະຊາຊົນ. /.