ຄວາມຈຳເປັນຢ່າງເດັດຂາດໃນກຳມະສິດຂອງທົ່ວປວງຊົນກ່ຽວກັບທີ່ດິນ

(vovworld)- ບັນຫາ​ກຳມະສິດ​ທີ່​ດິນ​ແມ່ນ​ຫນຶ່ງ​ໃນ​ບັນດາ​ເນື້ອ​ໃນ​ທີ່​ໄດ້​ຮັບ​ຄວາ​ມສົນ​ໃຈ​ຈາກ​ຫາງ​ສຽງ​ໃນ​ວິວັດ​ການ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ຂໍ້ກຳນົດ​ທີ່​ດິນ​ຂຶ້ນ​ກັບ​ກຳມະສິດ​ຂອງ​ທົ່ວ​ປວງ​ຊົນ​ແມ່ນ​ສອດ​ຄອ່ງກັບ​ເງື່ອນ​ໄຂ​ປະຫວັດສາດ ຫວຽດນາມ, ສ້າງ​ເງື່ອນ​ໄຂ​ທີ່​ດີ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ເສດຖະກິດ, ສັງຄົມ ​ແລະ ການພັດທະນາ​ແບບ​ຍືນ​ຍົງ. ຫາງ​ສຽງ​ສ່ວນ​ຫລາຍ​​ໄດ້ເຫັນ​ດີ​ເຫັນ​ພ້ອມ​ກັບ​ທັດສະນະ​ນີ້​ເມື່ອ​ປະກອບ​ຄຳ​ເຫັນ​ໃສ່ ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ.

        ກຳມະສິດ​ທີ່​ດິນ​ຢູ່ ຫວຽດນາມ ​ແມ່ນ​ບັນຫາ​ສຳຄັນ​ຍິ່ງ ​ແລະ ກ່ຽວຂ້ອງ​ເຖິງ​ປະຫວັດສາດ, ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ສັງຄົມ. ການ​ປະຕິບັດ​ກຳມະສິດ​ຂອງ​ທົ່ວ​ປວງ​ຊົນ​ກ່ຽວ​ກັບ​ທີ່​ດິນ​ໃນ​ໄລຍະ​ຜ່ານ​ມາ​ໄດ້​ຊ່ວຍ​ໃຫ້​ລັດ​ເປັນ​ເຈົ້າ​ການ​ໃນ​ການ​ລະດົມ​ທຸກ​ແຫ​ລ່ງກຳລັງ​ທີ່​ດິນ​ເພື່ອ​ພັດທະນາ​ເສດຖະກິດ. ​ໃນ​ເງື່ອນ​ໄຂ ​ແລະ ລະດັບ​ການ​ພັດທະນາ​ເສດຖະກິດ​ຄື​ປະຈຸ​ບັນ, ການ​ກຳນົດ​ນະ​ໂຍບາຍ​ກຳມະສິດ​ຂອງ​ທົ່ວ​ປວງ​ຊົນ​ກ່ຽວ​ກັບທີ່​ດິນ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ໝາຍ​ດ້ານ​ການ​ເມືອງ​ສັງຄົມ​ຂອງ​ສາຍ​ພົວ​ພັນ​ກ່ຽວ​ກັບ​ທີ່​ດິນ. ທີ່​ດິນ​ແມ່ນ​ຊັບ​ພະຍາກອນ​ຂອງ​ປະ​ເທດ​ຊາດ, ຂອງ​ທົ່ວ​ປວງ​ຊົນ. ບັນດາ​ຜົນ​ປະ​ໂຫຍ​ດສ່ວນ​ຫລາຍທີ່​ເກັບ​ມາ​ໄດ້​ຈາກ​ທີ່​ດິນ​ຕ້ອງ​ຮັບ​ໃຊ້​ໃຫ້​ແກ່​ສັງຄົມ. ສາດສະດາ​ຈານ,​ ດຣ ​ໂດ໋​ເທ​ຕຸ​ງ, ອະດີດ​ຫົວຫນ້າ​ສະ​ຖາ​ບັນ​ເສດຖະກິດ, ສະ​ຖາ​ບັນ​ການ​ເມືອງ ການ​ປົກຄອງ​ແຫ່ງ​ຊາດ ​ໂຮ່ຈິ​ມິນ ຍົກ​ຄຳ​ເຫັນ​ວ່າ:

        “​ເລື່ອງ​ກຳ​ນົດທີ່​ດິນ​ແມ່ນ​ຂຶ້ນ​ກັບ​ກຳມະສິດ​ຂອງ​ທົ່ວ​ປວງ​ຊົນ ​ໂດຍ​ລັດ​ເປັນ​ຜູ້ຕາງຫນ້າ​​ເຈົ້າ​ຂອງກຳມະສິດ ​ແລະ ​ເປັນ​ເອກະ​ພາບ​​ໃນ​ການຄຸ້ມ​ຄອງ ​ແມ່ນ​ສອດຄ່ອງ​ກັບ​ກົດ​ເກນ​ຈະ​ເລີ​ນ​ກ້າວຫນ້າ ແລະ ທ່າ​ອ່ຽງພັດທະນາ​ຂອງ​ກະສິກຳ​ທັນ​ສະ​ໄຫມ. ”

        ນະ​ໂຍບາຍ​ກຳມະສິດ​ຂອງ​ທົ່ວ​ປວງ​ຊົນ​ກ່ຽວ​ກັບ​ທີ່​ດິນກໍ​ໄດ້​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ລັດ​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດອັນ​ຖືກຕ້ອງ​ກັບ​ກົດ​ໝາຍ​ຂອງພົນ​ມະ​ເລືອ​ງທຸກ​ຄົນ. ບົນ​ພື້ນຖານ​ ກຳມະສິດ​ຂອງ​ທົ່ວ​ປວງ​ຊົນກ່ຽວ​ກັບ​ທີ່​ດິນ, ລັດ ມອບ​​ໃຫ້​ປະຊາຊົນ​ສິດ​ນຳ​ໃຊ້​ທີ່​ດິນ ພ້ອມ​ທັງ​ມີ​ກົນ​ໄກ​ປົກ​ປ້ອງ​ຜູ້ນຳ​ໃຊ້​ທີ່​ດິນ​ເມື່ອ​ປະຕິບັດ​ສິດ​ນີ້. ຮອງ​ສາດສະດາຈານ, ດຣ ຫງວຽນ​ກວາງ​ຕວຽນ, ອາຈານສອນ​ຢູ່​ມະຫາວິທະຍາ​ໄລ​ກົດໝາຍ ຮ່າ​ໂນ້ຍ ຖື​ວ່າ: ນັບ​ທັງ​ບັນດາ​ປະ​ເທດ​ທີ່​ມີ​ນະ​ໂຍບາຍກຳມະສິດ​ຂອງ​ສ່ວນ​ບຸກຄົນ​ກ່ຽວ​ກັບ​ທີ່​ດິນ​, ລັດ​ຍັງ​ຄົງ​ຈຳກັດ​ສິດ​ຂອງ​ຜູ້ນຳ​ໃຊ້​ທີ່​ດິນ.​ ​ເລື່ອງ​ຈຳກັດ​ສິດ​ນັ້ນ​ຖືກ​ສະ​ແດງ​ອອກ​​ໃນ​ກໍລະນີ​ເພື່ອ​ຜົນ​ປະ​ໂຫຍ​ດດ້ານ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາ​ມສະຫງົບ, ລັດ ມີ​ສິດ​ຊື້​ທີ່​ດິນ. ຖ້າຫາກ​ເຈົ້າ​ຂອງ​ກຳມະສິດ​ທີ່​ດິນບໍ່​ຂາຍ, ລັດ​ມີ​ສິດ​ເກັບ​ທີ່​ດິນ​ຄືນ​​ໂດຍ​ມີ​ການ​ທົດ​ແທນ.

        “ບາງ​ຄົນ​ເວົ້າ​ວ່າ ລັດ ​ແລະ ປະຊາຊົນ​ລ້ວນ​ແຕ່​ມີກຳມະສິດ​ກ່ຽວ​ກັບ​ທີ່​ດິນ, ​ ເອກະ​ຊົນ​​ມີ​ສິດນຳ​​ໃຊ້​ທີ່​ດິນ ຈຶ່ງ​ແກ້​ໄຂ​ຂໍ້​ຕິດ​ຂັ​ດ​ໄດ້. ຂ້າພະ​ເຈົ້າ​ບໍ່​ເຫັນ​ດີກ​ັບທັດສະນະ​ນີ້, ​ເພາະວ່າ ມີ​ນັກ​ຄົ້ນ​ຄ້ວາ​ຕ່າງປະ​ເທດ​ຫລາຍ​ຄົນ​ກໍ​ຖື​ວ່າ ຫວຽດນາມ ຄວນຮັກສາ​ກຳມະສິດ​ຂອງ​ທົ່ວ​ປວງ​ຊົນ​ກ່ຽວກັບ​ທີ່​ດິນຈະ​ດີກ​ວ່າ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ​ແຕ່ລະຮູບ​ການລ້ວນ​ແຕ່​ມີ​ຈຸ​ດດີ, ຈຸດ​ອ່ອນ. ສິ່ງ​ສຳຄັນ​ແມ່ນ ພວກ​ເຮົາ​ແກ້​ໄຂ​ຄື​ແນວ​ໃດ. ບົນ​ພື້ນຖານ​ກຳມະສິດ​ຂອງ​ທົ່ວ​ປວງ​ຊົນ​ກ່ຽວ​ກັບ​ທີ່​ດິນ, ພວກ​ເຮົາ​ມອບ​ສິດ​ໃຫ້​ຜູ້ນຳ​​ໃຊ້​ທີ່​ດິນ. ປະຈຸ​ບັນ ຜູ້ນຳ​ໃຊ້​ທີ່​ດິນ​ມີ​ປະມານ 12 -13 ສິດ, ຄື: ​ໂອນ, ນຳ​ໃຊ້​ທີ່​ດິນ, ​ໃຫ້​ເຊົ່າ, ມັດ​ຈຳ, ປະກອບ​ທຶນ ​ແລະ ​ສິດໄດ້​ຮັບ​ການ​ທົດ​ແທນ. ຖ້າ​ຫາກ​ທຽບ​ໃສ່​ນະ​ໂຍບາຍ​ກຳມະສິດ​ຂອງ​​ເອກະ​ຊົນ​ກ່ຽວ​ກັບ​ທີ່​ດິນ, ຜູ້ນຳ​ໃຊ້​ທີ່​ດິນ​ຢູ່ ຫວຽດນາມ ກໍ​ມີ​ບັນດາ​ສິດ​ຢ່າງ​ພຽງພໍ​ເຊັ່ນ​ດຽວ​ກັນກັບ​ເຈົ້າ​ຂອງກຳມະສິດ​ເອກະ​ຊົນ​ຢູ່​ປະ​ເທດ​ຕ່າງໆ​ແລ້ວ. ສະ​ນັ້ນ ບັນຫາ​ວາງ​ອອກ​​ ບໍ່​ແມ່ນ​ການ​ປ່ຽນ​ແປງ​ຮູບ​ການ​ກຳມະສິດ.”

ຄວາມຈຳເປັນຢ່າງເດັດຂາດໃນກຳມະສິດຂອງທົ່ວປວງຊົນກ່ຽວກັບທີ່ດິນ - ảnh 1
ພາບປະກອບ:internet

        ​ແລະ​ກໍ​ຕາມ​ຮອງ​ສາດສະດາຈານ, ດຣ ຫງວຽນ​ກວາງ​ຕວຽນ, ຄວາມ​ຕິດ​ຂັດ​ໃນ​ການ​ຄຸ້ມ​ຄອງ, ການນຳ​ໃຊ້​ທີ່​ດິນ​​ໃນ​ປະຈຸ​ບັນ ບໍ່​ແມ່ນ​ຍ້ອນ​ຮູບ​ການ​ກຳມະສິດ. ຄວາມ​ບໍ່ພໍ​ໃຈ​ຂອງ​ປະຊາຊົນ ນັ້ນ​ແມ່ນ​​ເລື່ອງ​ບຸກ​ເບີກ​ຫນ້າ​ພຽງ, ລາຄາທົດ​ແທນຕຳ່, ການ​ສໍ້​ລາດ​ບັງ​ຫລວງ​ໃນ​ການ​ຄຸ້ມ​ຄອງ​ທີ່​ດິນ. ບັນຫາ​ດັ່ງກ່າວ​ບໍ່​ນອນ​ໃນ​ຂໍ້ກຳນົດ​​ໃນລັດຖະທຳ​ມະນູນ, ​ຫາກ​ກຳນົດ​​ໃນ​ກົດໝາຍ ຄື​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ ສະບັບ​ປັບປຸງ. ​ເຫັນ​ດີ​ເຫັນ​ພ້ອມກັບທັດສະນະ​, ທ່ານ ຮອງ​ສາດສະດາຈານ, ດຣ ຫງວຽນ​ມີນດວານ, ຮອງ​ຫົວຫນ້າ​ພະ​ແນ​ກບໍລິຫານ​ແຫ່ງ​ລັດ, ມະຫາວິທະຍາ​ໄລ​ກົດໝາຍ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:

        “ຕາມຂ້າພະ​ເຈົ້າ​ແລ້ວ, ຄວາມຕິດ​ຂັດ​ຢູ່​ທີ່​ນີ້ ບໍ່​ແມ່ນ​ບັນຫາ​ກຳມະສິດ. ປະຈຸ​ບັນ ​ໃຫ້​​ເອກະ​ຊົນ​ກຳມະສິດ​ທີ່​ດິນ ​ແນ່ນອນ​ວ່າ​ຈະ​ຂາດ​ສະຖຽນ​ລະ​ພາບດ້ານ​ການ​ເມືອງ, ສັງຄົມ​. ຖ້າ​ຫາກ​ພວກ​ເຮົາ​ ຮັກສາ​ຂໍ້​ກຳນົດ​ທີ່​ວ່າ ທີ່​ດິນ​ແມ່ນ​ຂຶ້ນ​ກັບ​ກຳມະສິດ​ຂອງ​ທົ່ວ​ປວງ​ຊົນ ລັດຖະທຳ​ມະນູນ​ຕ້ອງ​ສຸມ​ໃສ່​ການ​ຄຸ້ມ​ຄອງ ​ແລະ ການຂຸດ​ຄົ້ນ​ນຳ​ໃຊ້​ທີ່​ດິນ​​, ​ຄືແນວ​ໃດ​ເພື່ອບັນລຸ​ປະສິດທິ​ຜົນ​ດ້ານ​ເສດຖະກິດ​​ໃຫ້ສູງ​ສຸດ.”

ຄວາມຈຳເປັນຢ່າງເດັດຂາດໃນກຳມະສິດຂອງທົ່ວປວງຊົນກ່ຽວກັບທີ່ດິນ - ảnh 2

        ປະຫວັດສາດ​ແຫ່ງ​ການ​ສ້າງ​ລັດຖະທຳ​ມະນູນ​ຂອງ​ຫວຽດນາມ ສະ​ແດງ​ໃຫ້​ເຫັນ​ວ່າ ລັດຖະທຳ​ມະນູນ​ປີ 1946, 1959 ຖືກ​ສ້າງ​ຂຶ້ນ, ​ໃນ​ເງື່ອນ​ໄຂ​ປະ​ເທດ​ຊາດ​ພວມ​ຖືກ​ສົງຄາມ, ດັ່ງ​ນັ້ນ​ເລ່ືອງ​ກຳນົດ​ນະ​ໂຍບາຍ​​ເສດຖະກິດ ບົນ​ພື້ນຖານ​ນະ​ໂຍບາຍ​ກຳມະສິດ​ຂອງ​ທົ່ວ​ປວງ​ຊົນ​ກ່ຽວ​ກັບ​ທີ່​ດິນ​ແມ່ນ​ບໍ່​ເໝາະ​ສົມ. ລັດຖະທຳ​ມະນູນ​ປີ 1980,1992 ​ແລະ ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງຖືກ​ສ້າງ​ຂຶ້ນ​​ໃນ​ເງື່ອນ​ໄຂ​ປະ​ເທດ​ຊາດ​ມີ​ສັນຕິພາບ, ​ກ້າວ​ຂຶ້ນ​ສັງຄົມ​ນິຍົມ, ຢືນຢັນ​ນະ​ໂຍບາຍ​ເສດຖະກິດ ອີງ​ໃສ່​ນະ​ໂຍບາຍ​ກຳມະສິດ​ຂອງ​ທົ່ວ​ປວງ​ຊົນ​ກ່ຽວກັບ​ທີ່​ດິນ ​ແມ່ນ​ສອດ​ຄອ່ງກັບ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ຕົວ​ຈິງ. ​ເລື່ອງ​ກຳນົດ​ກຳມະສິດ​ຂອງ​ທົ່ວ​ປວງ​ຊົນ​ກ່ຽວ​ກັບ​ທີ່​ດິນ ພ້ອມ​ກັບ​ການ​ແກ້​ໄຂ​ຂໍ້​ຕິດ​ຂັດ​ໃນ​ການ​ຄຸ້ມ​ຄອງລັດ​ກ່ຽວ​ກັບ​ທີ່​ດິນ​​ໃນປະຈຸ​ບັນ ຈະ​ປະກອບສ່ວນ​ສ້າງ​ສະຖຽນ​ລະ​ພາບ, ຮັບປະກັນ​ຄວາມ​ກົມ​ກ່ຽ​ວລະຫວ່າງຜົນ​ປະ​ໂຫຍາ​ດຂອງ​ລັດ ​ແລະ ປະຊາຊົນ​ໃນ​ຂົງ​ເຂດ​ທີ່​ດິນ.

ຕອບກັບ

ຂ່າວ/ບົດ​ອື່ນ