ເພື່ອປ່ຽນໃໝ່ການສຶກສາ ແລະ ບຳລຸງສ້າງໂດຍພື້ນຖານ ແລະ ຮອບດ້ານນັ້ນ, ພວກເຮົາຍັງຂາດບັນດາແຜນນະໂຍບາຍ, ນະໂຍບາຍກ່ຽວກັບການສຶກສາຫຼືບໍ່ ? ຄຳຕອບແມ່ນບໍ່. ນອກຈາກແຈ້ງການຂອງກອງປະຊຸມຄະນະບໍລິຫານງານສູນກາງພັກຄັ້ງທີ 6 ຊຸດທີ 11 ແລ້ວ, ມະຕິກອງປະຊຸມຄະນະບໍລິຫານງານສູນກາງພັກຄັ້ງທີ 2 ຊຸດທີ 8 ແລະ ແຈ້ງການສະຫຼຸບຂອງກົມການເມືອງເມື່ອເດືອນ 11/2009 ກ່ຽວກັບການສຶກສານັ້ນ ຍັງຄົງຮັກສາຄຸນຄ່າເດີມນັ້ນແມ່ນ: ພັກ ແລະ ລັດຖືການສຶກສາ ແມ່ນລັດຖະນະໂຍບາຍອັນດັບໜຶ່ງ, ການສຶກສາຕ້ອງປະຕິບັດກ່ອນບາດກ້າວໜຶ່ງ, ການລົງທຶນໃຫ້ແກ່ການສຶກສາ ແມ່ນການລົງທຶນໃຫ້ແກ່ການພັດທະນາ ແລະ ການສຶກສາແມ່ນພາລະກິດຂອງພັກ, ລັດ ແລະ ທົ່ວປວງຊົນ.
ເປັນອັນວ່າປ່ຽນໃຫມ່ການສຶກສາໂດຍພື້ນຖານຄັ້ງນີ້ ຕ້ອງປະຕິບັດສິ່ງໃດແດ່? ປ່ຽນໃຫມ່ການສຶກສາ, ບຳລຸງສ້າງໂດຍພື້ນຖານ ແລະ ຮອບດ້ານກ່ອນອື່ນໝົດຕ້ອງມີລັກສະນະເປັນລະບົບ, ຄົບຊຸດ, ມີພື້ນຖານວິທະຍາສາດ, ມີຂັ້ນຕອນຢ່າງເໝາະສົມ, ມີລັກສະນະສືບທອດ ແລະ ພັດທະນາ. ຕ້ອງປ່ຽນໃຫມ່ຫລັກສູດການສຶກສາຊັ້ນອະນຸບານ, ສາມັນສຶກສາ, ອະຊີວະສຶກສາ, ວິທະຍາໄລ ແລະ ມະຫາວິທະຍາໄລ. ມີຜູ້ຊ່ຽວຊານບາງທ່ານຖືວ່າ ຫລັກສູດການສຶກສາສາມັນ 12 ປີຄືປະຈຸບັນແມ່ນຫນັກຫນ່ວງ, ເສຍເງິນຂອງປະຊາຊົນ, ຂອງສັງຄົມຫລາຍ. ມີຜູ້ຊ່ຽວຊານບາງທ່ານສະເຫນີວ່າ: ຫລັກສູດການສຶກສາສາມັນພຽງແຕ່ຮັກສາໃນໄລຍະ 10 ປີຄືກ່ອນນີ້, ຊ້ຳບໍ່ໜຳ 9 ປີກໍພໍ, ຫລັງຈາກນັ້ນແບ່ງເປັນຂະແຫນງ, ບຳລຸງເພື່ອເລື່ອນຊັ້ນ. ນອກນັ້ນ ເນື້ອໃນການສຶກສາຕ້ອງຫລຸດຜ່ອນ, ຄວນສຸມໃສ່ເຂົ້າບັນຫາທີ່ຈຳເປັນຕາມຄວາມຕ້ອງການຂອງສັງຄົມ, ພິເສດ ຕ້ອງເອົາໃຈໃສ່ເຖິງການສຶກສາບຸກຄະລິກກະພາບ. ນັກຮຽນຫ້ອງປໍ 1 ໄປໂຮງຮຽນແມ່ນຖືກະເປົາຫນັກເກີນຂອບເຂດໃນນັ້ນມີປື້ມເກືອບ 20 ຫົວ ແລະ ບິກ, ສໍ, ຫວນຄືນຫລັງໃນຕະຫລອດ 30 ປີຜ່ານມາ, ການສຶກສາບຳລຸງສ້າງກໍມີການດັດແກ້ຫລາຍຢ່າງ, ແຕ່ການດັດແກ້ນັ້ນບໍ່ແມ່ນການປະຕິຮູບ ເພາະວ່າ ບັນດາຜູ້ສ້າງແຜນນະໂຍບາຍພຽງແຕ່ສຸມໃສ່ເຂົ້າໃນຂົງເຂດຈຳນວນຫນຶ່ງໃນການສຶກສາເທົ່ານັ້ນ. ແລະ ການດັດແກ້ນັ້ນແມ່ນເສຍເງິນຫລາຍ ບໍ່ບັນລຸປະສິດທິຜົນ. ທຳອິດແມ່ນດັດແກ້ຕົວຫນັງສື. ດ້ວຍຄວາມຄິດຢ່າງງ່າຍດາຍ ຕົວຫນັງສືພຽງແຕ່ມີການກ່າຍສິ່ງທີ່ຕ້ອງເວົ້າເຖິງ, ຕ້ອງຂຽນໄວ, ສະນັ້ນ ບັນດາຜູ້ວາງແຜນນະໂຍບາຍດັດແກ້ຕົວຫນັງສືສະເຫນີຕ້ອງລາຍຕົວໜັງສືປະກອບ. ຜົນສຸດທ້າຍແມ່ນໄດ້ກໍ່ສ້າງລຸ້ນນັກຮຽນຂຽນຕົວຫນັງສືຂີ້ຮ້າຍເປັນຈຳນວນຫລວງຫລາຍ.
ປ່ຽນໃຫມ່ການສຶກສາ, ບຳລຸງສ້າງໂດຍພື້ນຖານ ແລະ ຮອບດ້ານ ຕ້ອງຖືເປັນສຳຄັນຈຸດໝາຍການສິດສອນ ແລະ ສ້າງຄົນ, ສ້າງບຸກຄະລິກກະພາບ, ພັດທະນາກຳລັງຄວາມສາມາດ, ການເຄື່ອນໄຫວພຶດຕິກຳ, ຫັນການສຶກສາໃນທ່າຮັບ, ການເສັງເພື່ອໃບປະກາດສະນີຍະບັດ ແລະ ບາງເທື່ອພຽງຕອບສະຫນອງມາດຕະຖານພະນັກງານ ໄປສູ່ການສຶກສາເປັນເຈົ້າການ, ມີການພົວພັນຕິດຕໍ່, ແກ້ໄຂກໍລະນີເກີດຂຶ້ນ. ການສຶກສາຕ້ອງຕອບສະໜອງຄວາມຕ້ອງການຂອງສັງຄົມ, ພື້ນຖານສຶກສາຕາມຮູບການເປີດ, ມີໄຫວພິບ, ແບ່ງເປັນຂະແຫນງ ແລະ ບຳລຸງເລື່ອນຊັ້ນ, ກ້າວໄປເຖິງການສ້າງສັງຄົມຮ່ຳຮຽນ. ກ່ຽວກັບ ການປ່ຽນໃຫມ່ການສຶກສາ, ບຳລຸງສ້າງໂດຍພື້ນຖານ, ພວກເຮົາຕ້ອງປ່ຽນໃຫມ່ກົນໄກ, ນະໂຍບາຍສຳລັບຖັນແຖວຄູອາຈານ, ບັນດານັກຄຸ້ມຄອງການສຶກສາ. ປ່ຽນໃຫມ່ການສຶກສາ, ບຳລຸງສ້າງໂດຍພື້ນຖານ ແລະ ຮອບດ້ານ ຕ້ອງປ່ຽນໃຫມ່ກົນໄກຄຸ້ມຄອງການສຶກສາ ແລະ ບຳລຸງສ້າງ, ຄຸນນະພາບຄົ້ນຄ້ວາວິທະຍາສາດໃນການສຶກສາ, ກົນໄກນະໂຍບາຍການລົງທຶນ ແລະ ການເງິນ ເພື່ອລະດົມແຫລ່ງກຳລັງໃຫ້ແກ່ການສຶກສາ, ບຳລຸງສ້າງ, ກໍ່ສ້າງພື້ນຖານໂຄງລ່າງ. ສຳລັບ ການປ່ຽນໃຫມ່ການສຶກສາພື້ນຖານ ແລະ ຮອບດ້ານ ຕ້ອງສະຫນິດຕິດພັນຢ່າງແຫນ້ນແຟ້ນກັບຍຸດທະສາດພັດທະນາເສດຖະກິດສັງຄົມ, ປັບປຸງການປ້ອງກັນຊາດປ້ອງກັນຄວາມສະຫງົບ, ຄວາມຕ້ອງການແຫລ່ງຊັບພະຍາກອນມະນຸດ. ເຮັດໄດ້ຄືແນວນັ້ນ ພວກເຮົາຈຶ່ງ ປ່ຽນໃຫມ່ການສຶກສາ, ບຳລຸງສ້າງໂດຍພື້ນຖານ ແລະ ຮອບດ້ານ, ສ້າງເງື່ອນໄຂໃຫ້ແກ່ນັກຮຽນມີຫົວຄິດປະດິດສ້າງ, ພັດທະນາຢ່າງເໝາະສົມກັບຄວາມສາມາດ ແລະ ຄວາມມຸ່ງຫວັງຂອງຕົນເອງ, ສ້າງກຳລັງຫນູນຊຸກຍູ້ການພັດທະນາສັງຄົມ.