(vovworld) - ທ້າຍອາທິດຜ່ານມາ, ບັນດາລັດຖະມົນຕີກະຊວງການເງິນໃນກຸ່ມບັນດາປະເທດນຳໃຊ້ສະກຸນເງິນ euro ໄດ້ເຫັນດີໃຫ້ແອດສະປາຍ ກູ້ຢືມເງິນ 125 ຕື້usd ເພື່ອຟື້ນຟູຂະແໜງທະນາຄານຂອງປະເທດນີ້, ໃນສະຖານະການທີ່ກອງທຶນສະຖຽນລະພາບທາງການເງິນເອີລົບ (EFSF) ແລະ ກົນໄກສະຖຽນລະພາບເອີລົບ (ESM) ຖືກຈຳກັດ. ເປັນອັນວ່າ, ແອດສະປາຍແມ່ນປະເທດທີ 4 ໃນພາກພື້ນທີ່ນຳໃຊ້ສະກຸນເງິນລວມເອີລົບ (Eurozone) ຕ້ອງການໄດ້ຮັບເງິນກູ້ຊ່ວຍຈາກເອີລົບ, ຖັດຈາກເກຼັກ, ໄອແລນ ແລະ ປອກຕູຍການ. ນີ້ຖືກຖືວ່າແມ່ນຄວາມມານະພະຍາຍາມອັນໃຫຍ່ຫຼວງຂອງ Eurozone ເພື່ອແນໃສ່ຮັກສາສະຖຽນລະພາບທາງເສດຖະກິດຂອງພາກພື້ນ. ແຕ່ຫາງສຽງຍັງບໍ່ທັນອຸ່ນອຽນໃຈຕໍ່ປະສິດທິຜົນອັນຍາວນານຂອງມາດຕະການກູ້ຊ່ວຍນີ້ເທື່ອ.
ທ່ານນາຍົກລັດຖະມົນຕີ ແອດສະປາຍ Mariano Rajoy:
“ຄວາມເຊື່ອຖືຂອງສະກຸນເງິນ euro ໄດ້ໄຊຊະນະ”. ພາບ: BBC.
ແອດສະປາຍ ແມ່ນປະເທດທີ່ມີພື້ນຖານເສດຖະກິດຢືນອັນດັບ 4 ຂອງ Eurozone. ແຕ່ສັນຍານບໍ່ດີກ່ຽວກັບເສດຖະກິດຂອງປະເທດນີ້ໄດ້ປະກົດຂຶ້ນຢ່າງຕໍ່ເນື່ອງໃນຫຼາຍເດືອນມານີ້. ຕາມການປະກາດຂອງສະຖາບັນ ສະຖິຕິແຫ່ງຊາດແອດສະປາຍ ເມື່ອເດືອນ 4 ແລ້ວ, ຍອດຜະລິດຕະພັນພາຍໃນ (GDP) ຂອງແອດສະປາຍ ໄດ້ຫຼຸດລົງ 0,3% ໃນໄຕມາດທີ 1/2012, ອັນໄດ້ເຮັດໃຫ້ເສດຖະກິດຂອງແອດສະປາຍໃນ 2 ໄຕມາດເຕີບໂຕໃນລະດັບ ຕິດລົບ ຢ່າງຕໍ່ເນື່ອງ. ແອດສະປາຍກໍ່ແມ່ນປະເທດທີ່ມີລະດັບອັດຕາວ່າງງານສູງ, ຂຶ້ນເຖິງ 5,6 ລ້ານຄົນໃນຈຳນວນພົນລະເມືອງ 46 ລ້ານຄົນ. ຄາດວ່າ, ຕົວເລກດັ່ງກ່າວຍັງຈະເພີ່ມຂຶ້ນອີກໃນຊຸມເດືອນຈະມາເຖິງ. ໃນສະຖານະການຄືດັ່ງກ່າວ, ລັດຖະບານແອດສະປາຍ ຄາດວ່າ, ປີນີ້ພື້ນຖານເສດຖະກິດຂອງປະເທດນີ້ຈະຫຼຸດລົງປະມານ 1,7% ແລະ ອາດຈະເພີ່ມຂຶ້ນ 0,2% ໃນປີ 2013. ນັ້ນແມ່ນບໍ່ທັນເວົ້າເຖິງອັດຕາຂາດດຸນງົບປະມານ/GDP ຂອງແອດສະປາຍແມ່ນຂຶ້ນເຖິງ 8,9% ໃນປີ 2011, ໜິ້ສິນຂອງລັດຖະບານ/GDP ແມ່ນ 70%, ບ້ວງໜີ້ສິນຕ່າງປະເທດທັງໝົດກວມ 90%GDP ເທົ່າກັບລະດັບໜິ້ສິນຂອງເກຼັກ, ເຊິ່ງແມ່ນປະເທດທີ່ມີລະດັບໜິ້ສິນສູງສຸດຢູ່ໃນໂລກ… ບັນດາຜູ້ຊ່ຽວຊານໄດ້ໃຫ້ຂໍ້ສັງເກດວ່າ, ເສດຖະກິດຂອງແອດສະປາຍຍັງສືບຕໍ່ຫຼຸດລົງຢ່າງວ່າງໄວໃນອະນາຄົດ ຖ້າຫາກວ່າສະພາບການເງິນບໍ່ມີສັນຍານໄດ້ຮັບການປັບປຸງ.
ເປັນທີ່ຈະແຈ້ງແລ້ວວ່າ, ພື້ນຖານເສດຖະກິດໃຫຍ່ອັນດັບ 4 ໃນ Eurozone ໄດ້ຕົກເຂົ້າສູ່ສະພາບຖືກຊຸດໂຊມຢ່າງຮ້າຍແຮງ. ດັ່ງນັ້ນ, ຖ້າບໍ່ໄດ້ຮັບການກູ້ຊ່ວຍຢ່າງທັນການ, ທະນາຄານຂອງແອດສະປາຍຈະຖືກລົ້ມລະລາຍ ແລະ ຈະສົ່ງຜົນສະທ້ອນຢ່າງໜັກໜ່ວງໃຫ້ແກ່ເອີລົບ, ຍິ່ງໄປກວ່ານັ້ນແມ່ນສົ່ງຜົນສະທ້ອນເຖິງການຟື້ນຟູເສດຖະກິດໂລກ.
ໃນສະຖານະການຄືດັ່ງກ່າວ, ເລື່ອງແອດສະປາຍຕົກລົງຂໍການໜູນຊ່ວຍດ້ານການເງິນຈາກເອີລົບ ແລະ ໄດ້ຮັບການຮັບຮູ້ນັ້ນ ໄດ້ເຮັດໃຫ້ຫຼາຍປະເທດອຸ່ນອ່ຽນໃຈ. ທ່ານລັດຖະມົນຕີກະຊວງການເງິນເຢບລະມັນ Wolfgang Schaeuble ຖືວ່າ, ຂໍ້ຕົກລົງໃຫ້ແອດສະປາຍກູ້ຢືມເງິນ ໄດ້ສະແດງໃຫ້ເຫັນຄວາມສາມັກຄີຂອງເອີລົບ. ທ່ານລັດຖະມົນຕີກະຊວງການເງິນຍີ່ປຸ່ນ Jun Azumi ກໍ່ຕີລາຄາວ່າ ເລື່ອງໜູນຊ່ວຍແຜນການສ້າງໂຄງປະກອບຂະແໜງທະນາຄານແອດສະປາຍຄືນໃໝ່ ແມ່ນການປະກອບສ່ວນຢ່າງໃຫຍ່ຫຼວງເພື່ອສ້າງສະຖຽນລະພາບທາງເສດຖະກິດ. ບັນດາຜູ້ຊ່ຽວຊານທາງດ້ານເສດຖະກິດກໍ່ຍອມຮັບວ່າ ເລື່ອງແອດສະປາຍເຂົ້າຮ່ວມກຸ່ມບັນດາປະເທດໄດ້ຮັບການກູ້ຊ່ວຍນັ້ນ ແມ່ນບາດກ້າວທີ່ສຳຄັນ ເພື່ອສ້າງໂຄງປະກອບລະບົບທະນາຄານຄືນໃໝ່.
ລັດຖະມົນຕີກະຊວງເສດຖະກິດແອດສະປາຍ
(ພາບ: http://cafef.vn)
|
ເຖິງຢ່າງໃດກໍ່ຕາມ, ມີຫຼາຍຄວາມເຫັນຖືວ່າ ເງິນ 125 ຕື້USD ພຽງແຕ່ມີຜົນປະໂຫຍດໃນການສະກັດກັ້ນການຢຸດຕິຂອງລະບົບການເງິນເອີລົບໃນໄລຍະສັ້ນເທົ່ານັ້ນ. ຊ້ຳບໍ່ໜຳ ຂໍ້ຕົກລົງນີ້ຍັງບໍ່ທັນໄດ້ຮັບການສະທ້ອນຄືນ ຢ່າງຕັ້ງໜ້າຈາກຕະຫຼາດໂລກເທື່ອ. ວັນທີ 11/6, ບັນດານັກລົງທຶນໄດ້ພາກັນຂາຍຊັບສົມບັດ, ອັນໄດ້ເຮັດໃຫ້ບັນດາດັດສະນີຫຼັກຊັບຕົ້ນຕໍຢູ່ຕະຫຼາດອາເມລິກາຫຼຸດລາຄາຢ່າງແຮງ. ຕົວເລກຈາກສູນຕິດຕໍ່ພົວພັນນິວຢອກ ທ້າຍວັນທີ 11/6, ສະແດງໃຫ້ເຫັນວ່າ ໝວດດັດສະນີອຸດສາຫະກຳ Dow Jones ຂອງ 30 ກຸ່ມບໍລິສັດໃຫຍ່ໄດ້ຫຼຸດລົງ 143 ຄະແນນ, ເທົ່າກັບ 1,1%, ລົງເຫຼືອພຽງ 12.411 ຄະແນນ. ໃນຂະນະນັ້ນ, ລາຄານ້ຳມັນ ຂອງໂລກໄດ້ຫຼຸດລົງຢູ່ໃນລະດັບຕຳ່ສຸດໃນຮອບ 8 ເດືອນທີ່ຜ່ານມາ. ຢູ່ຕະຫຼາດນິວຢອກ, ລາຄານ້ຳມັນດິບໃນເດືອນ 7/2012 ຫຼຸດຈາກ 1,40 USD, ລົງ 82,70 USD/ຖັງ. ນີ້ແມ່ນເທື່ອທຳອິດທີ່ລາຄານ້ຳມັນຖືກຫຼຸດລົງລະດັບ 83 USD/ຖັງ ນັບແຕ່ເດືອນ 10 ປີ 2011.
ບ້ວງເງິນກູ້ຊ່ວຍ 125 ຕື້ USD ທີ່ສະຫງວນໃຫ້ແກ່ ແອດສະປາຍ, ພຽງແຕ່ແມ່ນການເພີ່ມເຕີມຈຳນວນເງິນທີ່ຈຳເປັນໃຫ້ແກ່ທະນາຄານຕ່າງໆຂອງແອດສະປາຍເທົ່ານັ້ນ. ສ່ວນການກະທົບຂອງມັນເຖິງການແກ້ໄຂວິກິດການນິ້ສິນຢູ່ເອີລົບນັ້ນ ຍັງແມ່ນເລື່ອງລະເມີເຟີ້ຝັນຢູ່. ດັ່ງນັ້ນ, ຍິ່ງກວ່າເວລາໃດໝົດ, ເລື່ອງຊອກຫາວິທີການສັງລວມ ເພື່ອແກ້ໄຂສະພາບໜິ້ສິນຢູ່ເອີລົບ ແມ່ນມີຄວາມຈຳເປັນທີ່ສຸດ.
Van