ຄວາມສະຫງົບຢູ່ອີຮັກຍັງຄົງແມ່ນຄຳຖາມຕໍ່ຫາງສຽງ
(vovworld) - ກວ່າເຄິ່ງປີທີ່ຜ່ານມາ, ນັບແຕ່ວໍຊິງຕັນ ຈັດພິທີຊັກທຸງລົງ, ຄືວັນທີ 15/12, ຢຸດຕິພາລະກຳເກືອບ 9 ປີ ຂອງຕົນຢູ່ອີຮັກ, ມາຮອດປະຈຸບັນ, ຄວາມສະຫງົບຢູ່ປະເທດນີ້ຍັງຄົງແມ່ນຄຳຖາມຕໍ່ຫາງສຽງ. ຄວາມວິຕົກກັງວົນຂອງປະຊາຄົມໂລກກ່ຽວກັບການຍາດຊິງສິດອຳນາດຢູ່ອີຮັກ ເມື່ອທະຫານອາເມລິກາ ຖອນອອກ, ຫຼືຄຳຖາມກ່ຽວກັບການລຸກຮຶ້ຂຶ້ນຂອງພວກກໍ່ການຮ້າຍ…
(ພາບປະກອບ)
ວັນທີ 23/7, ບັນດາເຫດວາງລະເບີດຢ່າງຕໍ່ເນື່ອງຢູ່ອີຮັກ ໄດ້ເຮັດໃຫ້ 91 ຄົນເສຍຊີວິດ ແລະ 161 ຄົນຖືກບາດເຈບ, ອັນໄດ້ກາຍເປັນວັນນອງເລືອດທີ່ສຸດຢູ່ອີຮັກ ໃນ 2 ປີກວ່າທີ່ຜ່ານມາ, ນັບແຕ່ເດືອນ 5/2010. ເຫດນອງເລືອດທີ່ສຸດເກີດຂຶ້ນຢູ່ເທດສະບານ Taji, ຫ່າງຈາກນະຄອນຫຼວງແບກແດດໄປທາງທິດເໜືອພຽງ 25 ກ.ມ, ລວມມີເຫດບຸກໂຈມຕີສະຫຼະຊີບ ແລະ ເຫດວາງລະເບີດຢູ່ແຄມທາງ, ອັນໄດ້ເຮັດໃຫ້ 18 ຄົນເສຍຊີວິດ ແລະ 29 ຄົນຖືກບາດເຈັບ. ສ່ວນຢູ່ເທດສະບານ Dhuluiyah ທີ່ຂຶ້ນກັບແຂວງ Salahudin, ຫ່າງຈາກນະຄອນຫຼວງແບບແດດ ໄປທາງທິດເໜືອ 80 ກ.ມ, ບັນດາມືປືນທີ່ໄດ້ຮັບການປະກອບອາວຸດໜັກ ໄດ້ບຸກໂຈມຕີຖານທີ່ໝັ້ນແຫ່ງໜຶ່ງຢູ່ທີ່ນີ້, ເຮັດໃຫ້ທະຫານ 15 ຄົນ, ແລະ ສະມາຊິກ 2 ຄົນ ໃນກຸ່ມນິຍົມລັດຖະບານ Sahwa ເສຍຊີວິດ. ໃນຂະນະນັ້ນ, ການວາງລະເບີດ ແລະ ຍິງປືນຫຼາຍຄັ້ງຢູ່ນະຄອນຫຼວງແບກແບກ ແລະ ຫຼາຍທ້ອງຖີ່ນຢູ່ພາກເໜືອອີຮັກຄື Saadiyah, Khan Beni Saad, Kirkuk, Tuz Khurmatu ແລະ Dibis, ໄດ້ເຮັດໃຫ້ 45 ຄົນເສຍຊີວິດ ແລະ 74 ຄົນຖືກບາດເຈບ… ປະຈຸບັນ, ຍັງບໍ່ທັນມີອົງການຈັດຕັ້ງໃດຮັບຜິດຊອບກ່ຽວກັບບັນດາເຫດບຸກໂຈມຕີດັ່ງກ່າວເທື່ອ.
ຄວາມຈິງແລ້ວ, ນີ້ບໍ່ແມ່ນເທື່ອທຳອິດທີ່ເຫດວາງລະເບີດ ແລະ ປະທະກັນເກີດຂຶ້ນຢູ່ປະເທດນີ້. ໃນໄລຍະທີ່ທະຫານອາເມລິກາຍັງຢູ່ປະເທດນີ້, ກໍ່ເຄີຍເກີດເຫດບຸກໂຈມຕີຢູ່, ແຕ່ພາຍຫຼັງທີ່ທະຫານ ອາເມລິກາຜູ້ສຸດທ້າຍຖອນອອກຈາກປະເທດນີ້, ການບຸກໂຈມຕີໄດ້ເກີດຂື້ນຫຼາຍກວ່າ ແລະ ແຮງກວ່າ. ໂດຍລະອຽດຄື, ວັນທີ 22/7, ຢູ່ເທດສະບານ Mahmudiya ຫ່າງຈາກນະຄອນແບກແດດໄປທາງທິດໃຕ້ 30 ກ.ມ ໄດ້ເກີດເຫດວາງລະເບີດ 3 ຄັ້ງຢ່າງຕໍ່ເນື່ອງ, ເຮັດໃຫ້ 11 ຄົນເສຍຊີວິດ ແລະ 38 ຄົນຖືກບາດເຈັບ. ຫຼືໃນເດືອນ 6/2012, ຕາມຕົວເລກສະຖິຕິ, ການບຸກໂຈມຕີດ້ວຍລະເບີດຄັ້ງຕ່າງໆ, ເຮັດໃຫ້ຢ່າງໜ້ອຍສຸດມີ 237 ຄົນເສຍຊີວິດ ແລະ 603 ຄົນຖືກບາດເຈັບ, ອັນໄດ້ເຮັດໃຫ້ເດືອນ 6 ກາຍເປັນເດືອນນອງເລືອດທີ່ສຸດຢູ່ອີຮັກ ນັບແຕ່ ທະຫານອາເມລິກາຖອນອອກຈາກປະເທດນີ້.
ເປັນທີ່ຈະແຈ້ງແລ້ວວ່າ, ໂດຍບໍ່ຫົວຊາຕໍ່ຄວາມມານະພະຍາຍາມຂອງລັດຖະບານ ແລະ ກຳລັງປ້ອງກັນຄວາມສະຫງົບຢູ່ອີຮັກ ເພື່ອແນໃສ່ຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ປະເທດນີ້, ການໃຊ້ຄວາມຮຸນແຮງໄດ້ເກີດຂຶ້ນຢ່າງລຽນຕິດ, ອັນໄດ້ເຮັດໃຫ້ຫາງສຽງຕັ້ງຄຳຖາມກ່ຽວກັບກຳລັງຄວາມສາມາດຂອງອຳນາດການປົກຄອງ ແບກແດດໃນການບໍລິຫານປະເທດ. ເຖິງຢ່າງໃດກໍ່ຕາມ, ວົງການນັກສັງເກດການທີ່ຕິດຕາມການຜັນແປຂອງປະເທດນີ້ພັດມີການວິຈານທ່ີແຕກຕ່າງກັນ. ນັ້ນແມ່ນຄວາມຂັດແຍ່ງ ແລະ ການແບ່ງແຍກກັນຢູ່ພາຍໃນປະເທດ ໄດ້ພາໃຫ້ສະພາບການເມືອງຢູ່ປະເທດນີ້ຍາກທີ່ຈະຊອກໄດ້ຄວາມເຫັນດີເຫັນພ້ອມໃນການບໍລິຫານປະເທດ. ພາຍຫຼັງທະຫານອາເມລິກາຖອນອອກຈາກປະເທດນີ້, ພັກຝ່າຍຕ່າງໆຢູ່ອີຮັກຢາກແບ່ງປະເທດນີ້ເປັນ 3 ພາກ, ໃຫ້ຊາວ Kurd ຢູ່ບັນດາແຂວງພາກເໜືອ ທີ່ມີນ້ຳມັນຫຼາຍ, ຊາວ ຄິດ ແລະ ຊາວມຸດສະລິນ ນິກາຍ Sunni ຢູ່ບັນດາແຂວງພາກກາງ ແລະ ສ່ວນຍັງເຫຼືອກໍ່ມີນ້ຳມັນຫຼາຍຢູ່ພາກໃຕ້ແມ່ນສະຫງວນໃຫ້ຊາວມຸດສະລິນນິກາຍ Shiite. ກ່ອນນີ້ບໍ່ດົນ, 4 ແຂວງທາງພາກກາງ ກໍ່ໄດ້ຮຽກຮ້ອງໃຫ້ສ້າງຕັ້ງປະເທດເອກະລາດຂອງຊາວມຸດສະລິນ ນິກາຍ Sunni ຍ້ອນ ”ລັດຖະບານສູນກາງ ໂດຍຊາວມຸດສະລິມ ນິກາຍ Shiite ປົກຄອງ ບໍ່ເອົາໃຈໃສ່ເຖິງຜົນປະໂຫຍດ; ແລະ ມີການປະພຶດທີ່ບໍ່ດີຕໍ່ກັບເຂົາເຈົ້າ”.
ຫວ່າງແລ້ວນີ້, ວັນທີ 19/6, ສານອາຍາສູນກາງອີຮັກ ສືບຕໍ່ດຳເນີນການພິພາກສາຮອງປະທານາທິບໍດີທີ່ພວມຫຼົບໜີ Trip al – Hashimi, ເຊິ່ງແມ່ນນັກການເມືອງອັນດັບໜຶ່ງຂອງກຸ່ມ Iraqiya ນິກາຍ Sunni ຢູ່ສະພາແຫ່ງຊາດ ອີຮັກ ດ້ວຍໂທດເຂັ່ນຂ້າມະນຸດ. ເລື່ອງດຳເນີນການພິພາກສາຄືນໃໝ່ ໄດ້ສ່ອງແສງໃຫ້ເຫັນຄວາມຂັດແຍ່ງພາຍໃນຂອງອຳນາດການປົກຄອງແບກແດດ. ເມື່ອທ້າຍປີກາຍນີ້, ສະພາພິພາກສາສູງສຸດຂອງອີຮັກ ໄດ້ອອກຄຳສັ່ງຈັບຕົວທ່ານ Trip al – Hashimi, ສິ່ງດັ່ງກ່າວໄດ້ກໍ່ໃຫ້ເກີດການກະທົບທີ່ແຕກຕ່າງກັນພາຍໃນປະເທດຢູ່ເຂດອ່າວນີ້.
ຄວາມຂັດແຍ່ງກ່ຽວກັບສິດອຳນາດຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງເຖິງຖອງນັ້ນ ໄດ້ສ້າງເງື່ອນໄຂໃຫ້ພວກກໍ່ການຮ້າຍສວຍໃຊ້. ເຫດການທີ່ຫາກໍ່ເກີດຂຶ້ນແມ່ນພະຍານຫຼັກຖານອັນລະອຽດ. ແນ່ນອນວ່າ, ໃນອະນາຄົດ, ຊາວອີຮັກບໍ່ທັນມີຄວາມສະຫງົບຢ່າງສົມບຸນ, ເມື່ອການຂັດແຍ່ງກັນກ່ຽວກັບສິດອຳນາດພວມຢູ່ໃນໄລຍະຂ້ຽວຂາດທີ່ສຸດ ແລະ ຍັງບໍ່ທັນມີສັນຍານຈະຫຼຸດລົງໃນອະນາຄົດອັນໃກ້ໆນີ້ເທື່ອ.